ຫວຽດ​ນາມ ​ຊຸກ​ຍູ້​ການ​ຄ້າ​ກັ​ບ Mercosur

09:48 | 04/10/2020

ຍ​ສໝ -  ໃນຊຸມປີຜ່ານມາ, ອົງການການຄ້າຫວຽດນາມ ປະຈຳ Brazil ໄດ້ຍູ້ແຮງວຽກງານໂຄສະນາ, ສົ່ງເສີມການຄ້າ, ຊອກຫາ, ກວດກາ, ແນະນຳບັນດາຄູ່ຮ່ວມມືໃຫ້ແກ່ບັນດາວິສາຫະກິດ ກໍ່ຄືຕິດແທດກັບບັນດາອົງການມີໜ້າທີ່ຮັບຜິດຊອບຂອງປະເທດນີ້ ເພື່ອແນໃສ່ແກ້ໄຂຂໍ້ຕິດຂັດຢ່າງລະອຽດ.

ຫວຽດ ນາມ ຊ ກ ຍ ການ ຄ າ ກ ບ mercosur ພິ​ທີ​ເຊັນ​ຂໍ້​ຕົກ​ລົງ​ການ​ຄ້າ​ໄລ​ຍະ 1 ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ຈີນ ຈະ​ດຳ​ເນີນ​ໃນ​ວັນ​ທີ 15 ມັງ​ກອນ 2020 ຢູ່ ທຳ​ນຽບ​ຂາວ
ຫວຽດ ນາມ ຊ ກ ຍ ການ ຄ າ ກ ບ mercosur ຫວຽດ​ນາມ​: ວົງ​ເງິນ​ການ​ຄ້າ​ສົ່ງ​ອອກ - ນຳ​ເຂົ້າ​ ຈະ​​ລື່ນກາຍຄາດ​ໝາຍ 500 ຕື້ USD
ຫວຽດ ນາມ ຊ ກ ຍ ການ ຄ າ ກ ບ mercosur
ສະພາບກອງປະຊຸມທາງອອນລາຍໃນສະຖານທີ່ຢູ່ຮ່າໂນ້ຍ (ພາບ: TTXVN)

ໃນລະຫວ່າງວັນທີ 1-2 ຕຸລາ, ກົມສົ່ງເສີມການຄ້າຫວຽດນາມ ສົມທົບກັບກົມຕະຫຼາດທະວີບເອີລົບ-ອາເມລິກາ (ກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ) ແລະ ບັນດາຄູ່ຮ່ວມມືພາຍໃນ ແລະ ຕ່າງປະເທດ ໄດ້ຈັດກອງປະຊຸມແລກປ່ຽນການຄ້າທາງອອນລາຍ ຫວຽດນາມ– Mercosur.

ເຂົ້າ​ຮ່ວມກອງ​ປະ​ຊຸມ, ຝ່າຍ​ຫວຽດ​ນາມ​ມີ​ທ່ານ ໂດ໊ທັ້ງ​ຫ໋າຍ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ຫວຽດ​ນາມ, ທ່ານ​ນາງ​ຟ້າມ​ທິກ​ິມ​ຮ​ວາ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ​ປະ​ຈຳ ບ​ຣາ​ຊິນ, ທ່ານ ເຢຶອງກ໊ວກ​ແທງ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ​ປະ​ຈຳ ອາກ​ຊັງ​ຕິນ, ຫ້ວງ​ການ​ການ​ຄ້າ​ຫວຽດ​ນາມ​ປະ​ຈຳ ອາກຊັງ​ຕິນ ແລະ ບ​ຣ​່​າ​ຊິນ ພ້ອມ​ກັບ​ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ​. ຝ່າຍ​ອາກ​ຊັງ​ຕ​ິນ​ທີ່​ທ່ານ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ, ການ​ຄ້າ ແລະ ສາ​ສະ​ໜາ​ອາກ​ຊັງ​ຕິນ.

ຈຸດປະສົງຂອງກອງປະຊຸມດັ່ງກ່າວ ແມ່ນເພື່ອຫັນຕະຫຼາດສົ່ງອອກເປັນຫຼາຍຮູບຫຼາຍແບບ, ໂຄສະນາເຄື່ອງໝາຍການຄ້າ ແລະ ພາບພົດວິສາຫະກິດຫວຽດນາມ ກັບບັນດາຕະຫຼາດການຄ້າທີ່ສຳຄັນໃນພາກພື້ນອາເມລິກາໃຕ້, ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດໃນໄລຍະເກີດໂລກລະບາດ, ສ້າງເງື່ອນໄຂສະດວກ ແລະ ໂອກາດໃຫ້ແກ່ບັນດາວິສາຫະກິດຫວຽດນາມ ເພື່ອສາມາດແລກປ່ຽນຜ່ານທາງອອນລາຍ, ເຊື່ອມຕໍ່ຄູ່ຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນ ແລະ ເປີດກ້ວາງການດຳເນີນທຸລະກິດອອກສູ່ກຸ່ມຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນ Mercosur.

ໃນຊຸມປີຜ່ານມາ, ອົງການການຄ້າຫວຽດນາມ ປະຈຳ Brazil ໄດ້ຍູ້ແຮງວຽກງານໂຄສະນາ, ສົ່ງເສີມການຄ້າ, ຊອກຫາ, ກວດກາ, ແນະນຳບັນດາຄູ່ຮ່ວມມືໃຫ້ແກ່ບັນດາວິສາຫະກິດ ກໍ່ຄືຕິດແທດກັບບັນດາອົງການມີໜ້າທີ່ຮັບຜິດຊອບຂອງປະເທດນີ້ ເພື່ອແນໃສ່ແກ້ໄຂຂໍ້ຕິດຂັດຢ່າງລະອຽດ.

ກອງປະຊຸມໄດ້ດຶງດູດການເຂົ້າຮ່ວມຂອງຜູ້ຕາງໜ້າວິສາຫະກິດຫວຽດນາມ ແລະ Mercosur ເກືອບ 200 ແຫ່ງ. ໃນ 2 ມື້ດຳເນີນກອງປະຊຸມ, ບັນດາວິສາຫະກິດໄດ້ແລກປ່ຽນ ປຶກສາຫາລືເພື່ອພ້ອມກັນຮ່ວມມື, ພັດທະນາໃນໄລຍະທີ່ຈະມາເຖິງ.

ຫວຽດ ນາມ ຊ ກ ຍ ການ ຄ າ ກ ບ mercosur ເຊື່ອມ​ຕໍ່​ບາງ​ຖ້ຽວບິນ​ການ​ຄ້າ​ສາກົນ​ຄືນ​ໃໝ່ ນັບ​ແຕ່​ວັນ​ທີ 15 ກັນຍາ ​ເປັນ​ຕົ້ນ​ໄປ

ຍສໝ - ຫ້ອງວ່າການລັດຖະບານຫວຽດນາມ ຫາກໍ່ປະກາດແຈ້ງການເລກທີ 330/TB-VPCP ກ່ຽວກັບການຕົກລົງເຫັນດີຕໍ່ແບບວິທີເຊື່ອມຈອດບັນດາຖ້ຽວບິນການຄ້າສາກົນຄືນໃໝ່, ໂດຍມີການຂົນສົ່ງຜູ້ໂດຍສານລະຫວ່າງ ຫວຽດນາມ ກັບບາງປະເທດຄູ່ຮ່ວມມື.

ຫວຽດ ນາມ ຊ ກ ຍ ການ ຄ າ ກ ບ mercosur ພິ​ທີ​ເຊັນ​ຂໍ້​ຕົກ​ລົງ​ການ​ຄ້າ​ໄລ​ຍະ 1 ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ຈີນ ຈະ​ດຳ​ເນີນ​ໃນ​ວັນ​ທີ 15 ມັງ​ກອນ 2020 ຢູ່ ທຳ​ນຽບ​ຂາວ

ພິທີເຊັນຂໍ້ຕົກລົງການຄ້າໄລຍະ 1 ລະຫວ່າງ ອາເມລິກາ ແລະ ຈີນ ຈະດຳເນີນໃນວັນທີ 15 ມັງກອນ 2020 ຢູ່ ທຳນຽບຂາວ ແລະ ຫຼັງຈາກນັ້ນ ທ່ານຈະໄປປັກກິ່ງ ເພື່ອເລີ່ມຕົ້ນການເຈລະຈາຂໍ້ຕົກລົງການຄ້າໄລຍະທີ 2 ກັບ ຈີນ.

ຫວຽດ ນາມ ຊ ກ ຍ ການ ຄ າ ກ ບ mercosur ຫວຽດ​ນາມ​: ວົງ​ເງິນ​ການ​ຄ້າ​ສົ່ງ​ອອກ - ນຳ​ເຂົ້າ​ ຈະ​​ລື່ນກາຍຄາດ​ໝາຍ 500 ຕື້ USD

ຍສໝ - ຍອດວົງເງິນການຄ້າສົ່ງອອກ - ນຳເຂົ້າຂອງ ຫວຽດນາມ ໃນ 11 ເດືອນ ຜ່ານມາ ບັນລຸໄດ້ຫຼາຍກ່ວາ 470 ຕື້ USD, ດ້ວຍຄວາມຄືບໜ້າຄືໃນປັດຈຸບັນ, ຍອດວົງເງິນສົ່ງອອກ - ນຳເຂົ້າຂອງ ຫວຽດນາມ ຈະລື່ນກາຍຄາດໝາຍ 500 ຕື້ USD ໃນທ້າຍເດືອນທັນວາ ປີ ...

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.