ນັກສຶກສາດ່ານັງ 282 ຄົນ ໄດ້ຜ່ານຮອບການສຳພາດທີ່ "ງານວາງສະແດງວຽກເຮັດງານທຳຍີ່ປຸ່ນ 2020"

06:30 | 06/09/2020

ຍສໝ - ນັກສຶກສາຫຼາຍກວ່າ 400 ຄົນ ໃນ 11 ວິຊາການຝຶກອົບຮົມທີ່ມະຫາວິທະຍາໄລດົງອາ ລົງທະບຽນເຂົ້າສຳ ພາດທີ່ຫ້ອງການຮັບສະໝັກພະນັກງານບໍ່ວ່າທາງກົງ ຫລື ທາງອິນເຕີເນັດ ຢູ່ເຮືອນ ໂດຍຜ່ານລະບົບອອນລາຍ ທີ່ຄຸ້ນເຄີຍເຊິ່ງຖືກນຳໃຊ້ເຂົ້າໃນຂະບວນການຮຽນຮູ້ ອອນລາຍກ່ອນໜ້ານັ້ນ.    

ນ ກສ ກສາດ ານ ງ 282 ຄ ນ ໄດ ຜ ານຮອບການສຳພາດທ ງານວາງສະແດງວຽກເຮ ດງານທຳຍ ປ ນ 2020 ທົ່ວໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ-19 ກ່ວາ 26.7 ລ້ານຄົນ, ໃນນັ້ນ ມີ 878.000 ຄົນເສຍຊີວິດ
ນ ກສ ກສາດ ານ ງ 282 ຄ ນ ໄດ ຜ ານຮອບການສຳພາດທ ງານວາງສະແດງວຽກເຮ ດງານທຳຍ ປ ນ 2020 ນາຍົກລັດຖະມົນຕີ ຫວຽດນາມ: ຍືດໝັ້ນເປົ້າໝາຍທັງຕ້ານພະຍາດໂຄວິດ-19 ສໍາເລັດຜົນທັງພັດທະນາເສດຖະກິດສັງຄົມ
ນ ກສ ກສາດ ານ ງ 282 ຄ ນ ໄດ ຜ ານຮອບການສຳພາດທ ງານວາງສະແດງວຽກເຮ ດງານທຳຍ ປ ນ 2020
ງານວາງສະແດງວຽກເຮັດງານທຳປະເທດຍີ່ປຸ່ນປີ 2020 ຖືກຈັດຂຶ້ນໃນຮູບແບບ ອອນລາຍ ໂດຍມີຫລາຍໆ “ຈຸດຂົວ” ເຊື່ອມຕໍ່ໃນເວລາດຽວກັນ.

ວັນທີ 4 ກັນຍາ, ມະຫາວິທະຍາໄລ ດົງອາ ດ່ານັງ ໄດ້ຈັດງານວາງສະແດງວຽກເຮັດງານທຳປະເທດຍີ່ປຸ່ນ 2020, ຫຼາຍກ່ວາ 30 ຄູ່ຮ່ວມມືຈາກບັນດາທ້ອງຖິ່ນ ແລະວິສາຫະກິດຍີ່ປຸ່ນເຂົ້າຮ່ວມດ້ວຍ 569 ຕຳແໜ່ງວ່າງ. ຍ້ອນຖືກຮັບຜົນສະທ້ອນຈາກໂລກລະບາດ COVID-19, ງານວາງສະແດງວຽກເຮັດງານທຳປະເທດຍີ່ປຸ່ນປີ 2020 ຖືກຈັດຂຶ້ນໃນຮູບແບບ ອອນລາຍ ໂດຍມີຫລາຍໆ “ຈຸດຂົວ” ເຊື່ອມຕໍ່ໃນເວລາດຽວກັນ.

ນັກສຶກສາຫຼາຍກວ່າ 400 ຄົນໃນ 11 ວິຊາການຝຶກອົບຮົມທີ່ມະຫາວິທະຍາໄລດົງອາ ລົງທະບຽນເຂົ້າສຳ ພາດທີ່ຫ້ອງການຮັບສະໝັກພະນັກງານບໍ່ວ່າທາງກົງ ຫລື ທາງອິນເຕີເນັດ ຢູ່ເຮືອນ ໂດຍຜ່ານລະບົບອອນລາຍ ທີ່ຄຸ້ນເຄີຍເຊິ່ງຖືກນຳໃຊ້ເຂົ້າໃນຂະບວນການຮຽນຮູ້ ອອນລາຍກ່ອນໜ້ານັ້ນ.

ກ່າວຄຳເຫັນທີ່ພິທີເປີດ, ທ່ານ YAKABE Yoshinori - ຫົວໜ້າສຳນັກງານກົງສຸນໃຫຍ່ຍີ່ປຸ່ນ ປະຈຳ ນະຄອນ ດ່ານັງ ໃຫ້ຮູ້ວ່າ: ໂລກລະບາດ ໂຄວິດ-19 ຍັງເຮັດໃຫ້ວິສາຫະກິດຍີ່ປຸ່ນຫຼາຍແຫ່ງຍ້າຍສາຍການຜະລິດອອກຈາກຈີນ ໂດຍໄວ. ແລະຫວຽດນາມແມ່ນສະຖານທີ່ລົງທຶນໃໝ່ທີ່ດຶງດູດຄວາມສົນໃຈຈາກບັນດາວິສາຫະກິດຍີ່ປຸ່ນ. ຢູ່ພາກກາງ, ນອກຈາກນະຄອນດານັງ, ບັນດາວິສາຫະກິດຍີ່ປຸ່ນຍັງພວມລົງທຶນຢ່າງຕໍ່ເນື່ອງຢູ່ບັນດາແຂວງໃກ້ຄຽງຄື: ກວາງນາມ, ກວາງາຍ...

ນ ກສ ກສາດ ານ ງ 282 ຄ ນ ໄດ ຜ ານຮອບການສຳພາດທ ງານວາງສະແດງວຽກເຮ ດງານທຳຍ ປ ນ 2020
ຫວຽດນາມແມ່ນສະຖານທີ່ລົງທຶນໃໝ່ທີ່ດຶງດູດຄວາມສົນໃຈຈາກບັນດາວິສາຫະກິດຍີ່ປຸ່ນ.

ສະນັ້ນ, ບັນດາວິສາຫະກິດຍີ່ປຸ່ນທີ່ມາລົງທຶນຢູ່ຫວຽດນາມ, ຊັບພະຍາກອນມະນຸດທີ່ມີຄວາມຊຳນິຊຳນານ ແລະ ພາສາຍີ່ປຸ່ນທີ່ດີກໍ່ມີຄວາມສຳຄັນຫຼາຍ. ນອກຈາກນີ້, ໃນຕະຫລາດຍີ່ປຸ່ນ, ກໍ່ຍັງມີຄວາມຈຳເປັນຫຼາຍໃນການເສີມຊັບພະຍາກອນມະນຸດໃນຫລາຍອາຊີບຍ້ອນບັນຫາຂອງປະຊາກອນຜູ້ສູງອາຍຸ. ຄວາມຕ້ອງການທີ່ຈະໄດ້ຮັບແຫຼ່ງຊັບພະຍາກອນມະນຸດຈາກຫວຽດນາມໄດ້ເພີ່ມຂື້ນຢ່າງຫຼວງຫຼາຍໃນຊຸມປີທີ່ຜ່ານມາຍ້ອນວັດທະນະທຳຄ້າຍຄືກັນລະຫວ່າງຫວຽດນາມ ແລະ ຍີ່ປຸ່ນ.”

ໃນຕອນທ້າຍຂອງການສຳພາດຢ່າງໂດຍກົງ ແລະ ຜ່ານທາງອິນເຕີເນັດ, ນັກສຶກສາຈາກມະຫາວິທະຍາໄລດົງອາ 282 ຄົນໄດ້ຜ່ານຮອບການສຳພາດ, ຍອມຮັບຢ່າງເປັນທາງການໃນການເຮັດວຽກ 1 ປີໃນປະເທດຍີ່ປຸ່ນ. ນັກສຶກສາເຫຼົ່ານີ້ຈະສືບຕໍ່ປັບປຸງທັກສະດ້ານວິຊາຊີບແລະພາສາຍີ່ປຸ່ນ, ກຽມພ້ອມທີ່ຈະເດີນທາງໄປປະເທດຍີ່ປຸ່ນໃນທັນທີພາຍຫຼັງເປີດຖ້ຽວບິນສາກົນຈາກປະເທດຫວຽດນາມໄປຍັງໂຕກຽວ (ປະເທດຍີ່ປຸ່ນ) ຄືນໃໝ່.

ເປັນທີ່ຮູ້ກັນວ່າ, ນອກເໜືອຈາກການຮັບສະໝັກ ແລະ ສະໜັບສະໜູນນັກສຶກສາໃນແຕ່ລະປີ, ກອງທຶນວິສາຫະກິດຍີ່ປຸ່ນລົງທຶນ ແລະ ສະໜັບສະໜູນທຶນການສຶກສາຫຼາຍກ່ວາ 800 ທຶນດ້ວຍມູນຄ່າທັງໝົດ 94 ຕື້ດົ່ງເພື່ອໃຫ້ນັກຮຽນດ່ານັງ ໄປຝຶກອົບຮົມ ແລະເຮັດວຽກຢູ່ຍີ່ປຸ່ນ ໃນສາມປີຂ້າງໜ້າ.

ນ ກສ ກສາດ ານ ງ 282 ຄ ນ ໄດ ຜ ານຮອບການສຳພາດທ ງານວາງສະແດງວຽກເຮ ດງານທຳຍ ປ ນ 2020 ບັນດາພາຫະນະສື່ມວນຊົນຂອງລາວ ໄດ້ໃຫ້ຂ່າວຢ່າງຫຼວງຫຼາຍກ່ຽວກັບການສະເຫຼີມສະຫຼອງ 75 ປີແຫ່ງການປະຕິວັດເດືອນສິງຫາ ແລະວັນຊາດທີ 2 ກັນຍາ ປະເທດ ສສ ຫວຽດນາມ

ຍສໝ - ໃນໜ້າ 1 ຂອງໜັງສືພິມປະຊາຊົນ, ອົງການກະບອກສຽງຂອງສູນກາງພັກປະຊາຊົນປະຕິວັດລາວ ໄດ້ລົງພິມບົດນໍາດ້ວຍຫົວຂໍ້ “ສາຍພົວພັນ ລາວ-ຫວຽດນາມ ບໍ່ມີມື້ຈືດຈາງ”.

ນ ກສ ກສາດ ານ ງ 282 ຄ ນ ໄດ ຜ ານຮອບການສຳພາດທ ງານວາງສະແດງວຽກເຮ ດງານທຳຍ ປ ນ 2020 ບໍລິສັດຂອງຫວຽດນາມ ເຂົ້າຮ່ວມການພັດທະນາໄຟຟ້າແສງຕາເວັນຢູ່ລາວ

ໜັງສືພິມ Vientiane Times ສະບັບອອກວັນທີ 3 ກັນຍາ ໄດ້ໃຫ້ຂ່າວວ່າ ມີບໍລິສັດ 3 ແຫ່ງໃນນັ້ນມີຂອງຫວຽດນາມ 1 ແຫ່ງໄດ້ຕົກລົງພ້ອມກັນພັດທະນາບັນດາໂຄງການໄຟຟ້າແສງຕາເວັນຢູ່ແຂວງຈໍາປາສັກ ແລະແຂວງເຊກອງ ຂອງລາວ.

ນ ກສ ກສາດ ານ ງ 282 ຄ ນ ໄດ ຜ ານຮອບການສຳພາດທ ງານວາງສະແດງວຽກເຮ ດງານທຳຍ ປ ນ 2020 Army Games 2020: ບັນດາທີມຂອງກອງທັບປະຊາຊົນຫວຽດນາມ ສ້າງຄວາມປະທັບໃຈທີ່ດີງາມໃນສາຍຕາເພື່ອນມິດສາກົນ

ຍສໝ - ເຂົ້າຮ່ວມ Army Games 2020, ບັນດາທີມຂອງກອງທັບປະຊາຊົນຫວຽດນາມ ມີຄວາມທຸ່ນທ່ຽງ, ເຊື່ອໝັ້ນຕົນເອງ, ມານະພະຍາຍາມແຂ່ງຂັນຈົນສຸດຄວາມສາມາດຂອງຕົນ, ເສີມຂະຫຍາຍຈິດໃຈສາມັກຄີ, ປະສານສົມທົບ, ປະກອບສ່ວນໂຄສະນາເຜີຍແຜ່ກ່ຽວກັບປະເທດຊາດ, ຊາວຫວຽດນາມ ແລະແຜ່ຂະຫຍາຍຮູບພາບລຸງໂຮ່ ເຖິງເພື່ອນມິດສາກົນຢ່າງແຮງ.

ໄຊພອນ

ເຫດການ
302 Found

Found

The document has moved here.