ຄະນະກຳມະການ ປະຈຳລັດຖະບານຫວຽດນາມ ໄດ້ຈັດກອງປະຊຸມເພື່ອດຶງດູດການລົງທຶນຈາກຕ່າງປະເທດ

16:42 | 26/05/2020

ຍສໝ - ເມື່ອບໍ່ດົນມານີ້ , ຢູ່ສຳນັກງານລັດຖະບານ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ໄດ້ເປັນປະທານກອງປະຊຸມປະຈຳ ລັດຖະບານຫວຽດນາມ ກ່ຽວກັບສະພາບການ, ຄວາມແງ່ຫວັງ ແລະ ວິທີການດຶງດູດການລົງທຶນຕ່າງປະເທດ ເພື່ອຕອບສະໜອງຕໍ່ບັນດາສິ່ງທ້າທາຍທົ່ວໂລກ ຍ້ອນພະຍາດ COVID​-19.

ຄະນະກຳມະການ ປະຈຳລ ດຖະບານຫວຽດນາມ ໄດ ຈ ດກອງປະຊ ມເພ ອດ ງດ ດການລ ງທ ນຈາກຕ າງປະເທດ ຫວຽດນາມ ສືບຕໍ່ແມ່ນປະເທດດຶງດູດການລົງທຶນຈາກຕ່າງປະເທດ
ຄະນະກຳມະການ ປະຈຳລ ດຖະບານຫວຽດນາມ ໄດ ຈ ດກອງປະຊ ມເພ ອດ ງດ ດການລ ງທ ນຈາກຕ າງປະເທດ ອາຊຽນ ດຶງດູດການລົງທຶນຈາກຕ່າງປະເທດ

ເຂົ້າຮ່ວມກອງປະຊຸມ ມີການນຳຂອງບັນດາກະຊວງ, ແຂວງ, ນະຄອນ, ບັນດາທ້ອງຖິ່ນທີ່ດຶງດູດການລົງທຶນຈາກຕ່າງປະເທດ FDI ແລະ ບັນດາຜູ້ຊ່ຽວຊານດ້ານເສດຖະກິດ.

ທີ່ກອງປະຊຸມ, ບັນດາຜູ້ຊ່ຽວຊານ ໃຫ້ຮູ້ວ່າ ມີຫຼາຍນັກລົງທືນໄດ້ສະແດງຄວາມເຊື່ອໝັ້ນວ່າ ຫວຽດນາມ ມີຂໍ້ສະດວກຫລາຍຢ່າງ ໃນການດຶງດູດການລົງທຶນຈາກຕ່າງປະເທດ. ອີງຕາມບັນດາຜູ້ຊ່ຽວຊານດ້ານເສດຖະກິດ, ບັນດານັກລົງທຶນຈະ ມີການລົງທຶນເຂົ້າໃນ 4 ຂົງເຂດຄື: ເຕັກໂນໂລຢີສື່ສານ ແລະ ເຕັກໂນໂລຢີສູງ, ອຸປະກອນເອເລັກໂຕຣນິກ, ການຄ້າທາງເອເລັກໂທຣນິກ ແລະ ການຂົນສົ່ງ, ສິນຄ້າບໍລິໂພກ ແລະ ຂາຍຍ່ອຍ. ບັນດານັກລົງທືນຕ້ອງການໃຫ້ນະໂຍບາຍມີຄວາມສະເໝີຕົ້ນສະເໝີປາຍ, ໝັ້ນຄົງ, ແລະ ຜູ້ນຳທຸກຂັ້ນ ໄດ້ປະຕິບັດຕາມຄຳໝັ້ນສັນຍາ ແລະ ຕັດສິນໃຈຢ່າງໄວວາ.

ຄະນະກຳມະການ ປະຈຳລ ດຖະບານຫວຽດນາມ ໄດ ຈ ດກອງປະຊ ມເພ ອດ ງດ ດການລ ງທ ນຈາກຕ າງປະເທດ
ທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ. (ພາບ: TTXVN)

ສະຫຼຸບການປະຊຸມ, ທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ໄດ້ແຈ້ງວ່າ ຫວຽດນາມຕ້ອງລົງທຶນພັດທະນາທັງຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອພັດທະນາຢ່າງເຂັ້ມແຂງ. ປະເທດຫວຽດນາມ ໄດ້ປະສົບຜົນສຳເລັດໃນການສະກັດກັ້ນ ກັບການລະບາດຂອງ COVID-19 ໃນຕອນເບື້ອງຕົ້ນ, ແຕ່ຕ້ອງສຸມແນວຄິດໃສ່ການພັດທະນາປະເທດ ເພື່ອເຮັດສຳເລັດເປົ້າໝາຍເປັນຄູ່.

ສະນັ້ນ, ກອງປະຊຸມປະຈຳລັດຖະບານຄັ້ງນີ້ ໄດ້ສຸມໃສ່ມາດຕະການແທດກັບຕົວຈິງ ແລະ ລະອຽດ ເພື່ອຍາດແຍ່ງຜົນປະໂຫຍດ ຈາກການລົງທືນເຂົ້າ ຫວຽດນາມ, ໂດຍສະເພາະແມ່ນບັນດາບໍລິສັດໃຫຍ່ມາຈາກຫຼາຍປະເທດ ທີ່ມີເຕັກໂນໂລຢີສູງ ແລະ ນຳໜ້າຕ່ອງໂສ້ການສະໜອງ.

ທ່ານນາຍົກລັດຖະມົນຕີ ໄດ້ຕົກລົງສ້າງຕັ້ງຄະນະປະຕິບັດງານພິເສດ ເພື່ອເບິ່ງແຍງບັນຫານີ້, ດ້ວຍການຮັບຜິດຊອບຂອງລັດຖະມົນຕີກະຊວງແຜນການ ແລະ ການລົງທືນ.

ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໜັກວ່າ ການດຶງດູດການລົງທຶນຈາກຕ່າງປະເທດ ທີ່ມີເຕັກໂນໂລຢີສູງ ແລະ ມີມູນຄ່າເພີ່ມທີ່ຍິ່ງໃຫຍ່ ແມ່ນທິດທາງທີ່ຈຳເປັນ, ແຕ່ນອກຈາກນັ້ນ ຄວນສືບຕໍ່ສ້າງເງື່ອນໄຂໃຫ້ທຸກພາກສ່ວນເສດຖະກິດ, ໂດຍສະເພາະ ແມ່ນພາກເອກະຊົນເຂົ້າມາລົງທຶນ.

ຄະນະກຳມະການ ປະຈຳລ ດຖະບານຫວຽດນາມ ໄດ ຈ ດກອງປະຊ ມເພ ອດ ງດ ດການລ ງທ ນຈາກຕ າງປະເທດ ຫວຽດນາມ ມີຄວາມປະເອີບໃຈກ່ຽວກັບແງ່ຫວັງດ້ານເສດຖະກິດ

ຍສໝ - ຫວຽດນາມຈະສືບຕໍ່ແມ່ນພື້ນຖານເສດຖະກິດເຕີບໂຕໄວທີ່ສຸດໃນອາຊີຕາເວັນອອກສ່ຽງໃຕ້.

ຄະນະກຳມະການ ປະຈຳລ ດຖະບານຫວຽດນາມ ໄດ ຈ ດກອງປະຊ ມເພ ອດ ງດ ດການລ ງທ ນຈາກຕ າງປະເທດ ວາລະສານ Forbes: ເປັນຫຍັງບັນດານັກລົງທືນສາກົນຄວນລົງທືນເຂົ້າໃນຫວຽດນາມ ພາຍຫຼັງ Covid-19?

ຍສໝ - ບັນດານັກລົງທືນສາກົນ ຄວນມາລົງທືນຢູ່ປະເທດຫວຽດນາມ ຍ້ອນວ່າ ໃນປະຈຸບັນ, ມີຫລາຍໆປະເທດ ກຳລັງປະສົບກັບຄວາມຫຍຸ້ງຍາກໃນການຮັບມືກັບໂລກລະບາດ Covid-19 ແລະ ຄວາມສ່ຽງຂອງການເສດຖະກິດຖົດຖອຍ ກຳລັງປົກຄຸມທົ່ວໂລກ.

ຄະນະກຳມະການ ປະຈຳລ ດຖະບານຫວຽດນາມ ໄດ ຈ ດກອງປະຊ ມເພ ອດ ງດ ດການລ ງທ ນຈາກຕ າງປະເທດ ອາຊຽນ ຮັບມືກັບພະຍາດ COVID-19 ຢ່າງມີປະສິດທິຜົນ

ຍສໝ - ເມື່ອບໍ່ດົນມານີ້, ບັນດານັກວິຊາການແຖວໜ້າຂອງ ສິງກະໂປ ໄດ້ຕີລາຄາວ່າ ປະເທດຫວຽດນາມ ໄດ້ຮັບມືກັບການພະຍາດ COVID-19 ຢ່າງມີປະສິດທິຜົນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.