ຫວຽດ​ນາມ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ປຶກອອ​ນລາຍ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ພາບ​ການ​ຢູ່​ໂກ​ລົມ​ເບຍ ຂ​ອງ ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ

16:16 | 15/10/2020

ຍ​ສ​ໝ - ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ດັ້ງ​ດິ່ງ​ກຸ໊ຍ ໄດ້​ຕີ​ລາ​ຄາ​ສູງ​ຕໍ່ການຮຽກ​ໂຮມ​ ​ປະ​ຊຸມ​ຂອງ​ຄະ​ນະ​ກຳ​ມະ​ການ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ ແຫ່ງ​ຊາດ ແລະ ສະເໜີ​ໃຫ້​ບັນ​ດາ​ຝ່າຍໃຫ້​ບຸ​ລິ​ມະ​ສິດ​ໜ້າ​ທີ່​ປົກ​ປ້ອງ​ສາ​ມັນ​ຊົນ, ພິ​ເສດ​ແມ່ນ ແມ່​ຍິງ ແລະ ເດ​ັກ​ນ້ອຍ.

ຫວຽດ​ນາມເຂົ້າ​ຮ່ວມ ກອງ​ປະ​ຊຸມອອ​ນ​ລາຍ​ກ່ຽວ​ກັບ​ສະ​ພາບ​ການ​ເຂດ​ບັນ​ດາ​ໜອງ​ໃຫຍ່​ຢູ່ ອາ​ຟ​ຼິກ​ກາ
ຫວຽດ​ນາ​ມ​ພ້ອມ​ແລ້ວ​ທີ່​ຈະ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ​ຄັ້ງ​ທີ 37
ຫວຽດ​ນາມ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ປຶກອອ​ນລາຍ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ພາບ​ການ​ຢູ່​ໂກ​ລົມ​ເບຍ ຂ​ອງ ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ
​ກອງ​ປະ​ຊຸມ​ປຶກອອ​ນລາຍ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ພາບ​ການ​ຢູ່​ໂກ​ລົມ​ເບຍ ແລະ ການ​ເຄ່ື່ອ​ນ​ໄຫວ​ຂອງ​ຄະ​ນະ​ປະ​ຕິ​ບັດ​ການ​ຕິດ​ຕາມກວດ​ກາ ສ​ປ​ຊ ປະ​ຈຳ ໂກ​ລົມ​ເບຍ

ວັນ​ທີ 14 ຕຸ​ລາ, ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ປຶກອອ​ນລາຍ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ພາບ​ການ​ຢູ່​ໂກ​ລົມ​ເບຍ ແລະ ການ​ເຄ່ື່ອ​ນ​ໄຫວ​ຂອງ​ຄະ​ນະ​ປະ​ຕິ​ບັດ​ການ​ຕິດ​ຕາມກວດ​ກາ ສ​ປ​ຊ ປະ​ຈຳ ໂກ​ລົມ​ເບຍ. ທ່ານ Carlos Ruiz Massieu ຜູ້​ຕາງ​ໜ້າ​ພິ​ເສດ​ຂອງ​ທ່ານເລ​ຂາ​ທິ​ການ​ໃຫຍ່ ປ​ສ​ຊ, ຫົວ​ໜ້າ​ຄະ​ນະ​ປະ​ຕິ​ບັດ​ງານ​ຕິດ​ຕາມກວດ​ກາ ໄດ້​ເຂົ້າ​ຮ່ວມ ແລະ ນຳສະ​ເໜີ​ບົດ​ລາຍ​ງານ​ຂອງ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ.

ນະ​ທີ່ນີ້, ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ໂດຍ​ເປັນ​ສອງ​ປະ​ເທດ ສະ​ມາ​ຊິກ ອາ​ຊຽນ ປະ​ຈຳ ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ, ໄດ້​ສະເໜີ​ໃຫ້​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ສືບ​ຕໍ່​ມາ​ນະ​ພະ​ຍາ​ຍາມ​ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ, ເພີ່ມ​ທະ​ວີ​ການ​​ເຈ​ລະ​ຈາ.

ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ ດັ້ງ​ດິ່ງ​ກຸ໊ຍ, ຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າ​ຫວຽດ​ນາມ ປະ​ຈຳ ສ​ປ​ຊ ໄດ້​ຕາງ​ໜ້າ​ໃຫ້​ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ, ຮັບ​ຮູ້​ບັນ​ດາ​ບາດ​ກ້າວ​ຢ່າງ​ຕັ້ງ​ໜ້າ​ຂອງ ຂໍ້​ຕົ​ກ​ລົງ​ສັນ​ຕິ​ພາບ. ຕໍ່​ໜ້າ​ສະ​ພາບ​ການໃຊ້​ຄວາມ​ຮຸນ​ແຮງ​ເພີ່ມ​​ຂຶ້ນ​ ແລະ ບຸກ​ໂຈມ​ຕີ​ໃສ່​ບັນ​ດາ​ປະ​ຊາ​ຄົມ​ຊາວ ໂກ​ລົມ​ເບຍ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ດັ້ງ​ດິ່ງ​ກຸ໊ຍ ໄດ້​ຕີ​ລາ​ຄາ​ສູງ​ຕໍ່ການຮຽກ​ໂຮມ​ ​ປະ​ຊຸມ​ຂອງ​ຄະ​ນະ​ກຳ​ມະ​ການ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ ແຫ່ງ​ຊາດ ແລະ ສະເໜີ​ໃຫ້​ບັນ​ດາ​ຝ່າຍໃຫ້​ບຸ​ລິ​ມະ​ສິດ​ໜ້າ​ທີ່​ປົກ​ປ້ອງ​ສາ​ມັນ​ຊົນ, ພິ​ເສດ​ແມ່ນ ແມ່​ຍິງ ແລະ ເດັກ​ນ້ອຍ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ກໍ່​ເນັ້ນ​ໜັກ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ບັນ​ດາ​ມາດ​ຕະ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ຕິດ​ພັນ​ກັບ​ສັງ​ຄົມ, ສ້າງວຽກ​ເຮັດ​ງານ​ທຳ​ໃນ​ວິ​ວັດ​ການ​ສ້າງ​ສັນ​ຕິ​ພາບ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວັງ​ວ່າ ລັດ​ຖະ​ບານ ໂກ​ລົມ​ເບຍ, FARC, ສະ​ພາ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ, ສ​ປ​ຊ, ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ໃນ​ພາກ​ພື້ນ ແລະ ສາ​ກົນ​ຈະ​ໜູນ​ຊ່ວຍ​ສ້າງ ແລະ ຈັດ​ຕັ້ງ​ຜັນ​ຂະ​ຫຍາຍ ຍຸດ​ທະ​ສາດ ລວມ​ເພີ່​ມ​ທະ​ວີ​ເສດ​ຖະ​ກິດ - ສັງ​ຄົມ ຢູ່ ໂກ​ລົມ​ເບຍ, ໃນ​ນັ້ນ​ໄດ້​ເອົາ​ໃຈ​ໃສ່​ເຂົ້າ​ການ​ໜູນ​ຊ່ວຍ​ບັນ​ດາ​ນັກ​ຮົບ​ເກົ່າ ສ້າງ​ຊີ​ວິດ​ການ​ເປັນ​ຢູ່​ເປັນ​ປົກ​ກະ​ຕິ.

ຫວຽດນາມ ເຂົ້າ​ຮ່ວມກອງປະຊຸມທາງອອນລາຍປະຈຳເດືອນ ກ່ຽວກັບສະພາບການຢູ່ຊີຣີ​ຂອງ ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ

ຍ​ສ​ໝ - ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດຫວຽດນາມ ຟ້າມຫາຍແອັງ, ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ, ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງສືບຕໍ່ຮັກສາການໂອ້ລົມສົນທະນາ ແລະ ການເຈລະຈາມີລັກສະນະສ້າງສັນລະຫວ່າງ ລັດຖະບານຊີຣີ ແລະ ຝ່າຍຄ້ານ, ໃນນັ້ນຄວນເປັນເອກະພາບກ່ຽວກັບໂຄງການດຳເນີນງານໂດຍໄວ ເພື່ອດຳເນີນບັນດາກອງປະຊຸມຄັ້ງຕໍ່ໄປ.

ຫວຽດ​ນາມ ເຂົ້າ​ຮ່ວມ ກອງ​ປະ​ຊມສະ​ພາ​ຄວາມ​ໝັ້ນ​ຄົງ ​ສປ​ຊ ​​ຕໍ່​ການ​ຜັນ​ແປ​ນັບ​ມື້​ນັບ​ສັບ​ສົນ​ຂອງ​ໂລກ​ລະ​ບ​າດ Covid – 19 ຢູ່​ຊີ​ຣີ

ຍ​ສ​ໝ - ທ່ານ​ Mark Lowcock ຮອງ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ຮັບ​ຜິດ​ຊອບ​ບັນ​ດາ​ບັນ​ຫາ​ມະ​ນຸດ​ສະ​ທຳ ໄດ້​ສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນ​ເປັນ​ພິ​ເສດ​ກ່ຽວ​ກັບ​ການ​ຜັນ​ແປ​ນັບ​ມື້​ນັບ​ສັບ​ສົນ​ຂອງ​ໂລກ​ລະ​ບາດ Covid – 19 ຢູ່​ຊີ​ຣ​ີ.

ຫວຽດ​ນາມ​ເຂົ້າ​ຮ່ວມ ກອງ​ປະ​ຊຸມ​ຂອງສ​ະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ​

ຍ​ສ​ໝ - ທ່ານ​ນາງ Rosemary DiCarlo ຮອງ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ໃຫ້​ຮູ້​ວ່າ ໃນທົ່ວ​ໂລກ ຊາວ​ໜຸ່ມ 4 ຄົນຈະ​ມີ​ຄົນ​ໜຶ່ງ​ຖືກ​ຜົນ​ກະ​ທົບ​ຈາກ​ການ​ປະ​ທະ​ກັນ ແລະ ການ​ໃຊ້​ຄວາມ​ຮຸນ​ແຮງ, ເພ​າ​ະ​ສະ​ນັ້ນ, ຊາວ​ໜຸ່ມ​ມີ​ບົດ​ບາດ​ສຳ​ຄັນ​ໃນ​ບັນ​ດາ​ວິວ​ັດ​ການ​ສ້າງ​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.