ສື່ມວນຊົນສາກົນຕີລາຄາຢ່າງຕັ້ງໜ້າເລື່ອງສະພາແຫ່ງຊາດຫວຽດນາມ ໃຫ້ສັດຕະຍາບັນ EVFTA

10:20 | 10/06/2020

ຍສໝ - ວັນທີ 8 ມິຖຸນາ, ສະພາແຫ່ງຊາດຫວຽດນາມ ໄດ້ຮັບຮອງເອົາມະຕິວ່າດ້ວຍການໃຫ້ສັດຕະຍາບັນສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະ ອີຢູ (EVFTA).    

ສ ມວນຊ ນສາກ ນຕ ລາຄາຢ າງຕ ງໜ າເລ ອງສະພາແຫ ງຊາດຫວຽດນາມ ໃຫ ສ ດຕະຍາບ ນ evfta ຫວຽດນາມ ສືບຕໍ່ນຳສົ່ງພົນລະເມືອງຈຳນວນ 340 ຄົນຈາກສະຫະລັດອາເມລິກາ ກັບຄືນປະເທດຢ່າງປອດໄພ
ສ ມວນຊ ນສາກ ນຕ ລາຄາຢ າງຕ ງໜ າເລ ອງສະພາແຫ ງຊາດຫວຽດນາມ ໃຫ ສ ດຕະຍາບ ນ evfta ສະພາແຫ່ງຊາດຫວຽດນາມ ໄດ້ເຫັນດີເຫັນພ້ອມ ທີ່ຮັບຮອງເອົາສັນຍາ EVFTA ແລະ EVIPA ຢ່າງເປັນທາງການ
ສ ມວນຊ ນສາກ ນຕ ລາຄາຢ າງຕ ງໜ າເລ ອງສະພາແຫ ງຊາດຫວຽດນາມ ໃຫ ສ ດຕະຍາບ ນ evfta
ວັນທີ 8 ມິຖຸນາ, ສະພາແຫ່ງຊາດຫວຽດນາມ ໄດ້ຮັບຮອງເອົາມະຕິວ່າດ້ວຍການໃຫ້ສັດຕະຍາບັນສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະ ອີຢູ (EVFTA).(ພາບ:TTXVN)

ກ່ຽວກັບເລື່ອງສະພາແຫ່ງຊາດ ຫວຽດນາມ ລົງຄະແນນສຽງໃຫ້ສັດຕະຍາບັນສັນຍາການຄ້າເສລີ ຫວຽດນາມ - ສະຫະພາບເອີຣົບ (EVFTA), ໜັງສືພິມ Nikkei Asia Review ໃຫ້ຮູ້ວ່າ EVFTA ຈະນຳມາເຊິ່ງຄວາມຕ້ອງການທີ່ຈຳເປັນຫຼາຍຕໍ່ຫວຽດນາມ - ເສດຖະກິດຄາດວ່າຈະເຕີບໂຕຊ້າກ່ວາອັດຕາ 7% ກ່ອນເວລາທີ່ເກີດໂລກລະບາດ COVID-19.

ຕາມສຳນັກຂ່າວ Reuters, ຂໍ້ຕົກລົງນີ້ຈະເປີດບັນດາຂົງເຂດການບໍລິການຂອງຫວຽດນາມ, ໃນນັ້ນມີການຄົມມະນາຄົມ, ການທະນາຄານ, ການຂົນສົ່ງ… Reuters ໄດ້ຄັດສະເໜີຂໍ້ສັງເກດຂອງທະນາຄານໂລກ (WB) ໃນເດືອນພຶດສະພາ ວ່າ EVFTA ຈະຊ່ວຍເພີ່ມຍອດພະລິດຕະພັນພາຍໃນປະເທດ (GDP) ຂອງຫວຽດນາມ ເພີ່ມຂຶ້ນຕື່ມ 2,4%, ການສົ່ງອອກເພີ່ມຂຶ້ນ 12% ໃນປີ 2030 ແລະ ຊ່ວຍເຫຼືອປະຊາຊົນຫຼາຍແສນຄົນສາມາດຫຼຸດພົ້ນອອກຈາກຄວາມທຸກຍາກ.

ທະນາຄານໂລກພິຈາລະນາວ່າຜົນປະໂຫຍດເຫຼົ່ານີ້ແມ່ນມີຄວາມຈຳເປັນໂດຍສະເພາະໃນການຮັກສາຜົນສຳເລັດທາງດ້ານເສດຖະກິດໃນຂະນະທີ່ຫວຽດນາມຮັບມືຕໍ່ການລະບາດຂອງ COVID-19.

ພາຍຫຼັງ ສະພາແຫ່ງຊາດ ຫວຽດນາມໃຫ້ສັດຕະຍາບັນສັນຍາການຄ້າເສລີລະຫວ່າງ ສະຫະພາບເອີລົບ ແລະ ຫວຽດນາມ (EVFTA), ຫາງສຽງເອີລົບໄດ້ໃຫ້ຂໍ້ສັງເກດວ່າ ນີ້ແມ່ນກາລະໂອກາດໃຫຍ່ໃຫ້ແກ່ສິນຄ້າ ແລະ ວິສາຫະກິດທັງສອງຝ່າຍ, ພິເສດແມ່ນໃນສະພາບການໂລກລະບາດ Covid – 19ພວມກໍ່ຜົນກະທົບອັນໜັກໜ່ວງເຖິງການຜະລິດ ແລະ ສົ່ງອອກ - ນຳເຂົ້າ ບໍ່ພຽງແຕ່ຢູ່ຫວຽດນາມເທົ່ານັ້ນ ຫາກນັບທັງໃນທົ່ວໂລກອີກດ້ວຍ.

ສັນຍາອາລັກຂາການລົງທຶນລະຫວ່າງຝ່າຍໜຶ່ງແມ່ນ ສສ.ຫວຽດນາມ ແລະ ຝ່າຍໜຶ່ງແມ່ນ EU ແລະ ບັນດາປະເທດສະມາຊິກ EU (EVFTA) ໄດ້ກຳນົດບາງຫຼັກການເພື່ອແນໃສ່ຮັບປະກັນໃຫ້ ຫວຽດນາມ ພັດທະນາການພົວພັນກັບ EU ບົນເນື້ອໃນຈິດໃຈເຄົາລົບເອກະລາດ, ອະທິປະໄຕ, ຜຶນແຜ່ນດິນອັນຄົບຖ້ວນ, ເໝາະສົມກັບບັນດາເປົ້າໝາຍທີ່ບັນດາຝ່າຍໄດ້ຕົກລົງກັນ ຕາມສັນຍາການຮ່ວມມື ແລະ ຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - EU.

ສ ມວນຊ ນສາກ ນຕ ລາຄາຢ າງຕ ງໜ າເລ ອງສະພາແຫ ງຊາດຫວຽດນາມ ໃຫ ສ ດຕະຍາບ ນ evfta ຫວຽດນາມ ໄດ້ບຸກບືນເຂົ້າຢູ່ໃນກຸ່ມ 50 ປະເທດທີ່ນຳໜ້າຂະບວນການ ລັດຖະບານເອເລັກໂຕນິກ

ຍສໝ - ຈຸດໝາຍແມ່ນຮອດປີ 2025, ຫວຽດນາມ ມີ 80% ການບໍລິການອອນໄລລະດັບ 4 ຈະໄດ້ນຳ ສະເໜີຜ່ານພາຫະນະເຂົ້າຫາຕ່າງໆ.

ສ ມວນຊ ນສາກ ນຕ ລາຄາຢ າງຕ ງໜ າເລ ອງສະພາແຫ ງຊາດຫວຽດນາມ ໃຫ ສ ດຕະຍາບ ນ evfta ILO ສະແດງຄວາມຊົມເຊີຍຕໍ່ບາດກ້າວລົບລ້າງການ ບີບບັງຄັບແຮງງານຢູ່ຫວຽດນາມ

ຍ​ສໝ - ທ່ານ​ນາງ Corrine Vargha ຫົວ​ໜ້າ​ຄະ​ນະ​ມາດ​ຕະ​ຖານ​ແຮງ​ງານ​ສາ​ກົນ ຂອງ ILO ປະ​ຈຳ​ເຊີ​ແນວ (ສະ​ວິດ)​ ໄດ້​ຍ້ອງ​ຍ​ໍ​ຊົມ​ເຊີຍ​ການ​ຕັດ​ສິນ​ດັ່ງ​ກ່າວ​ຂອງ​ຫວຽດ​ນາມ, ແລ​ະ​ຖື​ວ່າ ຫວຽດ​ນາມ​ພວມ​ພິ​ສູດ​​ຄຳ​ໝັ້ນ​ສັນຢ່າງ​ແຮງ​ໃນ​ວິ​ວັດ​ການ​ຕໍ່​ສູ້​ຕ້ານ​ການ ບີບບັງຄັບ​ແຮງ​ງານ​ໃນ​ທຸກໆ​ຮູບ​ແບບ.

ສ ມວນຊ ນສາກ ນຕ ລາຄາຢ າງຕ ງໜ າເລ ອງສະພາແຫ ງຊາດຫວຽດນາມ ໃຫ ສ ດຕະຍາບ ນ evfta ສະຫຼຸບຂອງກົມການເມືອງກ່ຽວກັບແຜນນະໂຍບາຍແກ້ໄຂຜົນກະທົບຂອງ ໂລກລະບາດ Covid – 19 ເພື່ອຟື້ນຟູ ແລະ ພັດທະນາພື້ນຖານເສດຖະກິດປະເທດຊາດ

ຍສໝ - ວັນທີ 5 ມິຖຸນາ, ກົມການເມືອງໄດ້ປະກາດໃຊ້ບົດສະຫຼຸບກ່ຽວກັບແຜນນະໂຍບາຍ ແກ້ໄຂ ຜົນກະທົບ ຂອງໂລກລະບາດ Covid – 19 ເພື່ອຟື້ນຟູ ແລະ ພັດທະນາ ພື້ນຖານເສດຖະກິດ.

ໄຊພອນ

ເຫດການ
302 Found

Found

The document has moved here.