ສື່ມວນຊົນ ຍີ່ປຸ່ນ ໄດ້ໃຫ້ຂ່າວ ແລະ ບົດກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ

13:25 | 21/10/2020

ຍສໝ - ໃນລະຫວ່າງວັນທີ 19 – 20 ຕຸລາ, ສື່ມວນຊົນ ຍີ່ປຸ່ນ ໄດ້ໃຫ້ຂ່າວ ແລະ ບົດກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide. 

ສ ມວນຊ ນ ຍ ປ ນ ໄດ ໃຫ ຂ າວ ແລະ ບ ດກ ຽວກ ບການຢ ຽມຢາມ ຫວຽດນາມ ຂອງທ ານນາຍ ກລ ດຖະມ ນຕ ຍ ປ ນ ອາເມລິກາ ໜູນຊ່ວຍບັນດາແຂວງພາກກາງ ຫວຽດນາມ ຖືກຜົນສະທ້ອນຈາກໄພນ້ຳຖ້ວມ
ສ ມວນຊ ນ ຍ ປ ນ ໄດ ໃຫ ຂ າວ ແລະ ບ ດກ ຽວກ ບການຢ ຽມຢາມ ຫວຽດນາມ ຂອງທ ານນາຍ ກລ ດຖະມ ນຕ ຍ ປ ນ ປະທານ Siemens ຮຽກຮ້ອງບັນດາວິສາຫະກິດເຢຍລະມັນມາລົງທຶນຢູ່ຫວຽດນາມ
ສ ມວນຊ ນ ຍ ປ ນ ໄດ ໃຫ ຂ າວ ແລະ ບ ດກ ຽວກ ບການຢ ຽມຢາມ ຫວຽດນາມ ຂອງທ ານນາຍ ກລ ດຖະມ ນຕ ຍ ປ ນ
ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຕ້ອນຮັບທ່ານ Suga Yoshihide ນາຍົກລັດຖະມົນຕີຍີ່ປຸ່ນ. ພາບ: zing.vn.

ສຳນັກຂ່າວສານ Kyodo ວັນທີ 19 ຕຸລາ ໃຫ້ຮູ້ວ່າ: ທີ່ການພົບປະເຈລະຈາຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ Suga ແລະ ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຢັ້ງຢືນການຮ່ວມມືເສດຖະກິດລະຫວ່າງ 2 ປະເທດ. ໂທລະພາບ NHK ໄດ້ໃຫ້ຂ່າວທ່ານນາຍົກລັດຖະມົນຕີ Suga ແລະ ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຢັ້ງຢືນວ່າ ຈະຮ່ວມມືຢ່າງແໜ້ນແຟ້ນ ເພື່ອຫັນພາກພື້ນມະຫາສະໝູດອິນເດຍ - ປາຊີຟິກ ເສລີ ແລະ ເປີດກ້ວາງໃຫ້ປະກົດຜົນເປັນຈິງ, ພ້ອມທັງເພີ່ມທະວີການຮ່ວມມືດ້ານຄວາມໝັ້ນຄົງ. ໜັງສືພິມ Nikkei Asia ສະບັບອອກວັນທີ 20 ຕຸລາ ໃຫ້ຂ່າວວ່າ ທ່ານນາຍົກລັດຖະມົນຕີ Suga ໄດ້ເລືອກເອົາ ຫວຽດນາມ ແລະ ອິນໂດເນເຊຍ ເປັນປະເທດມາຢ້ຽມຢາມຄັ້ງທຳອິດ ແນໃສ່ສະແດງໃຫ້ເຫັນບັນດາບຸລິມະສິດໃນນະໂຍບາຍການຕ່າງປະເທດຂອງຕົນ.

ໂດຍຮັບຄໍາເຊີນຂອງທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ຫວຽດນາມ ແລະພັນລະຍາ, ທ່ານ Suga Yoshihide ນາຍົກລັດຖະມົນຕີຍີ່ປຸ່ນ ແລະພັນລະຍາ ໄດ້ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 18-20 ຕຸລາ. ນີ້ແມ່ນການຢ້ຽມຢາມຕ່າງປະເທດຄັ້ງທຳອິດຂອງທ່ານ Suga Yoshihide ນາຍົກລັດຖະມົນຕີຍີ່ປຸ່ນ ທີ່ດຳເນີນພາຍຫຼັງຮັບດຳລົງຕຳແໜ່ງເປັນເວລາໜຶ່ງເດືອນ (16¬-9-2020) ແລະເປັນຄັ້ງທີສອງຢ່າງຕໍ່ເນື່ອງທີ່ນາຍົກລັດຖະມົນຕີຄົນໃໝ່ຂອງຍີ່ປຸ່ນ ເລືອກຫວຽດນາມ ແມ່ນປະເທດໄປຢ້ຽມຢາມທຳອິດພາຍຫຼັງຮັບດຳລົງຕຳແໜ່ງ.

ສ ມວນຊ ນ ຍ ປ ນ ໄດ ໃຫ ຂ າວ ແລະ ບ ດກ ຽວກ ບການຢ ຽມຢາມ ຫວຽດນາມ ຂອງທ ານນາຍ ກລ ດຖະມ ນຕ ຍ ປ ນ

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ແລະ ທ່ານນາຍົກລັດຖະມົນຕີ Suga Yoshihide.

ພິທີຕ້ອນຮັບທ່ານນາຍົກລັດຖະມົນຕີຍີ່ປຸ່ນ Suga Yoshihide ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ຖືກດຳເນີນໄປຢ່າງສົມກຽດໃນຕອນເຊົ້າວັນທີ 19 ຕຸລາ ຢູ່ຮ່າໂນ້ຍ. ພາຍຫຼັງພິທີຕ້ອນຮັບ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Suga Yoshihide ໄດ້ດຳເນີນການເຈລະຈາ, ປຶກສາຫາລືບັນດາເນື້ອໃນຮ່ວມມື, ໂດຍສະເພາະແມ່ນການຮ່ວມມືທາງດ້ານເສດຖະກິດ ແລະ ການປ້ອງກັນ, ຕ້ານໂລກລະບາດໂຄວິດ-19. ນາຍົກລັດຖະມົນຕີທັງ 2 ທ່ານກໍໄດ້ເປັນສັກຂີພິຍານພິທີແລກປ່ຽນເອກະສານຮ່ວມມືສະບັບຕ່າງໆລະຫວ່າງບັນດາກະຊວງ, ຂະແໜງການ, ວິສາຫະກິດ ແລະ ຄູ່ຮ່ວມມືຫວຽດນາມ - ຍີ່ປຸ່ນ.

ວັນທີ 19 ຕຸລາ, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານນາຍົກລັດຖະມົນຕີຍີ່ປຸ່ນ Suga Yoshihide ທີ່ພວມຢ້ຽມຢາມຫວຽດນາມ ຢ່າງເປັນທາງການ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໃຫ້ຮູ້ວ່າ, ຫວຽດນາມ ສືບຕໍ່ຢຶດໝັ້ນເສັ້ນທາງການທູດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ຮ່ວມມື ແລະ ພັດທະນາ, ຫັນການພົວພັນທາງການທູດເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ, ຊຸກຍູ້ການພົວພັນກັບບັນດາຄູ່ຮ່ວມມືໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ໃນນັ້ນຍາມໃດກໍ່ກຳນົດວ່າ ຍີ່ປຸ່ນ ແມ່ນຄູ່ຮ່ວມມືຍຸດທະສາດສຳຄັນແຖວໜ້າ ແລະ ຍາວນານ ດ້ວຍຄວາມໄວ້ເນື້ອເຊື່ອໃຈສູງ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ໄດ້ຕີລາຄາສູງຫຼັກໝັ້ນຂອງຍີ່ປຸ່ນ ກ່ຽວກັບບັນຫາທະເລຕາເວັນອອກ, ໃນນັ້ນມີການແກ້ໄຂການຂັດແຍ້ງກັນ, ຄວາມບໍ່ລົງລອຍກັນໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ, ພິເສດແມ່ນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) 1982.

ສ ມວນຊ ນ ຍ ປ ນ ໄດ ໃຫ ຂ າວ ແລະ ບ ດກ ຽວກ ບການຢ ຽມຢາມ ຫວຽດນາມ ຂອງທ ານນາຍ ກລ ດຖະມ ນຕ ຍ ປ ນ ເລຂາທິການໃຫຍ່, ປະທານປະເທດ ລາວ ຝາກຄຳຢື້ຢາມຖາມຂ່າວຢ່າງໃຈຈິງມາຍັງ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ພ້ອມດ້ວຍບັນດາຄອບຄົວທີ່ຖືກຜົນສະທ້ອນຈາກໄພນ້ຳຖ້ວມຄັ້ງນີ້

ຍສໝ - ວັນທີ 19 ຕຸລາ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ໄດ້ຝາກຄຳຢື້ຢາມຖາມຂ່າວຢ່າງໃຈຈິງມາຍັງ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ພ້ອມດ້ວຍບັນດາຄອບຄົວທີ່ຖືກຜົນສະທ້ອນຈາກໄພນ້ຳຖ້ວມຄັ້ງນີ້.

ສ ມວນຊ ນ ຍ ປ ນ ໄດ ໃຫ ຂ າວ ແລະ ບ ດກ ຽວກ ບການຢ ຽມຢາມ ຫວຽດນາມ ຂອງທ ານນາຍ ກລ ດຖະມ ນຕ ຍ ປ ນ ກະຊວງສາທາລະນະສຸກ ຫວຽດນາມ ຢັ້ງຢືນບໍ່ພົບຜູ້ຕິດເຊື້ອພະຍາດ ໂຄວິດ-19

ຫວຽດນາມ ມີຈຳນວນຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດແມ່ນ 1140 ຄົນ, ໃນນັ້ນມີ ຜູ້ໄດ້ຮັບການປິ່ນປົວຫາຍດີ 1046 ຄົນ.

ສ ມວນຊ ນ ຍ ປ ນ ໄດ ໃຫ ຂ າວ ແລະ ບ ດກ ຽວກ ບການຢ ຽມຢາມ ຫວຽດນາມ ຂອງທ ານນາຍ ກລ ດຖະມ ນຕ ຍ ປ ນ ຫວຽດນາມ ສົ່ງສານໂທລະເລກຖາມຂ່າວສະພາບການຝົນຕົກໜັກ ແລະ ນ້ຳຖ້ວມ ຢູ່ ກຳປູເຈຍ

ຍສໝ - ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ສະແດງຄວາມເສົ້າສະຫຼົດໃຈ ຕໍ່ການສູນເສຍຂອງປະຊາຊົນກຳປູເຈຍ; ພ້ອມດຽວກັນນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຊື່ອວ່າ ພາຍໃຕ້ການນຳພາ ແລະ ຄວາມເອົາໃຈໃສ່ຢ່າງໃກ້ຊິດຂອງທ່ານນາຍົກລັດຖະມົນຕີກຳປູເຈຍ ຮຸນແຊນ, ປະຊາຊົນກຳປູເຈຍ ຈະໄດ້ຜ່ານຜ່າຄວາມຫຍຸ້ງຍາກໃນປະຈຸບັນ.

ໄຊພອນ

ເຫດການ
302 Found

Found

The document has moved here.