ລັດຖະບານຝຣັ່ງ ສະໜັບສະໜູນ 5 ແສນກວ່າໂດລາສະຫະລັດເພື່ອ ຟື້ນຟູຊີວິດການເປັນຢູ່ ຂອງຊຸມຊົນ ແຂວງອັດຕະປື ແລະ ເຊກອງ

16:49 | 29/05/2020

ປະຊາຊົນ 16.500 ກວ່າຄົນ ໃນແຂວງອັດຕະປື ແລະ ເຊກອງ ຈະໄດ້ຮັບການສະໜັບສະໜູນ ຈາກໂຄງການຊ່ວຍເຫລືອຂອງປະເທດຝຣັ່ງ ຈໍານວນ 546.000 ໂດລາສະຫະລັດ ເພື່ອຟື້ນຟູຊີວິດການເປັນຢູ່, ປັບປຸງລາຍໄດ້ຂອງຊຸມຊົນ ແລະ ຊ່ວຍໃຫ້ຊຸມຊົນສາມາດ ຜ່ານລະດູການຂາດ ເຂີນດ້ວຍອາຫານ ທີ່ມີໂພຊະນາການຫລາຍຂຶ້ນ, ເຊິ່ງມີຄວາມຈຳເປັນຢ່າງຍິ່ງ ໃນສະພາບທີ່ເສດຖະກິດສັງຄົມ ໄດ້ຮັບຜົນກະທົບຈາກ ການແຜ່ລະບາດຂອງ ໂຄວິດ-19.

ລ ດຖະບານຝຣ ງ ສະໜ ບສະໜ ນ 5 ແສນກວ າໂດລາສະຫະລ ດເພ ອ ຟ ນຟ ຊ ວ ດການເປ ນຢ ຂອງຊ ມຊ ນ ແຂວງອ ດຕະປ ແລະ ເຊກອງ VINDO ສະໜັບສະໜູນ ຜ້າອັດປາກ ເປັນຄັ້ງທີສອງ ໃຫ້ແກ່ຊາວຫວຽດນາມ ທີ່ Hokkaido ເພື່ອຕໍ່ສູ້ຕ້ານກັບ COVID-19
ລ ດຖະບານຝຣ ງ ສະໜ ບສະໜ ນ 5 ແສນກວ າໂດລາສະຫະລ ດເພ ອ ຟ ນຟ ຊ ວ ດການເປ ນຢ ຂອງຊ ມຊ ນ ແຂວງອ ດຕະປ ແລະ ເຊກອງ ສະຫະພັນລັດເຊຍ ມີຄວາມພາກພູມໃຈທີ່ໄດ້ຢືນຄຽງບ່າຄຽງໄຫຼ່, ສະໜັບສະໜູນ ແລະ ຊ່ວຍເຫຼືອເພື່ອນມິດຫວຽດນາມໃນຊຸມປີທີ່ຫຍຸ້ງຍາກ
ລ ດຖະບານຝຣ ງ ສະໜ ບສະໜ ນ 5 ແສນກວ າໂດລາສະຫະລ ດເພ ອ ຟ ນຟ ຊ ວ ດການເປ ນຢ ຂອງຊ ມຊ ນ ແຂວງອ ດຕະປ ແລະ ເຊກອງ
ປະຊາຊົນ 16.500 ກວ່າຄົນ ໃນແຂວງອັດຕະປື ແລະ ເຊກອງ ຈະໄດ້ຮັບການສະໜັບສະໜູນ ຈາກໂຄງການຊ່ວຍເຫລືອຂອງປະເທດຝຣັ່ງ ຈໍານວນ 546.000 ໂດລາສະຫະລັດ ເພື່ອຟື້ນຟູຊີວິດການເປັນຢູ່

ພ້ອມກັນນີ້, ຍັງຈະຊ່ວຍແກ້ໄຂຄວາມຕ້ອງການ ອັນຮີບດ່ວນຂອງຊຸມຊົນເຫລົ່ານີ້ ເພື່ອຊ່ວຍໃຫ້ພວກເຂົາ ສາມາດຊ່ວຍເຫລືອຕົວເອງໄດ້ ໃນການປັບຕົວ ໃຫ້ເຂົ້າກັບການປ່ຽນແປງ ຂອງສະພາບອາກາດ ໄດ້ໃນໄລຍະຍາວ. ໂຄງການດັ່ງກ່າວ, ຈະຖືກຈັດຕັ້ງປະຕິບັດ ໃນໄລຍະ 12 ເດືອນ ໂດຍສອງອົງການ ຄື ອົງການອາຫານໂລກ (WFP) ແລະ ອົງການອາຫານ ແລະ ການກະເສດ (FAO) ແຫ່ງສະຫະປະຊາຊາດ.

ອົງການອາຫານໂລກ ຈະຊ່ວຍຊຸມຊົນໃນການ ກຳນົດພື້ນຖານໂຄງລ່າງ ທີ່ຈຳເປັນທີ່ຕ້ອງໄດ້ຮັບການກໍ່ສ້າງ, ສ້ອມແປງ ຫລື ປັບປຸງ ແລະ ຊາວບ້ານຈະໄດ້ຮັບເງິນສົດ ເປັນຄ່າແຮງງານ ໃນການເຮັດວຽກ ເພື່ອສ້າງໂຄງລ່າງພື້ນຖານ ຂອງຊູມຊົນໃນໄລຍະເດືອນມິຖຸນາ ຫາເດືອນກັນຍາ. ເປົ້າໝາຍຂອງພື້ນຖານ ໂຄງລ່າງທີ່ຈະໄດ້ຮັບການກໍ່ສ້າງ ແລະ ປັບປຸງລວມມີຮ່ອງລະບາຍນໍ້າ ຫລື ຄອງຊົນລະ ປະທານ ທີ່ສາມາດຄວບຄຸມນໍ້າ ໃນໄລຍະທີ່ເກີດພາວະຖ້ວມ ແລະ ແຫ້ງແລ້ງ, ເສັ້ນທາງເຂົ້າຊຸມຊົນ ແລະ ສວນຜັກເປັນຕົ້ນ. ວິທີການດັ່ງກ່າວ, ຈະຊ່ວຍໃຫ້ຊຸມຊົນມີລາຍຮັບ ທີ່ເພີ່ມຂຶ້ນໃຫ້ກັບຄອບຄົວຂອງພວກເຂົາ ແລະ ຊ່ວຍໃຫ້ພວກເຂົາສາມາດ ຜ່ານລະດູການທີ່ຂາດເຂີນໄດ້. ໃນເວລາດຽວກັນ, ໂຄງສ້າງທີ່ໄດ້ຮັບການປັບປຸງ ຈະຊ່ວຍໃຫ້ຊຸມຊົນ ມີໂອກາດຫລາຍຂຶ້ນ ໃນການສ້າງລາຍຮັບ ແລະ ປົກປ້ອງພວກເຂົາ ຈາກຜົນກະທົບຈາກ ການປ່ຽນແປງດິນຟ້າອາກາດ.

ອົງການອາຫານ ແລະ ການກະເສດ ຈະສ້າງໂຮງຮຽນ ເພື່ອຊາວກະສິກອນ ພາກສະໜາມ ແລະ ສະໜັບສະໜູນ ຊາວກະສິກອນຕົວແບບ ເພື່ອເພີ່ມສັກກະຍະພາບ ດ້ານກະສິກຳ ແລະ ການມີອາ ຫານທີ່ມີໂພຊະນາການ ໃນຊຸມຊົນເປົ້າໝາຍ. ນອກນີ້, ທາງອົງການຍັງຈະຊ່ວຍ ໃຫ້ຄໍາແນະນຳວິທີການປະຕິບັດທາງ ການກະເສດທີ່ດີເລີດ ເຊັ່ນ: ການປົກຫຸ້ມຂອງພືດ, ການລ້ຽງສັດ, ການປູກຝັງແບບບູລະນາການ, ການໝູນວຽນຂອງພືດ ເພື່ອຄວາມອຸດົມສົມບູນຂອງດິນ, ການກໍາຈັດສັດຕູພືດໂດຍນຳໃຊ້ວິທີການຄວບຄຸມ ທາງຊີວະພາບຫລາຍກວ່າ ຢາຂ້າແມງໄມ້ທາງເຄມີ ແລະ ແນວພັນພືດຕ່າງໆ ທີ່ມີການເຕີບໃຫຍ່ໄວ ແລະ ທົນທານຕໍ່ໄພນ້ຳຖ້ວມ. ຊ່ວຍໃຫ້ຊຸມຊົນຜະລິດຜົນ ລະປູກທີ່ຫລາກຫລາຍ, ຮຽນຮູ້ວິທີການປະຢັດນ້ຳ, ການລ້ຽງປາໃນນາເຂົ້າ, ການປູກພືດ ແລະ ອາຫານສັດໃນພື້ນທີ່ດຽວກັນ, ປັບປຸງພັນສັດ ແລະ ລ້ຽງສັດ ທີ່ສາມາດປັບຕົວເຂົ້າກັບ ທຸກສະພາບອາກາດ ເຊັ່ນ: ແບ້ ແລະ ໄກ່. ນອກຈາກນີ້, ຊາວກະສິກອນຍັງຈະໄດ້ຮຽນຮູ້ ກ່ຽວກັບໂພຊະນາການ ຂັ້ນພື້ນຖານ, ວິທີການໃຫ້ອາ ຫານເດັກນ້ອຍ ແລະ ຍັງໄດ້ຮັບຮູ້ຂໍ້ມູນ ດ້ານພະຍາກອນອາກາດ ແລະ ສັດຕູພືດນໍາອີກ.

ລ ດຖະບານຝຣ ງ ສະໜ ບສະໜ ນ 5 ແສນກວ າໂດລາສະຫະລ ດເພ ອ ຟ ນຟ ຊ ວ ດການເປ ນຢ ຂອງຊ ມຊ ນ ແຂວງອ ດຕະປ ແລະ ເຊກອງ ຫວຽດນາມ: 31 ມື້ຢ່າງລຽນຕິດບໍ່ມີຜູ້ຕິດເຊື້ອພະຍາດ Covid – 19 ໃນຊຸມຊົນ

ຍສໝ - ໄລ່ມາຮອດຈຸດເວລານີ້ ຢູ່ ຫວຽດນາມມີຜູ້ຕິດເຊື້ອ Covid -19 ຈຳນວນ 260 ຄົນ ໄດ້ຮັບການປະກາດປິ່ນປົວຫາຍດີເປັນປົກກະຕິ ແລະ ໄດ້ອອກໂຮງໝໍແລ້ວ.

ລ ດຖະບານຝຣ ງ ສະໜ ບສະໜ ນ 5 ແສນກວ າໂດລາສະຫະລ ດເພ ອ ຟ ນຟ ຊ ວ ດການເປ ນຢ ຂອງຊ ມຊ ນ ແຂວງອ ດຕະປ ແລະ ເຊກອງ ນາຍົກລັດຖະມົນຕີ: ປະເທດຫວຽດນາມ ບໍ່ມີການຕິດເຊື້ອ COVID -19 ໃນຊຸມຊົນ

ຍສໝ - ໃນວັນທີ 16 ພຶດສະພາ ສະຫລຸບການປະຊຸມຄະນະກຳມະການປະຈຳລັດຖະບານ, ທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ໄດ້ກ່າວວ່າ ປະເທດຫວຽດນາມບໍ່ມີການຕິດເຊື້ອພະຍາດ ​COVID -19 ຢູ່ໃນຊຸມຊົນ. ແຕ່ວ່າ, ຄວນຍົກສູງສະຕິລະວັງຕົວ ໃນເມື່ອທີ່ພະຍາດຍັງມີການລະຍາດ ໃນຫຼາຍປະເທດ ແລະ ຍັງບໍ່ມີຢາວັກຊີນ, ຢາປິ່ນປົວສະເພາະ.

ລ ດຖະບານຝຣ ງ ສະໜ ບສະໜ ນ 5 ແສນກວ າໂດລາສະຫະລ ດເພ ອ ຟ ນຟ ຊ ວ ດການເປ ນຢ ຂອງຊ ມຊ ນ ແຂວງອ ດຕະປ ແລະ ເຊກອງ ຊາວຫວຽດນາມ ຢູ່ ແຂວງອຸດອນທານີ,ປະເທດໄທ ມີຄວາມຮັບຜິດຊອບຕໍ່ຊຸມຊົນໃນການປ້ອງກັນແລະຄວບຄຸມຂອງ COVID-19

ຍສໝ - ວັນທີ 7 ເມສາ ນີ້, ຄະນະບໍລິຫານງານຂອງສະມາຄົມ ຫວຽດນາມ ແຂວງອຸດອນທານີ, ປະເທດໄທໄດ້ ນຳເອົາເຄື່ອງປ້ອງກັນການລະບາດຂອງພະຍາດ ໂຄວິດ - 19 ມອບໃຫ້ອໍານາດການປົກຄອງແຂວງອຸດອນທານີ ແລະ ໂຮງໝໍ ອຸດອນທານີ.

kpl.gov.la

ເຫດການ
302 Found

Found

The document has moved here.