ສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ຄົບຮອບ 90 ປີ ຢູ່ປະເທດລາວ

12:10 | 24/02/2020

ຍສໝ - ຕອນບ່າຍວັນທີ 22 ກຸມພາ, ອົງຄະນະພັກກອມມູນິດ ຫວຽດນາມ ຢູ່ ລາວ ໄດ້ຈັດພິທີສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ຢູ່ລາວ ທີ່ສະຖານທູດ ຫວຽດນາມ ປະຈຳ ລາວ. ເຂົ້າຮ່ວມມີ ທ່ານ ຫງວຽນປ໋າຫູ່ງ, ເລຂາຄະນະພັກ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ; ບັນດາຜູ້ຕາງໜ້າ 20 ໜ່ວຍພັກຢູ່ບັນດາແຂວງ, ນະຄອນຂອງລາວ ແລະ ສະມາຊິກພັກຫຼາຍຮ້ອຍຄົນຢູ່ນະຄອນຫຼວງວຽງຈັນ, ລາວ.

ກ່າວຄຳປາໄສໃນພິທີ, ທ່ານເລຂາຄະນະພັກ, ເອກອັກຄະລັດຖະທູດ ຫງວຽນປ໋າຫູ່ງ ກ່າວວ່າ ຄຽງຄູ່ກັບຄວາມເບີກບານມ່ວນຊື່ນ ແລະ ຄວາມພາກພູມໃຈໃນວັນຄົບຮອບ 90 ປີຂອງພັກກອມມູນິດຫວຽດນາມ, ບັນດາສະມາຊິກພັກ ຫວຽດນາມ ໃນລາວ ກໍ່ຄືພະນັກງານ, ລັດຖະກອນຂອງບັນດາອົງການຈັດຕັ້ງຫວຽດນາມ ຢູ່ລາວ ໄດ້ເຊື່ອໝັ້ນຢ່າງໝັ້ນຄົງຕໍ່ການນຳພາຂອງພັກ; ຢືນຢັນວ່າບັນດາສະມາຊິກພັກໃນລາວ ຍາມໃດກໍ່ດຳລົງຊີວິດ, ເຮັດວຽກ ແລະ ຮໍ່າຮຽນຕາມແນວຄິດ, ຄຸນສົມບັດສິນທຳ ແລະ ແບບແຜນຂອງປະທານໂຮ່ຈີມິນ, ແລະ ປະຕິບັດໜ້າທີ່ຂອງສະມາຊິກພັກຢູ່ຕ່າງປະເທດເປັນຢ່າງດີ.

ສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ຄົບຮອບ 90 ປີ  ຢູ່ປະເທດລາວ

ທ່ານ ຫງວຽນບາຮຸ່ງ ໄດ້ຕາງໜ້າໃຫ້ບັນດາສະມາຊິກພັກໃນລາວ ໄດ້ຮັບໃບຍ້ອງຍໍຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ. (ພາບ: nhandan.vn)

ທ່ານຫງວຽນບາຮຸ່ງ ໄດ້ຕາງໜ້າໃຫ້ບັນດາສະມາຊິກພັກໃນລາວ ໄດ້ຮັບໃບຍ້ອງຍໍຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສຳລັບຄຸນງາມຄວາມດີຂອງຄະນະພັກໃນບັນດາຜົນງານດີເດັ່ນໃນການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດສິນທຳ ແລະ ແບບແຜນຂອງປະທານໂຮ່ຈີມິນ ໄລຍະແຕ່ປີ 2016 - 2019, ປະກອບສ່ວນຕັ້ງໜ້າສ້າງສາສັງຄົມນິຍົມ ແລະ ປົກປັກຮັກສາປະເທດ; ແລະ ໃບຍ້ອງຍໍກຽດຕິຍົດຄະນະພັກທີ່ບໍລິສຸດ ແລະ ເຂັ້ມແຂງເປັນປົກກະຕິເປັນເວລາ 5 ປີຕິດຕໍ່ກັນ (2015-2019) ຂອງຄະນະພັກຕ່າງປະເທດ.

ທີ່ພິທີ, ບັນດາຜູ້ແທນໄດ້ຮັບຊົມການສະແດງຫຼາຍຢ່າງຂອງໜ່ວຍພັກສະຖານທູດ ຫວຽດນາມປະຈຳ ລາວ, ໜ່ວຍພັກຄະນະກຳມະການນັກສຶກສາ ຫວຽດນາມ ຢູ່ລາວ ແລະ ສະມາຊິກອື່ນໆ.

(ຄຳຮຸ່ງ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.