ຫວຽດນາມ ເຂົ້າຮ່ວມງານວາງສະແດງສິລະປະຢູ່ ອີຕາລີ ເປັນຄັ້ງທຳອິດ

14:13 | 22/04/2026

ຍສໝ - ຫໍວາງສະແດງ ຫວຽດນາມ ໃນງານວາງສະແດງສິລະປະ ລາ ບຽນນາເລ ດີ ເວນິດ (La Biennale di Venezia) ຄັ້ງທີ 61, ທີ່ ເວນິດ (Venice), ອີຕາລີ (Italy) ຈະຈັດຂຶ້ນແຕ່ເດືອນພຶດສະພາ ຫາ ເດືອນພະຈິກ 2026.

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ເດີນທາງໄປຮອດ ໂຣມ, ເລີ່ມຕົ້ນການຢ້ຽມຢາມ ສ.ອີຕາລີ ຢ່າງເປັນທາງການ
ທ່ານນາງຮອງປະທານປະເທດຫວຽດນາມ ພົບປະສົນທະນາກັບປະທານ ສະພາຕ່ຳ ອີຕາລີ
ຫວຽດນາມ ເຂົ້າຮ່ວມງານວາງສະແດງສິລະປະຢູ່ ອີຕາລີ ເປັນຄັ້ງທຳອິດ

ຜົນງານຈຳນວນໜຶ່ງຂອງຮູບແຕ້ມຂັດສີ (Sơn mài) ຈະໄດ້ຮັບການຈັດສະແດງໃນງານວາງສະແດງ: "ຫວຽດນາມ: ສິລະປະໃນກະແສຟອງລະດັບໂລກ”. (ຮູບພາບ: ຄະນະຈັດງານ)

ໃນຂອບເຂດຂອງງານວາງສະແດງສິລະປະສາກົນຄັ້ງທີ 61 - La Biennale di Venezia, ຫວຽດນາມ (VietNam) ເຂົ້າຮ່ວມຢ່າງເປັນທາງການເປັນຄັ້ງທຳອິດ ດ້ວຍຫໍວາງສະແດງລະດັບຊາດພາຍໃຕ້ຊື່ວ່າ "ຫວຽດນາມ: ສິລະປະໃນກະແສຟອງລະດັບໂລກ". ເຫດການດັ່ງກ່າວຈະຈັດຂຶ້ນແຕ່ເດືອນພຶດສະພາ ຫາ ເດືອນພະຈິກ 2026 ທີ່ ເວນິດ (Venice), ອີຕາລີ (Italy), ເຊິ່ງເປັນການສ້າງຂີດໝາຍທີ່ສຳຄັນ, ຢັ້ງຢືນເຖິງການມີໜ້າຂອງສິລະປະ ຫວຽດນາມ ໃນໜຶ່ງໃນເວທີປາໄສສິລະປະຮ່ວມສະໄໝທີ່ມີຊື່ສຽງ ແລະ ມີອິດທິພົນແຖວໜ້າຂອງໂລກ.

ຫໍວາງສະແດງດັ່ງກ່າວແມ່ນຈັດຂຶ້ນໂດຍ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ໂດຍລວມເອົາສິລະປິນ ຫວຽດນາມ 10 ທ່ານ ທີ່ຮ່ວມກັນນຳໃຊ້ຂັດສີ (Sơn mài) ເປັນວັດສະດຸໃຈກາງ. ສິລະປິນແຕ່ລະທ່ານໄດ້ເຂົ້າຫາການເຮັດຍາງຮັກຈາກມຸມມອງທີ່ແຕກຕ່າງກັນ - ນັບແຕ່ຈິດຕະກຳ ຈົນເຖິງສິລະປະການຈັດວາງ, ນັບແຕ່ເຕັກນິກແບບດັ້ງເດີມ ຈົນເຖິງການທົດລອງຂະຫຍາຍດ້ານພື້ນທີ່ ແລະ ໂຄງສ້າງ. ດ້ວຍເອກະລັກຂອງການສ້າງຮູບຊົງຜ່ານວັດສະດຸຫຼາຍຊັ້ນ ພ້ອມກັບໂທນສີທີ່ມີຄວາມເລິກເຊິ່ງ, ບັນດາຜົນງານໄດ້ເປີດປະສົບການທາງສາຍຕາແບບຫຼາຍມິຕິ, ເຊິ່ງເປັນບ່ອນທີ່ຮູບພາບ, ແສງສະຫວ່າງ ແລະ ວັດສະດຸມີການພົວພັນກັນຢ່າງແໜ້ນແຟ້ນ.

ໃນບໍລິບົດດັ່ງກ່າວ, ຍາງຮັກບໍ່ພຽງແຕ່ຖືກເບິ່ງວ່າເປັນເຕັກນິກຫັດຖະກຳແບບດັ້ງເດີມເທົັ້ນັ້ນ, ແຕ່ຫາກຍັງເປັນພາສາສິລະປະທີ່ມີຄວາມເລິກເຊິ່ງທາງດ້ານວັດທະນະທຳ, ພ້ອມທັງມີຄວາມຄ່ອງຕົວໃນການປັບຕົວເຂົ້າກັບບັນຫາຮ່ວມສະໄໝ. ນີ້ແມ່ນການປະຕິບັດທີ່ມີຊີວິດຊີວາ, ສະທ້ອນໃຫ້ເຫັນເຖິງຈັງຫວະການໝູນວຽນຂອງຊີວິດ ແລະ ຂະບວນການອອກແຮງງານສ້າງສັນສິລະປະຢ່າງບໍ່ຢຸດຢັ້ງຂອງສິລະປິນ.

ພື້ນທີ່ວາງສະແດງໄດ້ມີການສົນທະນາກັບຫົວຂໍ້ລວມຂອງ ບຽນນາເລ (Biennale) ໃນປີນີ້ຄື: "In Minor Keys" - ເຊິ່ງເຮັດໃຫ້ຫວນຄິດເຖິງ "ຄີລົບ (Minor Keys)" ໃນດົນຕີ, ບັນດາຊັ້ນສຽງທີ່ງຽບສະຫງົບຄືກັບສຽງສະທ້ອນຈາກຄວາມເລິກເຊິ່ງພາຍໃນຈິດໃຈ. ຈິດວິນຍານນີ້ແມ່ນສອດຄ່ອງກັບການເຮັດຍາງຮັກ: ເຊິ່ງແມ່ນຂະບວນການທີ່ເຮັດຊ້ຳໄປຊ້ຳມາລະຫວ່າງການພອກ ແລະ ການຂັດໄນ, ບ່ອນທີ່ຄວາມອົດທົນ ແລະ ຄວາມລະອຽດອ່ອນໄດ້ສະສົມກາຍເປັນຄວາມເລິກເຊິ່ງ ແລະ ມີພະລັງແຜ່ກະຈາຍຢ່າງຍາວນານ.

ສິລະປິນທີ່ເຂົ້າຮ່ວມໃນງານວາງສະແດງລວມມີ: ເລຫງວຽນຈິ້ນ (LeNguyenChinh); ບຸຍຫືວຮຸ່ງ (BuiHuuHung); ດ່ວານທິທູເຮືອງ (DoanThiThuHuong); ກົງກິມຮວາ (CongKimHoa); ເລຫືວຫຽວ (LeHuuHieu); ຫງວຽນເຈືອງລິງ (NguyenTruongLinh); ເລຮວ່າງຫງວຽນ (LeHoangNguyen); ອວັນຟີຟີ (OanhPhiPhi); ຈ້ຽວຄັກຕຽນ (TrieuKhacTien); ຈິ້ງຕວນ (TrinhTuan).

ຜູ້ຕາງໜ້າກົມວິຈິດສິນ, ການຖ່າຍຮູບ ແລະ ວາງສະແດງ ໃຫ້ຮູ້ວ່າ, ການມີໜ້າຢູ່ໃນ ບຽນນາເລ ເປັນຄັ້ງທຳອິດນີ້, ງານວາງສະແດງ “ຫວຽດນາມ: ສິລະປະໃນກະແສຟອງລະດັບໂລກ” ບໍ່ໄດ້ມີຈຸດປະສົງເພື່ອຢັ້ງຢືນທີ່ຕັ້ງດ້ວຍຂະໜາດ ຫຼື ຄຳຖະແຫຼງການ, ແຕ່ຫາກແມ່ນການເປີດພື້ນທີ່ສິລະປະທີ່ເຕັມໄປດ້ວຍການສົນທະນາ - ເຊິ່ງເປັນການເຊື້ອເຊີນໃຫ້ຮ່ວມກັນຮັບຟັງສຽງທີ່ລະອຽດອ່ອນ, ຮ່ວມກັນຊົມໃຊ້ໃນຄວາມສະຫງົບ ແລະ ຄຶດຕຶກຕອງກ່ຽວກັບຄວາມສາມາດໃນການບຳລຸງລ້ຽງພະລັງງານນະວັດຕະກຳທີ່ຍືນຍົງ ໃນໂລກແຫ່ງສິລະປະທີ່ມີຫຼາຍມິຕິ ແລະ ເຄື່ອນໄຫວຢ່າງບໍ່ຢຸດຢັ້ງ.

ອີຕາລີ ປະດັບຫຼຽນໄຊກຽດຕິຄຸນຊັ້ນອັດສະວິນໃຫ້ ທ່ານ ປອ ນາງ ຫງວຽນເຟືອງຮວ່າ ອີຕາລີ ປະດັບຫຼຽນໄຊກຽດຕິຄຸນຊັ້ນອັດສະວິນໃຫ້ ທ່ານ ປອ ນາງ ຫງວຽນເຟືອງຮວ່າ

ຍສໝ - ຕອນ​ຄ່ຳ​ວັນ​ທີ 6 ມັງກອນ ປີ 2025, ຢູ່​ທີ່​ເຮືອນ ​ອີ​ຕາ​ລີ (Casa Italia), ຮ່າ​ໂນ້ຍ, ສະຖານທູດ​ ອີ​ຕາ​ລີ ​ໄດ້​ຈັດ​ພິທີ​ປະດັບ​ຫຼຽນ​ໄຊກຽດຕິຄຸນ​ອັນ​ສະຫງ່າ​ລາສີ​ຂອງ​ສາທາລະນະ​ລັດ ອີ​ຕາ​ລີ - ຊັ້ນອັດສະວິນ ໃຫ້​ທ່ານ ປອ ນາງ ຫງວຽນເຟືອງຮວ່າ, ຫົວໜ້າກົມຮ່ວມມືສາກົນ - ກະຊວງວັດທະນະທໍາ, ...

ການທ່ອງທ່ຽວ ຫວຽດນາມ ແມ່ນ “ດວງດາວທີ່ກຳລັງພົ້ນເດັ່ນຂຶ້ນ” ຢູ່ ອີຕາລີ ການທ່ອງທ່ຽວ ຫວຽດນາມ ແມ່ນ “ດວງດາວທີ່ກຳລັງພົ້ນເດັ່ນຂຶ້ນ” ຢູ່ ອີຕາລີ

ຍສໝ - ນັ້ນ​ແມ່ນ​ຄຳ​ເຫັນ​ຂອງ​ທ່ານ​ນາງ Alessandra Priante, ຜູ້​ອຳ​ນວຍ​ການ​ອົງ​ການ​ທ່ອງ​ທ່ຽວ​ແຫ່ງ​ຊາດ ອີ​ຕາ​ລີ (ENIT) ທີ່​ລາຍການ​ແນະ​ນຳການ​ທ່ອງ​ທ່ຽວ​ ຫວຽດ​ນາມ ໂດຍ​ກົມການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຫວຽດ​ນາມ ສົມທົບ​ກັບ​ສະ​ຖານ​ທູດ ​ຫວຽດ​ນາມ ປະ​ຈຳ ອີ​ຕາ​ລີ, ຈັດຂຶ້ນໃນວັນ​ທີ 27 ມີຖຸນາ, ຢູ່​ນະ​ຄອນ Milan (ອິຕາລີ).

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ