ລາວ-ສປຊ ກຽມປະເມີນ ສປປ ລາວ ຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາໃນ ປີ 2021

16:30 | 09/09/2020

ໃນຕອນຄ່ຳຂອງວັນທີ 08 ກັນຍາ 2020, ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ພ້ອມຄະນະ ໄດ້ຈັດກອງປະຊຸມທາງໄກຮ່ວມກັບ ຫ້ອງການຜູ້ຕາງໜ້າຂັ້ນສູງຂອງອົງການ ສະຫະປະຊາຊາດ ທີ່ຮັບຜິດຊອບກຸ່ມບັນດາປະເທດດ້ອຍພັດທະນາ ທີ່ ນິວຢອກ, ສ.ອາເມລິກາ ເພື່ອກຽມຄວາມພ້ອມໃຫ້ແກ່ການປະເມີນ ສປປ ລາວ ໃນການຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2021. ໂດຍກຸ່ມບັນດາປະເທດດ້ອຍພັດທະນາ ໄດ້ຖືກກໍານົດຂຶ້ນໂດຍອົງການ ສປຊ ໃນປີ 1971 ປັດຈຸບັນມີທັງໝົດ 47 ປະເທດລວມທັງ ສປປ ລາວ.

ລາວ ສປຊ ກຽມປະເມ ນ ສປປ ລາວ ຫລ ດພ ນອອກຈາກສະຖານະພາບດ ອຍພ ດທະນາໃນ ປ 2021 ສປປ ລາວ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມໃໝ່
ລາວ ສປຊ ກຽມປະເມ ນ ສປປ ລາວ ຫລ ດພ ນອອກຈາກສະຖານະພາບດ ອຍພ ດທະນາໃນ ປ 2021 ກົມພົວພັນຕ່າງປະເທດ ສປປ.ລາວ ອວຍພອນ ທີ່ປຶກສາທູດຝ່າຍປ້ອງກັນຊາດ ສສ.ຫວຽດນາມ
ລາວ ສປຊ ກຽມປະເມ ນ ສປປ ລາວ ຫລ ດພ ນອອກຈາກສະຖານະພາບດ ອຍພ ດທະນາໃນ ປ 2021
ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ (ພາບ: Kpl)

ສຳລັບການປະເມີນຂອງອົງການ ສປຊ ໃນປີ 2018, ເປັນເທື່ອທໍາອິດທີ່ ສປປ ລາວ ສາ ມາດບັນລຸ 2 ໃນ 3 ມາດຕາເກນຂອງ ສປຊ ໃນການຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ, ຊຶ່ງໃນຄັ້ງນັ້ນ ອົງການ ສປຊ ໄດ້ປະເມີນດັດສະນີລາຍໄດ້ແຫ່ງຊາດສະເລ່ຍຕໍ່ຫົວຄົນ (GNI) ຂອງ ສປປ ລາວ ສາມາດບັນລຸໄດ້ 1.996 ໂດລາ/ຄົນ (ມາດຕາເກນຕໍ່າສຸດ 1.230 ໂດລາ/ຄົນ); ດັດຊະນີຊັບສິນມະນຸດ (HAI) ຢູ່ໃນລະດັບ 77.2 ຄະແນນ (ມາດຕາເກນຕໍ່າສຸດ 66). ມີພຽງດັດຊະນີຄວາມບອບບາງທາງດ້ານເສດຖະກິດ (EVI) ທີ່ຍັງບໍ່ທັນບັນ ລຸ, ສປປ ລາວ ຢູ່ໃນລະດັບ 33.7, ຊຶ່ງມາດຕາເກນ ສປຊ ຕ້ອງຢູ່ໃນລະດັບ 32 ຫລື ຕໍ່າກວ່າ. ເຖິງຢ່າງໃດກໍ່ຕາມໃນການປະເມີນຮອບວຽນທີ 2 ຂອງອົງການ ສປຊ ໃນປີ 2021, ຖ້າຫາກ ສປປ ລາວ ຍັງສາມາດບັນລຸໄດ້ 2 ໃນ 3 ມາດຕາເກນດັ່ງກ່າວ ຫລື ບັນລຸເງື່ອນໄຂທັງໝົດ, ສປປ ລາວ ກໍ່ຈະຖືກສະເໜີໃຫ້ອອກຈາກບັນຊີປະເທດດ້ອຍພັດທະນາໄດ້ພາຍໃນປີ 2024.

ໂດຍສືບຕໍ່ການປະເມີນຂອງອົງການ ສປຊ ຄັ້ງຜ່ານມາ ແລະ ເພື່ອກະກຽມຄວາມພ້ອມໃຫ້ແກ່ການປະເມີນໃນຮອບທີ 2 ເຊິງຈະມີຂຶ້ນໃນຕົ້ນປີ 2021, ກອງປະຊຸມຄັ້ງນີ້ ຈຶ່ງເປັນໂອກາດສຳຄັນເພື່ອປຶກສາຫາລືກ່ຽວກັບການກະກຽມຄວາມພ້ອມ ແລະ ຊອກຮູ້ສິ່ງທ້າທາຍໃນກໍລະນີທີ່ ສປປ ລາວ ສາມາດບັນລຸເງື່ອນໄຂຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ແລະ ເພື່ອກຳນົດທິດທາງ, ສ້າງແຜນການຮ່ວມມືກັບອົງການ ສປຊ ໂດຍສະເພາະແມ່ນການສ້າງຍຸດທະສາດໄລຍະຂ້າມຜ່ານ ແລະ ພາຍຫລັງຫລຸດພົ້ນອອກຈາກສະຖານະພາບດັ່ງກ່າວ, ຊຶ່ງຍຸດທະສາດດັ່ງກ່າວແມ່ນເພື່ອຮັບໃຊ້ໃນການລະດົມຂົນຂວາຍການຊ່ວຍເຫລືອ ຈາກຄູ່ຮ່ວມພັດທະນາທັງໃນພາກພື້ນ ແລະ ສາກົນ ເພື່ອສືບຕໍ່ໃຫ້ການຮ່ວມມືຊ່ວຍເຫລືອ ສປປ ລາວ ແນ່ໃສ່ຮັບປະກັນໃຫ້ ສປປ ລາວ ສາມາດຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໄດ້ຢ່າງໂລ່ງລ່ຽນ ແລະ ຍືນຍົງ, ສອດຄ່ອງກັບບັນດາບຸລິ ມະສິດການພັດທະນາແຫ່ງຊາດ, ສາມາດບັນລຸເປົ້າໝາຍການພັດທະນາແບບຍືນຍົງ ຂອງອົງການ ສປຊ ຕາມທິດຍືນຍົງ ແລະ ສີຂຽວ.

ໃນກອງປະຊຸມດັ່ງກ່າວ, ທ່ານ ທອງຜ່ານ ສະຫວັນເພັດ ໄດ້ກ່າວເນັ້ນໜັກເຖິງຄວາມໝາຍໝັ້ນຂອງພັກ ແລະ ລັດຖະບານເຮົາໃນການນຳເອົາ ສປປ ລາວ ອອກຈາກສະຖານະພາບດ້ອຍພັດ ທະນາ ໂດຍໄດ້ກຳນົດແນວທາງ ແລະ ນະໂຍບາຍຢ່າງຈະແຈ້ງ, ຊຶ່ງໄດ້ຜັນຂະຫຍາຍເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII (2016-2020), ຕະຫລອດໄລຍະການ ຈັດຕັ້ງແຜນດັ່ງກ່າວ ສາມາດຍາດໄດ້ຜົນສຳເລັດຫລາຍດ້ານ ເປັນຕົ້ນການເຕີບໂຕທາງດ້ານເສດຖະກິດລາວຢູ່ໃນລະດັບ 6-7% ຕໍ່ປີ ແລະ ອັດຕາຄວາມທຸກຍາກຂອງປະຊາຊົນ ໄດ້ຫລຸດລົງຈາກ 46% ໃນປີ 1992 ມາຢູ່ໃນລະດັບ 18% ໃນປັດຈຸບັນ. ຄຽງຄູ່ກັບຜົນສໍາເລັດດັ່ງກ່າວ, ກໍຍັງມີຫລາຍບັນຫາ ແລະ ສິ່ງທ້າທາຍສໍາລັບ ສປປ ລາວ ໂດຍສະເພາະຜົນກະທົບຈາກການລະບາດຂອງເຊື້ອພະຍາດ ໂຄວິດ-19 ຊຶ່ງໄດ້ສ້າງຜົນກະທົບອັນໜັກໜ່ວງ ໃນການພັດທະນາເສດຖະກິດ-ສັງຄົມຂອງລາວເຮົາໃນປັດຈຸບັນ ເຮັດໃຫ້ອັດຕາການຂະຫຍາຍຕົວຂອງເສດຖະກິດໄດ້ຫົດຕົວລົງ ຖ້າທຽບໃສ່ແຜນການ.

ກອງປະຊຸມໃນຄັ້ງນີ້, ໄດ້ດໍາເນີນໄປດ້ວຍຜົນສໍາເລັດອັນຈົບງາມ ແລະ ໄດ້ຕາມຈຸດປະສົງລະ ດັບຄາດໝາຍ ໂດຍສາມາດກຳນົດທິດທາງພື້ນຖານການຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການ ສປຊ ໃນຕໍ່ໍ່ໜ້າໃນການຮັບມື ແລະ ຜ່ານຜ່າກັບສິ່ງທ້າທາຍຕ່າງໆໃນໄລຍະຂ້າມຜ່ານ ແລະ ພາຍ ຫລັງຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ.

ລາວ ສປຊ ກຽມປະເມ ນ ສປປ ລາວ ຫລ ດພ ນອອກຈາກສະຖານະພາບດ ອຍພ ດທະນາໃນ ປ 2021 ຫວຽດນາມ, ລາວຊຸກຍູ້ການຮ່ວມມືໃນການປ້ອງກັນຊາດຢ່າງມີປະສິດທິຜົນ

ຍ​ສ​ໝ - ໃນໄລຍະຈະມາເຖິງ, ສອງຝ່າຍຈະເຫັນດີເປັນເອກະພາບກຳ​ນົດທິດຫຼາຍບັນຫາສຳຄັນໃນການຮ່ວມມືດ້ານປ້ອງກັນຊາດ, ພິເສດແມ່ນເອົາໃຈໃສ່ເປັນພິເສດເຖິງການປະສານສົມທົບໃນການກວດກາ, ຊີ້ນຳໃຫ້ກະຊວງປ້ອງກັນປະເທດຂອງສອງປະເທດປະຕິບັດຂໍ້ຕົກລົງການຮ່ວມມືລະຫວ່າງການນຳຂັ້ນສູງຂອງສອງພັກແລະສອງປະເທດແລະແຜນການຮ່ວມມືປີ 2020 ລະຫວ່າງສອງກະຊວງປ້ອງກັນປະເທດໃຫ້​ເປັນຢ່າງດີ.

ລາວ ສປຊ ກຽມປະເມ ນ ສປປ ລາວ ຫລ ດພ ນອອກຈາກສະຖານະພາບດ ອຍພ ດທະນາໃນ ປ 2021 ລາວ: ບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ

ປັດຈຸບັນທົ່ວປະເທດ ລາວ ສູນຈໍາກັດບໍລິເວນທີ່ຍັງເປີດຢູ່ ມີທັງໝົດ 40 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2.758 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.

ລາວ ສປຊ ກຽມປະເມ ນ ສປປ ລາວ ຫລ ດພ ນອອກຈາກສະຖານະພາບດ ອຍພ ດທະນາໃນ ປ 2021 ສປປ ລາວ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມໃໝ່

ໃນວັນທີ 7 ກັນຍາ 2020 ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ຖະແຫລງ ກ່ຽວກັບສະພາບການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ COVID-19 ວ່າ: ມາຮອດ 5 ໂມງແລງ ຂອງວັນທີ 6 ກັນຍາ 2020, ທົ່ວປະເທດມີຜູ້ເດີນທາງ ເຂົ້າມາທັງໝົດ 1.809 ຄົນ.

kpl.gov.la

ເຫດການ
302 Found

Found

The document has moved here.