ນາຍົກລັດຖະມົນຕີ  ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ມ​ີ​ການໂອ້ລົມທາງໂທລະສັບກັບ ປະທານາທິບໍດີ ຟີລິບປີນ Rodrigo Duterte

14:06 | 27/05/2020

ຍ​ສ​ໝ - ການນຳສອງທ່ານໄດ້ເຫັນດີເປັນ​ເອ​ກະ​ພາບຍູ້ແຮງການພົວພັນສອງຝ່າຍຢ່າງແທດຈິງ, ຍົກສູງປະສິດທິຜົນການຮ່ວມມືໃນບັນດາຂົງເຂດທັງໝົດ; ເຫັນດີກັນສືບຕໍ່ເພີ່ມທະວີການສົມທົບກັນ, ສະໜັບສະໜຸນເຊິ່ງ​ກັນ ແລະ ກັນຢູ່ບັນດາເວທີປາ​ໄສຫຼາຍຝ່າຍ.

ນາຍ ກລ ດຖະມ ນຕ ຫວຽດ ນາມ ຫງວຽນ ຊວ ນ ຟ ກ ມ ການໂອ ລ ມທາງໂທລະສ ບກ ບ ປະທານາທ ບ ດ ຟ ລ ບປ ນ rodrigo duterte ການ​ນຳ​ຫວຽດ​ນາ​ມ ​ສົ່ງໂທ​ລະ​ເລກ​ສະ​ແດງ​ຄວາມ​ເສົ້າ​ສະ​ຫຼົດ​ໃຈມາ​ຍັງ ​ການ​ນຳ​ລາວ
ນາຍ ກລ ດຖະມ ນຕ ຫວຽດ ນາມ ຫງວຽນ ຊວ ນ ຟ ກ ມ ການໂອ ລ ມທາງໂທລະສ ບກ ບ ປະທານາທ ບ ດ ຟ ລ ບປ ນ rodrigo duterte ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ ສິ້ນ​ສຸດ​ການ​ຢ້ຽມ​ຢ​າມ ສ.ເກົາຫຼີ​ ຢ່າງ​ເປັນ​ທາງ​ການ
ນາຍ ກລ ດຖະມ ນຕ ຫວຽດ ນາມ ຫງວຽນ ຊວ ນ ຟ ກ ມ ການໂອ ລ ມທາງໂທລະສ ບກ ບ ປະທານາທ ບ ດ ຟ ລ ບປ ນ rodrigo duterte
​ທ່ານນາຍົກລັດຖະມົນຕີ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ (ພາບ: VGP)

ຕອນບາຍວັນທີ 26 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ມີການໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີ ຟີລິບປີນ Rodrigo Duterte ເພື່ອແລກປ່ຽນກ່ຽວກັບການຮ່ວມມືສອງຝ່າຍ ແລະ ພາກພື້ນໃນສະພາບການໂລກລະບາດໂຄວິດ-19.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ເນັ້ນໜັກເຖິງ ຄວາມສຳຄັນຂອງການຮ່ວມມືສາກົນໃນສະພາບການປັດຈຸບັນ, ທ່ານກໍ່ສະແດງຄວາມ​ຂອບໃຈຕໍ່​ການສະໜັບສະໜຸນ ແລະ ປະກອບສ່ວນຢ່າງຕັ້ງໜ້າຂອງ ຟີລິບປີນ ແລະ ທ່ານປະທານາທິບໍດີ ຟີລິບປີນ Rodrigo Duterte ໃນ​ຜົນສຳເລັດຂອງກອງປະຊຸມຂັ້ນສູງທາງອອນລາຍ ອາຊຽນ ແລະ ອາຊຽນ+3 ກ່ຽວກັບການຮັບມືກັບໂລກລະບາດໂຄວິດ-19 ໃນວັນທີ 14 ເມສາ ຜ່ານມາ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ສະເໜີໃຫ້ ສອງປະເທດມານະພະຍາຍາມຍົກສູງ ວົງເງິນການຄ້າສອງຝ່າຍໃຫ້ຫຼາຍກ່ວາອີກ, ຈຳກັດນຳໃຊ້ບັນດາມາດຕະການປ້ອງກັນທາງການຄ້າ; ແລະຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່​ຈະ​ແມ່ນແຫຼ່ງສະໜອງເຂົ້າສານໃນ​ໄລ​ຍະຍາວນານ ແລະ ມີສະຖຽນລະພາບໃຫ້ ຟີລິບປີນ ດ້ວຍລາຄາທີ່​ສົມ​ເຫດ​ສົມ​ຜົນ.

ສ່ວນທ່ານປະທານາທິບໍດີ ຟີລິບປີນ Rodrigo Duterte ຖື ຫວຽດນາມ ແມ່ນຮູບແບບຢ່າງ​ມີປະສິດທິຜົນໃນ​ການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19; ທ່ານກໍ່ຕີລາຄາສູງບົດບາດນຳພາຂອງ ຫວຽດນາມ ໃນຖານະຕຳແໜ່ງເປັນປະທານ ອາຊຽນ ປີ 2020 ຖືກຕາມຈິດໃຈຫົວຂໍ້ “ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື”.

ການນຳສອງທ່ານໄດ້ເຫັນດີເປັນ​ເອ​ກະ​ພາບຍູ້ແຮງການພົວພັນສອງຝ່າຍຢ່າງແທດຈິງ, ຍົກສູງປະສິດທິຜົນການຮ່ວມມືໃນບັນດາຂົງເຂດທັງໝົດ; ເຫັນດີກັນສືບຕໍ່ເພີ່ມທະວີການສົມທົບກັນ, ສະໜັບສະໜຸນເຊິ່ງ​ກັນ ແລະ ກັນຢູ່ບັນດາເວທີປາ​ໄສຫຼາຍຝ່າຍ. ການນຳສອງທ່ານເນັ້ນຫນັກເຖິງຄວາມສຳຄັນຂອງການສືບຕໍ່ເພີ່ມທະວີຄວາມສາມັກຄີ, ຮັກສາຫຼັກໝັ້ນລວມຂອງ ອາຊຽນ ກ່ຽວກັບບັນຫາທະເລຕາເວັນອອກ, ຕັັ້ງໜ້າຊຸກຍູ້ການ​ເຈ​ລະ​ຈາເພື່ອບັນລຸໄດ້ກົດແຫ່ງປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ທີ່​ມີຄຸນນະພາບສູງ, ສອດ​ຄ່ອງກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນ​ຄົງໃນພາກພື້ນ.

ນາຍ ກລ ດຖະມ ນຕ ຫວຽດ ນາມ ຫງວຽນ ຊວ ນ ຟ ກ ມ ການໂອ ລ ມທາງໂທລະສ ບກ ບ ປະທານາທ ບ ດ ຟ ລ ບປ ນ rodrigo duterte ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ ສິ້ນ​ສຸດ​ການ​ຢ້ຽມ​ຢ​າມ ສ.ເກົາຫຼີ​ ຢ່າງ​ເປັນ​ທາງ​ການ

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກໄດ້ສິ້ນສຸດການ ຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ, ເຂົ້າຮ່ວມກອງປະຊຸມສະເຫຼີມສະຫຼອງ 30 ປີ ແຫ່ງການພົວພັນເຈລະຈາ ອາຊຽນ - ສ.ເກົາຫຼີ, ກອງປະຊຸມຂັ້ນສູງ ແມ່ນ້ຳຂອງ - ສ.ເກົາຫຼີຄັ້ງທີ 1 ຕາມຄຳເຊື້ອເຊີນຂອງ ທ່ານ Moon Jae-in ປະທານາທິບໍດີ ສ.ເກົາຫຼີ ຢ່າງຈົບງາມ.

ນາຍ ກລ ດຖະມ ນຕ ຫວຽດ ນາມ ຫງວຽນ ຊວ ນ ຟ ກ ມ ການໂອ ລ ມທາງໂທລະສ ບກ ບ ປະທານາທ ບ ດ ຟ ລ ບປ ນ rodrigo duterte ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ ຊວັນ ຟຸກ ພົບປະສອງຝ່າຍ ຢູ່ ນອກກອງປະຊຸມສຸດຍອດອາຊຽນຄັ້ງທີ 35

ຍສໝ - ວັນທີ 3 ພະຈິກນີ້, ຢູ່ທີ່ບາງກອກ ປະເທດໄທ, ນາຍົກລັດຖະມົນຕີ ຫງວຽນ ຊວັນ ຟຸກ ໄດ້ພົບປະກັບ ນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ແລະ ນາຍົກລັດຖະມົນຕີ ກຳປູເຈຍ ຮຸນເຊັນ, ພົບປະກັບຜູ້ອຳນວຍການກອງທຶນເງິນຕາສາກົນ (IMF) ແລະ ເຈົ້າຊາຍແຫ່ງອັງກິດ.

ນາຍ ກລ ດຖະມ ນຕ ຫວຽດ ນາມ ຫງວຽນ ຊວ ນ ຟ ກ ມ ການໂອ ລ ມທາງໂທລະສ ບກ ບ ປະທານາທ ບ ດ ຟ ລ ບປ ນ rodrigo duterte ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ ຊວນ ຟຸກ ສິ້ນສຸດການເຂົ້າຮ່ວມກອງປະຊຸມສຸດຍອດ G20

ຍສໝ - ຄ່ຳຄືນວັນທີ 01 ກໍລະກົດ 2019, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ ຊວນ ຟຸກ ແລະ ພັນລະຍາ, ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ກັບຄືນເມືອຮອດ ຮ່າໂນ້ຍ, ສິ້ນສຸດການເຂົ້າຮ່ວມກອງປະຊຸມສຸດຍອດ G20.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.