ຫວຽດ​ນາມ ແລະ ຍີ່​ປຸ່ນ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ແລກ​ປ່ຽນ, ຊຸກ​ຍູ້​ການ​ຮ່ວມ​ມື​ເສດ​ຖະ​ກິດ

11:03 | 02/06/2020

ຍ​ສ​ໝ - ​ທ່ານ Motegi Toshimitsu ໄດ້​ສະ​ແດງ​ຄວາມ​ຊົ​ມ​ເຊີຍ​ຕໍ່​ຜົນ​ງານ​ທີ່​ໜ້າ​ປະ​ທັບ​ໃຈ​ຂອງ​ຫວຽດ​ນາມ ໃນ​ການ​ຄວບ​ຄຸບ​ໂລກ​ລະບາດ Covid – 19, ໂດຍ​ໄດ້​ຮັບ​ການ​ຕີ​ລາ​ຄາ​ສ​ູງ​ຈາກ​ປະ​ຊາ​ຄົມ​ສາ​ກົນ, ທ່ານກໍ່​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ລັດ​ຖະ​ບານ, ສະ​ພາ​ແຫ່ງ​ຊາດ ແລະ ປະ​ຊາ​ຊົນ ຫວຽດ​ນາມ​ໄດ້​ສະ​ໜັບ​ສະ​ໜູນ​ຜ້າ​ອັບ​ປາກ - ດັງ​ໃຫ້​ແກ່​ຍີ່​ປຸ່ນ.

ຫວຽດ ນາມ ແລະ ຍ ປ ນ ເພ ມ ທະ ວ ການ ພ ວ ພ ນ ແລກ ປ ຽນ ຊ ກ ຍ ການ ຮ ວມ ມ ເສດ ຖະ ກ ດ ສ້າງ​ກຳ​ລັງ​ໜູນໃໝ່​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ຫວຽດ​ນາມ ແລະ ອີ​ຢູ
ຫວຽດ ນາມ ແລະ ຍ ປ ນ ເພ ມ ທະ ວ ການ ພ ວ ພ ນ ແລກ ປ ຽນ ຊ ກ ຍ ການ ຮ ວມ ມ ເສດ ຖະ ກ ດ ຫວຽດ​ນາມ​ຄິດ​ໄລ່​ຊັ່ງ​ຊາຈຸດ​ເວ​ລາ​ເປີດ​ປະ​ຕູ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ສາ​ກົນ
ຫວຽດ ນາມ ແລະ ຍ ປ ນ ເພ ມ ທະ ວ ການ ພ ວ ພ ນ ແລກ ປ ຽນ ຊ ກ ຍ ການ ຮ ວມ ມ ເສດ ຖະ ກ ດ
ທ່ານ ຟ້າມ​ບິ່ງ​ມິງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ (ພາບ: baoquocte.vn)

ວັນ​ທີ 1 ມິ​ຖ​ຸ​ນາ, ຢູ່​ການ​ໂອ້​ລົມ​ທາງ​ໂທ​ລະ​ສັ​ບ​ລະ​ຫວ່າງ​ທ່ານ ຟ້າມ​ບິ່ງ​ມິງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ກັ​ບ​ທ່ານ Motegi Toshimitsu ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຍີ່​ປຸ່ນ, ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ເພີ່​ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ Covid – 19, ຊຸກ​ຍູ້​ການ​ພົວ​ພັນ​ແລກ​ປ່ຽນ, ກາ​ນ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ລະ​ຫວ່າງ​ສອງ​ປະ​ເທດ.

ທ່ານ​ຟ້າມ​ບິ່ງ​ມິງ ໄດ້​ຕີ​ລາ​ຄາ​ສູງຜົນ​ງານ​ຢ່າງ​ຕັ້​ງ​ໜ້າ​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid – 19 ຂອງ​ລັດ​ຖະ​ບານ​ຍີ່​ປຸ່ນ, ແລະ ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ການ​ໜູນ​ຊ່ວຍ​ຂອງ​ລັດ​ຖະ​ບານ ແລະ ປະ​ຊາ​ຊົນ​ຍີ່​ປຸ່ນ​ທີ່ ສະ​ຫງວນ​ໃຫ້​ແກ່​ຫວຽດ​ນາມ​ໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດພິ​ເສດ​ແມ່ນ​ບ້ວງ​ເງິນ​ໜູນ​ຊ່ວຍ​ນັກ​ຮຽນ, ນັກ​ຝຶກ​ງານ​ຊາວ​ຫວຽດ​ນາມ​ທີ່​ພວມ​ດຳ​ລົງ​ຊີ​ວິດ​ຢູ່​ຍີ່​ປຸ່ນ.

ສ່ວນ​ທ່ານ Motegi Toshimitsu ໄດ້​ສະ​ແດງ​ຄວາມ​ຊົ​ມ​ເຊີຍ​ຕໍ່​ຜົນ​ງານ​ທີ່​ໜ້າ​ປະ​ທັບ​ໃຈ​ຂອງ​ຫວຽດ​ນາມ ໃນ​ການ​ຄວບ​ຄຸບ​ໂລກ​ລະບາດ Covid – 19, ໂດຍ​ໄດ້​ຮັບ​ການ​ຕີ​ລາ​ຄາ​ສ​ູງ​ຈາກ​ປະ​ຊາ​ຄົມ​ສາ​ກົນ, ທ່ານກໍ່​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ລັດ​ຖະ​ບານ, ສະ​ພາ​ແຫ່ງ​ຊາດ ແລະ ປະ​ຊາ​ຊົນ ຫວຽດ​ນາມ​ໄດ້​ສະ​ໜັບ​ສະ​ໜູນ​ຜ້າ​ອັບ​ປາກ - ດັງ​ໃຫ້​ແກ່​ຍີ່​ປຸ່ນ. ທ່ານກໍ່ໃຫ້​ຮູ້​ຕື່ມ​ອີກວ່າ ນອກ​ຈາ​ກ​ບັນ​ດາ​ບ້ວງ​ເງິນ​ໜູນ​ຊ່ວຍ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ Covid – 19 ແລ້ວ, ຍີ່​ປຸ່ນ​ຈະ​ສືບ​ຕໍ່ໜູນ​ຊ່ວຍ​ຫວຽດ​ນາມ ດ້ານວັດ​ຖຸ, ​ອຸ​ປະ​ກອນການ​ແພດ​ທີ່​ອີງ​ຕາມ​ຄວາມ​ຕ້ອງ​ການ​ຂອງ​ຫວຽດ​ນາມ.

ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຢ່າງ​ແໜ້ນ​ແຟ້ນ​ຢູ່​ບັນ​ດາ​ເວ​ທີ​ປາ​ໄສ​ຢູ່​ພ​າກ​ພື້ນ ແລະ ສາ​ກົນ​ໃນ​ນັ້ນ​ມີ ອາ​ຊຽນ ແລະ ແມ່​ນ້ຳ​ຂອງ - ຍີ່​ປຸ່ນ, ຊຸກ​ຍູ້ກ​ານ​ຜັນ​ຂະ​ຫຍາຍ​ຂໍ້​ສະ​ເໜີ​ສ້າງ​ສູນ​ອາ​ຊຽນ​ກ່ຽວ​ກັບ​ໂລກ​ລະ​ບາດ​ທີ່​ຫາກໍ່​ພົ້ນ​ເດັ່ນ ແລະ ບັນ​ດາ​ບັນ​ຫາ​ທາງ​ການ​ແພດ​ຢ່າງ​ຮີບ​ດ່ວນ​ຂອງ ທ່ານ Abe Sinzo ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ​ຢູ່ກອງ​ປະ​ຊຸມ​ສຸດ​ຍອດ​ພິ​ເສດ​ ອາ​ຊຽນ + 3 ໃນ​ວັນ​ທີ 14 ເມ​ສາ.

ຫວຽດ ນາມ ແລະ ຍ ປ ນ ເພ ມ ທະ ວ ການ ພ ວ ພ ນ ແລກ ປ ຽນ ຊ ກ ຍ ການ ຮ ວມ ມ ເສດ ຖະ ກ ດ ສ້າງ​ກຳ​ລັງ​ໜູນໃໝ່​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ຫວຽດ​ນາມ ແລະ ອີ​ຢູ

ຍສໝ - ຕາມທ່ານ ດ່ວານຄັກຫວຽດ ສົນທີສັນຍາ EVFTA ແລະ EVIPA ຄາດວ່າຈະນຳມາເຊິ່ງບັນດາຜົນປະໂຫຍດທີ່ໃຫ່ຍຫຼວງ, ລະອຽດ ແລະ ແທດຈິງໃຫ້ແກ່ພື້ນຖານເສດຖະກິດ, ວິສາຫະກິດ, ປະຊາຊົນຂອງທັງຫວຽດນາມ ແລະ ອີຢູ.

ຫວຽດ ນາມ ແລະ ຍ ປ ນ ເພ ມ ທະ ວ ການ ພ ວ ພ ນ ແລກ ປ ຽນ ຊ ກ ຍ ການ ຮ ວມ ມ ເສດ ຖະ ກ ດ ຊ​ຸ​ກ​ຍຸ້​​ການ​ຄ້າ ຫວຽດ​ນາມ - ອາ​ເມ​ລິ​ກາ ​ໄລ​ຍະຫຼັງ Covid – 19

ທີ່ກອງ​ປະ​ຊຸມ, ບັນ​ດາ​ນັກ​ຊ່ຽວ​ຊານ​ອາ​ເມ​ລິ​ກາ ແລະ ຫວຽດ​ນາມ ໄດ້​ອັບ​ເດດ​ຂໍ້​ມູນ​ຂ່າວ​ສານໃໝ່​ຫຼ້​າ​ສຸດກ່ຽວ​ກັບ​ສະ​ພາບ​ການ​ຕະຫຼ​າ​ດ​ເກີບ​ອາ​ເມ​ລິ​ກາ, ຕີ​ລາ​ຄາ​ການ​ກະ​ທົບ​ຂອງ Covid – 19 ທີ່​ມີ​ຕໍ່​ຕະຫຼາດ ແລະ ຄວາມ​ເປັນ​ໄປ​ໄດ້, ທ່າ​ອ່ຽງພັດ​ທະ​ນາ​ຂອງ​ຕະຫຼາດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ,

ຫວຽດ ນາມ ແລະ ຍ ປ ນ ເພ ມ ທະ ວ ການ ພ ວ ພ ນ ແລກ ປ ຽນ ຊ ກ ຍ ການ ຮ ວມ ມ ເສດ ຖະ ກ ດ ນາຍົກລັດຖະມົນຕີ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ມ​ີ​ການໂອ້ລົມທາງໂທລະສັບກັບ ປະທານາທິບໍດີ ຟີລິບປີນ Rodrigo Duterte

ຍ​ສ​ໝ - ການນຳສອງທ່ານໄດ້ເຫັນດີເປັນ​ເອ​ກະ​ພາບຍູ້ແຮງການພົວພັນສອງຝ່າຍຢ່າງແທດຈິງ, ຍົກສູງປະສິດທິຜົນການຮ່ວມມືໃນບັນດາຂົງເຂດທັງໝົດ; ເຫັນດີກັນສືບຕໍ່ເພີ່ມທະວີການສົມທົບກັນ, ສະໜັບສະໜຸນເຊິ່ງ​ກັນ ແລະ ກັນຢູ່ບັນດາເວທີປາ​ໄສຫຼາຍຝ່າຍ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.