ປະເທດລາວ ໄດ້ເຕືອນໄພຄວາມສ່ຽງຂອງການລະບາດເຊື້ອໄຂ້ຍຸງລາຍ ໃນລະດັບສູງທີ່ໜ້າເປັນຫ່ວງ

13:46 | 07/11/2020

ຍສໝ - ໃນວັນທີ 6 ພະຈິກ 2020 ຢູ່ກະຊວງສາທາລະນະສຸກ ທ່ານ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ຄະນະ ສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ COVID-19 ແຈ້ງໃຫ້ຮູ້ວ່າ: ໃນວັນທີ 05 ພະຈິກ 2020 ສປປ.ລາວ ແມ່ນມີຜູ້ຕິດເຊື້ອທັງໝົດ 16 ກໍລະນີ ແລະ ບໍ່ມີຜູ້ເສຍຊີວິດ.  

ປະເທດລາວ ໄດ ເຕ ອນໄພຄວາມສ ຽງຂອງການລະບາດເຊ ອໄຂ ຍ ງລາຍ ໃນລະດ ບສ ງທ ໜ າເປ ນຫ ວງ ສປປລາວ: ການລະບາດຂອງ COVID-19 ຄາດຈະເຮັດໃຫ້ຄວາມຄືບໜ້າ ແລະ ເປົ້າໝາຍການພັດທະນາແບບຍືນຍົງຊ້າລົງ
ປະເທດລາວ ໄດ ເຕ ອນໄພຄວາມສ ຽງຂອງການລະບາດເຊ ອໄຂ ຍ ງລາຍ ໃນລະດ ບສ ງທ ໜ າເປ ນຫ ວງ ທົ່ວປະເທດ ລາວ ມີຜູ້ຕິດເຊື້ອໄຂ້ຍຸງຫລາຍກວ່າ 7 ພັນຄົນແລ້ວ

ນັບແຕ່ວັນທີ 01/01/2020 - 05/11/2020 ມີຜູ້ຕິດເຊື້ອກໍລະນີ ສະສົມທັງໝົດ 7.612 ຄົນ (ມີລາຍງານກໍລະນີໃນ 18 ແຂວງ, ແຂວງທີ່ມີການລາຍງານ ຫລາຍກວ່າໝູ່ແມ່ນ ນະຄອນຫລວງວຽງຈັນ. ເຊິ່ງມີເຖິງ 1.740 ຄົນ, ຖັດລົງມາແມ່ນ ບໍລິຄຳໄຊ 893 ຄົນ, ບໍ່ແກ້ວ 709 ຄົນ ແລະ ວຽງຈັນ 704 ຄົນ). ຈຳນວນຜູ້ເສຍຊີວິດ ຍ້ອນພະຍາດໄຂ້ຍຸງລາຍມີ ທັງໝົດ 12 ຄົນ (ນະຄອນຫລວງ 04 ຄົນ, ບໍລິຄຳໄຊ 02 ຄົນ, ຄຳມ່ວນ 02 ຄົນ, ໄຊຍະບູລີ 01 ຄົນ, ຊຽງຂວາງ 01 ຄົນ, ສະຫວັນນະເຂດ 01 ຄົນ ແລະ ຜົ້ງສາລີ 01 ຄົນ).

ປະເທດລາວ ໄດ ເຕ ອນໄພຄວາມສ ຽງຂອງການລະບາດເຊ ອໄຂ ຍ ງລາຍ ໃນລະດ ບສ ງທ ໜ າເປ ນຫ ວງ
ໃນວັນທີ 6 ພະຈິກ ສປປ ລາວ ກວດພົບຜູ້ຕິດເຊື້ອໄຂ້ຍຸງລາຍເພີ່ມອີກ 16 ກໍລະນີ. (ພາບ: laoedaily.com.la)

ທັ້ງນີ້, ເພື່ອເປັນການທຳລາຍ ແຫລ່ງເພາະພັນ ຂອງໜອນນ້ຳຍຸງລາຍ ຈຶ່ງຂໍຮຽກຮ້ອງມາຍັງ ພໍ່ແມ່ປະຊາຊົນ, ຊຸມຊົນ ແລະ ອຳນາດການປົກຄອງທຸກຂັ້ນ ຮ່ວມແຮງຮ່ວມໃຈ ໃນການປະຕິບັດ 5ປ ຢ່າງເຄັ່ງຄັດ ໃຫ້ເປັນປະຈຳ ຄື: 1. ປິດ: ຝາພາຊະນະທີ່ເກັບນ້ຳໃນເຮືອນ ແລະ ນອກເຮືອນ ເພື່ອບໍ່ໃຫ້ຍຸງ ລາຍມາໄຂ່ໃສ່; 2. ປ່ຽນ: ນ້ຳໃນພາຊະນະເຊັ່ນ: ເຕົ້າດອກໄມ້, ນ້ຳຮອງຕີນຕູ້, ຖ້ານຮອງຈອກນ້ຳ; 3. ປ່ອຍ: ປາຫາງນົກຍຸງ ເພື່ອກິນໜອນນ້ຳ; 4. ປັບປຸງ: ການອະນາໄມສິ່ງ ແວດລ້ອມອ້ອມເຮືອນ ບໍ່ໃຫ້ມີກະໂປະກະປ໋ອງ, ຢາງຕີນລົເກົ່າທີ່ມີນ້ຳຂັງ ແລະ 5. ປະຕິບັດ: ໃຫ້ເປັນນິໄສປະຈຳທຸກອາທິດ.

ຖ້າທ່ານເປັນໄຂ້ໃຫ້ ຮີບຮ້ອນໄປພົບແພດໝໍ ບໍ່ໃຫ້ຊື້ຢາມາກິນເອງ ເພື່ອຈະໄດ້ຮັບ ການປິ່ນປົວຢ່າງທັນການ, ສຳລັບລາຍລະອຽດ ຂອງຄຳແນະນຳ, ຂໍ້ມູນທີ່ເປັນທາງການ, ທ່ານສາມາດຕິດຕາມ ໄດ້ຈາກເວັບໄຊ www.covid19.gov.la ແລະ ເຟດບຸກຂອງສູນສື່ສານ ເພື່ອສຸຂະພາບ ແລະ ສຸຂະສຶກສາ.

ປະເທດລາວ ໄດ ເຕ ອນໄພຄວາມສ ຽງຂອງການລະບາດເຊ ອໄຂ ຍ ງລາຍ ໃນລະດ ບສ ງທ ໜ າເປ ນຫ ວງ ປະເທດລາວ: ຄວາມຜິດດ່ຽງຂອງອັດຕາແລກປ່ຽນເງິນຕານັບມື້ນັບເປີດກວ້າງ

ໜັງສືພິມ Laotian Times ໃຫ້ຂ່າວວ່າ ຍ້ອນວ່າສະພາບການຂາດຄວາມສົມດຸນລະຫວ່າງການສະໜອງ ແລະຄວາມຕ້ອງການ ກ່ຽວກັບເງິນຕາຕ່າງປະເທດ, ການຜິດດ່ຽງຂອງອັດຕາແລກປ່ຽນເງິນຕາ ລະຫວ່າງຕະຫຼາດທາງການ ແລະຕະຫຼາດເສລີຢູ່ລາວ ທີ່ນັບມື້ນັບ ເປີດກວ້າງ, ສ້າງຄວາມກົດດັນຕໍ່ບັນດາບໍລິສັດນໍາເຂົ້າ ແລະສະພາບເງິນເຟີ້.

ປະເທດລາວ ໄດ ເຕ ອນໄພຄວາມສ ຽງຂອງການລະບາດເຊ ອໄຂ ຍ ງລາຍ ໃນລະດ ບສ ງທ ໜ າເປ ນຫ ວງ ປະເທດລາວ ໄດ້ອອກຂໍ້ກຳນົດກ່ຽວກັບການຄຸ້ມຄອງອຸປະກອນເຮືອບິນບໍ່ມີຄົນຂັບ

ກົມການບິນພົນລະເຮືອນ, ກະຊວງໂຍທາທິການ ແລະຂົນສົ່ງລາວ ຫາກໍ່ອອກແຈ້ງການກ່ຽວກັບການຈົດທະບຽນ ແລະຂໍໃບອະນຸຍາດນຳໃຊ້ອຸປະກອນເຮືອບິນບໍ່ມີຄົນຂັບ (Drone).

ປະເທດລາວ ໄດ ເຕ ອນໄພຄວາມສ ຽງຂອງການລະບາດເຊ ອໄຂ ຍ ງລາຍ ໃນລະດ ບສ ງທ ໜ າເປ ນຫ ວງ ປະເທດລາວ ບໍ່ພົບຜູ້ຕິດເຊື້ອ ພະຍາດໂຄວິດ-19

ໃນວັນທີ 14 ຕຸລາ 2020 ຢູ່ກະຊວງສາທາລະນະສຸກ ທ່ານ ດຣ. ນາງ ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ພະຍາດ COVID-19 ໄດ້ລາຍງານໃຫ້ຮູ້ວ່າ: ມາຮອດວັນທີ 14 ຕຸລາ 2020, ...

https://laoedaily.com.la

ເຫດການ
302 Found

Found

The document has moved here.