![]() |
| ແຫ່ພະພຸດທະຮູບ (ກິມທັນ - Kim thân) ວິສາຂະບູຊາ ອ້ອມບໍລິເວນສວນຂອງວັດພັດຕິກ (Phat Tich) ຢູ່ທີ່ນະຄອນຫຼວງວຽງຈັນ (ລາວ). (ພາບ: Xuan Tu/TTXVN) |
ວັນທີ 31 ພຶດສະພາ 2026, ວັດພັດຕິກ (Phat Tich) ຢູ່ທີ່ນະຄອນຫຼວງວຽງຈັນ (ລາວ) ໄດ້ຈັດຕັ້ງງານມະຫາໄຊວິສາຂະບູຊາ ປະຈຳປີ ພສ 2570 (ຄສ 2026) ຢ່າງສົມກຽດ, ເພື່ອອຸທິດສະຫຼອງວັນປະສູດ ຂອງອົງສົມເດັດພະສຳມາສຳພຸດທະເຈົ້າ (ພະສາກະຍະມຸນີ), ພ້ອມທັງໄດ້ມອບຂອງຂວັນການກຸສົນຈຳນວນ 200 ພູດ ໃຫ້ແກ່ຄົນພິການ ແລະ ຜູ້ທີ່ມີເງື່ອນໄຂຄວາມຫຍຸ້ງຍາກ ຢູ່ພາຍໃນທ້ອງຖິ່ນ.
ເຂົ້າຮ່ວມພາຍໃນງານມະຫາໄຊຄັ້ງນີ້ ມີພະມະຫາເຖຣານຸເຖລະ, ພະສົງ-ສາມະເນນ ຈາກສອງປະເທດ ຫວຽດນາມ-ລາວ, ຕາງໜ້າອົງການພຸດທະສາສະໜາສຳພັນລາວ, ພ້ອມດ້ວຍທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນມິງເຕິມ (Nguyen Minh Tam), ຕາງໜ້າບັນດາກົມກອງ, ສະມາຄົມ ແລະ ພໍ່ແມ່ປະຊາຊົນຊຸມຊົນຊາວຫວຽດນາມ ຢ່າງຫຼວງຫຼາຍ ຢູ່ທີ່ນະຄອນຫຼວງວຽງຈັນ.
ຢູ່ທີ່ພິທີ, ອອກຕົນຍາດໂຍມທັງຫຼາຍຕ່າງກໍໄດ້ຮ່ວມກັນສະດັບຮັບຟັງ ສານວິສາຂະບູຊາ ພສ 2570 ຂອງອົງສົມເດັດພະສັງຄະລາດ (Pháp chủ) ແຫ່ງສູນກາງອົງການພຸດທະສາສະໜາຫວຽດນາມ, ພະມະຫາເຖລະ ທິກ ຈີ໋ ກວາງ (Thich Tri Quang). ສານດັ່ງກ່າວໄດ້ເນັ້ນໜັກວ່າ ພາຍໃຕ້ບໍລິບົດສະພາບການທົ່ວໂລກທີ່ມີການຜັນແປຢ່າງຫຼາກຫຼາຍ, ພະທຳຄຳສັ່ງສອນດ້ານຄວາມເມດຕາກະລຸນາ ແລະ ປັນຍາ ຂອງພຸດທະສາສະໜາ ແມ່ນຍັງຄົງເປັນຮາກຖານອັນສຳຄັນ ໃຫ້ແກ່ສັນຕິພາບ, ຄວາມສາມັກຄີ ແລະ ການຂະຫຍາຍຕົວພັດທະນາທີ່ຍືນຍົງ.
ເປັນພິເສດ, ປີ 2026 ແມ່ນປີທີ່ສູນກາງອົງການພຸດທະສາສະໜາຫວຽດນາມ ສະເຫຼີມສະຫຼອງວັນສ້າງຕັ້ງຄົບຮອບ 45 ປີ (7/11/1981-7/11/2026) ແລະ ມຸ່ງໄປສູ່ກອງປະຊຸມໃຫຍ່ຜູ້ແທນພຸດທະສາສະໜາທົ່ວປະເທດ ຄັ້ງທີ X ເຊິ່ງຈະຈັດຂຶ້ນຢູ່ທີ່ ນະຄອນໂຮ່ຈີມິນ.
ກ່າວປາໄສຢູ່ທີ່ພິທີ, ພະອາຈານ ທິກ ມິງ ກວາງ (Thich Minh Quang), ເຈົ້າອາວາດວັດພັດຕິກ, ໄດ້ຢັ້ງຢືນວ່າ ງານມະຫາໄຊວິສາຂະບູຊາ ບໍ່ພຽງແຕ່ຕອບສະໜອງໄດ້ຕາມຄວາມຕ້ອງການທາງດ້ານຈິດວິນຍານ (ຄວາມເຊື່ອຖື) ຂອງພໍ່ແມ່ປະຊາຊົນຄົນຕ່າງດ້າວ (ຊາວຫວຽດນາມອາໄສຢູ່ລາວ) ເທົ່ານັ້ນ ແຕ່ຍັງມີສ່ວນຊ່ວຍເພີ່ມທະວີການໄປມາຫາສູ່ກັນຂອງປະຊາຊົນ, ຮັດແໜ້ນສາຍພົວພັນມິດຕະພາບອັນພິເສດ ຫວຽດນາມ-ລາວ. ພະອາຈານໄດ້ຮຽກຮ້ອງໃຫ້ຊຸມຊົນຊາວຫວຽດນາມຢູ່ລາວ ສືບຕໍ່ເສີມຂະຫຍາຍຈິດໃຈແຫ່ງຄວາມສາມັກຄີ, ຫັນໜ້າເຂົ້າຫາປະເທດຊາດບ້ານເກີດເມືອງນອນ, ປົກປັກຮັກສາເອກະລັກວັດທະນະທຳຂອງຊາດ.
ທ່າມກາງບັນຍາກາດອັນສະຫງົບສ່ຽງຂັງ, ບັນດາພິທີກຳທາງສາສະໜາແບບດັ້ງເດີມ ຄືການແຫ່ພະພຸດທະຮູບວິສາຂະບູຊາ, ການຈະເລີນພຸດທະມົນສູດກຳ, ພິທີສົງນ້ຳພະ ແລະ ການສູດມົນພາວະນາອະທິຖານຂໍໃຫ້ປະເທດຊາດບ້ານເມືອງມີຄວາມສະຫງົບສຸກ ໄດ້ຮັບການຈັດຕັ້ງຂຶ້ນ. ບັນດາຜູ້ແທນໄດ້ຮ່ວມກັນອວຍພອນໃຫ້ມີສັນຕິພາບ, ຄວາມຜາສຸກ ມາສູ່ປະຊາຊົນສອງຊາດ ຫວຽດນາມ ແລະ ລາວ.
ເນື່ອງໃນໂອກາດນີ້, ວັດພັດຕິກ ແລະ ບັນດາຜູ້ມີຈິດສັດທາໃຈບຸນ ກໍໄດ້ຮ່ວມກັນມອບຂອງຂວັນອັນເຕັມໄປດ້ວຍນ້ຳໃຈໄມຕີຈິດຈຳນວນ 200 ພູດ ໃຫ້ແກ່ຊຸມຊົນຜູ້ດ້ອຍໂອກາດ, ເຊິ່ງໄດ້ສະແດງໃຫ້ເຫັນເຖິງຈິດໃຈແຫ່ງຄວາມເມດຕາກະລຸນາ ແລະ ຮີດຄອງປະເພນີແຫ່ງຄວາມຮັກແພງຊ່ວຍເຫຼືອເບິ່ງແຍງກັນ, ປະກອບສ່ວນແຜ່ຂະຫຍາຍພາບພົດອັນດີງາມຂອງຊຸມຊົນຊາວຫວຽດນາມ ຢູ່ທີ່ປະເທດລາວ.
ເຫດການດັ່ງກ່າວ ແມ່ນສືບຕໍ່ຢັ້ງຢືນເຖິງບົດບາດຂອງບັນດາວັດວາອາຮາມຫວຽດນາມຢູ່ລາວ ພາຍໃຕ້ການເປັນຂົວຕໍ່ດ້ານວັດທະນະທຳ-ຈິດວິນຍານ, ມີສ່ວນຊ່ວຍຮັດແໜ້ນ ແລະ ເຮັດໃຫ້ສາຍພົວພັນມິດຕະພາບອັນພິເສດ, ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ຫວຽດນາມ-ລາວ ນັບມື້ນັບໝັ້ນຄົງທະນົງແກ່ນ.
| ຮັດແໜ້ນນ້ຳໃຈໄມຕີຈິດມິດຕະພາບ ເພື່ອນມິດສະຫາຍ ຫວຽດນາມ - ລາວ ຍສໝ - ວັນທີ 13 ພຶດສະພາ, ສະມາຄົມນັກຮົບເກົ່າແຂວງ ດັກລັກ ໄດ້ຈັດກອງປະຊຸມສະຫຼຸບຂາດຕົວ 2 ປີ ແຫ່ງການປະຕິບັດຂໍ້ຕົກລົງມິດຕະພາບການຮ່ວມມື, ໄລຍະປີ 2024 - 2026 ລະຫວ່າງ ສະມາຄົມນັກຮົບເກົ່າແຂວງ ດັກລັກ - ຫວຽດນາມ ແລະ ສະມາຄົມນັກຮົບເກົ່າແຂວງ ຈຳປາສັກ - ລາວ. |
| ການເຊີດຊູພາສາຫວຽດ: “ທູດ” ທາງດ້ານວັດທະນະທຳ ແລະ ຂົວຕໍ່ແຫ່ງການເຊື່ອມຈອດຍຸດທະສາດ ຫວຽດນາມ - ລາວ ຍສໝ - ຢູ່ເທິງດິນແດນລ້ານຊ້າງ, ພາສາຫວຽດນາມ ແຕ່ດົນນານມາແລ້ວແມ່ນໄດ້ກ້າວໄກເກີນຂອບເຂດຂອງການເປັນພຽງພາຫະນະໃນການສື່ສານທຳມະດາ. ຜ່ານບັນດາຄວາມຂຶ້ນໆລົງໆຂອງປະຫວັດສາດ ແລະ ການຜັນປ່ຽນຂອງຍຸກສະໄໝ, ພາສາດັ່ງກ່າວໄດ້ກາຍເປັນ “ຈິດວິນຍານ” ທາງວັດທະນະທຳ, ແມ່ນສາຍໃຍທີ່ຮັດແໜ້ນຄວາມສາມັກຄີແບບພິເສດ. ໃນສະພາບການພົວພັນລະຫວ່າງສອງປະເທດ ຫວຽດນາມ - ລາວ ໄດ້ຮັບການຍົກລະດັບຂຶ້ນສູ່ລະດັບ “ການເຊື່ອມຈອດຍຸດທະສາດ”, ການໂຄສະນາ ແລະ ພັດທະນາພາສາຫວຽດນາມ ບໍ່ພຽງແຕ່ແມ່ນໜ້າທີ່ທາງດ້ານການສຶກສາເທົ່ານັ້ນ, ແຕ່ຍັງແມ່ນພັນທະກິດໃນການອະນຸລັກຮັກສາເອກະລັກ ແລະ ສ້າງຮາກຖານອັນໜັກແໜ້ນໃຫ້ແກ່ອະນາຄົດ. |
