ລັດຖະບານປະເທດລາວ ໄດ້ຄາດຈະອອກໃບຕາດິນໃຫ້ໄດ້ຫລາຍກວ່າ 600.000 ຕອນໃນປີ 2030

15:40 | 04/11/2020

ທ່ານ ສອນໄຊ ສີພັນດອນ - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ລາຍງານໃນກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ XIII ວ່າ ເປົ້າໝາຍດ້ານສິ່ງແວດລ້ອມ ໄດ້ສຳເລັດການສ້າງ ແລະ ປັບປຸງນິຕິກຳ ຫລາຍສະບັບເພື່ອຄຸ້ມຄອງ ແລະ ປົກປັກຮັກສາ ຊັບພະຍາກອນທຳມະຊາດ ໃຫ້ມີຄວາມຍືນຍົງ ເປັນຕົ້ນ ສຳເລັດແຜນແມ່ບົດ ຈັດສັນທີ່ດິນແຫ່ງຊາດ ຮອດປີ 2030, ໄດ້ປັບປຸງລະບົບ ການຂຶ້ນທະບຽນ, ອອກໃບຕາດິນທີ່ທັນສະໄໝໃນໄລຍະ 5 ປີ ຄາດວ່າຈະອອກໃບຕາດິນໄດ້ 610.000 ກວ່າຕອນ (ມະຕິສະພາ: 400.000 ຕອນ).

ລ ດຖະບານປະເທດລາວ ໄດ ຄາດຈະອອກໃບຕາດ ນໃຫ ໄດ ຫລາຍກວ າ 600 000 ຕອນໃນປ 2030 ທົ່ວໂລກ ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ເກືອບ 41.500.000 ຄົນ, ໃນນັ້ນ ມີ ກວ່າ 1.135.600 ຄົນ ເສຍຊີວິດ
ລ ດຖະບານປະເທດລາວ ໄດ ຄາດຈະອອກໃບຕາດ ນໃຫ ໄດ ຫລາຍກວ າ 600 000 ຕອນໃນປ 2030 ທົ່ວໂລກມີຜູ້ຕິດໂລກລະບາດໂຄວິດ - 19 ຫຼາຍກວ່າ 21 ລ້ານຄົນ, ໃນນັ້ນຜູ້ເສຍຊີວິດແມ່ນກວ່າ 751.600 ຄົນ

ພ້ອມກັນນີ້, ຍັງສຳເລັດການສ້າງດໍາລັດ ວ່າດ້ວຍການປະເມີນ ຜົນກະທົບຕໍ່ສິ່ງແວດລ້ອມ ເລກທີ 21/ລບ, ຄໍາສັ່ງວ່າ ດ້ວຍການ ເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ ແລະ ກວດກາການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ ເລກທີ 15/ນຍ.

ຂໍ້ມູນດັ່ງກ່າວ, ຍັງໃຫ້ຮູ້ຕື່ມວ່າ: ລັດຖະບານຍັງໄດ້ເອົາໃຈໃສ່ ຟື້ນຟູປ່າທີ່ເຊື່ອມໂຊມ ແລະ ສົ່ງເສີມການປູກໄມ້, ເຊິ່ງປັດຈຸບັນ ມີເນື້ອທີ່ປົກຫຸ້ມ ປ່າໄມ້ກວມເອົາ 62% ຂອງເນື້ອທີ່ທົ່ວປະເທດ ຫລຸດແຜນວາງໄວ້ (ມະຕິສະພາ 70%). ນອກຈາກນັ້ນ, ຍັງໄດ້ເອົາໃຈໃສ່ ຕິດຕາມກວດກາ ແລະ ແກ້ໄຂບັນຫາສິ່ງແວດລ້ອມ ຈາກໂຄງການພັດທະນາ ໄດ້ດຳເນີນການຕິດຕາມ ກວດກາຄຸນນະພາບນ້ຳ ແລະ ອາກາດ.

ລ ດຖະບານປະເທດລາວ ໄດ ຄາດຈະອອກໃບຕາດ ນໃຫ ໄດ ຫລາຍກວ າ 600 000 ຕອນໃນປ 2030
ທ່ານ ສອນໄຊ ສີພັນດອນ - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ສປປ.ລາວ. (ພາບ: thankhao.com)

ເຖິງຢ່າງໃດກໍຕາມ, ຜ່ານການ ຈັດຕັ້ງປະຕິບັດ ໃນໄລຍະ 5 ປີຜ່ານມາ ພວກເຮົາຍັງມີຈຸດອ່ອນຂໍ້ຄົງຄ້າງ, ອຸປະສັກ ແລະ ສິ່ງທ້າທາຍຈຳນວນໜຶ່ງ ເປັນຕົ້ນ ການເສີມຂະຫຍາຍ, ນຳໃຊ້ທ່າແຮງ ແລະ ຄວາມອາດສາມາດບົ່ມຊ້ອນ ດ້ານຊັບພະຍາກອນທຳມະຊາດ, ທີ່ຕັ້ງພູມສັນຖານ ແລະ ປັດໄຈອື່ນໆ ຂອງຊາດ ຄຽງຄູ່ກັບການນຳໃຊ້ ກາລະໂອກາດ, ເງື່ອນໄຂໃໝ່ໆ ທີ່ເກີດຈາກການຮ່ວມມືສາ ກົນຍັງບໍ່ທັນແຂງແຮງ, ກົງກັນຂ້າມການປົກ ປັກຮັກສາສິ່ງແວດລ້ອມ ຈາກການນຳໃຊ້ຊັບພະຍາກອນ ທຳມະຊາດ ຍັງບໍ່ຮັດກຸມເທົ່າທີ່ຄວນ.

ພ້ອມກັນນີ້, ການບໍລິຫານ ແລະ ຄຸ້ມຄອງສັງຄົມ ຕາມກົດໝາຍ ບໍ່ທັນເຂັ້ມງວດເທົ່າທີ່ຄວນ, ຍັງມີປະກົດ ການລະເມີດກົດໝາຍ, ການປະຕິບັດ ຄຳຕັດສິນ ຂອງສານບາງກໍລະນີ ຍັງບໍ່ທັນໃຊ້ໄດ້ຢ່າງເດັດຂາດ, ການກ້າວກ່າຍຂອງການຈັດຕັ້ງ ຫລື ບຸກຄົນໃນຂະບວນ ບໍລິຫານລັດ ແລະ ຂະບວນຍຸຕິທຳ ຍັງບໍ່ໄດ້ຮັບການ ແກ້ໄຂຢ່າງເຖິງຖອງ. ນອກຈາກນີ້, ພະນັກງານຈຳນວນໜຶ່ງ ຍັງຂາດຄວາມຮັບ ຜິດຊອບ ແລະ ຍັງມີປະກົດ ການສວຍ ໃຊ້ໜ້າທີ່ຕຳແໜ່ງ ເພື່ອຜົນປະໂຫຍດສ່ວນຕົວ ທາງກົງ ຫລື ທາງອ້ອມ, ການຊັບຊ້ອນຈັດວາງ ພະນັກງານຢູ່ແຕ່ລະຂັ້ນ ຢູ່ບາງຂົງເຂດ ວຽກງານ ຍັງບໍ່ທັນສາມາດສ້າງການປ່ຽນແປງ ແບບບຸກທະລຸ ແລະ ເລິກເຊິ່ງ.

ລ ດຖະບານປະເທດລາວ ໄດ ຄາດຈະອອກໃບຕາດ ນໃຫ ໄດ ຫລາຍກວ າ 600 000 ຕອນໃນປ 2030 ປະເທດລາວ ຕັ້ງໃຈຫຼຸດຜ່ອນການລະເມີດວິໄນແຜນການ-ການເງິນ ໃນອົງການລັດ

ຍສໝ - ໃນວັນທີ 30 ຕຸລາ 2020 ນີ້, ທ່ານ ບຸນປອນ ວັນນະຈິດ - ຮອງປະທານອົງການກວດສອບແຫ່ງລັດ, ໄດ້ຊີ້ແຈງຕໍ່ຄໍາຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ກ່ຽວກັບການຈັດຕັ້ງປະຕິບັດການກວດສອບ ແລະ ມາດຕະການແກ້ໄຂຜົນການກວດສອບຢູ່ບັນດາກະຊວງ ແລະ ທ້ອງຖິ່ນ ທີ່ລະເມີດວິໄນ ແຜນການ-ການເງິນ.

ລ ດຖະບານປະເທດລາວ ໄດ ຄາດຈະອອກໃບຕາດ ນໃຫ ໄດ ຫລາຍກວ າ 600 000 ຕອນໃນປ 2030 ປະເທດລາວ ໄດ້ຄາດວ່າເສດຖະກິດຈະເຕີບໂຕ 3,3% ໃນປີ 2020

ຍສໝ - ເຖິງວ່າເສດຖະກິດຖືກຜົນສະທ້ອນຢ່າງໜັກໜ່ວງຈາກໂລກລະບາດໂຄວິດ-19 ກໍ່ຕາມ, ແຕ່ການເຕີບໂຕເສດຖະກິດຂອງລາວ ຍັງຢູ່ໃນລະດັບ 3,3%.

ລ ດຖະບານປະເທດລາວ ໄດ ຄາດຈະອອກໃບຕາດ ນໃຫ ໄດ ຫລາຍກວ າ 600 000 ຕອນໃນປ 2030 ຮອງລັດຖະມົນຕີກະຊວງການຕ່າງປະເທດລາວ ຮັບສານແຕ່ງຕັ້ງຜູ້ອໍານວຍການຫ້ອງການ ADB ຄົນໃໝ່ປະຈໍາ ສປປ.ລາວ

ໃນວັນທີ 13 ຕຸລາ 2020, ທ່ານ ທອງຜ່ານ ສະຫັວນເພັດ ຮອງລັດຖະມົນຕີ ກະ ຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ Sonomi Tanaka ເພື່ອຍື່ນໜັງສືແຕ່ງຕັ້ງດຳລົງຕຳແໜ່ງ ຜູ້ອໍານວຍການຫ້ອງ ການທະນາຄານພັດທະນາອາຊີ (ADB) ຄົນ ໃໝ່ ປະຈຳ ສປປ ລາວ.

kpl.gov.la

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.