EVFTA – EVIPA ຈະ​ນຳ​ມາ​ກະ​ລາ​ໂອ​ກາດ​ກາຍ​ເປັນ​ສູນ​ຜະ​ລິດ​ໃນ​ພາກ​ພື້ນ​ໃຫ້​ແກ່ ຫວຽດ​ນາມ

15:01 | 04/06/2020

ຍ​ສໝ - EVFTA – EVIPA ແມ່ນ​ກາ​ລະ​ໂອ​ກາດ​ທີ່​ໃຫຍ່ຫຼວງ​ທີ່​ສຸດ​ໃຫ້​ແກ່​ການ​ເຕີບ​ໂຕ​ນັບ​ທັງ​ກາ​ນ​ຄ້າ ແລະ ການ​ລົງ​ທຶນ, ກໍ່​ຄື​ການ​ເພີ່ມ​ສະ​ວັດ​ດີ​ການ​ໃຫ້​ແກ່​ສັງ​ຄົມ. ຫວຽດ​ນາມ​ອາດ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຢ່າງ​ພຽງ​ພ​ໍ​ເມື່ອ​ບັນ​ດາ​ສັນ​ຍານີ້​ມີ​ຜົນ​ສັກ​ສິດ.      

evfta evipa ຈະ ນຳ ມາ ກະ ລາ ໂອ ກາດ ກາຍ ເປ ນ ສ ນ ຜະ ລ ດ ໃນ ພາກ ພ ນ ໃຫ ແກ ຫວຽດ ນາມ EVFTA – EVIPA ນຳ​ບັນ​ດາ​ຜົນ​ປະ​ໂຫຍດ​ມາໃຫ້​​ພື້ນ​ຖານ​ເສດ​ຖະ​ກິດ ຫວຽດ​ນາມ
evfta evipa ຈະ ນຳ ມາ ກະ ລາ ໂອ ກາດ ກາຍ ເປ ນ ສ ນ ຜະ ລ ດ ໃນ ພາກ ພ ນ ໃຫ ແກ ຫວຽດ ນາມ ສັນຍາ EVFTA ຊ່ວຍໃຫ້ຫວຽດນາມມີທີ່ຕັ້ງບົດບາດຢ່າງສະດວກໃນສະພາບການໃໝ່ຂອງ ເສດຖະກິດສາກົນ
evfta evipa ຈະ ນຳ ມາ ກະ ລາ ໂອ ກາດ ກາຍ ເປ ນ ສ ນ ຜະ ລ ດ ໃນ ພາກ ພ ນ ໃຫ ແກ ຫວຽດ ນາມ

ທ່ານ Giorgio Aliberti ເອກ​ອັກ​ຄະ​ລັດ​ຖະ​ທູດ, ຫົວ​ໜ້າ​ຄະ​ນະ​ປະ​ຕິ​ບັດ​ງານ​ສະ​ຫະ​ພາບ ເອີ​ລົບ (EU) ຢູ່​ຫວຽດ​ນາມ (ພາບ: laodong)

ເລື່ອງ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ຮັບ​ຮອງ​ເອົາ EVFTA ແລະ EVIPA ແມ່ນ​ຜົນ​ງານ​ປະ​ຫວັດ​ສາດ. ສິ່ງນ​ີ້​ສະ​ແດງ​ໃຫ້​ເຫັນ​ບ້າດ​ກ້າວ​ບຸກ​ທະ​ລ​ຸ​ໃນ​ການ​ພົວ​ພັນ​ລະ​ຫວ່າງ EU ແລະ ຫວຽດ​ນາມ, ພ້ອມ​ທັງ​ກໍ່​ແມ່ນ​ວິ​ທີ​ການ​ສະ​ແດງ​ທີ່​ເໝາະ​ສົມ​ທີ່​ສຸດ ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 30 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ. ບັນ​ດາ​ພື້ນ​ຖານ​ໃໝ່​ນີ້ ຈະ​ນຳ​ມາ​ພື້ນ​ຖານ​ທີ່​ດີ​ກ່​ວາ​ອີກ​ໃນ​ການ​ເປີດ​ກ້​ວາງ​ບັນ​ດາ​ໂອ​ກາດ​ລົງ​ທຶນ ແລະ ການ​ຄ​້າ​ໃຫ້​ແກ່​ສອງ​ຝ່າຍ.

ການ​ເປີດ​ກ້​ວາງ​ການ​ຄ້າ ແລະ ກາ​ນ​ເຕີບ​ໂຕ​ການ​ລົງ​ທຶນ​ມີ​ບັນ​ດາ​ການ​ພົວ​ພັນ​ເຊິ່ງ​ກັນ ​ແລະ ​ກັນ​ຢ່າງ​ສັບ​ສົນ. ມາ​ຮອດ​ປັດ​ຈຸ​ບັນ, ໃນ​ອາ​ຊຽນ ຫວຽດ​ນາມ​ແມ່ນ​ປະ​ເທດ​ສົ່ງ​ອອກ​ສິນ​ຄ້າ​​ໄປ​ຍັງ EU ຫຼາຍ​ທີ່​ສຸດ ແລະ​ທົບ 2 ເທົ່າ​ເມື່ອ​ທຽບ​ໃສ່​ກັບ​ບັນ​ດາ​ປະ​ເທດ​ສົ່ງ​ອອກ​ໃຫຍ່​ທີ 2 ແມ່ນ ສິງ​ກະ​ໂປ. ສິ່ງ​ທີ່​ເປັນ​ໜ້າ​ເສຍ​ດາຍ​ພັດ​ແມ່ນຂາດຄວາມ​ດຸນດ​ຽວ​ດ້ານ​ກາ​ນ​ຄ້າຫຼາຍ​ພໍ​ສົມ​ຄວນ, ເມື່ອ​ທຽບ​ໃສ່​ກັບ ສິ່ງ​ກະ​ໂປ, ຫວຽດ​ນາມ​ພຽ​ງ​ແຕ່​ຊື້​ໄດ້​ປະ​ລິ​ມານ​ສິ​ນ​ຄ້າ​ປະ​ມານ 1/3 ຂອງ Eu ພາ​ໄປ​ເຖິງ​ການ​ຂາດ​ດຸນ​ດ້ານ​ການ​ຄ້າ​ຢ່າງຫຼວງຫຼາຍ.

ເມື່ອ​ມີ​ຜົນ​ສັກ​ສິດ, EVFTA ຈະ​ນຳ​ມາ​ບັນ​ດາ​ຜົນ​ກະ​ທົບ​ທາງ​ບວ​ກ​ຢ່າງ​ທັນ​ທີ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ​ ນັບ​ທັງ ຫວຽດ​ນາມ ແລະ EU. ນັບ​ແຕ່​ວັນ​ທຳ​ອິດທີ່​ມີ​ຜົນ​ສັກ​ສິດ, ເລື່ອງຫຼຸດ​ຜ່ອນ​ພາ​ສີ​ອາ​ກອນ​ຈະ​ຈັດ​ວາງ​ໃສ່ 65% ​​ສິນ​ຄ້າ​ສົ່ງ​ອອກ ຂອງ EU ໄປ​ຍັງ​ຫວຽດ​ນາມ ແລະ 71% ສິນ​ຄ​້າ​ນຳ​ເຂົ້າ​ຂອງ EU ຈ​າກ​ຫວຽດ​ນາມ, ດ້ວຍ​ວິ​ວັດ​ການ​ມຸ່ງ​ໄປ​ສູ່​ການ​ລົບ​ລ້າງ​ພາ​ສີ​ອາ​ກອນ​ພາຍ​ໃນ 10 ປີ. ເລື່ອງ​ລົບ​ລ້າງ​ພາ​ສີ​ອາ​ກອນສອງ​ຝ່າຍ ແລະ ພາ​ສີ​ສົ່ງ​ອອກ, ພ້ອມ​ກັບ​ການຫຼຸດ​ຜ່ອນ​ບັນ​ດາ​ຮົ້ວ​ປອດ​ພາ​ສີ​ (NTBs) ຈະ​ມີ​ຜົນ​ສະ​ທ້ອນ​ເຖິງ​ການ​ແລກ​ປ່ຽນ​ສິນ​ຄ້າ ແລະ ການ​ບໍ​ລິ​ການ​ຂ້າມ​ຊາຍ​ແດນ ທີ່​ໄດ້​ຄາດ​ຄະ​ເນ​ວ່າ​ຈະ​ຊຸກ​ຍູ້​ການ​ຄ້າ​ສອງ​ຝ່າຍຫຼາຍ​ພໍ​ສົມ​ຄວນ. ການ​ເປີດ​ປະ​ຕູ​ຕະຫຼາດ​ຊື້​ຂາຍ​ສາ​ທາ​ລະ​ນະ​ກໍ່​ນຳ​ມາ​​ ບັນ​ດາ​ກາ​ລະ​ໂອ​ກາດ​ທາງ​ການ​ຄ້າ​ໃໝ່ຕື່ມ​ອີກ ແລະ ສຳ​ຄັນ​ EU.

evfta evipa ຈະ ນຳ ມາ ກະ ລາ ໂອ ກາດ ກາຍ ເປ ນ ສ ນ ຜະ ລ ດ ໃນ ພາກ ພ ນ ໃຫ ແກ ຫວຽດ ນາມ ສ້າງ​ກຳ​ລັງ​ໜູນໃໝ່​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ຫວຽດ​ນາມ ແລະ ອີ​ຢູ

ຍສໝ - ຕາມທ່ານ ດ່ວານຄັກຫວຽດ ສົນທີສັນຍາ EVFTA ແລະ EVIPA ຄາດວ່າຈະນຳມາເຊິ່ງບັນດາຜົນປະໂຫຍດທີ່ໃຫ່ຍຫຼວງ, ລະອຽດ ແລະ ແທດຈິງໃຫ້ແກ່ພື້ນຖານເສດຖະກິດ, ວິສາຫະກິດ, ປະຊາຊົນຂອງທັງຫວຽດນາມ ແລະ ອີຢູ.

evfta evipa ຈະ ນຳ ມາ ກະ ລາ ໂອ ກາດ ກາຍ ເປ ນ ສ ນ ຜະ ລ ດ ໃນ ພາກ ພ ນ ໃຫ ແກ ຫວຽດ ນາມ ສະພາແຫ່ງຊາດ ຫວຽດນາມ ປຶກສາຫາລືກ່ຽວກັບເລື່ອງໃຫ້ສັດຕະຍາບັນສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະ ສະຫະພາບ ເອີລົບ (EVFTA)

ຍສໝ - ສັນຍາ EVFTA ໄດ້ຮັບຄວາມຫວັງວ່າ, ເມື່ອນຳເຂົ້າປະຕິບັດຈະປະກອບສ່ວນສຳຄັນເຂົ້າໃນການແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດໃນເລື່ອງຊອກຫາຕະຫຼາດ, ເປີດກວ້າງການເຄື່ອນໄຫວຜະລິດ, ດຳເນີນທຸລະກິດ, ເພີ່ມລະດັບພັດທະນາ, ໃນສະພາບໂລກລະບາດໂຄວິດ-19.

evfta evipa ຈະ ນຳ ມາ ກະ ລາ ໂອ ກາດ ກາຍ ເປ ນ ສ ນ ຜະ ລ ດ ໃນ ພາກ ພ ນ ໃຫ ແກ ຫວຽດ ນາມ ຜັນຂະຫຍາຍບັນດາມາດຕະການຢ່າງຮີບດ່ວນເພື່ອປະກອບສ່ວນນຳເອົາສັນຍາ EVFTA ເຂົ້າປະຕິບັດໂດຍໄວ

ຍສໝ - ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ກໍ່ພວມຜັນຂະຫຍາຍບັນດາມາດຕະການຢ່າງຮີບດ່ວນ ເພື່ອປະກອບສ່ວນນຳເອົາສັນຍາ EVFTA ເຂົ້າປະຕິບັດ ເພື່ອແນໃສ່ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ ໃນການຊອກຫາຕະຫລາດ, ເປີດກ້ວາງການເຄື່ອນໄຫວຜະລິດ, ດຳເນີນທຸລະກິດ, ຊຸກຍູ້ການແລກປ່ຽນການຄ້າລະຫວ່າງ ຫວຽດນາມ - ອີຢູ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.