ຫວຽດ​ນາມເຂົ້າ​ຮ່ວມ ກອງ​ປະ​ຊຸມອອ​ນ​ລາຍ​ກ່ຽວ​ກັບ​ສະ​ພາບ​ການ​ເຂດ​ບັນ​ດາ​ໜອງ​ໃຫຍ່​ຢູ່ ອາ​ຟ​ຼິກ​ກາ

17:00 | 14/10/2020

ຍ​ສໝ -  ສອງ​ປະ​ເທດ ອາ​ຊຽນ ແມ່ນ​ອິນ​ໂດ​ເນ​ເຊຍ ແລະ ຫວຽດ​ນາມ ​ໄດ້​ມີ​ບົດ​ກ່າວ​ຄຳ​ເຫັນ​ລວມ​ຈຳ​ນວນ​ໜຶ່ງ​ເພື່ອ​ແນ​ໃສ່​ເພີ່​ມ​ທະ​ວີ​ສຽງ​ເວົ້າ ແລະ ພາບ​ພົດ​ຂອງ​ອາ​ຊຽນ ນັບ​ແຕ່​ເດືອນ​ພຶດ​ສະ​ພາ ປີນີ້. ໃນ​ເດືອນນີ້, ສອງ​ປະ​ເທດ​ໄດ້​ມີ​ບົດ​ກ່າວ​ຄຳ​ເຫັນ​ລວມ​ກ່ຽວ​ກັບ​ສະ​ພາບ​ການ​ຢູ່​ມາ​ລີ​ໃນ​ວັນ​ທີ 8 ຕຸ​ລາ.

ຫວຽດ ນາມເຂ າ ຮ ວມ ກອງ ປະ ຊ ມອອ ນ ລາຍ ກ ຽວ ກ ບ ສະ ພາບ ການ ເຂດ ບ ນ ດາ ໜອງ ໃຫຍ ຢ ອາ ຟ ກ ກາ ຫວຽດ​ນາມ​ຮ່ວມ​ເປັນ​ປະ​ທານກອງ​ປະ​ຊຸມ​ກ່ຽວ​ກັບ​ການ​ຮ່ວ​ມ​ມື​ລະ​ຫວ່າງ ອາ​ຊຽນ - ສ​ປ​ຊ
ຫວຽດ ນາມເຂ າ ຮ ວມ ກອງ ປະ ຊ ມອອ ນ ລາຍ ກ ຽວ ກ ບ ສະ ພາບ ການ ເຂດ ບ ນ ດາ ໜອງ ໃຫຍ ຢ ອາ ຟ ກ ກາ ຫວຽດ​ນາມ​ເຂົ້າ​ຮ່ວມ ກອງ​ປະ​ຊຸມ​ຂອງສ​ະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ​
ຫວຽດ ນາມເຂ າ ຮ ວມ ກອງ ປະ ຊ ມອອ ນ ລາຍ ກ ຽວ ກ ບ ສະ ພາບ ການ ເຂດ ບ ນ ດາ ໜອງ ໃຫຍ ຢ ອາ ຟ ກ ກາ
ກອງ​ປະ​ຊຸມອອ​ນ​ລາຍ​ກ່ຽວ​ກັບ​ສະ​ພາບ​ການ​ເຂດ​ບັນ​ດາ​ໜອງ​ໃຫຍ່​ຢູ່ ອາ​ຟ​ຼິກ​ກາ (ພາບ: vov.vn)

ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ໃນ​ວັນ​ທີ 13 ຕຸ​ລາ ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມອອ​ນ​ລາຍ​ກ່ຽວ​ກັບ​ສະ​ພາບ​ການ​ເຂດ​ບັນ​ດາ​ໜອງ​ໃຫຍ່​ຢູ່ ອາ​ຟ​ຼິກ​ກາ. ທີ່ກອງ​ປະ​ຊຸມ, ທ່ານ Dian Triansyah Diani – ຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າ ອິນ​ໂດ​ເນ​ເຊຍ​ປະ​ຈຳ​ ສ​ປ​ຊ ໄດ້​ອ່ານ​ບົດ​ກ່າວ​​ຄຳ​ເຫັນ​ລວມ​ຂອງ ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ, ໃນ​ນັ້ນ​ໄດ້​ແບ່ງ​ປັນ​ທັດ​ສະ​ນະ​ຂອງ​ບັນ​ດາ​ປະ​ເທດ​ກຳ​ມະ​ການ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ​ໃນ​ການ​ຮັບ​ຮອງ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຮ​່ວມ​ມື​ຂອງ ສ​ປ.ກົງ​ໂກ ແລະ ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ, ເນັ້ນ​ໜັກ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ຜັນ​ຂະ​ຫຍາຍ​ຂໍ້​ຕ​ົກ​ລົງ​ສ້າງ​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ ແລະ ການ​ຮ່ວມ​ມື​ເພື່ອ​ແນ​ໃສ່​ແກ້​ໄຂ​ບັນ​ດາ​ສິ່ງ​ທ້າ​ທາຍ​ທີ່​ຍັງ​ຄົງ​ຄ້າງ. ບົດ​ກ່າ​ວ​ຄ​ຳ​ເຫັນ​ກ​ໍ່​ຖື​ວ່າ ຈຳ​ເປັນ​ຕ້ອງ​ແກ້​ໄຂ​ສາຍ​ເຫດ​ຕົ້ນ​ຕໍ​ຂອງ​ການ​ຂາ​ດ​ສະ​ຖຽນ​ລະ​ພາບ​ຢູ່​ພາກ​ພື້ນ​ ຜ່ານ​ການ​ເພີ່ມ​ທະ​ວີ​ກາ​ນ​ໄກ​ເກ່ຍ, ສົມ​ທົບ​ກັນ​ແກ້​ໄຂ​ການ​ເຄື່ອນ​ໄຫວ​ທີ່​ຜິດ​ກົດ​ໝາຍ​ຂອງ ບັນ​ດາ​ກຸ່ມ​ປະ​ກອບ​ອາ​ວຸດ, ແກ້​ໄຂ​ບັນ​ຫາ​ຄຸ້ມ​ຄອງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ເພີ່ມ​ທະ​ວີ​ກາ​ນ​ຮ່ວມ​ມື​ພັດ​ທະ​ນາ.

ປັດ​ຈຸ​ບັນ, ສອງ​ປະ​ເທດ ອາ​ຊຽນ ແມ່ນ​ອິນ​ໂດ​ເນ​ເຊຍ ແລະ ຫວຽດ​ນາມ ພ້ອມ​ກັນ​ແມ່ນ​ສະ​ມາ​ຊິດ​ບໍ່​ປະ​ຈຳ​ການ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ປີ 2020. ສອງ​ປະ​ເທດ​ໄດ້​ມີ​ບົດ​ກ່າວ​ຄຳ​ເຫັນ​ລວມ​ຈຳ​ນວນ​ໜຶ່ງ​ເພື່ອ​ແນ​ໃສ່​ເພີ່​ມ​ທະ​ວີ​ສຽງ​ເວົ້າ ແລະ ພາບ​ພົດ​ຂອງ​ອາ​ຊຽນ ນັບ​ແຕ່​ເດືອນ​ພຶດ​ສະ​ພາ ປີນີ້. ໃນ​ເດືອນນີ້, ສອງ​ປະ​ເທດ​ໄດ້​ມີ​ບົດ​ກ່າວ​ຄຳ​ເຫັນ​ລວມ​ກ່ຽວ​ກັບ​ສະ​ພາບ​ການ​ຢູ່​ມາ​ລີ​ໃນ​ວັນ​ທີ 8 ຕຸ​ລາ.

ຫວຽດ ນາມເຂ າ ຮ ວມ ກອງ ປະ ຊ ມອອ ນ ລາຍ ກ ຽວ ກ ບ ສະ ພາບ ການ ເຂດ ບ ນ ດາ ໜອງ ໃຫຍ ຢ ອາ ຟ ກ ກາ ຫວຽດນາມ ເຂົ້າ​ຮ່ວມກອງປະຊຸມທາງອອນລາຍປະຈຳເດືອນ ກ່ຽວກັບສະພາບການຢູ່ຊີຣີ​ຂອງ ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ

ຍ​ສ​ໝ - ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດຫວຽດນາມ ຟ້າມຫາຍແອັງ, ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ, ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງສືບຕໍ່ຮັກສາການໂອ້ລົມສົນທະນາ ແລະ ການເຈລະຈາມີລັກສະນະສ້າງສັນລະຫວ່າງ ລັດຖະບານຊີຣີ ແລະ ຝ່າຍຄ້ານ, ໃນນັ້ນຄວນເປັນເອກະພາບກ່ຽວກັບໂຄງການດຳເນີນງານໂດຍໄວ ເພື່ອດຳເນີນບັນດາກອງປະຊຸມຄັ້ງຕໍ່ໄປ.

ຫວຽດ ນາມເຂ າ ຮ ວມ ກອງ ປະ ຊ ມອອ ນ ລາຍ ກ ຽວ ກ ບ ສະ ພາບ ການ ເຂດ ບ ນ ດາ ໜອງ ໃຫຍ ຢ ອາ ຟ ກ ກາ ຫວຽດ​ນາມ ເຂົ້າ​ຮ່ວມ ກອງ​ປະ​ຊມສະ​ພາ​ຄວາມ​ໝັ້ນ​ຄົງ ​ສປ​ຊ ​​ຕໍ່​ການ​ຜັນ​ແປ​ນັບ​ມື້​ນັບ​ສັບ​ສົນ​ຂອງ​ໂລກ​ລະ​ບ​າດ Covid – 19 ຢູ່​ຊີ​ຣີ

ຍ​ສ​ໝ - ທ່ານ​ Mark Lowcock ຮອງ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ຮັບ​ຜິດ​ຊອບ​ບັນ​ດາ​ບັນ​ຫາ​ມະ​ນຸດ​ສະ​ທຳ ໄດ້​ສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນ​ເປັນ​ພິ​ເສດ​ກ່ຽວ​ກັບ​ການ​ຜັນ​ແປ​ນັບ​ມື້​ນັບ​ສັບ​ສົນ​ຂອງ​ໂລກ​ລະ​ບາດ Covid – 19 ຢູ່​ຊີ​ຣ​ີ.

ຫວຽດ ນາມເຂ າ ຮ ວມ ກອງ ປະ ຊ ມອອ ນ ລາຍ ກ ຽວ ກ ບ ສະ ພາບ ການ ເຂດ ບ ນ ດາ ໜອງ ໃຫຍ ຢ ອາ ຟ ກ ກາ ຫວຽດ​ນາມ​ເຂົ້າ​ຮ່ວມ ກອງ​ປະ​ຊຸມ​ຂອງສ​ະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ​

ຍ​ສ​ໝ - ທ່ານ​ນາງ Rosemary DiCarlo ຮອງ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ໃຫ້​ຮູ້​ວ່າ ໃນທົ່ວ​ໂລກ ຊາວ​ໜຸ່ມ 4 ຄົນຈະ​ມີ​ຄົນ​ໜຶ່ງ​ຖືກ​ຜົນ​ກະ​ທົບ​ຈາກ​ການ​ປະ​ທະ​ກັນ ແລະ ການ​ໃຊ້​ຄວາມ​ຮຸນ​ແຮງ, ເພ​າ​ະ​ສະ​ນັ້ນ, ຊາວ​ໜຸ່ມ​ມີ​ບົດ​ບາດ​ສຳ​ຄັນ​ໃນ​ບັນ​ດາ​ວິວ​ັດ​ການ​ສ້າງ​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.