ລາວ ຊ່ວຍເຫຼືອພໍ່ແມ່ປະຊາຊົນເຂດພາກກາງ ຫວຽດນາມ ທີ່ຖືກຜົນສະທ້ອນຈາກຝົນຕົກ, ນ້ຳຖ້ວມ

17:51 | 07/11/2020

ຍສໝ - ທ່ານ ອາລຸນໄຊ ສູນນະລາດ ເລຂາຜູ້ທີ 1 ຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດ ລາວ  ປາດຖະໜາຢາກແບ່ງເບົ່າຄວາມຫຍຸ້ງຍາກສ່ວນໃດສ່ວນໜຶ່ງ, ຊ່ວຍພໍ່ແມ່ປະຊາຊົນ ພາກກາງ ຫວຽດນາມ ກັບຄືນສູ່ການດຳລົງຊີວິດເປັນປົກກະຕິໂດຍໄວ.

ລາວ ຊ ວຍເຫ ອພ ແມ ປະຊາຊ ນເຂດພາກກາງ ຫວຽດນາມ ທ ຖ ກຜ ນສະທ ອນຈາກຝ ນຕ ກ ນ ຳຖ ວມ ຫວຽດນາມ ໄດ້ມອບຜ້າບັງປາກຈຳນວນ 30.000 ແຜ່ນ ເພື່ອສະໜັບສະໜູນ ປະເທດລາວ ປ້ອງກັນ ແລະ ຕ້ານ COVID-19
ລາວ ຊ ວຍເຫ ອພ ແມ ປະຊາຊ ນເຂດພາກກາງ ຫວຽດນາມ ທ ຖ ກຜ ນສະທ ອນຈາກຝ ນຕ ກ ນ ຳຖ ວມ ຍັງມີເຫື່ອແຮງ, ຂ້າພະເຈົ້າຍັງໄປຊອກຫາເພື່ອນຮ່ວມກອງ
ລາວ ຊ ວຍເຫ ອພ ແມ ປະຊາຊ ນເຂດພາກກາງ ຫວຽດນາມ ທ ຖ ກຜ ນສະທ ອນຈາກຝ ນຕ ກ ນ ຳຖ ວມ
ຄະ​ນະ​ຊາວ​ໜຸ່ມ ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ ມອບເງິນຈຳນວນ 40 ລ້ານກີບ ເພື່ອຊ່ວຍເຫຼືອພໍ່ແມ່ປະຊາຊົນເຂດພາກກາງຫວຽດນາມ. ພາບ:TTXVN

ໃນຕອນບ່າຍຂອງວັນທີ 6 ພະຈິກ 2020, ທ່ານ ອາລຸນໄຊ ສູນນະລາດ ເລຂາຜູ້ທີ 1 ຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດ ລາວ ໄດ້ມອບເງິນຈຳນວນ 40 ລ້ານກີບ (ປະມານ 100 ລ້ານດົ່ງ) ໃຫ້ແກ່ສະຖານທູດຫວຽດນາມ ປະຈຳ ສປປ ລາວ ເພື່ອຊ່ວຍເຫຼືອພໍ່ແມ່ປະຊາຊົນເຂດພາກກາງຫວຽດນາມ ທີ່ຖືກຜົນສະທ້ອນຈາກຝົນຕົກ, ນ້ຳຖ້ວມ. ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ ຫງວຽນບ໊າຮຸ່ງ ຢັ້ງຢືນວ່າ ນີ້ແມ່ນຫຼັກຖານໃຫ້ແກ່ນ້ຳໃຈຄວາມສາມັກຄີອ້າຍນ້ອງ, ແມ່ນສາຍຈິດມິດໃຈລະຫວ່າງສອງຊາດ ແລະ ໄວໜຸ່ມສອງປະເທດ. ພ້ອມທັງໃຫ້ຮູ້ວ່າ ຈະສົ່ງຂອງຂວັນທີ່ເຕັມໄປດ້ວຍໄມຕີຈິດນີ້ກັບເມືອປະເທດໂດຍໄວ ເພື່ອຊ່ວຍເຫຼືອພໍ່ແມ່ປະຊາຊົນພາກກາງທີ່ຖືກຜົນສະທ້ອນຈາກຝົນຕົກນ້ຳຖ້ວມ ຜ່ານຜ່າຄວາມຫຍຸ້ງຍາກໂດຍໄວ.

ໃນເຫດການທີ່ກ່ຽວຂ້ອງ, ເມື່ອບໍ່ດົນມານີ້, ການນຳແຂວງຫລວງພະບາງ ໄດ້ມອບເງິນຊ່ວຍເຫລືອ ປະຊາຊົນ ທີ່ຖືກຜົນກະທົບໄພພິບັດທາງທຳມະຊາດ ຢູ່ ສສ ຫວຽດນາມ. ພິທີມອບ-ຮັບເງິນຊ່ວຍເຫລືອ ຈຳນວນ 10.000 ໂດລາສະຫະລັດ ຫລື ປະມານ 90 ລ້ານກີບ ຈາກອົງການປົກຄອງ ແຂວງຫລວງພະບາງ ໃຫ້ແກ່ປະຊາຊົນ ທີ່ຖືກຜົນກະທົບ ໄພພິບັດທາງທຳມະຊາດຢູ່ ສສ ຫວຽດນາມ ໄດ້ຈັດຂຶ້ນຢູ່ສະຖານກົງສູນໃຫຍ່ ສສ ຫວຽດນາມ ປະຈຳພາກເໜືອ ແຂວງຫລວງພະບາງ.ກ່າວມອບໂດຍ ທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫລວງພະບາງ ພ້ອມຄະນະ ແລະ ຮັບໂດຍ ທ່ານ ຫງຽວນ ດັ່ງ ຮຸ່ງ ຫົວໜ້າກົງສູນໃຫຍ່ ສສ ຫວຽດນາມ ປະຈຳພາກເໜືອ ພ້ອມຄະນະ.

ລາວ ຊ ວຍເຫ ອພ ແມ ປະຊາຊ ນເຂດພາກກາງ ຫວຽດນາມ ທ ຖ ກຜ ນສະທ ອນຈາກຝ ນຕ ກ ນ ຳຖ ວມ
ການນຳແຂວງຫລວງພະບາງ ມອບເງິນຊ່ວຍເຫລືອ ປະຊາຊົນ ທີ່ຖືກຜົນກະທົບໄພ ພິບັດທາງທຳມະຊາດ ຢູ່ ສສ ຫວຽດນາມ (ພາບ: KPL)

ທີ່ພິທີ, ທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫລວງພະບາງ ໄດ້ກ່າວວ່າ, ການມອບເງີນຊ່ວຍເຫລືອໃນຄັ້ງນີ້, ເປັນການຊ່ວຍແບ່ງເບົາຄວາມທຸກໂສກ ແລະ ຟື້ນຟູຊີວິດການເປັນຢູ່ ຜູ້ທີ່ໄດ້ປະສົບກັບເຄາະຮ້າຍ ຈາກໄພທາງທຳມະຊາດ ຢູ່ພາກກາງ ແລະ ພາກໃຕ້ ຂອງ ສສ ຫວຽດນາມ ໃນເດືອນຕຸລານີ້, ໂດຍສະເພາະ ແມ່ນແຂວງທີໄດ້ຮັບຜົນກະທົບໜັກ ເຊັ່ນ: ກວາງນາມ, ກວາງງາຍ, ບິງດິງ, ຟູເຢັນ, ເວ້, ກວາງບິງ, ກວາງຈິ ແລະ ຫາຕິ້ງ. ທັງເປັນການປະກອບສ່ວນອັນສຳຄັນໃນການຮັດແໜ້ນສາຍພົວພັນການຮ່ວມແບບພິເສດລະຫວ່າງ ປະຊາຊົນສອງຊາດລາວ-ຫວຽດນາມ, ໂດຍສະເພາະແມ່ນ ແຂວງຫລວງພະບາງ ກັບ ບັນດາແຂວງ ຂອງ ສສ ຫວຽດນາມ ນັບມື້ໃຫ້ແໜ້ນແຟ້ນ ແລະ ເຂົ້າສູ່ລວງເລິກ.

ລາວ ຊ ວຍເຫ ອພ ແມ ປະຊາຊ ນເຂດພາກກາງ ຫວຽດນາມ ທ ຖ ກຜ ນສະທ ອນຈາກຝ ນຕ ກ ນ ຳຖ ວມ ປະເທດລາວ ໄດ້ປະຕິບັດນະໂຍບາຍ "3 ເປີດ" ເພື່ອດຶງດູດການລົງທຶນຈາກຕ່າງປະເທດ

ໃນກອງ​ປະຊຸມ​ສະໄໝ​ສາມັນ ເທື່ອ​ທີ 10 ຂອງ​ສະພາແຫ່ງ​ ຊາດ ຊຸດ​ທີ VIII ພາຍ​ໃຕ້ການ​ເປັນ​ປະທານ​ຂອງທ່ານນາງ ປານີ ຢາ​ທໍ່​ຕູ້ - ປະທານ​ສະພາ​ແຫ່ງ​ຊາດ ໂດຍ​ການເຂົ້າຮ່ວມ​ຂອງທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ, ທ່ານ ສອນ​ໄຊ ສີ​ພັນ​ດອນ - ຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງ​ແຜນການ ແລະ ການ​ລົງທຶນຕາງໜ້າ​ໃຫ້​ລັດຖະບານ ຂຶ້ນ​ຊີ້​ແຈງຕໍ່​ຄຳ​ຊັກ​ຖາມຂອງ​ບັນດາ​ສະມາຊິກສະພາ​ແຫ່ງ​ຊາດ (ສສຊ) ...

ລາວ ຊ ວຍເຫ ອພ ແມ ປະຊາຊ ນເຂດພາກກາງ ຫວຽດນາມ ທ ຖ ກຜ ນສະທ ອນຈາກຝ ນຕ ກ ນ ຳຖ ວມ ປະເທດລາວ ໄດ້ເຕືອນກ່ຽວກັບຄວາມສ່ຽງຂອງໄພນໍ້າຖ້ວມ ຍ້ອນຜົນກະທົບຂອງພະຍຸ Goni

ຍສໝ - ຕາມສຳນັກຂ່າວສານຫວຽດນາມ ປະຈຳປະເທດລາວ, ຕາມກົມອຸຕຸນິຍົມ ແລະ ອຸທົກກະສາດປະເທດລາວ ຫາກໍ່ອອກແຈ້ງເຕືອນ ໃຫ້ແກ່ປະຊາຊົນ ແລະ ອຳນາດການປົກຄອງທ້ອງຖິ່ນ ຕ້ອງການລະວັງຕົວກັບໄພອັນຕະລາຍນໍ້າຖ້ວນ ແລະ ນໍ້າແກ່ງນໍ້າຊຸຍ້ອນຜົນກະທົບຈາກພາຍຸ Goni.

ລາວ ຊ ວຍເຫ ອພ ແມ ປະຊາຊ ນເຂດພາກກາງ ຫວຽດນາມ ທ ຖ ກຜ ນສະທ ອນຈາກຝ ນຕ ກ ນ ຳຖ ວມ ປະເທດລາວ ໄດ້ເຕືອນໄພຄວາມສ່ຽງຂອງການລະບາດເຊື້ອໄຂ້ຍຸງລາຍ ໃນລະດັບສູງທີ່ໜ້າເປັນຫ່ວງ

ຍສໝ - ໃນວັນທີ 6 ພະຈິກ 2020 ຢູ່ກະຊວງສາທາລະນະສຸກ ທ່ານ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ຄະນະ ສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ COVID-19 ແຈ້ງໃຫ້ຮູ້ວ່າ: ໃນວັນທີ 05 ...

ໄຊພອນ

ເຫດການ
302 Found

Found

The document has moved here.