ສື່ມວນຊົນສາກົນມີຄວາມປະທັບໃຈຕໍ່ຜົນງານຂອງທິມບານເຕະຍິງ ຫວຽດນາມ

08:39 | 18/05/2023

ຍສໝ - ທິມບານເຕະຍິງ ຫວຽດນາມ ໄດ້ເອົາໄຊຊະນະທິມບານເຕະຍິງແຫ່ງຊາດ ມຽນມາ 2 – 0 ໃນຮອບຊິງຊະນະເລີດບານເຕະຍິງ Sea Games 32 ໃນຕອນຄ່ຳວັນທີ 15 ພຶດສະພາ, ຢູ່ ກຳປູເຈຍ, ໄດ້ຊ່ວຍໃຫ້ທິມຊາດບານເຕະຍິງ ຫວຽດນາມ ໄດ້ປ້ອງກັນແຊ້ມ Sea Games ຢ່າງສຳເລັດຜົນ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ມອບລາງວັນນັກກິລາທີ່ມີຜົນງານດີເດັ່ນໃນ Seagames 30 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ມອບລາງວັນນັກກິລາທີ່ມີຜົນງານດີເດັ່ນໃນ Seagames 30
ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ໄດ້ສົ່ງຈົດໝາຍອວຍພອນທີມບານເຕະຍິງຫວຽດນາມພາຍຫຼັງຍາດໄດ້ຫຼຽນຄຳ Seagames 30 ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ໄດ້ສົ່ງຈົດໝາຍອວຍພອນທີມບານເຕະຍິງຫວຽດນາມພາຍຫຼັງຍາດໄດ້ຫຼຽນຄຳ Seagames 30

ດ້ວຍຜົນງານນີ້, ສື່ມວນຊົນສາກົນໄດ້ໃຫ້ຂ່າວບົດຢ່າງຫຼວງຫຼາຍກ່ຽວກັບທິມບານເຕະຍິງ ຫວຽດນາມ ແລະ ຄູຝຶກ ມາຍດຶກຈູງ.

ທິມບານເຕະຍິງ ຫວຽດນາມ ໄດ້ເອົາໄຊຊະນະທິມບານເຕະຍິງແຫ່ງຊາດ ມຽນມາ 2 – 0 ໃນຮອບຊິງຊະນະເລີດບານເຕະຍິງ Sea Games 32 ໃນຕອນຄ່ຳວັນທີ 15 ພຶດສະພາ, ຢູ່ ກຳປູເຈຍ, ໄດ້ຊ່ວຍໃຫ້ທິມຊາດບານເຕະຍິງ ຫວຽດນາມ ໄດ້ປ້ອງກັນແຊ້ມ Sea Games ຢ່າງສຳເລັດຜົນ. ນີ້ກໍ່ແມ່ນຫຼຽນຄຳທີ 8 ຂອງທິມບານເຕະຍິງແຫ່ງຊາດ ຫວຽດນາມ ໃນງານມະຫາກຳກິລາ Sea Games ຄັ້ງຕ່າງໆ. ດ້ວຍຜົນງານນີ້, ສື່ມວນຊົນສາກົນໄດ້ໃຫ້ຂ່າວບົດຢ່າງຫຼວງຫຼາຍກ່ຽວກັບທິມບານເຕະຍິງ ຫວຽດນາມ ແລະ ຄູຝຶກ ມາຍດຶກຈູງ.

ສື່ມວນຊົນສາກົນມີຄວາມປະທັບໃຈຕໍ່ຜົນງານຂອງທິມບານເຕະຍິງ ຫວຽດນາມ

ສື່ມວນຊົນສາກົນມີຄວາມປະທັບໃຈຕໍ່ຜົນງານຂອງທິມບານເຕະຍິງ ຫວຽດນາມ.

ເວບໄຊຂອງ ສະຫະພັນບານເຕະ ອາຊີ (AFC) ໄດ້ມີແຖວໜັງສື “ຫວຽດນາມ ໄຊຊະນະຕໍ່ ມຽນມາ ເພື່ອຄ້ວາໄດ້ຫຼຽນຄຳຂອງປະເພດກິລາບານເຕະຍິງ”. ໃນຂະນະນັ້ນ, ເວບໄຊຂອງສະຫະພັນບານເຕະ ອາຊີຕາເວັນອອກສຽງໃຕ້ (AFF) ກໍ່ສະແດງຄວາມປະທັບໃຈຕໍ່ຜົນງານຂອງທິມບານເຕະຍິງແຫ່ງຊາດ ຫວຽດນາມ, ເມື່ອລົງບົດ “ທິມບານເຕະ ຍິງແຫ່ງຊາດ ຫວຽດນາມ ຊະນະເລີດ 4 ຄັ້ງຢ່າງລຽນຕິດໃນ Sea Games”. ໃນເວບໄຊຂອງຄະນະກຳມະການ Olympic ສາກົນ (IOC) ແລະ ສຳນັກຂ່າວສານ AFP ກໍ່ມີບົດຍ້ອງຍໍຊົມເຊີຍໄຊຊະນະຂອງທິມບານເຕະຍິງແຫ່ງຊາດ ຫວຽດນາມ ເຊັ່ນດຽວກັນ.

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.