ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII
ເຖິງວ່າລັດຖະບານ ສປປ ລາວ ຈະໄດ້ເຂົ້າຮ່ວມໃນຫລາຍ ຂອບການຮ່ວມມື ກໍຄື ການຂົນສົ່ງໃນດ້ານຕ່າງໆ ແຕ່ການປະຕິບັດຕົວຈິງ ກ່ຽວກັບວຽກງານການລົດໄຟ ຍັງມີຂອບຈຳກັດ ເຊິ່ງໃນໄລຍະຜ່ານມາ ສປປ ລາວ ກໍມີການກໍ່ສ້າງເສັ້ນທາງລົດໄຟ ລະບົບລາງໜຶ່ງແມັດ ຄວາມຍາວ 3,5 ກິໂລແມັດ ແລະ ໄດ້ເລີ່ມໃຫ້ບໍລິການຂົນສົ່ງຜູ້ໂດຍສານ ແຕ່ສະຖານີທ່ານາແລ້ງ ສປປ ລາວ ຫາ ສະຖານີ ໜອງຄາຍ ຣາຊະອານາຈັກໄທ ແຕ່ປີ 2008 ເປັນຕົ້ນມາ. ຜ່ານການປະຕິບັດຕົວຈິງ ໄດ້ພົບຄວາມຫຍຸ້ງຍາກຫລາຍດ້ານ ຍ້ອນບໍ່ທັນມີກົດໝາຍ ວ່າດ້ວຍການລົດໄຟ. ຢ່າງໃດກໍຕາມ ການປະຕິບັດໂຄງ ການກໍ່ສ້າງເສັ້ນທາງລົດໄຟ ຄວາມໄວສູງ ລາວ-ຈີນ ແຕ່ນະຄອນຫລວງວຽງຈັນ-ບໍ່ເຕັນ ແລະ ໂຄງ ການກໍ່ສ້າງທາງລົດໄຟ ລາວ-ໄທ ໄລຍະສອງ ແຕ່ບ້ານຄຳສະຫວາດ ຫາ ສະຖານີທ່ານາແລ້ງ ໄດ້ພົບຄວາມຫຍຸ້ງຍາກ ໃນການກຳນົດເຂດ ສະຫງວນທາງລົດໄຟ, ການຍົກຍ້າຍ, ການຈັດສັນທີ່ຢູ່ອາໄສໃຫ້ປະຊາຊົນ ແລະ ອື່ນໆ. ນອກນີ້, ການຮັບຮູ້ ແລະ ເຂົ້າໃຈຂອງປະຊົນ, ອົງການປົກຄອງທ້ອງຖິ່ນ ແລະ ຂະແໜງການຕ່າງໆ ຍັງບໍ່ທັນເລິກເຊິ່ງ ຕໍ່ການພັດທະນາ ເສັ້ນທາງລົດໄຟ ຢູ່ລາວ ເຊິ່ງເຮັດໃຫ້ ການປະຕິບັດພັນທະຂອງ ສປປ ລາວ ໃນການຄຸ້ມຄອງ ການຂົນສົ່ງທາງລົດໄຟ ບໍ່ທັນສອດຄ່ອງ.
ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ.
ເຊິ່ງໃນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII ໃນຕອນເຊົ້າຂອງວັນທີ 17 ທັນວາ 2018, ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີຮ່າງກົດໝາຍ ວ່າດ້ວຍການລົດໄຟ ສ້າງໃໝ່, ໂດຍໄດ້ຍົກໃຫ້ເຫັນຄວາມ ໝາຍຄວາມສຳຄັນ, ບັນດາເນື້ອໃນ, ໂຄງຮ່າງພື້ນຖານ, ລວມທັງຈຸດປະສົງຄາດໝາຍ ແລະ ຜົນປະໂຫຍດທີ່ຈະໄດ້ຮັບ. ພ້ອມນີ້, ບັນດາສະມາຊິກສະພາແຫ່ງຊາດ ສສຊ ໄດ້ສຸມໃສ່ປະກອບຄຳຄິດຄຳເຫັນໃນແຕ່ລະໝວດ ແລະ ມາດຕາ ຢ່າງເລິກເຊິ່ງກວ້າງຂວາງ ເພື່ອເຮັດໃຫ້ມີເນື້ອໃນ ສົມບູນຄົບຖ້ວນ ເຊິ່ງໃນຕອນແລງຂອງວັນດຽວກັນ ກອງປະຊຸມກໍໄດ້ຮັບ ຮອງຮ່າງກົດໝາຍສະບັບນີ້ ດ້ວຍຄວາມເປັນເອກະສັນ.
ທ່ານ ບຸນຈັນ ສິນທະວົງ ກ່າວວ່າ: ກົດໝາຍວ່າດ້ວຍການລົດໄຟ ເປັນກົດໝາຍສ້າງໃໝ່ ເຊິ່ງມີຈຸດປະສົງ ເພື່ອປະຕິບັດນະໂຍບາຍຂອງພັກ ແລະ ລັດຖະບານ ຈາກປະເທດ ທີ່ບໍ່ມີຊາຍແດນຕິດກັບທະເລ ໃຫ້ກາຍເປັນປະເທດເຊື່ອມຈອດ ກັບບັນດາປະເທດອ້ອມຂ້າງ ໃນພາກພື້ນ ແລະ ໃນໂລກ; ທັງເປັນພື້ນຖານບ່ອນອີງໃຫ້ ຂະແໜງໂຍທາທິການ ແລະ ຂົນສົ່ງ ໃນການສ້າງນິຕິກຳລຸ່ມກົດໝາຍ ເປັນຕົ້ນ ການກຳນົດທາງດ້ານມາດຕະຖານເຕັກນິກ, ລະບຽບການຄຸ້ມຄອງການກໍ່ສ້າງ, ການສ້ອມແປງທາງລົດໄຟ ແລະ ອື່ນໆ. ນອກນີ້, ຍັງເປັນການກຳນົດນະໂຍບາຍ, ສ້າງເງື່ອນໄຂສ້າງຄວາມເຊື່ອໝັ້ນ ໃຫ້ແກ່ການຊ່ວຍເຫລືອ ແລະ ການລົງທຶນພັດທະນາ ທາງລົດໄຟ ຢູ່ ສປປ ລາວ ໃຫ້ຂະຫຍາຍຕົວ.
ພ້ອມນັ້ນ, ເປັນການກຳນົດສິດໜ້າທີ່ ຄວາມຮັບຜິດຊອບ ແລະ ການແບ່ງຂັ້ນຄຸ້ມຄອງ ລະຫວ່າງສູນກາງກັບທ້ອງຖິ່ນ ໃຫ້ຈະແຈ້ງ ເນື່ອງຈາກ ສປປ ລາວ ມີນະໂຍບາຍໃຫ້ເປັນປະເທດ ເຊື່ອມຈອດກັບບັນດາປະເທດອ້ອມຂ້າງ ແລະ ມີແຜນຍຸດທະສາດພັດທະນາທາງລົດໄຟ ໃນຂອບເຂດທົ່ວປະເທດ ໃນສະເພາະໜ້າ ແລະ ຍາວນານ ເປັນຕົ້ນ ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ແຕ່ນະຄອນຫລວງວຽງຈັນ-ບໍ່ເຕັນ (ຊາຍແດນລາວ-ຈີນ); ໂຄງການກໍ່ສ້າງທາງລົດໄຟ ລາວ-ໄທ ໄລຍະ 2 ໂຄງການກໍ່ສ້າງທາງລົດໄຟ ແຕ່ນະຄອນຫລວງວຽງຈັນ-ມູຢາ (ຊາຍແດນລາວ-ຫວຽດນາມ) ແລະ ເສັ້ນທາງອື່ນໆ ເພື່ອອຳນວຍຄວາມສະດອກໃຫ້ແກ່ ການຂົນສົ່ງ ຜູ້ໂດຍສານ ແລະ ສິນຄ້າ ທັງເປັນຫລຸດຜ່ອນຕົ້ນທຶນການຂົນສົ່ງ.
ຮ່າງກົດໝາຍວ່າດ້ວຍການລົດໄຟ ປະກອບດ້ວຍ 14 ພາກ, 21 ໝວດ ແລະ 165 ມາດຕາ ເມື່ອກົດໝາຍສະບັບນີ້ຖືກຮັບຮອງ ແລະ ປະກາດໃຊ້ແລ້ວ, ນອກຈາກຈະປະກອບ ສ່ວນສຳຄັນເຂົ້າໃນການແຜນ ເສດຖະກິດ-ສັງຄົມ ຂອງລັດຖະບານ ໃນການເຊື່ອມໂຍງ ເຊື່ອມຈອດກັບສາກົນແລະ ພາກພື້ນແລ້ວ ຍັງຈະເຮັດການຂົນສົ່ງສິນຄ້າ ມີຄວາມສະດວກຂຶ້ນ ທັງມີຕົ້ນທຶນຫລຸດລົງ ແລະ ສາມາດແຂ່ງຂັນກັບສາກົນ ໄດ້ໃນລະດັບໃດໜຶ່ງທີ່ຈຳເປັນ. ສິ່ງສຳຄັນ ຈະສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ແກ່ການສົ່ງເສີມການຄ້າ ແລະ ການລົງທຶນ ໃສ່ໂຄງການພັດທະນາ ທາງລົດໄຟພາຍໃນປະເທດໃຫ້ຫລາຍຂຶ້ນ, ເປັນການສ້າງຖານລາຍຮັບໃໝ່ ແກ່ປະເທດຢ່າງໝັ້ນຄົງ ແລະ ສ້າງຄວາມໜ້າເຊື່ອໝັ້ນ ໃຫ້ນັກລົງທຶນພາຍໃນ ແລະຕ່າງປະເທດ.
(ຫັດທະບູນ)