![]() |
| ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ແລະ ທ່ານເລຂາທິກາຍໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ (ພາບ: VNA) |
ໃນບົດຂຽນ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ຢັ້ງຢືນວ່າ ພັກ, ລັດ ຫວຽດນາມ ຍາມໃດກໍກຳນົດການພັດທະນາສາຍພົວພັນກັບ ຈີນ ແມ່ນແຜນນະໂຍບາຍສະເໝີຕົ້ນສະເໝີປາຍ, ແມ່ນຄຳຮຽກຮ້ອງຕ້ອງການພາວະວິໄສ, ແມ່ນການເລືອກເຟັ້ນຍຸດທະສາດ ແລະ ບຸລິມະສິດແຖວໜ້າໃນແນວທາງການຕ່າງປະເທດເປັນເອກະລາດ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຫັນເປັນຫຼາຍຮູບຫຼາຍແບບ. ພັກ, ລັດ ຈີນ ກໍກຳນົດວ່າ ຫວຽດນາມ ແມ່ນທິດທາງບຸລິດມະສິດໃນການທູດບ້ານໃກ້ເຮືອນຄຽງ ແລະ ມີທີ່ຕັ້ງສຳຄັນໃນແນວທາງການຕ່າງປະເທດສັງລວມຂອງ ຈີນ.
ເພື່ອໃຫ້ສາຍພົວພັນ ຫວຽດນາມ - ຈີນ ບັນລຸໄດ້ບັນດາຄວາມຮຽກຮ້ອງຕ້ອງການໃໝ່ຂອງຍຸກສະໄໝ ແລະ ຈາກບັນດາໜ້າທີ່ພັດທະນາໃໝ່ຂອງແຕ່ລະປະເທດ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສະເໜີໃຫ້ສອງຝ່າຍ ຕ້ອງສືບຕໍ່ປັບປຸງພື້ນຖານທາງດ້ານການເມືອງ; ຮັກສາການແລກປ່ຽນຄະນະຜູ້ແທນຂັ້ນສູງເປັນປະຈຳ, ເພີ່ມທະວີການແບ່ງປັນຍຸດທະສາດ, ເສີມຂະຫຍາຍບົດບາດຂອງບັນດາກົນໄກທີ່ມີຢູ່ແລ້ວໃຫ້ເປັນຢ່າງດີ, ຜັນຂະຫຍາຍການຮ່ວມມືໃນທຸກຊ່ອງທາງພັກ, ລັດຖະບານ, ສະພາແຫ່ງຊາດ, ແນວໂຮມປະເທດຊາດ, ກໍຄືລະຫວ່າງບັນດາຂະແໜງການ ແລະ ຂັ້ນຕ່າງໆ.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຊີ້ແຈ້ງວ່າ ຫວຽດນາມ ຍາມໃດກໍຖືການພັດທະນາອັນໝັ້ນທ່ຽງ, ມີຄຸນນະພາບສູງຂອງ ຈີນ ແມ່ນປັດໄຈສຳຄັນຕໍ່ສັນຕິພາບ, ການຮ່ວມມື ແລະ ການພັດທະນາຢູ່ພາກພື້ນ, ທັງແມ່ນໂອກາດໃຫ້ແກ່ບັນດາປະເທດບ້ານໃກ້ເຮືອນຄຽງ, ໃນນັ້ນ ມີ ຫວຽດນາມ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ເຊື່ອໝັ້ນວ່າ ການຢ້ຽມຢາມທາງລັດຖະກິດຢູ່ ຈີນ ຄັ້ງນີ້ ຈະເປີດເຂດພັດທະນາໃໝ່, ຍົກລະດັບການເຊື່ອມຕໍ່ຍຸດທະສາດລະຫວ່າງສອງປະເທດໃນໄລຍະຈະມາເຖິງ.
ຕາມ vovworld.vn
https://vovworld.vn/lo-LA/khaawedn/esiim-kha-hnyaany-muun-esyy-mid-ha-phaab-hwnyd-naam-chiin-nyok-suung-kaa-n-esyym-hm-nyud-tha-saad-2427576.vov5
| ຍົກສູງການພົວພັນລະຫວ່າງ ຫວຽດນາມ - ລາວ ຂຶ້ນສູ່ລະດັບໃໝ່ ແລະ ສ້າງບາດກ້າວພັດທະນາໃນການຮ່ວມມືດ້ານເສດຖະກິດ. ຍສໝ - ຕາມທ່ານລັດຖະມົນຕີການຕ່າງປະເທດ ເລຮ່ວາຍຈູງ ແລ້ວ, ກອງປະຊຸມຄັ້ງທີ 48 ຂອງຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ລາວ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຂອງ 2 ພັກ ແລະ ລັດ ເພື່ອຍົກສູງການພົວພັນລະຫວ່າງສອງປະເທດຂຶ້ນສູ່ລະດັບໃໝ່, ມີການພົວພັນຍຸດທະສາດ. |
| ຫວຽດນາມ ຕ້ອງຂ້ຽວຂາດກວ່າ, ກ້າຫານກວ່າໃນການພັດທະນາບັນດາເຕັກໂນໂລຢີຍຸດທະສາດ ຍສໝ - ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງ ໃຫ້ຮູ້ວ່າ ຫວຽດນາມ ຍາມໃດກໍ່ຖືວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນແມ່ນ ຂໍ້ກຸນແຈຄຳ, ແມ່ນປັດໄຈເປັນຕາຍເພື່ອຜ່ານກັບດັກ ລາຍຮັບປານກາງ ແລະ ມຸ່ງໄປເຖິງເປົ້າໝາຍກາຍເປັນປະເທດພັດທະນາໃນປີ 2045. |
ຕາມ vovworld.vn
