ພົບປະແລກປ່ຽນເພີ່ມທະວີຄວາມສາມັກຄີ ນາຍທະຫານໜຸ່ມ ສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ

10:48 | 02/06/2026

ຍສໝ - ເມື່ອບໍ່ດົນມານີ້, ຢູ່ທີ່ຫໍວັດທະນະທຳມິດຕະພາບ ຫວຽດນາມ - ລາວ - ກຳປູເຈຍ (ຕາແສງ ບໍອີ (Bo Y), ແຂວງ ກວາງຫງາຍ (Quang Ngai)), ຄະນະຊາວໜຸ່ມກອງທັບ ໄດ້ປະສານງານຮ່ວມກັບ ຄະນະບັນຊາທະຫານຊາຍແດນແຂວງ ກວາງຫງາຍ ຈັດຕັ້ງແຜນງານພົບປະແລກປ່ຽນນາຍທະຫານໜຸ່ມ ສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ ປະຈຳປີ 2026.

ປ່ຽນ "ຄວາມໃກ້ຊິດທາງດ້ານພູມສາດ" ໃຫ້ກາຍເປັນ "ທ່າແຮງແຫ່ງການຮັດແໜ້ນຍຸດທະສາດ" ລະຫວ່າງ 3 ປະເທດ ຫວຽດນາມ, ກຳປູເຈຍ ແລະ ລາວ
ຊາວໜຸ່ມ ຫວຽດນາມ – ລາວ – ກຳປູເຈຍ ແຜ່ຂະຫຍາຍຄວາມຮັບຜິດຊອບ, ອຸທິດຕົນເພື່ອຊຸມຊົນ

ເຂົ້າຮ່ວມພາຍໃນແຜນງານ ມີບັນດາທ່ານ: ທ່ານພັນໂທ ຫງວຽນກວາງຮຸຍ (Nguyen Quang Huy), ຫົວໜ້າຄະນະຊາວໜຸ່ມ ກອງທັບປະຊາຊົນ ຫວຽດນາມ, ຫົວໜ້າຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນ ຫວຽດນາມ; ທ່ານພັນຕີ ໂສລິບັນ ໂສພາພັນຍາ (Solibanh Sophappanhnya), ຮອງຫົວໜ້າຫ້ອງຊາວໜຸ່ມ ກອງທັບປະຊາຊົນ ລາວ, ຫົວໜ້າຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນ ລາວ; ທ່ານພັນເອກ ນັກ ວິຈິດ (Nak Vichet), ຮອງຫົວໜ້າຫ້ອງວ່າການກອງທັບບົກ, ກອງທັບລາຊະວົງ ກຳປູເຈຍ, ຫົວໜ້າຄະນະນາຍທະຫານໜຸ່ມ ລາຊະອານາຈັກ ກຳປູເຈຍ; ທ່ານພັນເອກ ເຈືອງທຽນອານ (Truong Thien An), ເອກອັກຄະລັດຖະທູດຝ່າຍການເມືອງ (Chính ủy) ຄະນະບັນຊາທະຫານຊາຍແດນແຂວງ ກວາງຫງາຍ; ທ່ານ ຫງວຽນວັນຕົນ (Nguyen Vang Ton), ຮອງເລຂາປະຈຳການຕາແສງ ບໍອີ (Bo Y); ທ່ານນາງ ຫງວຽນທິຮວຽນ (Nguyen Thi Huyen), ຮອງປະທານຄະນະກຳມະການປະຊາຊົນຕາແສງ ບໍອີ (Bo Y).

ຮ່ວມເຂົ້າຮ່ວມພາຍໃນແຜນງານ ຍັງມີນາຍທະຫານໜຸ່ມກອງທັບ ສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ ແລະ ສະມາຊິກຊາວໜຸ່ມຕາແສງ ບໍອີ (Bo Y).

ພົບປະແລກປ່ຽນເພີ່ມທະວີຄວາມສາມັກຄີ ນາຍທະຫານໜຸ່ມ ສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ
ນາຍທະຫານໜຸ່ມ ສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ ຮ່ວມຖ່າຍພາບທີ່ລະລຶກ ຢູ່ທີ່ບໍລິເວນຫຼັກໝາຍສາມແຍກຊາຍແດນ. ພາບ: Thanh Doan

ພາຍໃຕ້ຂອບເຂດແຫ່ງແຜນງານ, ຄະນະຜູ້ແທນນາຍທະຫານໜຸ່ມ ສາມປະເທດ ໄດ້ເຂົ້າຢ້ຽມຊົມຫຼັກໝາຍສາມແຍກຊາຍແດນ ຫວຽດນາມ - ລາວ - ກຳປູເຈຍ ຢູ່ທີ່ບໍລິເວນດ່ານຊາຍແດນສາກົນ ບໍອີ (Bo Y); ຮັບຟັງການນຳສະເໜີກ່ຽວກັບຂະບວນການກໍ່ສ້າງ, ຄວາມໝາຍທາງດ້ານປະຫວັດສາດຂອງຫຼັກໝາຍອະທິປະໄຕ ແລະ ວຽກງານການຄຸ້ມຄອງ, ປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ຄວາມໝັ້ນຄົງຊາຍແດນແຫ່ງຊາດ ບໍລິເວນສາມແຍກຊາຍແດນ.

ຖັດຈາກນັ້ນ, ຄະນະໄດ້ຮ່ວມກັນຈຸດທູບອາໄລຫາ ຢູ່ທີ່ອະນຸສອນສະຖານຈະລຶກບຸນຄຸນ ວີລະຊົນນັກຮົບເສຍສະຫຼະຊີວິດເພື່ອຊາດ ເຈື່ອງເຊີນ (Truong Son) ບໍລິເວນສາມແຍກຊາຍແດນ, ເພື່ອແນໃສ່ສະແດງຄວາມຮູ້ບຸນຄຸນຕໍ່ກັບບັນດາວີລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ ທີ່ໄດ້ຕໍ່ສູ້, ສະຫຼະຊີວິດເພື່ອພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາປະເທດຊາດ ແລະ ເພີ່ມພູນຄູນສ້າງສາຍພົວພັນສາມັກຄີອັນພິເສດ ຫວຽດນາມ - ລາວ - ກຳປູເຈຍ.

ພົບປະແລກປ່ຽນເພີ່ມທະວີຄວາມສາມັກຄີ ນາຍທະຫານໜຸ່ມ ສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ
ຄະນະຈັດຕັ້ງແຜນງານ ມອບຂອງຂວັນໃຫ້ແກ່ນັກຮຽນທີ່ມີເງື່ອນໄຂຄວາມຫຍຸ້ງຍາກ ຢູ່ພາຍໃນບໍລິເວນຕາແສງ ບໍອີ (Bo Y). ພາບ: Thanh Doan

ເນື່ອງໃນໂອກາດນີ້, ຄະນະນາຍທະຫານໜຸ່ມ ສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ ໄດ້ຮ່ວມກັນມອບຂອງຂວັນຈຳນວນ 10 ພູດ ໃຫ້ແກ່ບັນດາຄອບຄົວທີ່ມີເງື່ອນໄຂຄວາມຫຍຸ້ງຍາກ ຢູ່ພາຍໃນບໍລິເວນຕາແສງ ບໍອີ (Bo Y), ໂດຍແຕ່ລະພູດມີມູນຄ່າ 1 ລ້ານດົງ; ມອບປຶ້ມຈຳນວນ 50 ຫົວ ຂອງໂຮງພິມກອງທັບປະຊາຊົນ ໃຫ້ແກ່ນັກຮຽນ ໂຮງຮຽນມັດທະຍົມຕອນປາຍ ຫງວຽນຈ້າຍ (Nguyen Trai); ພ້ອມທັງໄດ້ເຂົ້າຮ່ວມການປູກຕົ້ນໄມ້ທີ່ລະລຶກ ຢູ່ພາຍໃນບໍລິເວນສວນຂອງຫໍວັດທະນະທຳມິດຕະພາບ ຫວຽດນາມ - ລາວ - ກຳປູເຈຍ.

ແຜນງານດັ່ງກ່າວ ແມ່ນໂອກາດອັນດີ ເພື່ອໃຫ້ນາຍທະຫານໜຸ່ມ ກອງທັບສາມປະເທດ ໄດ້ເພີ່ມທະວີການພົບປະແແລກປ່ຽນ, ຖອດຖອນບົດຮຽນປະສົບການນຳກັນ, ປະກອບສ່ວນຮັດແໜ້ນສາຍພົວພັນສາມັກຄີມິດຕະພາບແບບດັ້ງເດີມ, ຮ່ວມແຮງຮ່ວມໃຈກັນກໍ່ສ້າງບໍລິເວນເຂດຊາຍແດນໃຫ້ມີສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການຂະຫຍາຍຕົວພັດທະນາ.

ນັກສຶກສາ ລາວ ແລະ ກຳປູເຈຍ ສະເຫຼີມສະຫຼອງປີໃໝ່ປະຈຳຊາດຢ່າງອົບອຸ່ນ ທີ່ນະຄອນ ໂຮ່ຈິມິນ ນັກສຶກສາ ລາວ ແລະ ກຳປູເຈຍ ສະເຫຼີມສະຫຼອງປີໃໝ່ປະຈຳຊາດຢ່າງອົບອຸ່ນ ທີ່ນະຄອນ ໂຮ່ຈິມິນ

ຍສໝ - ຕອນຄ່ຳວັນທີ 13 ເມສາ, ທີ່ນະຄອນ ໂຮ່ຈິມິນ, ສູນກາງຊາວໜຸ່ມນະຄອນ ໂຮ່ຈິມິນ ໄດ້ຈັດງານຊຸມນຸມສະເຫຼີມສະຫຼອງນັກສຶກສາ ລາວ ແລະ ກຳປູເຈຍ ທີ່ກຳລັງຮຽນຢູ່ໃນນະຄອນນີ້ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດຂອງເຂົາເຈົ້າຄື ບຸນປີໃໝ່ (ລາວ) ແລະ Chôl Chnam Thmay (ກຳປູເຈຍ).

ນະຄອນ ໂຮ່ຈີມິນ ສະເຫຼີມສະຫຼອງບຸນປີໃໝ່ ກຳປູເຈຍ - ລາວ - ໄທ ຢ່າງຄຶກຄື້ນ ນະຄອນ ໂຮ່ຈີມິນ ສະເຫຼີມສະຫຼອງບຸນປີໃໝ່ ກຳປູເຈຍ - ລາວ - ໄທ ຢ່າງຄຶກຄື້ນ

ຍສໝ - ບຸນປີໃໝ່ປະເພນີ ກຳປູເຈຍ - ລາວ - ໄທ ຢູ່ນະຄອນ ໂຮ່ຈີມິນ ບໍ່ພຽງແຕ່ໄດ້ຈຳລອງບັນດາຈຸດພິເສດທາງດ້ານວັດທະນະທຳຂອງພາກພື້ນເທົ່ານັ້ນ, ແຕ່ຍັງກາຍເປັນຂົວຕໍ່ແຫ່ງຄວາມສາມັກຄີຂອງຊຸມຊົນ, ປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບ, ເພີ່ມທະວີຄວາມເຂົ້າອົກເຂົ້າໃຈ ແລະ ການຮ່ວມມືລະຫວ່າງ ຫວຽດນາມ ກັບບັນດາປະເທດໃກ້ຄຽງ.

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

ເບິ່ງເພີ່ມເຕີມ