ຫວຽດ​ນາມ ເຂົ້າ​ຮ່ວມ ກອງ​ປະ​ຊມສະ​ພາ​ຄວາມ​ໝັ້ນ​ຄົງ ​ສປ​ຊ ​​ຕໍ່​ການ​ຜັນ​ແປ​ນັບ​ມື້​ນັບ​ສັບ​ສົນ​ຂອງ​ໂລກ​ລະ​ບ​າດ Covid – 19 ຢູ່​ຊີ​ຣີ

14:58 | 17/09/2020

ຍ​ສ​ໝ - ທ່ານ​ Mark Lowcock ຮອງ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ຮັບ​ຜິດ​ຊອບ​ບັນ​ດາ​ບັນ​ຫາ​ມະ​ນຸດ​ສະ​ທຳ ໄດ້​ສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນ​ເປັນ​ພິ​ເສດ​ກ່ຽວ​ກັບ​ການ​ຜັນ​ແປ​ນັບ​ມື້​ນັບ​ສັບ​ສົນ​ຂອງ​ໂລກ​ລະ​ບາດ Covid – 19 ຢູ່​ຊີ​ຣ​ີ.

ຫວຽດ ນາມ ເຂ າ ຮ ວມ ກອງ ປະ ຊມສະ ພາ ຄວາມ ໝ ນ ຄ ງ ສປ ຊ ຕ ການ ຜ ນ ແປ ນ ບ ມ ນ ບ ສ ບ ສ ນ ຂອງ ໂລກ ລະ ບ າດ covid 19 ຢ ຊ ຣ ປະ​ທານ​ສະ​ພາ​ຕ່ຳ ອິນ​ໂດ​ເນ​ເຊຍ ຕີ​ລາ​ຄາ​ສູງ​ບັນ​ດາ​ຂີດ​ໝາຍ​ຂອງ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ
ຫວຽດ ນາມ ເຂ າ ຮ ວມ ກອງ ປະ ຊມສະ ພາ ຄວາມ ໝ ນ ຄ ງ ສປ ຊ ຕ ການ ຜ ນ ແປ ນ ບ ມ ນ ບ ສ ບ ສ ນ ຂອງ ໂລກ ລະ ບ າດ covid 19 ຢ ຊ ຣ ຫວຽດ​ນາມ​ເຂົ້າ​ຮ່ວມ ກອງ​ປະ​ຊຸມ​ຂອງສ​ະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ​
ຫວຽດ ນາມ ເຂ າ ຮ ວມ ກອງ ປະ ຊມສະ ພາ ຄວາມ ໝ ນ ຄ ງ ສປ ຊ ຕ ການ ຜ ນ ແປ ນ ບ ມ ນ ບ ສ ບ ສ ນ ຂອງ ໂລກ ລະ ບ າດ covid 19 ຢ ຊ ຣ
ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ໄດ້​ດຳ​ເນີນ​ບັນ​ດາ​ກອງ​ປະ​ຊຸມ​ທາງ​ອອນ​ລາຍ​ນັດ​ສາ​ມັນ​ກ່ຽວ​ກັບ​ສະ​ພາບ​ການ​ມະ​ນຸດ​ສະ​ທຳ​ຢູ່​ຊີ​ຣີ (ພາບ: baoquocte.vn/)

ວັນ​ທີ 16 ກັນ​ຍາ, ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ໄດ້​ດຳ​ເນີນ​ບັນ​ດາ​ກອງ​ປະ​ຊຸມ​ທາງ​ອອນ​ລາຍ​ນັດ​ສາ​ມັນ​ກ່ຽວ​ກັບ​ສະ​ພາບ​ການ​ມະ​ນຸດ​ສະ​ທຳ​ຢູ່​ຊີ​ຣີ. ເມື່ອ​ລາຍ​ງານ​ຕ​ໍ່​ສະ​ພາ​ຄວາມ​ໝັ້ນ​ຄົງ​ສ​ປ​ຊ, ທ່ານ​ Mark Lowcock ຮອງ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ຮັບ​ຜິດ​ຊອບ​ບັນ​ດາ​ບັນ​ຫາ​ມະ​ນຸດ​ສະ​ທຳ ໄດ້​ສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນ​ເປັນ​ພິ​ເສດ​ກ່ຽວ​ກັບ​ການ​ຜັນ​ແປ​ນັບ​ມື້​ນັບ​ສັບ​ສົນ​ຂອງ​ໂລກ​ລະ​ບາດ Covid – 19 ຢູ່​ຊີ​ຣ​ີ. ທ່ານ Mark Lowcock ຖື​ວ່າຈຳ​ນວນ​ຜູ້​ຕິດ​ເຊື້ອ​ພະ​ຍາດ Covid – 19 ແມ່ນ 3.618 ຄົນ​ບໍ່​ສາ​ມາດ​ສ່ອງ​ແສງ​ໄດ້​ຈຳ​ນວນ​ຜູ້​ຕິດ​ເຊື້ອ​ໃນ​ຕົວ​ຈິງ, ອາດ​ຈະຫຼາຍ​ກ່​ວານີ້​ເກືອບ 90% ຈຳ​ນວນ​ຜູ້​ຕິດ​ເຊື້ອ​ແຕ່​ວ່າ ບໍ່​ສາ​ມາດ​ຊອກ​ຫາ​ໄດ້.

ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ກໍ່​ຖືວ່າ ສະ​ພ​າບ​ການ​ມະ​ນຸດ​ສະ​ທຳ​ເວົ້າ​ລວມ​ຍັງ​ມີ​ຄວາມ​ວິ​ຕົກ​ກັງ​ວົນເປັນ​ພິ​ເສດ​ຈາກ​ການ​ຂ​າດ​ສ​ະ​ຖຽນ​ລະ​ພາບ, ວິ​ກິດ​ການ​ເສດ​ຖ​ະ​ກິດ, ຂາດ​ການ​ຄ້ຳ​ປະ​ກັນ​ດ້ານ​ສະ​ບຽງ​ອາ​ຫານ ຫຼື​ບັນ​ດາ​ບັນ​ຫາ​ການ​ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ​ຂອງ​ປະ​ຊາ​ຊົນ…

ແບ່ງ​ປັນ​ຄວາມ​ສົນ​ໃຈ​ຂອງ​ບັນ​ດາ​ສະ​ມາ​ຊິກ ສ​ະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ກ່ຽວ​ກັບ​ສະ​ພາບ​ການ​ມະ​ນຸ​ດ​ສະ​ທຳ​ຢູ່​ຊີ​ຣີ, ທ່ານ ຟ້າມ​ຫ໋​າຍ​ແອັງ, ຮອງ​ຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າ​ຫວຽດ​ນາມ ປະ​ຈຳ ປ​ສ​ຊ, ໄດ້​ສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນ​ກ່ຽວ​ກັບ​ສະ​ພາບ​ການ​ມະ​ນຸດ​ສະ​ທຳ ຊີ​ຣີ​ບໍ່​ມີ​ສັນ​ຍານ​ດີ​ຂຶ້ນ, ພິ​ເສດ​ແມ່ນ​ຜົນ​ກະ​ທົບ​ນັບ​ມື້​ນັບ​ຮ້າຍ​ແຮງ​ຂອງ ໂລກ​ລ​ະ​ບາດ Covid – 19. ທ່ານ ຟ້າມ​ຫ໋າຍ​ແອັງ ໄດ້​ເນັ້ນ​ໜັກ​ວ່າ​ການ​ຮັບ​ປະ​ກັນ​ການ​ສຳ​ພັດ​ມະ​ນຸດ​ສະ​ທຳ​ຢ່າງ​ຄົບ​ຖ້ວນ, ຕໍ່​ເນື່ອງ ແລະ ບໍ່​ຖືກ​ກີດ​ຂວາງ​ສຳ​ລັບ​ທຸກໆ​ພາກ​ພື້ນຢ​ູ່​ຊີ​ຣ​ີ, ຮຽກ​ຮ້ອງ​ໃຫ້​ບັນ​ດາ​ຝ່າຍ​ຮັບ​ປະ​ກັນ​ສະ​ພາບ​ແວດ​ລ້ອມ​ຄວາມ​ໝັ້ນ​ຄົງ​ຢ່າງ​ສະ​ດວກ ແລະ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ເພື່ອ​ໜູນ​ຊ່ວຍ​ການ​ຂົນ​ສົ່ງ​ສິນ​ຄ້າ​ມະ​ນຸດ​ສະ​ທຳ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ສາ​ກົນ​ເພີ່ມ​ທະ​ວີ​ການ​ໜູນ​ຊ່ວຍ​ໃຫ້​ແກ່​ຊີ​ຣີ, ຕັ້ງ​ຈຸດ​ສຸມ​ໃນ​ໄລ​ຍະ​ນີ້​ແມ່ນ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ Covid – 19 ເພື່ອ​ຈຳ​ກັດ​ບັນ​ດາ​ການ​ກະ​ທຳ​ທີ່​ບໍ່​ດີ​ຕໍ່​ສະ​ພາບ​ການ​ມະ​ນຸດ​ສະ​ທຳ​ທີ່​ພວມ​ຮ້າຍ​ແຮງ​ທີ່​ສຸດຢູ່​ຊີ​ຣີ.

ຫວຽດ ນາມ ເຂ າ ຮ ວມ ກອງ ປະ ຊມສະ ພາ ຄວາມ ໝ ນ ຄ ງ ສປ ຊ ຕ ການ ຜ ນ ແປ ນ ບ ມ ນ ບ ສ ບ ສ ນ ຂອງ ໂລກ ລະ ບ າດ covid 19 ຢ ຊ ຣ ປະ​ທານ​ສະ​ພາ​ຕ່ຳ ອິນ​ໂດ​ເນ​ເຊຍ ຕີ​ລາ​ຄາ​ສູງ​ບັນ​ດາ​ຂີດ​ໝາຍ​ຂອງ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ

ຍ​ສ​ໝ - ທ່ານ​ນາງ ປ.ອ Puan Maharani ປະ​ທານ​ສະ​ພາ​ຕໍ່າ ອິນ​ໂດ​ເນ​ເຊຍ​ໄດ້​ຕີ​ລາ​ຄາ​ສູງ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ຫວຽດ​ນາມ​ໃນ​ການ​ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ AIPA ທາງ​ອອນ​ລາຍ​ຄັ້ງ​ທຳ​ອິດ​ໃນ​ສະ​ພາບ​ການ​ເກີດ​ໂລກ​ລະ​ບາດ Covid – 19.

ຫວຽດ ນາມ ເຂ າ ຮ ວມ ກອງ ປະ ຊມສະ ພາ ຄວາມ ໝ ນ ຄ ງ ສປ ຊ ຕ ການ ຜ ນ ແປ ນ ບ ມ ນ ບ ສ ບ ສ ນ ຂອງ ໂລກ ລະ ບ າດ covid 19 ຢ ຊ ຣ ຫວຽດ​ນາມ​ເຂົ້າ​ຮ່ວມ ກອງ​ປະ​ຊຸມ​ຂອງສ​ະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ​

ຍ​ສ​ໝ - ທ່ານ​ນາງ Rosemary DiCarlo ຮອງ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ໃຫ້​ຮູ້​ວ່າ ໃນທົ່ວ​ໂລກ ຊາວ​ໜຸ່ມ 4 ຄົນຈະ​ມີ​ຄົນ​ໜຶ່ງ​ຖືກ​ຜົນ​ກະ​ທົບ​ຈາກ​ການ​ປະ​ທະ​ກັນ ແລະ ການ​ໃຊ້​ຄວາມ​ຮຸນ​ແຮງ, ເພ​າ​ະ​ສະ​ນັ້ນ, ຊາວ​ໜຸ່ມ​ມີ​ບົດ​ບາດ​ສຳ​ຄັນ​ໃນ​ບັນ​ດາ​ວິວ​ັດ​ການ​ສ້າງ​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ.

ຫວຽດ ນາມ ເຂ າ ຮ ວມ ກອງ ປະ ຊມສະ ພາ ຄວາມ ໝ ນ ຄ ງ ສປ ຊ ຕ ການ ຜ ນ ແປ ນ ບ ມ ນ ບ ສ ບ ສ ນ ຂອງ ໂລກ ລະ ບ າດ covid 19 ຢ ຊ ຣ ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ ຕີລາຄາສູງຕໍ່ຄວາມສາມາດໃນການຈັດຕັ້ງ AIPA 41 ຂອງ ສະພາແຫ່ງຊາດຫວຽດນາມ

ຍສໝ - ຫວຽດນາມ ໄດ້ມານະພະຍາຍາມປະຕິບັດບົດບາດປະທານເປັນຢ່າງດີ, ມີກົນໄກປຶກສາຫາລືກັບບັນດາປະເທດສະມາຊິກ AIPA ດີທີ່ສຸດ, ເຊິ່ງເປັນສິ່ງທີ່ຊ່ວຍໃຫ້ກອງປະຊຸມຮັບຮອງເອົາບັນດາມະຕິຕົກລົງແຕກຕ່າງກັນໂດຍໄວ ແລະ ດ້ວຍຄວາມເຫັນດີເປັນເອກະພາບສູງ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.