ສະຖານທູດຫວຽດນາມ ປະຈຳຝລັ່ງ ໄດ້ຈັດພິທີສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດຂອງ ປະທານ ໂຮ່ຈີມິນ

16:21 | 19/05/2020

ຍສໝ - ວັນທີ 15 ພຶດສະພາ, ສະຖານທູດຫວຽດນາມ ປະຈຳຝລັ່ງ ໄດ້ຈັດຕັ້ງການເຄື່ອນໄຫວຕ່າງໆ ເພື່ອສະເຫຼີມສະຫຼອງ ຄົບຮອບ 130 ປີແຫ່ງວັນຄ້າຍວັນເກີດຂອງ ປະທານໂຮ່ຈີມິນ.

ສະຖານທ ດຫວຽດນາມ ປະຈຳຝລ ງ ໄດ ຈ ດພ ທ ສະເຫ ມສະຫ ອງ 130 ປ ແຫ ງວ ນຄ າຍວ ນເກ ດຂອງ ປະທານ ໂຮ ຈ ມ ນ ພະຍາດ Covid-19: ສະຖານທູດຫວຽດນາມ ປະຈຳ ຣັດເຊຍ ປະຕິບັດການນຳສົ່ງພົນລະເມືອງຫລາຍກວ່າ 340 ຄົນ ກັບຄືນປະເທດ
ສະຖານທ ດຫວຽດນາມ ປະຈຳຝລ ງ ໄດ ຈ ດພ ທ ສະເຫ ມສະຫ ອງ 130 ປ ແຫ ງວ ນຄ າຍວ ນເກ ດຂອງ ປະທານ ໂຮ ຈ ມ ນ ສະຖານທູດຫວຽດນາມ ປະຈຳອີຕາລີ ມອບອຸປະກອນການແພດ ໃຫ້ແກ່ອີຕາລີ ເພື່ອຕ້ານພະຍາດ COVID-19

ເນື່ອງໃນໂອກາດນີ້, ສະຖານທູດຫວຽດນາມ ແລະ ອຳນາດການປົກຄອງນະຄອນ Montreuil ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ ຄົບຮອບ 130 ປີແຫ່ງວັນຄ້າຍວັນເກີດຂອງ ປະທານໂຮ່ຈີມິນ ແລະ ວາງພວງມາລາ ທີ່ອະນຸສາວະລີ ປະທານ ໂຮ່ຈີມິນ ຢູ່ສວນສາທາລະນະ Montreau, ນະຄອນ Montreuil.

ພາຍຫຼັງການວາງທູບທຽນຢູ່ອະນຸສາວະລີ ປະທານ ໂຮ່ຈີມິນ ທີ່ສຳນັກງານໃຫຍ່ຂອງສະຖານທູດຫວຽດນາມ, ທ່ານຫງວຽນທຽບ - ເອກອັກຄະລັດຖະທູດຫວຽດນາມ ປະຈຳຝລັ່ງ, ແລະ ທ່ານ Patrice Bessac - ເຈົ້າຄອງນະຄອນ Montreuil, ພ້ອມດ້ວຍພະນັກງານຂອງສະຖານທູດຫວຽດນາມ, ອຳນາດການປົກຄອງນະຄອນ Montreuil, ໄດ້ຈັດພິທີອາໄລຫາ ແລະ ວາງດອກໄມ້ຢູ່ຕໍ່ໜ້າຮູບປັ້ນປະທານໂຮ່ຈີມິນ ຢູ່ສວນສາທາລະນະ Montreau.

ສະຖານທ ດຫວຽດນາມ ປະຈຳຝລ ງ ໄດ ຈ ດພ ທ ສະເຫ ມສະຫ ອງ 130 ປ ແຫ ງວ ນຄ າຍວ ນເກ ດຂອງ ປະທານ ໂຮ ຈ ມ ນ
ສະຖານທູດຫວຽດນາມ ແລະ ອຳນາດການປົກຄອງນະຄອນ Montreuil ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ ຄົບຮອບ 130 ປີແຫ່ງວັນຄ້າຍວັນເກີດຂອງ ປະທານໂຮ່ຈີມິນ ຢູ່ສວນສາທາລະນະ Montreau. (ພາບ: VOV)

ກ່າວຄຳເຫັນທີ່ພິທີ, ທ່ານຫງວຽນທຽບ - ເອກອັກຄະລັດຖະທູດຫວຽດນາມ ປະຈຳຝລັ່ງ ຢືນຢັນວ່າ ປະທານໂຮ່ຈີມິນ ແມ່ນຜູ້ນຳທີ່ຍິ່ງໃຫຍ່ ເຊິ່ງນຳປະຊາຊົນຫວຽດນາມ ຍາດໄດ້ໄຊຊະນະ ໃນເສັ້ນທາງສູ່ເປັນສັງຄົມນິຍົມ.

ສຳລັບປະເທດຝລັ່ງ, ປະທານໂຮ່ຈີມິນ ມີສາຍພົວພັນຢ່າງພິເສດ. ປະເທດຝຣັ່ງ ແມ່ນສະຖານທີ່ທຳອິດທີ່ ປະທານ ໂຮ່ຈີມິນ ເລີ່ມຕົ້ົ້ນການເດີນທາງເພື່ອກູ້ປະເທດຊາດບ້ານເມືອງ, ແມ່ນສະຖານທີ່ ທີ່ ປະທານ ໂຮ່ຈີມິນ ໄດ້ປະກອບສ່ວນເຂົ້າໃນການສ້າງຕັ້ງພັກຄອມມູນິດຝຣັ່ງ (ປີ 1920)...

ຕາມນັ້ນ, ການພົວພັນພິເສດລະຫວ່າງສອງປະເທດ ຫວຽດນາມ ແລະ ຝລັ່ງ, ກໍ່ຄືລະຫວ່າງ ຫວຽດນາມ ແລະ ນະຄອນ Montreuil ໄດ້ພັດທະນາຢ່າງບໍ່ຢຸດຢັ້ງໃນຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ. ບົນພື້ນຖານນັ້ນ, ການຮ່ວມມືລະຫວ່າງບັນດາທ້ອງຖິ່ນສອງປະເທດ ໄດ້ຮັບການພັດທະນາຢ່າງເຂັ້ມແຂງ, ສະຖານທູດຫວຽດນາມພ້ອມແລ້ວທີ່ຈະເປັນຂົວຕໍ່, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືລະຫວ່າງນະຄອນ Montreuil ແລະ ບັນດານະຄອນຂອງຫວຽດນາມ.

ສະຖານທ ດຫວຽດນາມ ປະຈຳຝລ ງ ໄດ ຈ ດພ ທ ສະເຫ ມສະຫ ອງ 130 ປ ແຫ ງວ ນຄ າຍວ ນເກ ດຂອງ ປະທານ ໂຮ ຈ ມ ນ

ທ່ານຫງວຽນທຽບ - ເອກອັກຄະລັດຖະທູດຫວຽດນາມ ປະຈຳຝລັ່ງ ໄດ້ຕີລາຄາສູງ ສຳຫຼັບທັດສະນະຂອງສຳນັກງານເທສະບານນະຄອນ Montreuil ໃນການຖືຮູບປັ້ນປະທານໂຮ່ຈີມິນ ຢູ່ສວນສາທາລະນະ Montreau ແມ່ນສ່ວນໜຶ່ງຂອງມໍລະດົກວັດທະນະທຳຂອງນະຄອນ, ພ້ອມທັງບັນດາເອກະສານກ່ຽວກັບ ປະທານ ໂຮ່ຈີມິນ ແມ່ນໄດ້ເກັບຮັກສາ ແລະ ວາງສະແດງສະຫງ່າຜ່າເຜີຍຢູ່ໃນຫໍພິພິທະພັນປະຫວັດສາດ ຕັ້ງຢູ່ໃນຂອບເຂດສວນສາທາລະນະ Montreau.

ສະຖານທ ດຫວຽດນາມ ປະຈຳຝລ ງ ໄດ ຈ ດພ ທ ສະເຫ ມສະຫ ອງ 130 ປ ແຫ ງວ ນຄ າຍວ ນເກ ດຂອງ ປະທານ ໂຮ ຈ ມ ນ ຈັດຕັ້ງບັນດາລາຍການສິລະປະ ເພື່ອສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ

ຍສໝ - ລາຍ​ການ​ສະ​ແດງ​ສີ​ລະ​ປະ “ຊື່​ຂອງ​ເພິ່ນ​ສ​ວຍ​ງາມ​ທີ່​ສຸດ” ໄດ້​ສົ່ງ​ສານ​ທີ່​ວ່າ ປະ​ທານ​ໂຮ່​ຈີ​ມິນ ​ແມ່ນ​ນັກແນວ​ຄິດ​ທີ່ດີ​ເດັ່ນ, ການ​ນຳ​ທີ່​ມີ​ຄວາມ​ປີ​ຊາ​ສາ​ມາດ, ພ້ອມ​ທັງ​ກໍ່​ແມ່ນ​ຜູ້​ທີ່​ມີ​ຄວາມ​ສະ​ໜິດ​ສະ​ໜົມ​ກັບ ປະ​ຊາ​ຊົນ.

ສະຖານທ ດຫວຽດນາມ ປະຈຳຝລ ງ ໄດ ຈ ດພ ທ ສະເຫ ມສະຫ ອງ 130 ປ ແຫ ງວ ນຄ າຍວ ນເກ ດຂອງ ປະທານ ໂຮ ຈ ມ ນ ຊາວຫວຽດນາມອາໄສຢູ່ຕ່າງປະເທດມຸ່ງໄປສູ່ວັນຄ້າຍວັນເກີດຂອງປະທານໂຮ່ຈີມິນ

ຍສໝ - ວັນທີ 15 ພຶດສະພາ, ສະຖານທູດ ຫວຽດນາມປະຈຳຝລັ່ງໄດ້ຈັດຕັ້ງບັນດາການເຄື່ອນໄຫວເພື່ອສະເຫຼີມສະຫຼອງ 30 ປີ ແຫ່ງວັນຄ້າຍວັນເກີດຂອງປະທານ ໂຮ່ຈີມິນ. ໃນນັ້ນ, ສະຖານທູດຫວຽດນາມ ປະຈຳ ຝະລັ່ງພ້ອມກັບອຳນາດການປົກຄອງທ້ອງຖິ່ນໄດ້ຈັດພິທີອາໄລຫາ,ຖະຫວາຍດອກໄມ້ຢູ່ອະນຸສາວະລີປະທານໂຮ່ຈີມິນ ຢູ່ສວນສາທາລະນະ Montreau, ນະຄອນ Montreuil.

ສະຖານທ ດຫວຽດນາມ ປະຈຳຝລ ງ ໄດ ຈ ດພ ທ ສະເຫ ມສະຫ ອງ 130 ປ ແຫ ງວ ນຄ າຍວ ນເກ ດຂອງ ປະທານ ໂຮ ຈ ມ ນ ອັກຊັງຕິນ ເຊີດຊູ ຊື່ສຽງປະທານໂຮ່ຈີມິນ

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 129 ປີ ແຫ່ງວັນຄ້າຍວັນເກີດ ປະທານໂຮ່ຈີມິນ (19 ພຶດສະພາ 1890 – 19 ພຶດສະພາ 2019), ວັນທີ 26 ພຶດສະພາ, ສະຖາບັນວັດທະນະທຳ ອາເຈນຕິນາ - ຫວຽດນາມ (ICAV) ໄດ້ສົມທົບກັບສະຖານທູດ ຫວຽດນາມ ປະຈຳ ...

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.