ນາຍົກລັດຖະມົນຕີ ຫວຽດນາມ: ຍືດໝັ້ນເປົ້າໝາຍທັງຕ້ານພະຍາດໂຄວິດ-19 ສໍາເລັດຜົນທັງພັດທະນາເສດຖະກິດສັງຄົມ

20:03 | 05/09/2020

ຍສໝ - ທ່ານ ຫງວຽນຊວນຟຸກ ໃຫ້ຮູ້ວ່າ ໃນ 8 ເດືອນຜ່ານມາ, ພະຍາດໂຄວິດ-19 ໄດ້ແຜ່ລະບາດຢູ່ 15 ທ້ອງຖິ່ນໃນທົ່ວປະເທດ. ບັນດາຂະແໜງ, ຂັ້ນຕ່າງໆໄດ້ມີຫຼາຍວິທີການຊີ້ນໍາຢ່າງຂ້ຽວຂາດ, ສະກັດກັ້ນ ແລະປ້ອງກັນພະຍາດໂຄວິດ-19 ຢ່າງທັນການ ແລະມີປະສິດທິຜົນບົນຈິດໃຈປະຕິບັດເປົ້າໝາຍຄວບຄູ່ທັງປ້ອງກັນ, ຕ້ານພະຍາດໂຄວິດ-19, ທັງພັດທະນາເສດຖະກິດ-ສັງຄົມ.

ນາຍ ກລ ດຖະມ ນຕ ຫວຽດນາມ ຍ ດໝ ນເປ າໝາຍທ ງຕ ານພະຍາດໂຄວ ດ 19 ສ າເລ ດຜ ນທ ງພ ດທະນາເສດຖະກ ດສ ງຄ ມ Army Games 2020: ບັນດາທີມຂອງກອງທັບປະຊາຊົນຫວຽດນາມ ສ້າງຄວາມປະທັບໃຈທີ່ດີງາມໃນສາຍຕາເພື່ອນມິດສາກົນ
ນາຍ ກລ ດຖະມ ນຕ ຫວຽດນາມ ຍ ດໝ ນເປ າໝາຍທ ງຕ ານພະຍາດໂຄວ ດ 19 ສ າເລ ດຜ ນທ ງພ ດທະນາເສດຖະກ ດສ ງຄ ມ ໜູນຊ່ວຍບັນດາວິສາຫະກິດ ຫວຽດນາມ ສົ່ງອອກສິນຄ້າໄປຍັງ ລາວ
ນາຍ ກລ ດຖະມ ນຕ ຫວຽດນາມ ຍ ດໝ ນເປ າໝາຍທ ງຕ ານພະຍາດໂຄວ ດ 19 ສ າເລ ດຜ ນທ ງພ ດທະນາເສດຖະກ ດສ ງຄ ມ
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ກ່າວຄໍາເຫັນທີ່ກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນ ສິງຫາ. ພາບ:TTXVN.

ໃນຕອນເຊົ້າວັັນທີ 4 ກັນຍາ 2020, ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ຫວຽດນາມ, ໄດ້ດຳເນີນກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນ ສິງຫາ, ຕີລາຄາສະພາບເສດຖະກິດ-ສັງຄົມ ໃນໄລຍະຜ່ານມາ ແລະປຶກສາຫາລືທິດທາງພັດທະນາໃນຊຸມເດືອນທ້າຍປີ. ກ່າວຄໍາເຫັນໄຂກອງປະຊຸມ, ທ່ານ ຫງວຽນຊວນຟຸກ ໃຫ້ຮູ້ວ່າ ໃນ 8 ເດືອນຜ່ານມາ, ພະຍາດໂຄວິດ-19 ໄດ້ແຜ່ລະບາດຢູ່ 15 ທ້ອງຖິ່ນໃນທົ່ວປະເທດ. ບັນດາຂະແໜງ, ຂັ້ນຕ່າງໆໄດ້ມີຫຼາຍວິທີການຊີ້ນໍາຢ່າງຂ້ຽວຂາດ, ສະກັດກັ້ນ ແລະປ້ອງກັນພະຍາດໂຄວິດ-19 ຢ່າງທັນການ ແລະມີປະສິດທິຜົນບົນຈິດໃຈປະຕິບັດເປົ້າໝາຍຄວບຄູ່ທັງປ້ອງກັນ, ຕ້ານພະຍາດໂຄວິດ-19, ທັງພັດທະນາເສດຖະກິດ-ສັງຄົມ: “ທີ່ກອງປະຊຸມນີ້ຂ້າພະເຈົ້າດີໃຈທີ່ສຸດໃຫ້ຮູ້ວ່າສະພາບເສດຖະກິດ-ສັງຄົມ ເດືອນສິງຫາ ມີການຫັນປ່ຽນເປັນໜ້າປະທັບໃຈຫຼາຍຢ່າງ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃຫ້ຂໍ້ສັງເກດວ່າ ຖ້າຫາກທົ່ວປະເທດມີຄວາມຕັດສິນໃຈ, ພ້ອມກັບການເຂົ້າຮ່ວມຂອງທົ່ວລະບົບການເມືອງ, ຜັນຂະຫຍາຍບັນດາມາດຕະການຢ່າງຂ້ຽວຂາດຖືກຕາມການຊີ້ນຳຂອງລັດຖະບານນັ້ນ ພື້ນຖານເສດຖະກິດຂອງປະເທດເຮົາໃນປີນີ້ ອາດຈະເຕີບໂຕທາງບວກໃນລະດັບ 2 – 3%, ນັ້ນກໍ່ແມ່ນການຕີລາຄາ, ຄາດຄະເນຂອງບັນດາອົງການຈັດຕັ້ງສາກົນ.

ເພື່ອບັນລຸໄດ້ສິ່ງດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນສຸມໃສ່ປຶກສາຫາລື, ປະກອບຄຳເຫັນກ່ຽວກັບບັນດາບັນຫາພາສີອາກອນ, ຄ່າທຳນຽມ, ບັນດານະໂຍບາຍດຶງດູດການລົງທຶນພາຍໃນປະເທດ, FDI, ປະຕິຮູບລະບຽບການບໍລິຫານ ເພື່ອປຸກລະດົມບັນດາແຫຼ່ງກຳລັງສັງຄົມ ສ້າງກຳລັງໜູນ ເພື່ອໃຫ້ພື້ຶ້ນຖານເສດຖະກິດຜ່ານຜ່າໄລຍະຫຍຸ້ງຍາກ, ສືບຕໍ່ພັດທະນາແບບຍືນຍົງ, ດ້ວຍເນື້ອໃນຈິດໃຈແມ່ນຕັດສິນໃຈປະຕິບັດເປົ້າໝາຍຄວບຄູ່ ທັງຕ້ານໂລກລະບາດໃຫ້ສຳເລັດທັງພັດທະນາເສດຖະກິດສັງຄົມ.

ກ່ອນໜ້ານັ້ນ, ກ່າວຄຳເຫັນທີ່ກອງປະຊຸມໃນຕອນບ່າຍວັນທີ 01 ກັນຍາ ກັບບາງກະຊວງ, ຂະແໜງການ, ທ້ອງຖິ່ນກ່ຽວກັບວຽກງານຮັບມືກັບໄພທຳມະຊາດໃນສະພາບໂລກລະບາດໂຄວິດ-19 ຍັງມີການຜັນແປທີ່ສັບສົນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ຮຽກຮ້ອງໃຫ້ຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ສະກັດກັ້ນໄພທຳມະຊາດ, ບັນດາທ້ອງຖິ່ນ ແລະ ທຸກຂັ້ນ, ທຸກຂະແໜງການເປັນເຈົ້າການເປັນປະຈຳ, ມອບໜ້າທີ່ລະອຽດເພື່ອກະຕຸກຊຸກຍູ້, ກວດກາວຽກງານຮັບມື.

ນາຍ ກລ ດຖະມ ນຕ ຫວຽດນາມ ຍ ດໝ ນເປ າໝາຍທ ງຕ ານພະຍາດໂຄວ ດ 19 ສ າເລ ດຜ ນທ ງພ ດທະນາເສດຖະກ ດສ ງຄ ມ ຈະເປີດຖ້ຽວບິນການຄ້າໂດຍກົງໄປ ຍີ່ປຸ່ນ ແລະ ສ.ເກົາຫລີ

ຍສໝ - ຫວຽດນາມ ຄາດວ່າ ຈະມີຜູ້ໂດຍສານປະມານ 2.500-3.000 ຄົນທີ່ເດີນທາງເຂົ້າປະເທດ ໂດຍຖ້ຽວບິນດັ່ງກ່າວນີ້ໃນແຕ່ລະອາທິດນອກຈາກຖ້ຽວບິນເພື່ອສົ່ງໂຕກັບປະເທດ ແລະຖ້ຽວບິນເຊົ່າເໝົາ.

ນາຍ ກລ ດຖະມ ນຕ ຫວຽດນາມ ຍ ດໝ ນເປ າໝາຍທ ງຕ ານພະຍາດໂຄວ ດ 19 ສ າເລ ດຜ ນທ ງພ ດທະນາເສດຖະກ ດສ ງຄ ມ ຫວຽດນາມ: ເຊື່ອມໂຍງ ແລະ ປ່ຽນແປງໃໝ່

ບໍ່ພຽງແຕ່ຮັກສາໄດ້ພື້ນຖານເອກະລາດແຫ່ງຊາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນເທົ່ານັ້ນ ຫາກ ຫວຽດນາມ ຍັງດຶງດູດໄດ້ບັນດາແຫຼ່ງກຳລັງໃຫ້ແກ່ການພັດທະນາ, ຍົກສູງທີ່ຕັ້ງບົດບາດຂອງປະເທດຊາດໃນພາກພື້ນ ແລະ ໃນເວທີສາກົນອີກດ້ວຍ.

ນາຍ ກລ ດຖະມ ນຕ ຫວຽດນາມ ຍ ດໝ ນເປ າໝາຍທ ງຕ ານພະຍາດໂຄວ ດ 19 ສ າເລ ດຜ ນທ ງພ ດທະນາເສດຖະກ ດສ ງຄ ມ ທົ່ວໂລກ ມີຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ຫຼາຍກ່ວາ 26 ລ້ານຄົນ, ໃນນັ້ນມີ ຜູ້ເສຍຊີວິດ 866.540 ຄົນ

ອາເມລິກາສືບຕໍ່ແມ່ນປະເທດມີຜູ້ຕິດເຊື້ອພະຍາດ ແລະ ຜູ້ເສຍຊີວິດຫຼາຍທີ່ສຸດໃນໂລກ, ດ້ວຍຈຳນວນຜູ້ຕິດເຊື້ອແມ່ນ 6.290.211 ຄົນ ແລະ ຜູ້ເສຍຊີວິດ 198.933 ຄົນ.

ໄຊພອນ

ເຫດການ
302 Found

Found

The document has moved here.