ຫວຽດ​ນາມ​: ວົງ​ເງິນ​ການ​ຄ້າ​ສົ່ງ​ອອກ - ນຳ​ເຂົ້າ​ ຈະ​​ລື່ນກາຍຄາດ​ໝາຍ 500 ຕື້ USD

08:15 | 16/12/2019

ຍສໝ - ຍອດວົງເງິນການຄ້າສົ່ງອອກ - ນຳເຂົ້າຂອງ ຫວຽດນາມ ໃນ 11 ເດືອນ ຜ່ານມາ ບັນລຸໄດ້ຫຼາຍກ່ວາ 470 ຕື້ USD, ດ້ວຍຄວາມຄືບໜ້າຄືໃນປັດຈຸບັນ, ຍອດວົງເງິນສົ່ງອອກ - ນຳເຂົ້າຂອງ ຫວຽດນາມ ຈະລື່ນກາຍຄາດໝາຍ 500 ຕື້ USD ໃນທ້າຍເດືອນທັນວາ ປີ 2019.

ຫວຽດ​ນາມ​: ວົງ​ເງິນ​ການ​ຄ້າ​ສົ່ງ​ອອກ - ນຳ​ເຂົ້າ​ ຈະ​​ລື່ນກາຍຄາດ​ໝາຍ 500 ຕື້ USD

ທີ່ການຖະແຫຼງຂ່າວ ປະຈຳໄຕມາດ IV/2019 ໂດຍກະຊວງອຸດສາຫະກຳ ແລະ ການຄ້າ ຈັດຕັ້ງ.(ພາບ: chinhphu.vn)

ປີ 2020 ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຈະສຸມໃສ່ບັນດາແຫຼ່ງກຳລັງ, ຕັ້ງໜ້າຜັນຂະຫຍາຍບັນດາວິທີການເພື່ອສູ້ຊົນບັນລຸໄດ້ຕາມຄາດໝາຍທີ່ສະພາແຫ່ງຊາດວາງອອກນັ້ນ ແມ່ນ ການສົ່ງອອກໃຫ້ບັນລຸໄດ້ລະດັບ 7 – 8%. ຍອດວົງເງິນການຄ້າສົ່ງອອກ - ນຳເຂົ້າຂອງ ຫວຽດນາມ ໃນ 11 ເດືອນ ຜ່ານມາ ບັນລຸໄດ້ຫຼາຍກ່ວາ 470 ຕື້ USD, ດ້ວຍຄວາມຄືບໜ້າຄືໃນປັດຈຸບັນ, ຍອດວົງເງິນສົ່ງອອກ - ນຳເຂົ້າຂອງ ຫວຽດນາມ ຈະລື່ນກາຍຄາດໝາຍ 500 ຕື້ USD ໃນທ້າຍເດືອນທັນວາ ປີ 2019.ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ ແລະ ກຳລັງມານະພະຍາຍາມຜັນຂະຫຍາຍບັນດາວຽກງານທີ່ຈຳເປັນ ເພື່ອປະຕິບັດສັນຍາສະບັບຕ່າງໆ ແລະ ໜູນຊ່ວຍວິສາຫະກິດໃນການຂຸດຄົ້ນຜົນປະໂຫຍດທີ່ບັນດາ FTA ນຳມາໃຫ້.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.