ບັນດາພາຫະນະສື່ມວນຊົນຂອງລາວ ໄດ້ໃຫ້ຂ່າວຢ່າງຫຼວງຫຼາຍກ່ຽວກັບການສະເຫຼີມສະຫຼອງ 75 ປີແຫ່ງການປະຕິວັດເດືອນສິງຫາ ແລະວັນຊາດທີ 2 ກັນຍາ ປະເທດ ສສ ຫວຽດນາມ

16:00 | 05/09/2020

ຍສໝ - ໃນໜ້າ 1 ຂອງໜັງສືພິມປະຊາຊົນ, ອົງການກະບອກສຽງຂອງສູນກາງພັກປະຊາຊົນປະຕິວັດລາວ ໄດ້ລົງພິມບົດນໍາດ້ວຍຫົວຂໍ້ “ສາຍພົວພັນ ລາວ-ຫວຽດນາມ ບໍ່ມີມື້ຈືດຈາງ”.

ບ ນດາພາຫະນະສ ມວນຊ ນຂອງລາວ ໄດ ໃຫ ຂ າວຢ າງຫ ວງຫ າຍກ ຽວກ ບການສະເຫ ມສະຫ ອງ 75 ປ ແຫ ງການປະຕ ວ ດເດ ອນສ ງຫາ ແລະວ ນຊາດທ 2 ກ ນຍາ ປະເທດ ສສ ຫວຽດນາມ ສະຖານທູດຫວຽດນາມ ປະຈຳຣັດເຊຍ ໄດ້ຈັດພິທີສະເຫຼີມສະຫຼອງວັນຊາດທີ 2 ກັນຍາ
ບ ນດາພາຫະນະສ ມວນຊ ນຂອງລາວ ໄດ ໃຫ ຂ າວຢ າງຫ ວງຫ າຍກ ຽວກ ບການສະເຫ ມສະຫ ອງ 75 ປ ແຫ ງການປະຕ ວ ດເດ ອນສ ງຫາ ແລະວ ນຊາດທ 2 ກ ນຍາ ປະເທດ ສສ ຫວຽດນາມ ປະທານສະພາແຫ່ງຊາດ ລາວເຂົ້າຮ່ວມ ງານຊຸມນຸມມິດຕິງສະເຫຼີມສະຫຼອງ 75 ປີແຫ່ງວັນຊາດແຫ່ງ ສສ.ຫວຽດນາມ ຢູ່ລາວ
ບ ນດາພາຫະນະສ ມວນຊ ນຂອງລາວ ໄດ ໃຫ ຂ າວຢ າງຫ ວງຫ າຍກ ຽວກ ບການສະເຫ ມສະຫ ອງ 75 ປ ແຫ ງການປະຕ ວ ດເດ ອນສ ງຫາ ແລະວ ນຊາດທ 2 ກ ນຍາ ປະເທດ ສສ ຫວຽດນາມ
ບັນດາພາຫະນະສື່ມວນຊົນຂອງລາວ ໄດ້ໃຫ້ຂ່າວຢ່າງຫຼວງຫຼາຍກ່ຽວກັບການສະເຫຼີມສະຫຼອງ 75 ປີແຫ່ງການປະຕິວັດເດືອນສິງຫາ ແລະວັນຊາດທີ 2 ກັນຍາ ປະເທດ ສສ ຫວຽດນາມ.ພາບ: nhandan.com.vn.

ວັນທີ 3 ກັນຍາ, ບັນດາໜັງສືພິມສະບັບຕ່າງໆຂອງລາວ ກໍ່ໄດ້ໃຫ້ຂ່າວກ່ຽວກັບພິທີໂຮມຊຸມນຸມມິດຕິງຢ່າງສົມກຽດໂດຍຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ສະພາແຫ່ງຊາດ, ລັດຖະບານ ສປປ ລາວ, ຄະນະກໍາມະການແນວລາວສ້າງຊາດ, ສູນກາງສະມາຄົມມິດຕະພາບລາວ-ຫວຽດນາມ, ອົງຄະນະພັກ-ອໍານາດການປົກຄອງນະຄອນຫຼວງວຽງຈັນ ແລະສະຖານທູດແຫ່ງ ສສ ຫວຽດນາມ ປະຈໍາ ລາວ ຈັດຕັ້ງພິທີໂຮມຊຸມນຸມມິດຕິງສະເຫຼີມສະຫຼອງ 75 ປີ ແຫ່ງການປະຕິວັດເດືອນສິງຫາ ແລະວັນຊາດທີ 2 ກັນຍາ ຂຶ້ນຢ່າງສົມກຽດຢູ່ສູນວັດທະນະທໍາແຫ່ງຊາດລາວ, ນະຄອນຫຼວງວຽງຈັນ ໃນວັນທີ 2 ກັນຍາ.

ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ຕາງໜ້າໃຫ້ພັກ-ລັດ ແລະ ປະຊາຊົນລາວ ກ່າວໃນໂອກາດເຂົ້າຮ່ວມ ພິທີໂຮມຊຸມນຸມໃຫຍ່ ສະເຫລີມສະຫລອງວັນຊາດ ສສ ຫວຽດນາມ ຄົບຮອບ 75 ປີ ໃນວັນທີ 2 ກັນຍາ 2020 ນີ້ວ່າ: ສາຍພົວພັນ ແລະ ການຮ່ວມມືຂອງສອງປະເທດລາວ ແລະ ຫວຽດນາມ ທີ່ນັບມື້ນັບໄດ້ຮັບການເພີ່ມພູນຄູນສ້າງ ສະແດງອອກໃນການຮ່ວມມືຮອບ ດ້ານ ໂດຍສະເພາະການ ຮ່ວມມືດ້ານການເມືອງ ແລະ ປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບມີຄວາມໜັກແໜ້ນ, ສະເໝີຕົ້ນສະເໝີປາຍຕະຫລອດມາ, ການຮ່ວມມືດ້ານເສດຖະກິດ ກໍນັບມື້ນັບໄດ້ຮັບການເສີມຂະ ຫຍາຍທັງໃນລວງເລິກ ແລະ ລວງກວ້າງ. ໃນປັດຈຸບັນ, ຫວຽດນາມ ຈັດຢູ່ໃນອັນດັບ 3 ໃນຈໍານວນ 53 ປະເທດ ທີ່ເຂົ້າມາລົງທຶນລາຍໃຫຍ່ ຢູ່ ສປປ ລາວ, ການຄ້າສອງຝ່າຍກໍເພີ່ມຂຶ້ນ ໃນແຕ່ລະປີ. ນອກຈາກນີ້, ການຮ່ວມມືດ້ານການສຶກສາ, ວັດທະນະທໍາ-ສັງຄົມ, ສາທາລະນະສຸກ, ວິທະຍາສາດ-ເຕັກນິກ, ໂຍທາທິການ ແລະ ຂົນສົ່ງ ແລະ ອື່ນໆ ກໍນັບມື້ນັບມີປະສິດທິຜົນ ແລະ ພວມນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນທັງສອງຊາດພວກເຮົາ.

ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ແລະ ຂອບໃຈຢ່າງຈິງໃຈມາຍັງພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການສະໜັບສະໜູນແບບໝົດຈິດໝົດໃຈ, ການຊ່ວຍເຫລືອອັນໃຫຍ່ຫລວງ, ລໍ້າຄ່າ, ທັນການ ແລະ ມີປະສິດທິຜົນແກ່ພາລະກິດຕໍ່ສູ້ປົດປ່ອຍໃນເມື່ອກ່ອນກໍຄືໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ ຂອງປະຊາຊົນລາວໃນປັດຈຸບັນ. ພ້ອມກັນນີ້, ກໍໄດ້ອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ຈົ່ງໝັ້ນຄົງຂະໜົງແກ່ນຕະຫລອດກາລະນານ.

ບ ນດາພາຫະນະສ ມວນຊ ນຂອງລາວ ໄດ ໃຫ ຂ າວຢ າງຫ ວງຫ າຍກ ຽວກ ບການສະເຫ ມສະຫ ອງ 75 ປ ແຫ ງການປະຕ ວ ດເດ ອນສ ງຫາ ແລະວ ນຊາດທ 2 ກ ນຍາ ປະເທດ ສສ ຫວຽດນາມ
ພິທີໂຮມຊຸມນຸມໃຫຍ່ ສະເຫລີມສະຫລອງວັນຊາດ ສສ ຫວຽດນາມ ຄົບຮອບ 75 ປີ. ພາບ:ຂປລ

ເນື່ອງ​ໃນ​ໂອກາດ​ສະ ເຫຼີມສະຫຼອງ​ວັນຊາດແຫ່ງ ສສ ຫວຽດນາມ ຄົບຮອບ 75 ປີ (2 ກັນຍາ 1945 - 2 ກັນຍາ 2020) ກະຊວງ​ຖະແຫຼງ​ຂ່າວ, ວັດທະນະ​ທຳ ແລະ ທ່ອງ​ທ່ຽວ ຮ່ວມ​ກັບສະຖານທູດ ສສ ຫວຽດ ນາມ​ປະຈຳ​ລາວ ໄດ້ຈັດພິທີ​ເປີດ​ງານ​ວາງສະແດງ​ຮູບ​ພາບການ​ຮ່ວມ​ມື​ ລາວ​-​ຫວຽດນາມ ພາຍ​ໃຕ້​ຫົວຂໍ້ ສາຍ​ພົວພັນ​ ລາວ​-​ຫວຽດນາມ, ຫວຽດນາມ-​ລາວ ຂຶ້ນ​ໃນ​ວັນ​ທີ 1 ກັນຍາ 2020 ທີ່​ຫໍ​ວັດທະນະ​ທຳ​ແຫ່ງ​ຊາດ ໂດຍ​ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ກິ​ແກ້ວ ໄຂ​ຄຳ​ພິທູນ ເລຂາທິການ​ສູນ​ກາງ​ພັກ​ ປະຊາຊົນ​ ປະຕິວັດລາວ​ ລັດຖະມົນຕີ ກະຊວງ​ຖະແຫຼງ​ຂ່າວ​ວັດທະນະ​ທຳ ​ແລະ ​ທ່ອງ​ທ່ຽວ, ທ່ານ ຫງຽວນ​ບ໋າ​ຮຸ່ງ ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິສາມັນຜູ້​ມີ​ອຳນາດ​ເຕັມ ແຫ່ງ​ ສສ ​ຫວຽດນາມ​ປະຈຳ​ລາວພ້ອມ​ດ້ວຍ​ການ​ນຳ​ພັກ-​ລັດ ແຂກ​ຖືກ​ເຊີນ​ທັງ​ພາຍ​ໃນ​ແລະຕ່າງປະເທດ​ເຂົ້າ​ຮ່ວມ.

ຮູບ​ພາບ​ທີ່​ນຳ​ມາ​ວາງສະແດງ​ຄັ້ງ​ນີ້​ມີຈຳນວນ 130 ແຜ່ນ ​ຊຶ່ງ​ສະທ້ອນ​ໃຫ້​ເຫັນຢ່າງສັງເຂບ​ມູນເຊື້ອ​ອັນສະຫງ່າ​ອົງອາດ​ແຫ່ງ​ການ​ຮ່ວມ​ສຳພັນ​ສູ່​ຮົບ​ ຫວຽດນາມ​ -​ລາວ ໃນ​ພາລະກິດ​ຕໍ່ສູ້​ກູ້​ຊາດ​ໃນ​ເມື່ອ​ກ່ອນ​ກໍຄື​ໃນ​ພາລະ ກິດ​ປົກ​ປັກ ແລະ ສ້າງສາພັດທະນາ​ຂອງ​ສອງ​ປະເທດ​ໃນ​ປັດຈຸ​ບັນ, ສະແດງ​ໃຫ້​ເຫັນປະສິດທິພາບ​ອັນ​ໂດດ​ເດັ່ນ​ຂອງ​ມິດຕະພາບ​ອັນ​ຍິ່​ງໃຫຍ່ຄວາມ​ສາມັກຄີ​ພິເສດ ແລະ ການ​ຮ່ວມ​ມື​ຮອບດ້ານ ລະຫວ່າງ​ ສອງ​ພັກ ສອງ​ລັດ​ກໍ​ຄື​ປະຊາຊົນ​ສອງ​ຊາດ​ ລາວ​ -​ຫວຽດນາມ, ຫວຽດນາມ ​-​ ລາວ ອ້າຍ​ນ້ອງ​ທີ່​ພວມ​ຄຽງ​ບ່າ​ຄຽງ​ໄຫຼ່​ກ້າວ​ຂຶ້ນ​ສູ່​ຈຸດໝາຍ​ທີ່​ໄດ້​ວາງ​ໄວ້​ເພື່ອ​ຄວາມ​ສົມບູນພູນ​ສຸກ​ຂອງ​ປະຊາຊົນ ຄວາມ​ວັດທະນາ​ຖາວອນ​ຂອງ​ປະເທດຊາດ.

ງານ​ວາງສະແດງ​ຮູບ​ພາບ​ຄັ້ງ​ນີ້​ຈະ​ໄດ້​ດຳເນີນ​ເປັນ​ເວລາ 3 ວັນຄື (ວັນ​ທີ 1-3 ກັນຍາ) ແລະ ​ຂໍເຊີນຊວນ​ມວນ​ຊົນ​ລາວ -ຫວຽດນາມ ​ຈົ່ງ​ໄດ້ພ້ອມ​ພາ​ກັນ​ເຂົ້າ​ຮ່ວມ​ຊົມ​ການ​ວາງ​ສະ​ແດງ​​ງານດັ່ງ​ກ່າວນີ້, ສະເພາະ​ນັກຮຽນ​ນັກ​ສຶ​ກ​ສາຊາວ​ໜຸ່ມ​ກ້ອນ​ກຳລັງ ປກສ, ປກຊ ເຂົ້າ​ຢ້ຽມ​ຊົມ​ຮູບ​ພາບ​ວາງສະແດງ​ຊຶ່ງ​ເປັນ​ໜຶ່ງ​ໃນ​ກິດຈະກຳ​ທີ່​ສຳຄັນ​ເພື່ອ​ເປັນ​ການ​ອຸທິດ ແລະ ​ສະເຫຼີມສະຫຼອງ​ວັນຊາດ ສສ ​ຫວຽດນາມ ​ຄົບຮອບ 75 ປີ.

ບ ນດາພາຫະນະສ ມວນຊ ນຂອງລາວ ໄດ ໃຫ ຂ າວຢ າງຫ ວງຫ າຍກ ຽວກ ບການສະເຫ ມສະຫ ອງ 75 ປ ແຫ ງການປະຕ ວ ດເດ ອນສ ງຫາ ແລະວ ນຊາດທ 2 ກ ນຍາ ປະເທດ ສສ ຫວຽດນາມ ການນຳພັກ,ລັດໄດ້ເຂົ້າຂ່ຳນັບສຸສານປະທານໂຮ່ຈີມິນເນື່ອງໃນໂອກາດ 75 ປີແຫ່ງວັນຊາດຫວຽດນາມ ທີ 2 ກັນຍາ

ຍສໝ - ຕອນເຊົ້າວັນທີ 01 ກັນຍາ, ຄະນະການນຳພັກ, ລັດ, ອະດີດການນຳພັກ, ລັດ, ລັດຖະບານ, ບັນດາພະນັກງານອາວຸໂສ ແລະ ການນຳບັນດາກະຊວງ, ຂະແໜງການ, ໝູ່ຄະນະສູນກາງ ໄດ້ເຂົ້າຂ່ຳນັບສູ້ສານປະທານໂຮ່ຈີມິນ.

ບ ນດາພາຫະນະສ ມວນຊ ນຂອງລາວ ໄດ ໃຫ ຂ າວຢ າງຫ ວງຫ າຍກ ຽວກ ບການສະເຫ ມສະຫ ອງ 75 ປ ແຫ ງການປະຕ ວ ດເດ ອນສ ງຫາ ແລະວ ນຊາດທ 2 ກ ນຍາ ປະເທດ ສສ ຫວຽດນາມ ລາວ: ຈະໄຂສົກຮຽນໃໝ່ ໃນວັນທີ 1 ກັນຍາ ໃນທົ່ວປະເທດ

ທ່ານ ນາງ ແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີກະຊວງ ສຶກສາທິການ ແລະ ກິລາ ໄດ້ຖະແຫລງ ຂ່າວຕໍ່ສື່ມວນຊົນ ໃນວັນທີ 26 ສິງຫາ 2020 ທີ່ກະຊວງສຶກສາທິການ ແລະ ກິລາ ວ່າ: ປະຕິທິນການຈັດ ການຮຽນ-ການສອນ ສຳລັບສົກຮຽນ 2020-2021 ແມ່ນຈະໄດ້ດຳເນີນ ໄປເປັນປົກ ກະຕິ ຄ້າຍກັບທຸກປີ ຄືວັນທີ 1 ກັນຍາ 2020 ເປັນມື້ໄຂສົກຮຽນໃໝ່ ໃນຂອບເຂດທົ່ວປະເທດ.

ບ ນດາພາຫະນະສ ມວນຊ ນຂອງລາວ ໄດ ໃຫ ຂ າວຢ າງຫ ວງຫ າຍກ ຽວກ ບການສະເຫ ມສະຫ ອງ 75 ປ ແຫ ງການປະຕ ວ ດເດ ອນສ ງຫາ ແລະວ ນຊາດທ 2 ກ ນຍາ ປະເທດ ສສ ຫວຽດນາມ ຫວຽດນາມ: ບັນດາການເຄື່ອນໄຫວສະເຫຼີມສະຫຼອງ 75 ປີແຫ່ງການປະຕິວັດເດືອນສິງຫາ ແລະວັນຊາດທີ 2 ກັນຍາ

ໃນຕອນຄ່ຳວັນທີ 18 ສິງຫາ, ຢູ່ໂຮງລະຄອນໃຫຍ່, ຮ່າໂນ້ຍ, ໄດ້ຈັດງານພົບປະແລກປ່ຽນສະແດງສິລະປະ “ດາວເອກະລາດ” ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັນຊາດທີ 2 ກັນຍາ.

ໄຊພອນ

ເຫດການ
302 Found

Found

The document has moved here.