ສື່ມວນຊົນ ອີຢິບ: ເສດຖະກິດຫວຽດນາມ ກຳລັງຟື້ນຕົວ

11:30 | 20/05/2020

ຍສໝ - ສື່ມວນຊົນອີຢີບກໍ່ໄດ້ແບ່ງປັນຄວາມຄິດເຫັນຄືກັນ ແມ່ນຕີລາຄາສູງບັນດາຜົນງານພັດທະນາເສດຖະກິດ - ສັງຄົມຂອງຫວຽດນາມ ໃນຊຸມປີມໍ່ໆມານີ້, ແລະ ຢືນຢັນວ່າ ຫວຽດນາມ ພວມຟື້ນຕົວ ແລະ ເຕີບໃຫຍ່ຢູ່ອາຊີ.

ສ ມວນຊ ນ ອ ຢ ບ ເສດຖະກ ດຫວຽດນາມ ກຳລ ງຟ ນຕ ວ ຫວຽດນາມ ຈະມີໂອກາດດຶງດູດ FDI ພາຍຫຼັງໄລຍະ Covid-19
ສ ມວນຊ ນ ອ ຢ ບ ເສດຖະກ ດຫວຽດນາມ ກຳລ ງຟ ນຕ ວ ຫວຽດນາມ ສະໜັບສະໜູນແຜນການຂອງສະຫະປະຊາຊາດ ກ່ຽວກັບຄວາມສັນຕິພາບສຳລັບ ປະເທດເຢແມນ

ວັນທີ 16 ພຶດສະພາ, ໜັງສືພິມຫຼາຍສະບັບຢູ່ ອີຢີບ, ໃນນັ້ນມີໜັງສືພິມ Event Magazine News, Al Naasher ແລະ ໜັງສືພິມ The Egyptian Gazette ໄດ້ລົງພິມບົດຂຽນກ່ຽວກັບຫວຽດນາມ ແລະ ປະທານໂຮ່ຈີມິນ, ໃນນັ້ນທຸກບົດຂຽນໄດ້ມີຄວາມເຫັນເປັນເອກະພາບ ແລະ ຕີລາຄາສູງບັນດາຜົນງານພັດທະນາເສດຖະກິດ - ສັງຄົມຂອງຫວຽດນາມ ໃນຊຸມປີຜ່ານມາ, ຢັ້ງຢືນວ່າຫວຽດນາມພວມຟື້ນຕົວລຸກຂຶ້ນ ແລະ ເຕີບໃຫຍ່ຢູ່ອາຊີ.

ສ ມວນຊ ນ ອ ຢ ບ ເສດຖະກ ດຫວຽດນາມ ກຳລ ງຟ ນຕ ວ
ໜັງສືພິມ The Egyptian Gazette - ໜັງສືພິມພາສາອັງກິດເກົ່າແກ່ທີ່ສຸດໃນ ເຂດຕາເວັນອອກກາງ. (ພາບ: TTXVN)

ກ່ຽວກັບຂົງເຂດເສດຖະກິດ, ໜັງສືພິມ The Egyptian Gazette ຂອງອີຢີບ ໃຫ້ຮູ້ວ່າ, ຫວຽດນາມໄດ້ປະເມີນວ່າ ແມ່ນອິດທິກຳລັງທີ່ເພີ່ມຂຶ້ນໃໝ່ໃນເຂດອາຊີ ດ້ວຍອັດຕາການເຕີບໂຕຂອງລວມຍອດຜະລິດຕະພັນພາຍໃນ (GDP) ໃນປີ 2019 ບັນລຸຫຼາຍກວ່າ 7,0%. ເກັບຜົນໄດ້ຮັບຂອງປະຊາຊົນຫວຽດນາມ ສືບຕໍ່ເພີ່ມຂື້ນ ທີ່ບັນລຸເກືອບ 2,800 ໂດລາສະຫະລັດຕໍ່ຄົນແຕ່ລະປີ ແລະ ອັດຕາຄວາມທຸກຍາກຫຼຸດລົງເຖິງ 1,45%, ເຊິ່ງໄດ້ຖືເປັນຜົນສຳເລັດທີ່ສຳຄັນໃນການຫຼຸດຜ່ອນຄວາມທຸກຍາກ ໂດຍລາຍການພັດທະນາ ຂອງສະຫະປະຊາຊາດ (UNPD).

ພ້ອມກັນນັ້ນ, ປະຈຸບັນຫວຽດນາມແມ່ນໜຶ່ງໃນບັນດາປະເທດທີ່ມີລະດັບເຕີບໂຕສູງທີ່ສຸດຂອງດັດຊະນີມະນຸດ (HDI) ໃນໂລກ. ການລົງທືນໂດຍກົງຈາກຕ່າງປະເທດ (FDI) ຢູ່ຫວຽດນາມ ໄດ້ບັນລຸເກີນ 38 ຕື້ໂດລາສະຫະລັດໃນປີ 2019, ເຊິ່ງຂີດໝາຍເປັນລະດັບສູງສຸດໃນຮອບ 10 ປີຜ່ານມາ ແລະ ສະແດງໃຫ້ເຫັນການເພີ່ມຂຶ້ນປະຈຳປີແມ່ນ 7,2%.

ຕາມໜັງສືພິມຕ່າງໆດັ່ງກ່າວໃນປີ 2020, ຫວຽດນາມ ພວມປະຕິບັດບົດບາດສຳຄັນເປັນຄູ່ ໃນພາກພື້ນ ແລະ ໃນໂລກ ເມື່ອກາຍເປັນປະທານສະມາຄົມບັນດາປະເທດອາຊຽນ ແລະ ປະເທດສະມາຊິກບໍ່ຖາວອນ ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020-2021.

ການປະຕິບັດສຳເລັດໜ້າທີ່ ເປັນປະທານສະພາຄວາມໝັ້ນຄົງ ສະຫະປະຊາຊາດ ແມ່ນໝາກຜົນເບື້ອງຕົ້ນທີ່ສຳຄັນ, ອຳນວຍຄວາມສະດວກໃຫ້ ຫວຽດນາມ ເຂົ້າຮ່ວມສະພາຄວາມໝັ້ນຄົງສະຫະປະຊາຊາດ ໃນອະນາຄົດອັນໃກ້ນີ້.

ກ່ຽວກັບການລະບາດຂອງພະຍາດ COVID-19 ຢ່າງຮຸນແຮງ, ອົງການສະຫະປະຊາຊາດ ແລະ ຫຼາຍປະເທດໃນທົ່ວໂລກ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນທີ່ດີໃນການປ້ອງກັນ ແລະ ຄວບຄຸມພະຍາດ COVID-19 ຂອງລັດຖະບານຫວຽດນາມ. ປະຊາຄົມສາກົນ ໄດ້ຊົມເຊີຍບັນດາຄວາມມານະພະຍາຍາມ ແລະ ບັນດາມາດຕະການທີ່ເຂັ້ມແຂງ, ຕັ້ງໜ້າເຊິ່ງ ຫວຽດນາມ ໄດ້ປະຕິບັດເພື່ອສະກັດກັ້ນການແຜ່ລະບາດຕິດ​ເຊື້ອໃນຊຸມຊົນ.

ກ່ຽວກັບຄວາມຫວັງຂອງການຮ່ວມມືສອງຝ່າຍ, ໜັງສືພິມອີຢີບ ໃຫ້ຮູ້ວ່າ ໃນປີກາຍນີ້, ການພົວພັນຫວຽດນາມ - ອີຢິບ ໄດ້ສືບຕໍ່ພັດທະນາໃນຫຼາຍຂົງເຂດ ແລະ ຫຼາຍລະດັບ. ວົງເງິນການຄ້າສອງຝ່າຍ ໄດ້ບັນລຸ 500 ລ້ານ USD ແລະ ມາຮອດປະຈຸບັນ, ອີຢີບ ໄດ້ກາຍເປັນຄູ່ການຄ້າໃຫຍ່ທີ 2 ຂອງຫວຽດນາມຢູ່ອາຟຼິກາ. ສອງປະເທດພວມມານະພະຍາຍາມ ເພື່ອເຮັດໃຫ້ວົງເງິນການຄ້າສອງຝ່າຍ ໄດ້ບັນລຸ 1 ຕື້ໂດລາສະຫະລັດໃນອະນາຄົດອັນໃກ້ນີ້, ຊ່ວຍ ປະເທດອີຢິບ ກາຍເປັນຄູ່ຮ່ວມມືເສດຖະກິດ, ການຄ້າໃຫຍ່ທີ່ສຸດຂອງຫວຽດນາມ ຢູ່ອາຟຣິກກາໃນອະນາຄົດ.

ສ ມວນຊ ນ ອ ຢ ບ ເສດຖະກ ດຫວຽດນາມ ກຳລ ງຟ ນຕ ວ ສະຖານທູດຫວຽດນາມ ປະຈຳຝລັ່ງ ໄດ້ຈັດພິທີສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດຂອງ ປະທານ ໂຮ່ຈີມິນ

ຍສໝ - ວັນທີ 15 ພຶດສະພາ, ສະຖານທູດຫວຽດນາມ ປະຈຳຝລັ່ງ ໄດ້ຈັດຕັ້ງການເຄື່ອນໄຫວຕ່າງໆ ເພື່ອສະເຫຼີມສະຫຼອງ ຄົບຮອບ 130 ປີແຫ່ງວັນຄ້າຍວັນເກີດຂອງ ປະທານໂຮ່ຈີມິນ.

ສ ມວນຊ ນ ອ ຢ ບ ເສດຖະກ ດຫວຽດນາມ ກຳລ ງຟ ນຕ ວ ຫວຽດນາມ ຈະມີໂອກາດດຶງດູດ FDI ພາຍຫຼັງໄລຍະ Covid-19

ຍສໝ - ພື້ນຖານເສດຖະກິດຂອງຫວຽດນາມ ກຳລັງປະເຊີນກັບໂອກາດໃໝ່ສຳລັບການພັດທະນາທີ່ເຂັ້ມແຂງ, ໂດຍສະເພາະແມ່ນການດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ (FDI).

ສ ມວນຊ ນ ອ ຢ ບ ເສດຖະກ ດຫວຽດນາມ ກຳລ ງຟ ນຕ ວ ການກໍ່ສ້າງທີ່ເປັນເອກະລັກສະເພາະຢູ່ສະໜາມຫຼວງ ໂຮ່ຈິມິນ ຢູ່ມົດສະກູ ແລະຄວາມມິດຕະພາບ ຫວຽດນາມ - ລັດເຊຍ

ຍສໝ - ສະໜາມຫຼວງ ໂຮ່ຈິມິນ ຢູ່ມົດສະກູ ຢູ່ນະຄອນຫຼວງມົສກູ (ຣັດເຊຍ) ເປັນໂຄງການທີ່ເປັນເອກະລັກສະເພາະຂອງມິດຕະພາບຫວຽດນາມ - ຣັດເຊຍ, ເປັນສະຖານທີ່ທີ່ໜ້າສົນໃຈສຳລັບຊາວລັດເຊຍກໍ່ຄືນັກທ່ອງທ່ຽວຕ່າງປະເທດຈຳນວນຫຼາຍ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.