ໜັງສືພິມຍີ່ປຸ່ນ: EVFTA ຈະຊ່ວຍຊຸກຍູ້ຂະຫຍາຍຕົວ ພື້ນຖານເສດຖະກິດຫວຽດນາມ

11:23 | 10/06/2020

ຍສໝ - ຕາມໜັງສືພິມ Nikkei Asia Review ຂອງຍີ່ປຸ່ນ, ໃນວັນທີ 8 ມິຖຸນາ ສະພາແຫ່ງຊາດຫວຽດນາມ ໄດ້ຮັບຮອງເອົາສັນຍາການຄ້າເສລີກັບສະຫະພາບເອີຣົບ (ອີຢູ), ສັນຍາ EVFTA ຈະໃຫ້ກຳລັງໜູນທີ່ຈຳເປັນຢ່າງສຳຄັນ ເພື່ອຊຸກຍູ້ຂະຫຍາຍຕົວພື້ນຖານເສດຖະກິດຫວຽດນາມ.

ໜ ງສ ພ ມຍ ປ ນ evfta ຈະຊ ວຍຊ ກຍ ຂະຫຍາຍຕ ວ ພ ນຖານເສດຖະກ ດຫວຽດນາມ ສື່ມວນຊົນສາກົນຕີລາຄາຢ່າງຕັ້ງໜ້າເລື່ອງສະພາແຫ່ງຊາດຫວຽດນາມ ໃຫ້ສັດຕະຍາບັນ EVFTA
ໜ ງສ ພ ມຍ ປ ນ evfta ຈະຊ ວຍຊ ກຍ ຂະຫຍາຍຕ ວ ພ ນຖານເສດຖະກ ດຫວຽດນາມ ສະພາແຫ່ງຊາດຫວຽດນາມ ໄດ້ເຫັນດີເຫັນພ້ອມ ທີ່ຮັບຮອງເອົາສັນຍາ EVFTA ແລະ EVIPA ຢ່າງເປັນທາງການ

ສັນຍາການຄ້າເສລີ EVFTA ໄດ້ຄາດວ່າຈະມີຜົນບັງຄັບນຳໃຊ້ໃນຕົ້ນເດືອນສິງຫານີ, ຕາມນັ້ນ ຈະເຮັດໃຫ້ ຫວຽດນາມ ກາຍເປັນປະເທດອາຊີຕາເວັນອອກສ່ຽງໃຕ້ ທີ 2 ທີ່ມີສັນຍາການຄ້າເສລີກັບສະຫະພາບເອີຣົບ ຖັດຈາກປະເທດສິງກະໂປ.

ຫຼັງຈາກສັນຍາສະບັບນີ້ມີຜົນບັງຄັບນຳໃຊ້ເປັນທາງການ, ສິນຄ້າທີ່ສົ່ງອອກຈາກຫວຽດນາມ ໄປຫາສະຫະພາບເອີຣົບ ກວມເອົາ 71% ແລະ ສິນຄ້າທີ່ສົ່ງອອກຈາກ ສະຫະພາບເອີຣົບ ໄປຫາຫວຽດນາມ ກວມເອົາ 65% ຈະໄດ້ຍົກເວັ້ນພາສີອາກອນ. ນອກຈາກນັ້ນ, ອັດຕາພາສີທີ່ຍັງເຫຼືອ ມີຄຸນຄ່າເຖິງ 99% ຈະໄດ້ລົບລ້າງໂດຍຫວຽດນາມ ພາຍຫຼັງ 10 ປີ ແລະ ສະຫະພາບເອີຣົບ ຈະລົບລ້າງພາຍຫຼັງ 7 ປີ.

ໜ ງສ ພ ມຍ ປ ນ evfta ຈະຊ ວຍຊ ກຍ ຂະຫຍາຍຕ ວ ພ ນຖານເສດຖະກ ດຫວຽດນາມ
ໃນວັນທີ 8 ມິຖຸນາ ສະພາແຫ່ງຊາດຫວຽດນາມ ໄດ້ຮັບຮອງເອົາສັນຍາການຄ້າເສລີກັບສະຫະພາບເອີຣົບ. (ພາບ: TTXVN)

ຫວຽດນາມ ພວມໄດ້ຮັບຜົນປະໂຫຍດຈາກໂຄງການພາສີບຸລິມະສິດ ຂອງສະຫະພາບເອີຣົບ. ແຕ່ວ່າ, ສັນຍາ EVFTA ຈະເຮັດໃຫ້ສະຫະພາບເອີຣົບ ກາຍເປັນລູກຄ້າໃຫຍ່ຂອງຫວຽດນາມ ຢ່າງແນ່ນອນ. ໂດຍສະເພາະ ແມ່ນບັນດາຂະແໜງການ ເຊິ່ງໄດ້ຮັບການເຕີບໂຕຢ່າງເຂັ້ມແຂງ, ຄື ຂະແໜງຕັດຫຍິບ ແລະ ເກີບທົ່ວໄປ, ເຊິ່ງກວມເອົາປະມານ 20% ໃນການສົ່ງອອກທັງໝົດຂອງຫວຽດນາມ.

ບໍ່ພຽງແຕ່ຫວຽດນາມເທົ່ານັ້ນ, ສັນຍາ EVFTA ກໍ່ແມ່ນຂ່າວດີສຳລັບບັນດາບໍລິສັດຫລາຍປະເທດ ຢູ່ພາຍນອກສະຫະພາບເອີຣົບ. ໃນບັນດາວິສາຫະກິດຍີ່ປຸ່ນ, ບັນດາບໍລິສັດຕັດຫຍິບ, ເຊັ່ນ: Fast Retailing - ເຊິ່ງເປັນວິສາຫະກິດກຳມະສິດຮ້ານຂາຍເຄື່ອງແຟຊັ່ນ Uniqlo ແລະ ມີສາຂາຜະລິດຢູ່ຫວຽດນາມ ແລະ ບັນດາບໍລິສັດຜະລິດອາໄຫລ່ລົດໂອໂຕ ແລະ ເຄື່ອງຈັກ ເຊິ່ງຈະຊອກຫາວິທີການ ເພື່ອຊຸກຍູ້ການສົ່ງອອກຈາກຫວຽດນາມ ໄປຫາເອີຣົບ.

ໜ ງສ ພ ມຍ ປ ນ evfta ຈະຊ ວຍຊ ກຍ ຂະຫຍາຍຕ ວ ພ ນຖານເສດຖະກ ດຫວຽດນາມ ສະພາແຫ່ງຊາດຫວຽດນາມ ໄດ້ເຫັນດີເຫັນພ້ອມ ທີ່ຮັບຮອງເອົາສັນຍາ EVFTA ແລະ EVIPA ຢ່າງເປັນທາງການ

ຍສໝ - ຕອນເຊົ້າວັນທີ 8 ມິຖຸນາ, ດ້ວຍການເຫັນດີ 100%, ສະພາແຫ່ງຊາດຫວຽດນາມ ໄດ້ລົງມະຕິ ທີ່ຮັບຮອງເອົາໃຫ້ສັດຕະຍາບັນ ສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະ ສະຫະພາບເອີຣົບ.

ໜ ງສ ພ ມຍ ປ ນ evfta ຈະຊ ວຍຊ ກຍ ຂະຫຍາຍຕ ວ ພ ນຖານເສດຖະກ ດຫວຽດນາມ EVFTA – EVIPA ຈະ​ນຳ​ມາ​ກະ​ລາ​ໂອ​ກາດ​ກາຍ​ເປັນ​ສູນ​ຜະ​ລິດ​ໃນ​ພາກ​ພື້ນ​ໃຫ້​ແກ່ ຫວຽດ​ນາມ

ຍ​ສໝ - EVFTA – EVIPA ແມ່ນ​ກາ​ລະ​ໂອ​ກາດ​ທີ່​ໃຫຍ່ຫຼວງ​ທີ່​ສຸດ​ໃຫ້​ແກ່​ການ​ເຕີບ​ໂຕ​ນັບ​ທັງ​ກາ​ນ​ຄ້າ ແລະ ການ​ລົງ​ທຶນ, ກໍ່​ຄື​ການ​ເພີ່ມ​ສະ​ວັດ​ດີ​ການ​ໃຫ້​ແກ່​ສັງ​ຄົມ. ຫວຽດ​ນາມ​ອາດ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຢ່າງ​ພຽງ​ພ​ໍ​ເມື່ອ​ບັນ​ດາ​ສັນ​ຍານີ້​ມີ​ຜົນ​ສັກ​ສິດ.

ໜ ງສ ພ ມຍ ປ ນ evfta ຈະຊ ວຍຊ ກຍ ຂະຫຍາຍຕ ວ ພ ນຖານເສດຖະກ ດຫວຽດນາມ ຜັນຂະຫຍາຍບັນດາມາດຕະການຢ່າງຮີບດ່ວນເພື່ອປະກອບສ່ວນນຳເອົາສັນຍາ EVFTA ເຂົ້າປະຕິບັດໂດຍໄວ

ຍສໝ - ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ກໍ່ພວມຜັນຂະຫຍາຍບັນດາມາດຕະການຢ່າງຮີບດ່ວນ ເພື່ອປະກອບສ່ວນນຳເອົາສັນຍາ EVFTA ເຂົ້າປະຕິບັດ ເພື່ອແນໃສ່ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ ໃນການຊອກຫາຕະຫລາດ, ເປີດກ້ວາງການເຄື່ອນໄຫວຜະລິດ, ດຳເນີນທຸລະກິດ, ຊຸກຍູ້ການແລກປ່ຽນການຄ້າລະຫວ່າງ ຫວຽດນາມ - ອີຢູ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.