ນາຍົກລັດຖະມົນຕີ: ປະເທດຫວຽດນາມ ບໍ່ມີການຕິດເຊື້ອ COVID -19 ໃນຊຸມຊົນ

15:00 | 17/05/2020

ຍສໝ - ໃນວັນທີ 16 ພຶດສະພາ ສະຫລຸບການປະຊຸມຄະນະກຳມະການປະຈຳລັດຖະບານ, ທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ໄດ້ກ່າວວ່າ ປະເທດຫວຽດນາມບໍ່ມີການຕິດເຊື້ອພະຍາດ ​COVID -19 ຢູ່ໃນຊຸມຊົນ. ແຕ່ວ່າ, ຄວນຍົກສູງສະຕິລະວັງຕົວ ໃນເມື່ອທີ່ພະຍາດຍັງມີການລະຍາດ ໃນຫຼາຍປະເທດ ແລະ ຍັງບໍ່ມີຢາວັກຊີນ, ຢາປິ່ນປົວສະເພາະ.

ນາຍ ກລ ດຖະມ ນຕ ປະເທດຫວຽດນາມ ບ ມ ການຕ ດເຊ ອ covid 19 ໃນຊ ມຊ ນ ປະຊາຄົມຊາວຫວຽດນາມຢູ່ເຢຍລະມັນ ມອບຜ້າອັດປາກ 100.000 ອັນ ໃຫ້ປະຊາຊົນໃນ 16 ລັດ ຂອງປະເທດເຢຍລະມັນ
ນາຍ ກລ ດຖະມ ນຕ ປະເທດຫວຽດນາມ ບ ມ ການຕ ດເຊ ອ covid 19 ໃນຊ ມຊ ນ ທ່ານຟ້າມບິ່ງມິງ: ການປະຕິບັດຕາມກົດໝາຍສາກົນ ມີຄວາມສຳຄັນຕໍ່ການຮັກສາສະຖຽນລະພາບ ແລະ ສັນຕິພາບ

ຕາມທ່ານນາຍົກລັດຖະມົນຕີ, ໃນໄລຍະທີ່ຜ່ານມາ (ເກືອບ 30 ວັນ), ປະເທດຫວຽດນາມ ໄດ້ສືບຕໍ່ບັນລຸສຳເລັດຜົນເບື້ອງຕົ້ນທີ່ສຳຄັນ ໃນການຈັດຕັ້ງປະຕິບັດເປົ້າໝາຍສອງດ້ານ, ທັງຕໍ່ສູ້ກັບພະຍາດ COVID-19, ແລະ ຊຸກຍູ້ການຜະລິດ, ທຸລະກິດ ເພື່ອເຮັດໃຫ້ພື້ນຖານເສດຖະກິດບໍ່ຂາດຕິດຂາດຕອນ.

ໃນຊຸມມື້ທີ່ຜ່ານມາ, ປະເທດຫວຽດນາມ ໄດ້ມີວິທີການແກ້ໄຂທີ່ເຂັ້ມແຂງ ສຳລັບບັນດາປະເພດວິສາຫະກິດ, ທ້ອງຖິ່ນ, ບັນດາລະດັບ ແລະ ຂະແໜງການຕ່າງໆ ໃນການຊຸກຍູ້ການຜະລິດ ແລະ ດຳເນີນທຸລະກິດ, ສະສາງເງິນລົງທຶນຂອງລັດ, ຮັບປະກັນກິດຈະກຳຕ່າງໆໄດ້ດຳເນີນໄປຕາມປົກກະຕິ.

ນາຍ ກລ ດຖະມ ນຕ ປະເທດຫວຽດນາມ ບ ມ ການຕ ດເຊ ອ covid 19 ໃນຊ ມຊ ນ
ທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ. (ພາບ: VGP)

ທ່ານຫງວຽນຊວນຟຸກ, ນາຍົກລັດຖະມົນຕີ ໄດ້ເນັ້ນໜັກວ່າ ພວກເຮົາ ໄດ້ສືບຕໍ່ຄຸ້ມຄອງພະຍາດ COVID-19 ພາຍໃນປະເທດໃຫ້ດີ ແລະ ສະກັດກັ້ນແຕ່ພາຍນອກ. ຂະແໜງສາທາລະນະສຸກ ໄດ້ປະສົບຜົນສຳເລັດໃນການປິ່ນປົວຫຼາຍໆກໍລະນີ ໄດ້ເຊົາເຈັບ ແລະ ອອກຈາກໂຮງໝໍ.

ທ່ານນາຍົກລັດຖະມົນຕີ ກໍ່ໄດ້ກ່າວເຖິງນະໂຍບາຍມະນຸດສະທຳ ໃນການນຳສົ່ງ ພີ່ນ້ອງຊາວຫວຽດນາມ ຜູ້ເຖົ້າ, ເດັກນ້ອຍ, ຄົນທີ່ຖືກຄ້າງໄວ້ຢູ່ບາງປະເທດ ໄດ້ກັບຄືນ ຫວຽດນາມ ຢ່າງປອດໄພເປັນຈຳນວນຫລວງຫລາຍ. ໃນຈຳນວນກໍລະນີກັບຄືນປະເທດ ທີ່ມີຄົນຕິດເຊື້ອ COVID-19, ແຕ່ຫວຽດນາມ ໄດ້ປະຕິບັດແຍກອອກຫ່າງຢ່າງປອດໄພ, ມີມາດຕະການຄຸ້ມຄອງຢ່າງເຂັ້ມງວດ, ບໍ່ໃຫ້ເກີດຂຶ້ນການຕິດ​ເຊື້ອໃນຊຸມຊົນ.

ພາຍຫຼັງກວດກາຄວາມຄິດເຫັນ ຂອງຄະນະກຳມະການຊີ້ນຳລະດັບຊາດ, ທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ໄດ້ແຈ້ງວ່າ ປະເທດຫວຽດນາມ ບໍ່ມີກໍລະນີຕິດເຊື້ອໃນຊຸມຊົນ. ນີ້ແມ່ນເງື່ອນໄຂ ເພື່ອໃຫ້ປະເທດຫວຽດນາມ ໄດ້ດຶງດູດການລົງທຶນພັດທະນາ, ສົ່ງເສີມການສົ່ງອອກ, ໂດຍສະເພາະ ການສົ່ງອອກອຸປະກອນການແພດ ແລະ ຜ້າບັງປາກ, ລວມທັງການສົ່ງອອກຊຸດວິເຄາະທົດລອງ, ກໍ່ຄືຊຸກຍູ້ການຮ່ວມມືສາກົນ ກ່ຽວກັບຜົນສຳເລັດ, ປະສົບການຂອງຫວຽດນາມ ໃນການປ້ອງກັນ ແລະ ຄວບຄຸມພະຍາດ COVID-19.

ນາຍ ກລ ດຖະມ ນຕ ປະເທດຫວຽດນາມ ບ ມ ການຕ ດເຊ ອ covid 19 ໃນຊ ມຊ ນ
ຂະແໜງສາທາລະນະສຸກ ໄດ້ປະສົບຜົນສຳເລັດໃນການປິ່ນປົວຫາຍດີໃຫ້ຫຼາຍໆກໍລະນີຜູ້ຕິດເຊື້ອ. (ພາບ: thanhnien)

ນອກຈາກນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ເນັ້ນໜັກເຖິງຄວາມຈຳເປັນ ທີ່ຈະຕ້ອງສືບຕໍ່ເພີ່ມທະວີການຄວບຄຸມຂອງປະຊາຊົນ ທີ່ເຂົ້າເມືອງຕາມເສັ້ນຊາຍແດນທາງບົກ. ຂະແໜງສາທາລະນະສຸກ ແລະ ອົງການທີ່ມີໜ້າທີ່ ສືບຕໍ່ສົ່ງເສີມການນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ ທີ່ມີປະສິດຕິຜົນໃນການປ້ອງກັນ ແລະ ຄວບຄຸມການລະບາດພະຍາດ, ຮັກສາກຸ່ມຂໍ້ມູນຕອບໂຕ້ຢ່າງໄວວາສຳລັບການກວດພົບ, ຂີດແບ່ງເຂດ ແລະ ການແຍກອອກຫ່າງຢ່າງທັນເວລາ.

ທ່ານນາຍົກລັດຖະມົນຕີ ສະເໜີສ້າງຍຸດທະສາດປ້ອງກັນການລະບາດໃໝ່ ທີ່ມີປະສິດທິຜົນທັງດ້ານການແພດ ແລະ ມີຄວາມໝັ້ນຄົງດ້ານເສດຖະກິດ. ໃນເມື່ອຍັງບໍ່ມີຢາວັກຊີນ, ມັນໝາຍຄວາມວ່າການປ້ອງກັນ ແລະ ຕ້ານພະຍາດ COVID-19 ຖືວ່າເປັນຍຸດທະສາດໄລຍະຍາວ.

ນາຍ ກລ ດຖະມ ນຕ ປະເທດຫວຽດນາມ ບ ມ ການຕ ດເຊ ອ covid 19 ໃນຊ ມຊ ນ ຫວຽດນາມ ໄດ້ຮັບຄວາມເຊື່ອຖືເປັນຢ່າງສູງ ໃນການປ້ອງກັນ ແລະ ສະກັດກັ້ນພະຍາດ COVID-19

ຍສໝ - ມີເຖິງ 94% ຈຳນວນປະຊາຊົນຫວຽດນາມ ກ່າວວ່າການຮັກສາຂໍ້ມູນທີ່ໂປ່ງໃສ ແລະ ຈະແຈ້ງ ກ່ຽວກັບສະພາບການລະບາດ ໄດ້ເຮັດໃຫ້ປະຊາຊົນມີຄວາມເຊື່ອໝັ້ນຢ່າງສົມບູນສຳຫຼັບລັດຖະບານ ໃນການປ້ອງກັນ ແລະ ສະກັດກັ້ນພະຍາດ COVID-19.

ນາຍ ກລ ດຖະມ ນຕ ປະເທດຫວຽດນາມ ບ ມ ການຕ ດເຊ ອ covid 19 ໃນຊ ມຊ ນ ພະຍາດ Covid-19: ສະຖານທູດຫວຽດນາມ ປະຈຳ ຣັດເຊຍ ປະຕິບັດການນຳສົ່ງພົນລະເມືອງຫລາຍກວ່າ 340 ຄົນ ກັບຄືນປະເທດ

ຍສໝ - ໃນວັນທີ 12 ແລະ 13 ພຶດສະພາ, ອຳນາດການປົກຄອງຫວຽດນາມ, ຫ້ອງການຜູ້ຕາງໜ້າ ຫວຽດນາມປະ ຈຳ ລັດເຊຍ ແລະ ການບິນແຫ່ງຊາດຫວຽດນາມ (Vietnam Airlines) ໄດ້ສົມທົບ ກັບ ອຳນາດການປົກຄອງລັດເຊຍ ນຳເອົາຫລາຍກ່ວາ 340 ຄົນເປັນພົນລະເມືອງຫວຽດນາມກັບຄືນປະເທດຈາກນະຄອນຫຼວງ Moscow - ຣັດເຊຍ.

ນາຍ ກລ ດຖະມ ນຕ ປະເທດຫວຽດນາມ ບ ມ ການຕ ດເຊ ອ covid 19 ໃນຊ ມຊ ນ ແຂວງ ຢ່າລາຍ ມອບເຂົ້າສານ 1,4 ໂຕນ ໃຫ້ແກ່ຊາວຫວຽດນາມຢູ່ Ratanakiri, ກຳປູເຈຍ

ຍສໝ - ເມື່ອບໍ່ດົນມານີ້, ຄະນະຜູ້ແທນແຂວງ ຢ່າລາຍ (ປະເທດຫວຽດນາມ) ໄດ້ມອບເຂົ້າສານ 1,4 ໂຕນ ແລະ ໝີ່ສໍາເລັດຮູບ 140 ກ່ອງ, ຢາຕ້ານເຊື້ອ 624 ຂວດ ແລະ ຜ້າບັງປາກ 4,125 ແຜ່ນ ສຳລັບສະມາຄົມຂະແມ - ຫວຽດນາມ, ສາຂາ Ratanakiri, ...

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.