| ສາມຈຸດສຸມການຮ່ວມມືແນວໂຮມຮ່າໂນ້ຍ - ວຽງຈັນ ໄລຍະ 2026-2030 ປັບປຸງກົນໄກປະສານງານດ້ານກົງສຸນ, ປົກປ້ອງພົນລະເມືອງຫວຽດນາມ - ຍີ່ປຸ່ນ |
![]() |
| ບັນຍາກາດການເຄົາລົບທຸງຊາດຢ່າງສະຫງ່າງາມ ທີ່ງານສະແດງດົນຕີມິດຕະພາບຫວຽດນາມ - ໂຣມານີ ໃນວັນທີ 18 ສິງຫາ. |
ສະຖານທູດຫວຽດນາມປະຈຳໂຣມານີ ຫາກໍ່ປະສານສົມທົບກັບກະຊວງວັດທະນະທຳໂຣມານີ ແລະ ບໍລິສັດ Cello Fundamento ຫວຽດນາມ ຈັດງານສະແດງດົນຕີມິດຕະພາບຫວຽດນາມ - ໂຣມານີ, ເນື່ອງໃນໂອກາດສະເຫຼີມສະຫຼອງ 81 ປີແຫ່ງວັນຊາດຫວຽດນາມ ທີ່ໂຮງລະຄອນ Athenaeum, ໜຶ່ງໃນສັນຍະລັກທາງວັດທະນະທຳຂອງນະຄອນຫຼວງ Bucharest.
ລາຍການມີການເຂົ້າຮ່ວມ ແລະ ກ່າວປາໄສຕ້ອນຮັບຂອງ ທ່ານນາງ Ana Cristina Tinca, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດໂຣມານີ, ໃນຖານະແຂກກິດຕິມະສັກ, ພ້ອມດ້ວຍແຂກຖືກເຊີນກວ່າ 700 ຄົນ ທີ່ເປັນຜູ້ຕາງໜ້າບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ສະມາຄົມ, ວິສາຫະກິດ, ເພື່ອນມິດໂຣມານີ, ບັນດາເອກອັກຄະລັດຖະທູດ, ອຸປະທູດໃນຄະນະທູຕານຸທູດປະຈຳ Bucharest ແລະ ຊຸມຊົນຊາວຫວຽດນາມຢູ່ໂຣມານີເປັນຈຳນວນຫຼາຍ.
ພິເສດ, ລາຍການຍັງມີການເຂົ້າຮ່ວມຂອງ ທ່ານນາງ Viorica Dancila, ອະດີດນາຍົກລັດຖະມົນຕີໂຣມານີ ແລະ ທ່ານ Gabriel Oprea, ອະດີດຮັກສາການນາຍົກລັດຖະມົນຕີໂຣມານີ.
![]() |
| ທ່ານນາງ Ana Cristina Tinca, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດໂຣມານີ ກ່າວປາໄສຕ້ອນຮັບທີ່ລາຍການ. |
ວັດທະນະທຳເປີດທາງໃຫ້ແກ່ການຮ່ວມມື
ກ່າວປາໄສເປີດງານ, ທ່ານ ເລຫວິງຖັງ, ເອກອັກຄະລັດຖະທູດຫວຽດນາມປະຈຳໂຣມານີ ຢືນຢັນວ່າ ສາຍພົວພັນມູນເຊື້ອຫວຽດນາມ - ໂຣມານີ ພວມພັດທະນາຢ່າງດີງາມ, ໄດ້ຮັບການສ້າງສາຈາກຫຼາຍລຸ້ນຄົນ ແລະ ຜ່ານການທົດສອບຂອງການເວລາ, ບົນພື້ນຖານອັນໝັ້ນຄົງຂອງມິດຕະພາບ, ຄວາມໄວ້ວາງໃຈ, ການຮ່ວມມື ແລະ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ.
ທ່ານເອກອັກຄະລັດຖະທູດເນັ້ນໜັກວ່າ ການແລກປ່ຽນວັດທະນະທຳມີບົດບາດເປີດທາງໃຫ້ແກ່ການຮ່ວມມືດ້ານການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ, ປະກອບສ່ວນຍົກສູງຖານະບົດບາດ ແລະ ຍີ່ຫໍ້ແຫ່ງຊາດ.
ທ່ານນາງ Ana Cristina Tinca, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດໂຣມານີ ເນັ້ນໜັກເຖິງຄວາມໝາຍທາງປະຫວັດສາດ ແລະ ການພັດທະນາອັນຍືນຍົງຂອງສາຍພົວພັນລະຫວ່າງສອງປະເທດ; ຍົກສູງມິດຕະພາບ ແລະ ຄວາມຜູກພັນລະຫວ່າງປະຊາຊົນໂຣມານີ ແລະ ຫວຽດນາມ ທີ່ໄດ້ສ້າງສາມາຕະຫຼອດຫຼາຍທົດສະວັດ. ທ່ານນາງຕີລາຄາສູງບັນດາຜົນສຳເລັດການຮ່ວມມືລະຫວ່າງສອງປະເທດໃນຫຼາຍຂົງເຂດ ແລະ ສະແດງຄວາມເຊື່ອໝັ້ນວ່າ ສາຍພົວພັນມູນເຊື້ອຫວຽດນາມ - ໂຣມານີ ຈະສືບຕໍ່ພັດທະນາຂຶ້ນສູ່ລະດັບໃໝ່.
ທ່ານ ເລຫວິງຖັງ ຍັງໄດ້ຂອບໃຈບັນດາຜູ້ອຸປະຖຳລາຍການ, ໃນນັ້ນມີ ວາລະສານໂລກມໍລະດົກ - ອົງການສື່ສານຂອງສະມາຄົມມໍລະດົກວັດທະນະທຳຫວຽດນາມ, ກຸ່ມບໍລິສັດ Onsen Fuji, ບໍລິສັດຢາສູບທັງລອງ, ບໍລິສັດເບຍ 1689 Beckent ພ້ອມດ້ວຍບໍລິສັດ Antibiotics IASI ແລະ HRANA ຂອງໂຣມານີ.
![]() |
| ທ່ານ ເລຫວິງຖັງ, ເອກອັກຄະລັດຖະທູດຫວຽດນາມປະຈຳໂຣມານີ ກ່າວປາໄສເປີດງານສະແດງດົນຕີມິດຕະພາບຫວຽດນາມ - ໂຣມານີ. |
ດົນຕີເຊື່ອມຕໍ່ສອງຊາດ
ງານສະແດງດົນຕີມິດຕະພາບຫວຽດນາມ - ໂຣມານີ ປະກອບມີຫຼາຍລາຍການທີ່ເຂັ້ມຂົ້ນດ້ວຍເອກະລັກວັດທະນະທຳຫວຽດນາມ, ໂດຍມີການເຂົ້າຮ່ວມຂອງບັນດາສິລະປິນຫວຽດນາມ, ວົງດົນຕີຊິມໂຟນີ Bucharest ແລະ ກຸ່ມດົນຕີສີ່ຄົນ Placello ຂອງໂຣມານີ.
ທ່ານ ດິງຮວ່າຍຊວນ, ປະລິນຍາເອກ, ສິລະປິນ cello ຜູ້ທີ່ເຄີຍຮຽນຈົບຈາກສະຖາບັນດົນຕີແຫ່ງຊາດ Bucharest, ໄດ້ສະແດງຮ່ວມກັບບັນດາສິລະປິນໂຣມານີ, ກາຍເປັນຫຼັກຖານອັນມີຊີວິດຊີວາຂອງຄວາມຜູກພັນດ້ານວັດທະນະທຳລະຫວ່າງສອງປະເທດ.
ທ່ານ ດົ່ງກວາງຫວິງ, ຜູ້ອຳນວຍເພງ, ທັງບັນຊາວົງດົນຕີຊິມໂຟນີ Bucharest ແລະ ນຳເອົາສຽງດົນຕີທີ່ສະທ້ອນກິ່ນອາຍຂອງພູຜາປ່າດົງຫວຽດນາມມາສູ່ຜູ້ຊົມ. ບົດເພງ ໂຮ່ຈີມິນ ໄດ້ຮັບການບັນເລງໂດຍສິລະປິນ clarinet ຫງວຽນກວັກບ໋າວ ແລະ ສິລະປິນ cello Ella Bokor.
ສິລະປິນປະຊາຊົນ ແທັງເລິມ ສະແດງບົດເພງ Im lặng đêm Hà Nội. ທ່ານ ເລຮວ່າຍເຟືອງ, ປະລິນຍາເອກ, ສິລະປິນດີເດັ່ນ, ແນະນຳສຽງຂອງພິນສາຍດຽວຜ່ານບົດເພງ Khát vọng quê hương ທີ່ທ່ານປະພັນ. ບົດເພງ Return to Sorrento ໄດ້ຮັບການບັນເລງຜ່ານການປະສານ violin ຂອງສິລະປິນ ຈິ້ງມິງຮ່ຽນ ແລະ Gabriel Gheorghe, ພາຍໃຕ້ການບັນຊາຂອງຜູ້ອຳນວຍເພງ Bogdan Postelache.
ບົດປະສານດົນຕີ ມ່ງໄປເຖິງ ຮ່າໂນ້ຍ ໂດຍມີການຮ່ວມສະແດງຂອງ ທ່ານ ດິງຮວ່າຍຊວນ, ປະລິນຍາເອກ, ສິລະປິນ cello, ນັກຮ້ອງ opera ໂງຮວງຢ້ຽບ ແລະ ນັກຮ້ອງ ຮວ່າງແທັງຖາວ ໄດ້ສ້າງຈຸດເດັ່ນໃຫ້ແກ່ລາຍການ. ນັກຮ້ອງ Kate Nguyễn ໄດ້ນຳສະເໜີບົດເພງ ຮ່າໂນ້ຍ 12 ລະດູອອກດອກ.
![]() |
| ພາບຊຸດເສື້ອຍາວ ແລະ ໝວກໃບລານຫວຽດນາມ ໄດ້ປິດທ້າຍງານສະແດງດົນຕີ, ປະກອບສ່ວນເຜີຍແຜ່ຄວາມງົດງາມດ້ານວັດທະນະທຳຫວຽດນາມໄປສູ່ເພື່ອ |
ໂຄສະນາເຜີຍແຜ່ພາບພົດຫວຽດນາມ
ໃນຂອບເຂດຂອງເຫດການ, ຫຼາຍກິດຈະກຳໂຄສະນາເຜີຍແຜ່ການທ່ອງທ່ຽວ, ອາຫານ ແລະ ຜະລິດຕະພັນຍີ່ຫໍ້ຫວຽດນາມ ໄດ້ຖືກຈັດຂຶ້ນ, ດຶງດູດຄວາມສົນໃຈຈາກແຂກທີ່ເຂົ້າຮ່ວມ. ບັນດາຜະລິດຕະພັນ ແລະ ອາຫານພື້ນເມືອງ ໄດ້ປະກອບສ່ວນແນະນຳພາບພົດປະເທດຊາດ, ຄົນຫວຽດນາມ ໃຫ້ແກ່ເພື່ອນມິດໂຣມານີ ແລະ ສາກົນ.
ງານສະແດງດົນຕີໄດ້ປິດລົງດ້ວຍພາບຊຸດເສື້ອຍາວ ແລະ ໝວກໃບລານຫວຽດນາມ. ລາຍການໄດ້ຮັບການຕອບຮັບຈາກຜູ້ຊົມ ແລະ ແຂກທີ່ເຂົ້າຮ່ວມ, ປະກອບສ່ວນເພີ່ມທະວີການແລກປ່ຽນວັດທະນະທຳ, ຮັດແໜ້ນມິດຕະພາບລະຫວ່າງປະຊາຊົນສອງປະເທດ.
ຕອບສຳພາດສະຖານີໂທລະພາບ Prima News, ທ່ານ Pavel Suian, ນັກວິຊາການ, ຜູ້ຂຽນປຶ້ມ ຫວຽດນາມມະຫັດສະຈັນ, ໄດ້ສະແດງຄວາມຊາບຊຶ້ງໃຈເມື່ອໄດ້ເຂົ້າຮ່ວມລາຍການ ແລະ ຕີລາຄາວ່າ ນີ້ແມ່ນຂີດໝາຍທີ່ໜ້າຈົດຈຳ, ປະກອບສ່ວນເຮັດໃຫ້ສາຍພົວພັນສອງປະເທດນັບມື້ນັບລົງເລິກ. ທ່ານເຫັນວ່າ ຄວນສືບຕໍ່ຮັກສາ ແລະ ສົ່ງເສີມມິດຕະພາບມູນເຊື້ອກັບຫວຽດນາມ, ຜ່ານນັ້ນສ້າງແຮງຊຸກດັນເພີ່ມເຕີມໃຫ້ແກ່ການຮ່ວມມືດ້ານເສດຖະກິດ.
ຍສໝ - ເຫດການຈະດຶງດູດນັກຄ້າຍປະມານ 100 ຄົນ ພ້ອມດ້ວຍຕົວແທນອົງການການທູດວັດທະນະທຳ, ບັນດາຜູ້ແທນແຂກເຊີນ. |
ຍສໝ - ໃນຕອນບ່າຍວັນທີ 24/8, ໃນໂອກາດຕ້ອນຮັບ ທ່ານ ຟຣານຊິສໂກ ເປເຣດ ແມັກເຄນນາ (Francisco Pérez Mackenna) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ຊີເລ ໃນໂອກາດເດີນທາງມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ (ຕັ້ງແຕ່ວັນທີ 23-25/8), ທ່ານ ນາຍົກລັດຖະມົນຕີ ເລມິນຮືງ ໄດ້ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນ ສາຍພົວພັນມິດຕະພາບມູນເຊື້ອ ກໍ່ຄື ສາຍພົວພັນຄູ່ຮ່ວມມືຮອບດ້ານ ລະຫວ່າງ ສອງຊາດ. |
ມິງດຶກ



