ຍສໝ - ທ່ານນາງ ຫງວຽນເຟືອງຈ່າ ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ຖືວ່າ ພາຍຫຼັງມະຕິເລກທີ 1373 ໄດ້ຮັບຮອງເອົາ, ສະພາຄວາມໝັ້ນຄົງ ປສຊໄດ້ຊຸກຍູ້ກອບລະບອບລະບຽບການກ່ຽວກັບການຕ້ານການກໍ່ການຮ້າຍທົ່ວໂລກໃນຫຼາຍຂົງເຂດ, ການຕ້ານການກໍ່ການຮ້າຍກໍ່ບັນລຸໄດ້ໝາຜົນທີ່ສຳຄັນຫຼາຍຢ່າງ.
ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ໄດ້ສະແດງຄວາມວິຕົກກັງວົນກ່ຽວກັບບັນດາກໍລະນີນຳໃຊ້ ຫຼື ນາບຂູ່ນຳໃຊ້ກຳລັງແຮງການທະຫານໃນການພົວພັນສາກົນ ໄປຝືນກັບກົດບັດ ສປຊ ແລະ ນາບຂູ່ເຖິງສັນຕິພາບ, ຄວາມໝັ້ນຄົງສາກົນ.
ຍສໝ - ທີ່ກອງປະຊຸມ, ທ່ານ ເລຂາທິການໃຫຍ່ ສປຊ ໄດ້ຢັ້ງຢືນວ່າ ໂລກລະບາດໂຄວິດ - 19 ສືບຕໍ່ກໍ່ຜົນກະທົບຕໍ່ສັນຕະພາບ, ຄວາມໝັ້ນຄົງສາກົນ, ເຮັດໃຫ້ວິວັດການປະຕິບັດເປົ້າໝາຍພັດທະນາແບບຍືນຍົງຖືກຊ້າລົງ, ເນັ້ນໜັກເຖິງຕ້ອງເຜີຍແຜ່ ແລະ ຮັບປະກັນຄວາມສະເໝີພາບໃນການສຳຜັດກັບຊັກຊິນຢ່າງທັນການ.
ຍສໝ - ຫວຽດນາມສະໜັບສະໜູນເລື່ອງບັນດາຝ່າຍປະຕິບັດສັນຕິພາບຂອງ ສປຊ ໄດ້ປັບຕົວໃຫ້ແທດເໝາະກັບສະພາບການໃໝ່, ຮັບປະກັນການຜັນຂະຫຍາຍພາລະກິດ, ປົກປ້ອງຄວາມປອດໄພ, ສຸຂະພາບຂອງປະຊາຊົນ ແລະ ກຳລັງຮັກສາສັນຕິພາບ.
ຍສໝ - ຕາມທ່ານ ຟ້າມຫ໋າຍແອັງ ອຸປະທູດ ຊົ່ວຄາວ ຫວຽດນາມ ປະຈຳສປຊ ແລ້ວ, ຕໍ່ໜ້າສະພາບການຢູ່ບັນດາພາກພື້ນຕາເວັນອອກກາງ, ອາບຟຼິກກາເໜືອ ມີສິ່ງທ້າທາຍຫຼາຍຢ່າງຄືໃນປັດຈຸບັນ, ຄວນເພີ່ມທະວີການຮ່ວມມືລະຫວ່າງ AL ແລະ ສປຊ.
ຍສໝ - ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຟ້າມຫ໋າຍແອັງ ອຸປະທູດຊົ່ວຄາວຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຄວາມກ້າວໜ້າຢ່າງຕັ້ງໜ້າໃນການປະຕິບັດສົນທິສັນຍາ Riyadh, ລວມມີການສ້າງຕັ້ງລັດຖະບານຊຸດໃໝ່, ກ່າວປະຊາມບັນດາເຫດບຸກໂຈມຕີຢູ່ Aden ໃນວັນທີ 30 ທັນວາ ແລະ ຮຽກຮ້ອງໃຫ້ຈັດຕັ້ງກອງປະຊຸມສາກົນກ່ຽວກັບການໜູນຊ່ວຍໃຫ້ແກ່ເຢແມນໂດຍໄວ.
ຍສໝ - ຕອນເຊົ້າວັນທີ 18 ພະຈິກ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບສະພາບການຢູ່ພາກຕາເວັນອອກກາງ, ລວມມີບັນຫາ ປາແລັດສະຕິນ.
ຍສໝ - ທີ່ກອງປະຊຸມ, ທ່ານ ດັ້ງມິງເຄີຍ ໄດ້ໃຫ້ຂໍ້ສັງເກດວ່າ ບັນດາສະພາບການຂາດສະຖຽນລະພາບຫວ່າງແລ້ວນີ້ ຢູ່ ອ່າວເປີເຊຍ ຖ້າຫາກວ່າບໍ່ແກ້ໄຂ, ຄວບຄຸມໄດ້ເປັນຢ່າງດີນັ້ນຈະກໍ່ບັນດາຜົນພາຍຫຼັງຍາກທີ່ຈະຄາດຄະເນລ່ວງໜ້າໄດ້ ຕໍ່ບັນດາການປະທະກັນ, ວິກິດການດ້ານມະນຸດສະທຳ ຕ່າງໆໃນພາກພື້ນ ຄືຢູ່ ຊີຣີ, ເຢແມນ, ລີບີ, ປາແລັດສະຕິນ ແລະ ລີບັງ.
ຍສໝ - ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໄດ້ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງເຄົາລົບບັນດາຂໍ້ຕົກລົງທີ່ບັນລຸໄດ້ ແລະ ສະແດງການສະໜັບສະໜູນຕໍ່ບັນດາຄວາມານະພະຍາຍາມຊຸກຍູ້ວິວັດຂະບວນການສ້າງສັນຕິພາບຂອງ ຄະນະປະຕິບັດງານ MINURSO.
ຍສໝ - ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ໄດ້ຕີລາຄາສູງຕໍ່ການຮຽກໂຮມ ປະຊຸມຂອງຄະນະກຳມະການຮັບປະກັນຄວາມໝັ້ນຄົງ ແຫ່ງຊາດ ແລະ ສະເໜີໃຫ້ບັນດາຝ່າຍໃຫ້ບຸລິມະສິດໜ້າທີ່ປົກປ້ອງສາມັນຊົນ, ພິເສດແມ່ນ ແມ່ຍິງ ແລະ ເດັກນ້ອຍ.
ຍສໝ - ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດຫວຽດນາມ ຟ້າມຫາຍແອັງ, ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ, ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງສືບຕໍ່ຮັກສາການໂອ້ລົມສົນທະນາ ແລະ ການເຈລະຈາມີລັກສະນະສ້າງສັນລະຫວ່າງ ລັດຖະບານຊີຣີ ແລະ ຝ່າຍຄ້ານ, ໃນນັ້ນຄວນເປັນເອກະພາບກ່ຽວກັບໂຄງການດຳເນີນງານໂດຍໄວ ເພື່ອດຳເນີນບັນດາກອງປະຊຸມຄັ້ງຕໍ່ໄປ.
ຍສໝ - ທ່ານ Mark Lowcock ຮອງເລຂາທິການໃຫຍ່ ສປຊ ຮັບຜິດຊອບບັນດາບັນຫາມະນຸດສະທຳ ໄດ້ສະແດງຄວາມວິຕົກກັງວົນເປັນພິເສດກ່ຽວກັບການຜັນແປນັບມື້ນັບສັບສົນຂອງໂລກລະບາດ Covid – 19 ຢູ່ຊີຣີ.
ຍສໝ - ທ່ານນາງ Rosemary DiCarlo ຮອງເລຂາທິການໃຫຍ່ ສປຊ ໃຫ້ຮູ້ວ່າ ໃນທົ່ວໂລກ ຊາວໜຸ່ມ 4 ຄົນຈະມີຄົນໜຶ່ງຖືກຜົນກະທົບຈາກການປະທະກັນ ແລະ ການໃຊ້ຄວາມຮຸນແຮງ, ເພາະສະນັ້ນ, ຊາວໜຸ່ມມີບົດບາດສຳຄັນໃນບັນດາວິວັດການສ້າງສັນຕິພາບ, ຄວາມໝັ້ນຄົງ.
ຍສໝ - ທ່ານ ຟ້າມຫ໋າຍແອັງ, ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມປະຈຳ ສປຊ ໄດ້ເນັ້ນໜັກ ເຖິງຄວາມສຳຄັນຂອງການສືບຕໍ່ຜັນຂະຫຍາຍມະຕິເລກທີ 2513 ຂອງສະພາຄວາມໝັ້ນຄົງສປຊ, ພິເສດແມ່ນເລີ່ມດຳເນີນການເຈລະຈາສັນຕິພາບໂດຍໄວ, ແບ່ງປັນຄວາມວິຕົກກັງວົນກ່ຽວກັບບັນດາເຫດບຸກໂຈມຕີຂອງກຳລັງຕາລີບານ ແລະ ບັນດາອົງການກໍ່ການຮ້າຍ.
ຍສໝ - ຕາມຂໍ້ມູນຂ່າວຈາກ UNSMIL ໃນ 6 ເດືອນຕົ້ນປີ 2020, ຈຳນວນສາມັນຊົນເສຍຊີວິດຫຼາຍກ່ວາ 350 ຄົນ, ເພີ່ມຂຶ້ນ 173% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019. ໄລ່ຮອດວັນທີ 2 ກັນຍາ, ລີບີໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດ Covid – 19 15.000 ຄົນໃນນັ້ນມີ ຜູ້ເສຍຊີວິດ250 ຄົນ
ຍສໝ - ວັນທີ 1 ມັງກອນ 2020, ຫວຽດນາມ ໄດ້ເຂົ້າດຳລົງຕຳແໜ່ງເປັນປະທານອາຊຽນ ເປັນຄັ້ງທີ 3 (ສອງຄັ້ງກ່ອນ, ໃນປີ 1998 ແລະ 2010); ພ້ອມທັງເລີ່ມຕົ້ນອາຍຸການກຳມະການບໍ່ປະຈຳການຂອງຂອງສະພາຄວາມໝັ້ນ ຄົງແຫ່ງສະຫະປະຊາຊາດ ອາຍຸການ 2020-2021 ຫຼັງຈາກໄດ້ຮັບການເລືອກຕັ້ງດ້ວຍ "ຄະແນນສຽງເກືອບສົມບູນ" (ຄັ້ງທຳອິດປີ2008 -2009).
ຍສໝ - ທີ່ກອງປະຊຸມ, ທ່ານ ດັ້ງດິ່ງກຸ໊ຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສະຫະປະຊາຊາດ, ກ່າວຄຳເຫັນວ່າ ຫວຽດນາມ ຈະສະໜັບສະໜູນບັນດາຄວາມມານະພະຍາຍາມໃນການຜັນຂະຫຍາຍຈັດຕັ້ງການເລືອກເຟັ້ນລັດຖະບານ ໂຊມາລີ.
ຍສໝ - ບັນດາປະເທດສະມາຊິກ ສະພາຄວາມໝັ້ນຄົງ ສປຊ ໄດ້ແບ່ງປັນຄວາມວິຕົກກັງວົນກ່ຽວກັບສະພາບການຢູ່ມາລີ ແລະ ເນັ້ນໜັກເຖິງຄວາມສຳຄັນໃນການຟື້ນຟູຄວາມເປັນລະບຽບການຂອງລັດຖະທຳມະນູນ ແລະ ປະຕິບັດຕາມສົນທິສັນຍາສັນຕິພາບປີ 2015
ຍສໝ - ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ດັ້ງດິ່ງກຸ໊ຍ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ແທນຫວຽດນາມ ປະຈຳ ສປຊ ຖືວ່າ ຕ້ອງຖືໜ້າທີ່ກູ້ເອົາຊີວິດປະຊາຊົນແມ່ນບຸລິມະສິດສູງທີ່ສຸດ, ຮຽກຮ້ອງໃຫ້ປະຊາຄົມສາກົນເພີ່ມທະວີການໜູນຊ່ວຍດ້ານມະນຸດສະທຳໃຫ້ແກ່ລີບັງ.
ຍສໝ - ທີ່ກອງປະຊຸມ ບັນດາປະເທດສະມາຊິກສະພາຄວາມໝັ້ນຄົງ ສປຊ ໄດ້ແບ່ງປັນຂໍ້ມູນຂ່າວສານ, ການຕີລາຄາຂອງບັນດານັກລາຍງານ ແລະ ສະແດງຄວາມວິຕົກກັງວົນກ່ຽວກັບຄວາມໝັ້ນຄົງ ແລະ ສະພາບການມະນຸດສະທຳທີ່ພວມຊົ່ວຮ້າຍລົງໃນໄລຍະທີ່ຜ່ານມາ.