![]() | ສະໂມສອນມໍລະດົກຊຸດເສື້ອຍາວ ຫວຽດນາມ ຢູ່ ຮົງກາຣີ ເພື່ອຂ່ຳນັບຮັບຕ້ອນປີໃໝ່ |
![]() | ເປີດຫຼາຍກາລະໂອກາດການຮ່ວມມືລະຫວ່າງຫວຽດນາມ ແລະ ຮົງກາຣີ ຕື່ມອີກ |
ກ່າວຄຳປາໄສທີ່ພິທີ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຮົງກາຣີ ບຸຍເລຖາຍໃຫ້ຮູ້ວ່າ ໃນເຄິ່ງສະຕະວັດທີ່ຜ່ານມາ, 2 ທ່ານໄດ້ປະກອບສ່ວນເຂົ້າໃນການພົວພັນມິດຕະພາບ ຫວຽດນາມ - ຮົງກາຣີ ຢ່າງບໍ່ຢຸດຢັ້ງ.
![]() |
ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຮົງກາຣີ ບຸຍເລຖາຍ ໄດ້ມອບຫຼຽນໄຊມິດຕະພາບໃຫ້ແກ່ເພື່ອນມິດຊາວຮົງກາຣີ 2 ທ່ານ. (ພາບ: KT) |
ທ່ານ ພົນຕີ Botz László ເຄີຍເປັນສະມາຊິກຂອງກຸ່ມຊາວ ຮົງກາຣີ ທຳອິດໃນຄະນະກຳມາທິການຄວບຄຸມ ແລະ ກວດກາສາກົນທີ່ປະຕິບັດຕາມສັນຍາ ປາຣີ ໃນປີ 1973, ປະກອບສ່ວນເຂົ້າໃນໄຊຊະນະປະຫວັດສາດໃນວັນທີ 30 ເມສາ 1975.
ທ່ານ Váraljai Márton ແມ່ນນັກການທູດຄົນຮຸ່ນເກົ່າທີ່ເຮັດວຽກງານມາເປັນເວລາຫຼາຍທົດສະວັດຢູ່ສະຖານທູດ ຮົງກາຣີ ປະຈຳ ຫວຽດນາມ, ເຄີຍດຳລົງຕຳແໜ່ງເປັນກົງສຸນ ແລະ ຮອງເອກອັກຄະລັດຖະທູດ. ທ່ານ Váraljai Márton ແມ່ນເພື່ອນມິດທີ່ຮັກແພງ ແລະ ສະໜິດສະໜົມຂອງຫວຽດນາມ, ມີຄວາມເຂົ້າໃຈຢ່າງເລິກເຊິ່ງຕໍ່ປະເທດຊາດ ແລະ ປະຊາຊົນ ຫວຽດນາມ.
ອາຍຸກວ່າ 70 ປີ, 2 ທ່ານຍັງເພີ່ມພູນຄູນສ້າງນ້ຳໃຈມິດຕະພາບລະຫວ່າງສອງຊາດ. ດ້ວຍບົດບາດການນຳສະມາຄົມມິດຕະພາບ ຮົງກາຣີ - ຫວຽດນາມ, 2 ຝ່າຍໄດ້ຈັດຕັ້ງການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ, ເຊື່ອມຕໍ່ວິສາຫະກິດ, ນັກວິຊາການ, ທ້ອງຖິ່ນຂອງ 2 ປະເທດ, ຮ່ວມເດີນທາງກັບປະຊາຄົມຊາວຫວຽດນາມ ຢູ່ ຮຸງກາຣີ, ປະກອບສ່ວນເຮັດໃຫ້ເລີກເຊິ່ງຄວາມເຂົ້າໃຈ ແລະ ເຄົາລົບນັບຖືເຊິ່ງກັນ ແລະ ກັນລະຫວ່າງປະຊາຊົນ 2 ປະເທດ. ການປະກອບສ່ວນຂອງບັນດາທ່ານໄດ້ຊ່ວຍເຜີຍແຜ່ພາບພົດຂອງຫວຽດນາມ ຢ່າງເລິກກວ້າງຢູ່ ຮົງກາຣີ, ພ້ອມກັນນັ້ນ ກໍ່ປັບປຸງພື້ນຖານການຮ່ວມມືແບບຍືນຍົງລະຫວ່າງ 2 ປະເທດ.
![]() |
ບັນດາຜູ້ແທນຖ່າຍຮູບທີ່ລະນຶກ. (ພາບ: KT) |
ການມອບຫຼຽນໄຊມິດຕະພາບແມ່ນການຮັບຮູ້ຂອງລັດ ສສ ຫວຽດນາມ ທີ່ມີຕໍ່ຄວາມມານະພະຍາຍາມບໍ່ອິດເມື່ອຍຂອງສອງທ່ານ, ພ້ອມກັນນັ້ນ ກໍ່ໄດ້ສະແດງໃຫ້ເຫັນຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຂອງຊາວຫວຽດນາມ ທີ່ມີຕໍ່ເພື່ອນມິດ ຮົງກາຣີ ທີ່ສຸດອົກສຸດໃຈ.
![]() | ຮົງກາຣີ ເພີ່ມທຶນການສຶກສາໃຫ້ແກ່ລາວເປັນ 100 ທຶນ ໂດຍຕອບສະໜອງການເຊື້ອເຊີນຂອງ ທ່ານ ວິກຕໍຣ ອໍຣບານ ນາຍົກລັດຖະມົນຕີ ແຫ່ງ ຮົງກາຣີ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລັດຖະບານລາວ ເດີນທາງໄປຢ້ຽມຢາມ ຮົງກາຣີ ຢ່າງເປັນທາງການ ໃນວັນທີ 10-12 ... |
![]() | ທ່ານເລຂາທິການໃຫຍ່ ຫງວ໋ຽນຝູ ຈ້ອງ ຕ້ອນຮັບ ທ່ານຫົວໜ້າພັກ ກຳມະກອນ ຮົງກາຣີ ຍສໝ - ຕອນເຊົ້າວັນທີ 11 ກັນຍາ, ຢູ່ນະຄອນຫຼວງ Budapest, ທ່ານເລຂາທິການໃຫຍ່ ຫງວ໋ຽນຝູ ຈ້ອງ ໄດ້ໃຫ້ກຽດຕ້ອນຮັບ ທ່ານຫົວໜ້າພັກກຳມະກອນ ຮົງກາຣີ Thurmer Gyulat ເຂົ້າພົບປະໂອ້ລົມ. |
ແທັງຮັ່ງ