| ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ 30.3 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ 950.000 ຄົນ | |
| ChildFund ຫວຽດນາມ ປະຕິບັດຫຼາຍກິດຈະກຳ ເພື່ອປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ກາວບັ່ງ | 
|  | 
| ໜ່ວຍຊາວໜຸ່ມສະຫະພັນບັນດາອົງການມິດຕະພາບນະຄອນໂຮ່ຈີມິນມອບຂອງຂວັນໃຫ້ແກ່ແມ່ຫວຽດນາມວິລະຊົນ ດັ້ງຖີ້ທູ. | 
ວັນທີ 16 ກັນຍາ, ໜ່ວຍຊາວໜຸ່ມສະຫະພັນບັນດາອົງການມິດຕະພາບນະຄອນໂຮ່ຈີມິນ ໄດ້ສົມທົບກັບຊາວໜຸ່ມພາກປະຊາຊົນ - ອໍານາດການປົກຄອງ - ຄະນະພັກນະຄອນ ພ້ອມດ້ວຍບັນດາຫົວໜ່ວຍ ໃນກຸ່ມບໍລິຫານຂຶ້ນກັບຄະນະຊາວໜຸ່ມນະຄອນ ໄດ້ມາຢ້ຽມຢາມ ແລະມອບຂອງຂວັນໃຫ້ແກ່ແມ່ຫວຽດນາມວິລະຊົນສອງຄົນ.
.ແມ່ຫວຽດນາມວິລະຊົນ ດັ້ງຖີ້ທູ (ປີ 1927), ອາໄສຢູ່ຖະໜົນ 507, ບ້ານ ເບົ່າກາບ, ເມືອງກູຈີ, ນະຄອນໂຮ່ຈີມິນ ແມ່ນຜູ້ທີ່ໄດ້ປະກອບສ່ວນຢ່າງໃຫຍ່ຫຼວງໃຫ້ແກ່ການປະຕິວັດ. ນອກຈາກນັ້ນ, ຄະນະໄດ້ໄປຢ້ຽມຢາມແມ່ຫວຽດນາມວິລະຊົນ ຫງວຽນທີ້ເຟີຍ, ອາໄສຢູ່ເລກທີ 1187/17, ຖະໜົນ 7, ບ້ານຊອມຈ້າຍ, ຕາແສງ ອານເຍີນໃຕ, ເມືອງ ກູຈີ.
|  | 
| ໜ່ວຍຊາວໜຸ່ມສະຫະພັນບັນດາອົງການມິດຕະພາບນະຄອນໂຮ່ຈີມິນມອບຂອງຂວັນໃຫ້ແກ່ແມ່ຫວຽດນາມວິລະຊົນ ຫງວຽນທີ້ເຟີຍ. | 
ນີ້ແມ່ນກິດຈະກຳຕົວຈິງທີ່ບໍ່ພຽງແຕ່ມີຄວາມໝາຍຕໍ່ການສືບຕໍ່ມູນເຊື້ອ “ກິນນ້ຳຕ້ອງຄິດຮອດບໍ່ເກີດ” ແຕ່ຍັງເປັນການປະກອບສ່ວນເພື່ອໃຫ້ຊາວໜຸ່ມຫວຽດນາມໃນທົ່ວປະເທດ ມີການອຸທິດ ແລະ ຮັກສາໝາກ ຜົນຂອງການປະຕິວັດຫລັງຈາກການຕໍ່ຕ້ານຫລາຍປີ.
|   | ກາເຟງວດທຳອິດທີ່ສົ່ງອອກໄປຍັງ ອີຢູ ຕາມສັນຍາ EVFTA ຍສໝ - ກາເຟງວດທຳອິດທີ່ສົ່ງອອກໄປຍັງ ອີຢູ ຄັ້ງນີ້ ແມ່ນຂອງບໍລິສັດຫວິງຮຽບຈຳກັດ ດ້ວຍປະລິມານທັງໝົດແມ່ນ 296 ໂຕນ. | 
|   | ຮ່າຢາງ: ມອບສົ່ງພົນລະເມືອງຈີນ 17 ຄົນ ທີ່ເຂົ້າເມືອງຫວຽດນາມຜິດກົດໝາຍ ຍສໝ - ຢູ່ສະຖານທີ່ມອບຮັບ, ກຳລັງປະຕິບັດງານຂອງສອງຝ່າຍໄດ້ດຳເນີນຂັ້ນຕອນທາງກົດໝາຍ, ປະຕິບັດລະບຽບການກ່ຽວກັບການປ້ອງກັນ ແລະຄວບຄຸມພະຍາດຂອງສອງປະເທດ; ເຊັນບົດບັນທຶກ ແລະ ມອບຮັບພົນລະເມືອງ 17 ຄົນ ທີ່ໄດ້ກ່າວມາຂ້າງເທິງຕາມລະບຽບ. | 
|   | ການນຳ HUFO ຊົມເຊີຍ 63 ປີແຫ່ງວັນຊາດຂອງມາເລເຊຍ ຍສໝ - ຫວຽດນາມ ແລະມາເລເຊຍ ໄດ້ສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການໃນວັນທີ 30 ມີນາ 1973, ນັບແຕ່ການສ້າງຕັ້ງສາຍພົວພັນທາງການທູດມາຮອດປະຈຸບັນ, ການພົວພັນຫວຽດນາມ - ມາເລເຊຍ ຍາມໃດກໍ່ໄດ້ຮັບການພັດທະນາຢ່າງດີງາມ, ໂດຍສະເພາະແມ່ນພາຍຫຼັງ ສອງປະເທດຍົກລະດັບການເປັນຄູ່ຮ່ວມຍຸດທະສາດໃນປີ 2015. | 
ໄຊພອນ
 
                 
  
  
                                             
                                             
                                             
                                             
                                             
                                             
                                             
                                             
                                             
                     
                     
                     
                    