ເສັ້ນທາງແຫ່ງມິດຕະພາບ, ຍົກລະດັບການພົວພັນຕິດພັນແບບຍຸດທະສາດ ຫວຽດນາມ-ລາວ

14:42 | 22/04/2026

ຍສໝ - ທ່າມກາງສີສັນຂອງດອກຈຳປາທີ່ເບັ່ງບານຢ່າງສວຍງາມໃນໂອກາດບຸນປີໃໝ່ລາວ ພສ 2569 (ປີ 2026), ແຂວງ ເງະອານ (NgheAn) ໄດ້ຈັດຕັ້ງບັນດາຄະນະຜູ້ແທນເດີນທາງໄປຢ້ຽມຢາມ ສປປ ລາວ ໂດຍນຳເອົານ້ຳໃຈມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ການພົວພັນຕິດພັນແບບຍຸດທະສາດ... ດ້ວຍບົດບາດເປັນປະຕູອອກສູ່ທະເລທີ່ໃກ້ທີ່ສຸດ, ແຂວງ ເງະອານ ໄດ້ກຳນົດພາລະກຳໃນການເປັນເພື່ອນຮ່ວມທາງ, ສະໜັບສະໜູນປະເທດລ້ານຊ້າງ ມຸ່ງໄປສູ່ອະນາຄົດແຫ່ງການພັດທະນາທີ່ຮັ່ງມີເຂັ້ມແຂງ ແລະ ຍືນຍົງ.

ເພີ່ມທະວີຂໍ້ພິສູດໃຫ້ແກ່ການຮ່ວມສຳພັນຍຸດທະສາດ ຫວຽດນາມ-ລາວ ໃຫ້ເລິກເຊິ່ງກວ່າເກົ່າ
້ເຊື່ອມໂຍງສາຍພົວພັນຫວຽດນາມ-ລາວຜ່ານງານບຸນປີໃໝ່ກັບເພື່ອນມິດລາວທີ່ຮ່າໂນ້ຍ

ເສັ້ນທາງແຫ່ງບຸນປີໃໝ່ມິດຕະພາບ

ໃນຕົ້ນເດືອນເມສາ 2026, ທັນທີຫຼັງຈາກຜົນສຳເລັດຂອງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ (VietNam) ແລະ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ, ແຂວງ ເງະອານ (NgheAn) ໄດ້ເປັນປະຕູໜ້າໃນການຫັນບັນດາທິດທາງຍຸດທະສາດໃຫ້ເປັນຮູບປະທຳ ດ້ວຍການສ້າງຕັ້ງ 3 ຄະນະພະນັກງານເດີນທາງໄປອວຍພອນບຸນປີໃໝ່ລາວ ພສ 2569 (ປີ 2026) ຢູ່ບັນດາແຂວງຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ເສັ້ນທາງແຫ່ງມິດຕະພາບ, ຍົກລະດັບການພົວພັນຕິດພັນແບບຍຸດທະສາດ ຫວຽດນາມ-ລາວ

ທ່ານປະທານຄະນະກຳມະການປະຊາຊົນແຂວງ ຫວໍຈ້ອງຫາຍ (VoTrongHai) ພ້ອມກັບບັນດາຜູ້ແທນຄະນະຜູ້ແທນແຂວງ ເງະອານ (NgheAn) ອວຍພອນບຸນປີໃໝ່ລາວ ຕໍ່ທ່ານພົນເອກ ຄຳລຽງ ອຸທະໄກສອນ - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ. (ຮູບພາບ: ແທ່ງເກື່ອງ (ThanhCuong))

ຄະນະຜູ້ແທນແຂວງ ເງະອານ (NgheAn) ໂດຍແມ່ນສະຫາຍ ຫວໍຈ້ອງຫາຍ (VoTrongHai) - ຮອງເລຂາຄະນະພັກແຂວງ, ປະທານຄະນະກຳມະການປະຊາຊົນແຂວງ ເປັນຫົວໜ້າຄະນະ ໄດ້ເຂົ້າຢ້ຽມຂຳນັບ ແລະ ເຮັດວຽກຮ່ວມກັບບັນດາພະນັກງານການນຳຂັ້ນສູງຂອງປະເທດເພື່ອນມິດ: ທ່ານພົນເອກ ຄຳລຽງ ອຸທະໄກສອນ - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ; ທ່ານພົນເອກ ວິໄລ ຫຼ້າຄຳຟອງ - ຜູ້ປະຈຳການຄະນະເລຂາທິການສູນກາງພັກ ລາວ; ທ່ານພົນໂທ ວັນທອງ ກອງມະນີ - ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລາວ, ພ້ອມດ້ວຍການນຳນະຄອນຫຼວງ ວຽງຈັນ (Vientiane) ແລະ ບັນດາແຂວງ ບໍລິຄຳໄຊ (Bolikhamxay), ຊຽງຂວາງ (XiengKhuang).

ຕາງໜ້າການນຳແຂວງ ເງະອານ, ຮອງເລຂາຄະນະພັກແຂວງ, ປະທານຄະນະກຳມະການປະຊາຊົນແຂວງ ຫວໍຈ້ອງຫາຍ ໄດ້ສົ່ງຄຳອວຍພອນໄຊໃຫ້ມີສຸຂະພາບເຂັ້ມແຂງ ແລະ ປະສົບຜົນສຳເລັດ ແກ່ການນຳພັກ, ລັດ, ສະພາແຫ່ງຊາດ, ກະຊວງປ້ອງກັນຄວາມສະຫງົບ ແລະ ບັນດາແຂວງເພື່ອນມິດ; ສະແດງຄວາມປິຕິຊົມຊື່ນຕໍ່ກັບບັນດາໝາກຜົນແຫ່ງການພັດທະນາເສດຖະກິດ - ສັງຄົມ ທີ່ປະເທດເພື່ອນມິດລາວບັນລຸໄດ້.

ສະຫາຍ ຫວໍຈ້ອງຫາຍ ພ້ອມທັງຢືນຢັນວ່າ, ເງະອານ ຍາມໃດກໍ່ໃຫ້ຄວາມສຳຄັນຕໍ່ກັບສາຍພົວພັນມິດຕະພາບອັນພິເສດກັບ 3 ແຂວງທີ່ມີເສັ້ນຊາຍແດນຮ່ວມກັນເວົ້າສະເພາະ ແລະ ປະເທດເພື່ອນມິດລາວເວົ້າລວມ. ນັ້ນແມ່ນໜ້າທີ່ການເມືອງທີ່ສຳຄັນເປັນພິເສດ ແລະ ເປັນບຸລິມະສິດແຖວໜ້າ, ບົນພື້ນຖານມິດຕະພາບອັນຍິ່ງໃຫຍ່ ແລະ ຄວາມສາມັກຄີພິເສດລະຫວ່າງ 2 ຊາດ.

ດັ່ງຄຳຢືນຢັນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ (ToLam) ທີ່ນະຄອນຫຼວງ ວຽງຈັນ ໃນການຢ້ຽມຢາມລັດຖະກິດເມື່ອທ້າຍປີ 2025 ວ່າ: "ສາຍພົວພັນ ຫວຽດນາມ - ລາວ ແມ່ນ "ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ, ການພົວພັນຕິດພັນແບບຍຸດທະສາດ". ດ້ວຍເນື້ອໃນ "ການພົວພັນຕິດພັນແບບຍຸດທະສາດ" ນີ້ເອງຄືຈຸດໃຈກາງ, ຮຽກຮ້ອງໃຫ້ມີການປະສານສົມທົບຢ່າງເປັນລະບົບ ນັບແຕ່ວິໄສທັດ, ສະຖາບັນ ຈົນເຖິງພື້ນທີ່ແຫ່ງການພັດທະນາ.

ເງະອານ ມີເສັ້ນຊາຍແດນຮ່ວມກັບ ລາວ ຍາວ 468,281 ກິໂລແມັດ, ເຊິ່ງຍາວທີ່ສຸດໃນທົ່ວປະເທດ. ເງະອານ ໄດ້ເຊັນສັນຍາຮ່ວມມືກັບ 8 ທ້ອງຖິ່ນຂອງປະເທດເພື່ອນມິດ, ໂດຍສະເພາະແມ່ນ 3 ແຂວງທີ່ມີເສັ້ນຊາຍແດນຮ່ວມກັນຄື: ຫົວພັນ (Houaphanh), ຊຽງຂວາງ ແລະ ບໍລິຄຳໄຊ.

ໃນໄລຍະຜ່ານມາ, ສາຍພົວພັນຮ່ວມມືລະຫວ່າງແຂວງ ເງະອານ ກັບບັນດາທ້ອງຖິ່ນຂອງ ລາວ ໄດ້ມີການພັດທະນາຢ່າງບຸກທະລຸ ແລະ ຮອບດ້ານ, ບົນພື້ນຖານ "ມິດຕະພາບອັນຍິ່ງໃຫຍ່ ແລະ ການພົວພັນຕິດພັນແບບຍຸດທະສາດ".

ບັນດາກິດຈະກຳແລກປ່ຽນຄະນະຜູ້ແທນ ແລະ ການພົບປະຂັ້ນສູງໄດ້ຮັບການຮັກສາໄວ້ຢ່າງເປັນປະຈຳ, ໂດຍສະເພາະແມ່ນບັນດາການຢ້ຽມຢາມອວຍພອນບຸນປີໃໝ່ລາວ ແລະ ການພົບປະເຊັນສັນຍາຮ່ວມມື; ຊຸກຍູ້ການຮ່ວມມືດ້ານການສ້າງພັກ, ອຳນາດການປົກກົງ ແລະ ແລກປ່ຽນປະສົບການໃນການຄຸ້ມຄອງລັດ, ສ້າງລະບົບການເມືອງໃຫ້ເຂັ້ມແຂງ. ກອງກຳລັງປະຕິບັດງານຂອງທັງສອງຝ່າຍໄດ້ປະສານງານກັນຢ່າງແໜ້ນແຟ້ນໃນການຄຸ້ມຄອງ, ປົກປັກຮັກສາຊາຍແດນ, ຮັກສາເສັ້ນຊາຍແດນແຫ່ງສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາ…

ການພົວພັນຕິດພັນແບບຍຸດທະສາດ

ເສັ້ນທາງແຫ່ງມິດຕະພາບ, ຍົກລະດັບການພົວພັນຕິດພັນແບບຍຸດທະສາດ ຫວຽດນາມ-ລາວ
ທ່ານຮອງເລຂາຄະນະພັກແຂວງ, ປະທານຄະນະກຳມະການປະຊາຊົນແຂວງ ເງະອານ ຫວໍຈ້ອງຫາຍ ມອບຂອງຝາກທີ່ເປັນເອກະລັກຂອງແຂວງ ເງະອານ ໃຫ້ແກ່ ທ່ານພົນເອກ ວິໄລ ຫຼ້າຄຳຟອງ - ກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກປະຊາຊົນ ປະຕິວັດລາວ. (ຮູບພາບ: ແທ່ງເກື່ອງ (ThanhCuong))

ໃນບັນດາຂອງຝາກທີ່ເປັນເອກະລັກທີ່ແຂວງ ເງະອານ (NgheAn) ມອບໃຫ້ບັນດາສະຫາຍຜູ້ນຳຂອງປະເທດເພື່ອນມິດລາວໃນໂອກາດນີ້, ມີຂອງຝາກຈາກທະເລທີ່ມີຄວາມໝາຍເປັນສັນຍະລັກ ແລະ ຄຳຝາກຝັງທີ່ລະອຽດອ່ອນວ່າ: “ພວກເຮົາມີທະເລ, ພວກທ່ານກໍ່ມີຄືກັນ”. ການແບ່ງປັນລົດຊາດແຫ່ງມະຫາສະມຸດນັ້ນ ເບິ່ງຄືວ່າໄດ້ທຳລາຍທຸກຂອບເຂດໄລຍະຫ່າງ, ຮັດແໜ້ນຄວາມຮັກແພງຖານອ້າຍນ້ອງດ້ວຍຄວາມເຂົ້າອົກເຂົ້າໃຈຢ່າງເລິກເຊິ່ງ.

ລາວແມ່ນປະເທດດຽວທີ່ບໍ່ມີຊາຍແດນຕິດກັບທະເລໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້. ແຕ່ໃດມາ, ລາວໄດ້ຜະເຊີນກັບຄວາມຫຍຸ້ງຍາກໃນການສົ່ງອອກສິນຄ້າ ແລະ ຄວາມໝັ້ນຄົງທາງດ້ານພະລັງງານ ເມື່ອ 90% ຂອງປະລິມານນ້ຳມັນເຊື້ອໄຟແມ່ນນຳເຂົ້າ. ໃນເມື່ອກ່ອນ, ຂະບວນການນຳເຂົ້ານ້ຳມັນເຊື້ອໄຟຂອງລາວໄດ້ຜະເຊີນກັບຕົ້ນທຶນດ້ານໂລຈິສຕິກທີ່ສູງ, ບໍ່ພຽງແຕ່ເຮັດໃຫ້ສິນຄ້າຂາດຂີດຄວາມສາມາດໃນການແຂ່ງຂັນເທົ່ານັ້ນ, ແຕ່ຍັງເຮັດໃຫ້ພື້ນຖານເສດຖະກິດຕົກຢູ່ໃນສະພາວະທີ່ມີຄວາມສ່ຽງ.

ໃນບັນດາການພົບປະເຈລະຈາໃນການຢ້ຽມຢາມຄັ້ງນີ້, ສະຫາຍ ຫວໍຈ້ອງຫາຍ (VoTrongHai) ໄດ້ແຈ້ງໃຫ້ຊາບກ່ຽວກັບບັນດາໝາກຜົນອັນພົ້ນເດັ່ນດ້ານເສດຖະກິດ-ສັງຄົມ, ໂດຍສະເພາະແມ່ນການບຸກທະລຸໃນການດຶງດູດການລົງທຶນຈາກຕ່າງປະເທດ ແລະ ການພັດທະນາພື້ນຖານໂຄງລ່າງຄົມມະນາຄົມຈຸດສຸມຂອງ ເງະອານ. ການນຳແຂວງ ເງະອານ ຍັງໄດ້ແນະນຳກ່ຽວກັບບັນດາໂຄງການຍັກໃຫຍ່ທີ່ເປັນແຮງຊຸກຍູ້ ເຊັ່ນ: ທ່າເຮືອນ້ຳເລິກ ເກືອລໍ່ (CuaLo); ທາງດ່ວນ ວິງ (Vinh) – ແທັງຖຸຍ (ThanhThuy); ໂຮງໄຟຟ້າຄວາມຮ້ອນ LNG ກວິ່ງເລີບ (QuynhLap).

ດ້ວຍທຶນລົງທຶນທັງໝົດເກືອບ 24.000 ຕື້ດົ່ງ, ເສັ້ນທາງດ່ວນຊ່ວງ ວິງ – ແທັງຖຸຍ ມີຄວາມຍາວປະມານ 65 ກິໂລແມັດ, ຄາດວ່າຈະເລີ່ມລົງມືກໍ່ສ້າງໃນຕົ້ນເດືອນພຶດສະພາ 2026. ນີ້ແມ່ນ "ເສັ້ນເລືອດໃຫຍ່" ທາງດ້ານຄົມມະນາຄົມທີ່ສຳຄັນ, ສ້າງການບຸກທະລຸໃນການເຊື່ອມຕໍ່ດ້ານການຄ້າ ແລະ ການລົງທຶນ, ນຳມາຊຶ່ງຜົນປະໂຫຍດໃນໄລຍະຍາວໃຫ້ແກ່ບັນດາແຂວງຕາມຊາຍແດນ ແລະ ເພີ່ມທະວີການເຊື່ອມຈອດພາກພື້ນ. ນີ້ແມ່ນເສັ້ນທາງເຊື່ອມຕໍ່ຄົມມະນາຄົມທີ່ສຳຄັນ ແລະ ໃກ້ທີ່ສຸດ ນັບແຕ່ນະຄອນຫຼວງ ວຽງຈັນ (Vientiane) ໄປຫາ ນະຄອນຫຼວງ ຮ່າໂນ້ຍ (HaNoi) ແລະ ອອກສູ່ທະເລ, ຊ່ວຍໃຫ້ສິນຄ້າຂອງລາວອອກສູ່ໂລກດ້ວຍໄລຍະເວລາ ແລະ ຕົ້ນທຶນທີ່ດີທີ່ສຸດ.

ສຳລັບທ່າເຮືອນ້ຳເລິກ ເກືອລໍ່, ທີ່ເລີ່ມລົງມືກໍ່ສ້າງແຕ່ເດືອນທັນວາ 2025, ໄດ້ຮັບການອອກແບບມາເພື່ອຮອງຮັບເຮືອທີ່ມີນ້ຳໜັກບັນທຸກສູງເຖິງ 100.000 DWT. ເມື່ອພື້ນຖານໂຄງລ່າງໄດ້ຮັບການເຊື່ອມຕໍ່, ທ່າເຮືອດັ່ງກ່າວສາມາດຊ່ວຍໃຫ້ສິນຄ້າຂອງປະເທດເພື່ອນມິດລາວສົ່ງອອກໂດຍກົງໄປຍັງ ອາເມລິກາ, ເອີຣົບ ແລະ ຫຼາຍພາກພື້ນອື່ນໆ ໂດຍບໍ່ຈຳເປັນຕ້ອງຜ່ານປະເທດທີສາມ.

ເພື່ອໃຫ້ເສັ້ນເລືອດໃຫຍ່ນີ້ເຊື່ອມຕໍ່ກັນໄດ້ໂດຍໄວ, ສິ່ງທີ່ເປັນບຸລິມະສິດຄືການກໍ່ສ້າງພື້ນຖານໂຄງລ່າງດ່ານຊາຍແດນ ທ້ອງຖິ່ນ ນ້ຳອອນ - ບໍລິຄຳໄຊ (Bolikhamxay) (ລາວ), ທີ່ຢູ່ກົງກັນຂ້າມກັບດ່ານຊາຍແດນ ແທັງຖຸຍ - ເງະອານ (ຫວຽດນາມ). ລັດຖະບານ ຫວຽດນາມ ກໍ່ຄືແຂວງ ເງະອານ ໄດ້ກຳນົດວ່າ ການເປີດການເຊື່ອມຕໍ່ ແທັງຖຸຍ - ນ້ຳອອນ ຈະສ້າງບາດກ້າວໃນການເຊື່ອມຕໍ່ນະຄອນຫຼວງ ວຽງຈັນ ກັບທະເລຕາເວັນອອກໃຫ້ໄວທີ່ສຸດ.

ທ່ານປະທານຄະນະກຳມະການປະຊາຊົນແຂວງ ຫວໍຈ້ອງຫາຍ ໄດ້ສະເໜີໃຫ້ບັນດາສະຫາຍຜູ້ນຳພັກ, ລັດ ລາວ ສືບຕໍ່ເອົາໃຈໃສ່, ຊີ້ນຳແຂວງ ບໍລິຄຳໄຊ ໃຫ້ຮີບຮ້ອນປັບປຸງພື້ນຖານໂຄງລ່າງ, ຍົກລະດັບດ່ານທ້ອງຖິ່ນ ນ້ຳອອນ ໃຫ້ກາຍເປັນດ່ານຫຼັກ, ເພື່ອມຸ່ງໄປສູ່ການເປັນດ່ານສາກົນຄູ່ ແທັງຖຸຍ – ນ້ຳອອນ ຕາມແຜນຜັງທີ່ທ່ານນາຍົກລັດຖະມົນຕີທັງສອງປະເທດໄດ້ອະນຸມັດ.

ໃນການສົນທະນາຢ່າງສະໜິດສະໜົມກັບການນຳແຂວງ ເງະອານ, ສະຫາຍ ຄຳລຽງ ອຸທະໄກສອນ - ຮອງນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຢືນຢັນທັດສະນະອັນສະເໝີຕົ້ນສະເໝີປາຍຂອງສາຍພົວພັນມິດຕະພາບ, ການຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ. ເງະອານ ແລະ ບັນດາແຂວງເພື່ອນມິດຂອງລາວ ພວມຮ່ວມກັນສ້າງລະບົບນິເວດເສດຖະກິດທີ່ບໍ່ສາມາດຕັດແຍກອອກຈາກກັນໄດ້. ເມື່ອທາງດ່ວນໄດ້ເປີດນຳໃຊ້ ແລະ ເຮືອຍັກ 100.000 DWT ເຂົ້າທຽບທ່າເຮືອ ເກືອລໍ່ ໂດຍນຳເອົາສິນຄ້າຈາກປະເທດລ້ານຊ້າງມາ, ຈະສືບຕໍ່ເປີດໂອກາດແຫ່ງການພັດທະນາທີ່ຮັ່ງມີເຂັ້ມແຂງ, ຮ່ວມກັນກ້າວອອກສູ່ທະເລໃຫຍ່ຢ່າງໝັ້ນໃຈ ໃຫ້ແກ່ສອງປະເທດ ຫວຽດນາມ - ລາວ.

ຄຽງຄູ່ກັບການຢ້ຽມຢາມທີ່ນຳໂດຍສະຫາຍຮອງເລຂາຄະນະພັກແຂວງ, ປະທານຄະນະກຳມະການປະຊາຊົນແຂວງ ຫວໍຈ້ອງຫາຍ, ຍັງມີອີກ 2 ຄະນະຜູ້ແທນຂອງແຂວງ ທີ່ນຳໂດຍທ່ານຮອງປະທານຄະນະກຳມະການປະຊາຊົນແຂວງ ຟຸ່ງແທ່ງວິງ (PhungThanhVinh) ແລະ ຖ້າຍວັນແທ່ງ (ThaiVanThanh) ທີ່ໄດ້ເດີນທາງໄປຍັງແຂວງ ຫົວພັນ (Houaphanh), ຄຳມ່ວນ (Khammouane) ຂອງປະເທດເພື່ອນມິດລາວ, ເພື່ອອວຍພອນບຸນປີໃໝ່ລາວ, ເພີ່ມທະວີການເຊື່ອມຕໍ່ເພື່ອພັດທະນາຮ່ວມກັນ. ເສັ້ນທາງນັ້ນຈະສືບຕໍ່ບຳລຸງສ້າງຄວາມສາມັກຄີ, ເປີດໂອກາດແຫ່ງການພັດທະນາໃໝ່, ເຮັດໃຫ້ແນວຄວາມຄິດກ່ຽວກັບສະຖານທີ່ກໍ່ສ້າງຂະໜາດໃຫຍ່ຂ້າມຊາຍແດນປະກົດຜົນເປັນຈິງ. ຢູ່ທີ່ນັ້ນ, ເງະອານ ບໍ່ພຽງແຕ່ສວມບົດບາດເປັນສູນກາງເຊື່ອມຕໍ່ພາກພື້ນເທົ່ານັ້ນ, ແຕ່ຍັງຈະກາຍເປັນຈຸດດຶງດູດໃໝ່ຂອງກະແສຟອງການຄ້າໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້, ເຊິ່ງຈຸດເລີ່ມຕົ້ນຂອງກະແສຟອງນີ້ແມ່ນມາຈາກປະເທດລ້ານຊ້າງ.

ພວກເຮົາສາມາດນຶກພາບໄດ້ໃນອະນາຄົດອັນໃກ້ນີ້, ເມື່ອເສັ້ນເລືອດໃຫຍ່ທາງດ່ວນ ວິງ – ແທັງຖຸຍ ສຳເລັດ ແລະ ການຄົມມະນາຄົມແຕ່ດ່ານ ນ້ຳອອນ ຫາ ວຽງຈັນ ໄດ້ຮັບການເຊື່ອມຕໍ່, ເສັ້ນທາງສູ່ທ່າເຮືອນ້ຳເລິກ ເກືອລໍ່ ຈະໃກ້ກວ່າເກົ່າ, ເພື່ອໃຫ້ສິນຄ້າຂອງປະເທດເພື່ອນມິດລາວກ້າວອອກສູ່ທະເລໃຫຍ່. ນີ້ກໍ່ແມ່ນວິທີການທີ່ຕົວຈິງທີ່ສຸດ ເພື່ອເຮັດໃຫ້ເນື້ອໃນ "ການພົວພັນຕິດພັນແບບຍຸດທະສາດ" ດັ່ງທີ່ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ (ToLam) ໄດ້ກ່າວໄວ້ ປະກົດຜົນເປັນຈິງ.

ເຮັດໃຫ້ເນື້ອໃນບັນຈຸຂ້າງໃນ ເຮັດໃຫ້ເນື້ອໃນບັນຈຸຂ້າງໃນ "ການພົວພັນຍຸດທະສາດ" ໃນສາຍພົວພັນລະຫວ່າງຫວຽດນາມ-ລາວເລິກເຊິ່ງກ່ວາອີກ

ຍສໝ - ການຢ້ຽມຢາມລາວຂອງທ່ານ ເຈິ່ນເກີມຕູ໋, ຜູ້ປະຈຳຄະນະເລຂາທິການໃນຄັ້ງນີ້ ບໍ່ພຽງແຕ່ມີຄວາມໝາຍສຳຄັນໃນການພົວພັນລະຫວ່າງສອງຝ່າຍ ຫວຽດນາມ-ລາວ ເທົ່ານັ້ນ, ແຕ່ຍັງປະກອບສ່ວນເຂົ້າໃນການກຳນົດທິດທາງທີ່ສຳຄັນໃຫ້ແກ່ການພົວພັນລະຫວ່າງສອງຝ່າຍ ຫວຽດນາມ-ລາວ ອີກດ້ວຍ.

ສະມາຄົມມິດຕະພາບຫວຽດນາມ-ລາວ ອວຍພອນສະຖານທູດລາວ ເນື່ອງໃນໂອກາດບຸນເຕັດບຸນປີໃໝ່ ສະມາຄົມມິດຕະພາບຫວຽດນາມ-ລາວ ອວຍພອນສະຖານທູດລາວ ເນື່ອງໃນໂອກາດບຸນເຕັດບຸນປີໃໝ່

ຍສໝ - ສະມາຄົມມິດຕະພາບຫວຽດນາມ-ລາວ ອວຍພອນສະຖານທູດລາວ ເນື່ອງໃນໂອກາດບຸນເຕັດບຸນປີໃໝ່ຕອນບ່າຍວັນທີ 6 ເມສາ, ຢູ່ຮ່າໂນ້ຍ, ຄະນະຜູ້ແທນສະມາຄົມມິດຕະພາບຫວຽດນາມ - ລາວ ໂດຍທ່ານ ຫງວຽນດັກວິງ, ກໍາມະການສູນກາງພັກ, ປະທານຄະນະກໍາມະການວັດທະນະທໍາ-ສັງຄົມ, ປະທານສະມາຄົມໄດ້ໄປອວຍພອນສະຖານທູດລາວ ປະຈໍາ ຫວຽດນາມ ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດປີ 2026 (ພ.ສ 2569).

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

ເບິ່ງເພີ່ມເຕີມ