ຫວຽດນາມ ຈະມີໂອກາດດຶງດູດ FDI ພາຍຫຼັງໄລຍະ Covid-19

11:22 | 19/05/2020

ຍສໝ - ພື້ນຖານເສດຖະກິດຂອງຫວຽດນາມ ກຳລັງປະເຊີນກັບໂອກາດໃໝ່ສຳລັບການພັດທະນາທີ່ເຂັ້ມແຂງ, ໂດຍສະເພາະແມ່ນການດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ (FDI).

ຫວຽດນາມ ຈະມ ໂອກາດດ ງດ ດ fdi ພາຍຫ ງໄລຍະ covid 19 ຫວຽດນາມ ຕາງໜ້າໃຫ້ E10 ເພື່ອສະໜັບສະໜູນການປັບປຸງວິທີການເຮັດວຽກ ທີ່ສະຫະປະຊາຊາດ
ຫວຽດນາມ ຈະມ ໂອກາດດ ງດ ດ fdi ພາຍຫ ງໄລຍະ covid 19 ໜັງສືພິມຕ່າງປະເທດໄດ້ຮັບຮອງເອົາຄວາມມານະພະຍາຍາມຂອງຫວຽດນາມ ໃນການກອບກູ້ຊີວິດຂອງນັກບິນຊາວອັງກິດ

ໃນຕາຕະລາງຈັດອັນດັບດ້ານການເງິນ ຂອງ 66 ພື້ນຖານເສດຖະກິດ ທີ່ຫາກໍພົ້ນເດັ່ນ ຂອງໜັງສືພິມ The Economist, ຫວຽດນາມ ຢືນອັນດັບທີ 12, ຂຶ້ນກັບກຸ່ມທີ່ປອດໄພ ຫຼັງຈາກການລະບາດຂອງພະຍາດ Covid-19 ຍ້ອນບັນດາຕົວເລກສະແດງ ດ້ານການເງິນທີ່ໝັ້ນຄົງ. ທະນາຄານໂລກ (WB) ປະເມີນວ່າ ພື້ນຖານເສດຖະກິດຂອງຫວຽດນາມ ອາດຈະມີການປະກົດສີສັນຄວາມຈະເລີນຄືນໃໝ່ ຫລັງຈາກໄດ້ຜ່ອນຜັນບັນດາມາດຕະການແຍກຫ່າງໃນທາງສັງຄົມ.

ຫວຽດນາມ ຈະມ ໂອກາດດ ງດ ດ fdi ພາຍຫ ງໄລຍະ covid 19
Samsung ແມ່ນໜຶ່ງໃນບັນດານັກລົງທຶນຕ່າງປະເທດໃຫຍ່ທີ່ສຸດຢູ່ ຫວຽດນາມ. (ພາບ: baoquocte)

ທີ່ການພົບປະ ຂອງທ່ານນາຍົກລັດຖະມົນຕີ ກັບວິສາຫະກິດ ໃນວັນທີ 9 ພຶດສະພາ, ຜູ້ຕາງໜ້າ ບັນດາອົງການຈັດຕັ້ງສາກົນ ໄດ້ຢືນຢັນວ່າ ລັກສະນະເດັດຂາດ ແລະ ທັນການຂອງລັດຖະບານຫວຽດນາມ ໄດ້ຊ່ວຍໃຫ້ຫວຽດນາມປະສົບຜົນສຳເລັດໃນການຕ້ານໂລກພະຍາດ Covid-19 ແລະ ພ້ອມກັນນັ້ນ ແມ່ນວິທີການເພື່ອຊ່ວຍບັນດາວິສາຫະກິດ ໄດ້ຫຼຸດພົ້ນຈາກການປັ່ນປ່ວນ, ຈາກນັ້ນເພີ່ມຄວາມເຊື່ອໝັ້ນຂອງນັກລົງທຶນຕ່າງປະເທດ ຢູ່ ຫວຽດນາມ.

ນອກຈາກນັ້ນ, ບັນດາຜູ້ຕາງໜ້າສະມາຄົມວິສາຫະກິດເອີຣົບ (Eurocham) ໄດ້ຕີລາຄາສູງບັນດາມາດຕະການເຊິ່ງ ລັດຖະບານຫວຽດນາມ ໄດ້ປະຕິບັດເພື່ອປົກປ້ອງທຸລະກິດ. ບັນດາມາດຕະການຂອງຫວຽດນາມ ພວມກາຍເປັນແບບຢ່າງໃຫ້ແກ່ປະເທດອື່ນໆ, ປົກປ້ອງສຸຂະພາບຂອງປະຊາຊົນ, ຊ່ວຍຮັກສາຄວາມໄວ້ເນື້ອເຊື່ອໃຈ ຂອງຊຸມຊົນທຸລະກິດເອີຣົບ.

ທ່ານ Ousmane Dione - ຜູ້ອຳນວຍການທະນາຄານໂລກ ປະຈຳ ຫວຽດນາມ ກ່າວວ່າ, ລັດຖະບານຫວຽດນາມ ມີເຄື່ອງມືຢ່າງຫຼາຍຮູບແບບ ໃນການສະໜັບສະໜູນວິສາຫະກິດ, ເຊັ່ນວ່າ ການສະໜັບສະໜູນທາງດ້ານການເງິນ ໂດຍຜ່ານການຍົກເວັ້ນພາສີອາກອນ ແລະ ການຫຼຸດຜ່ອນພາສີ; ແຈກຈ່າຍງົບປະມານ ແລະ ຫຼຸດຜ່ອນຄ່າທຳນຽມ; ສະໜັບສະໜູນເງິນສົດໂດຍກົງ ສຳລັບວິສາຫະກິດຂະໜາດນ້ອຍ ແລະ ກາງ; ຫຼື ກອງທຶນສະໜັບສະໜູນພິເສດ ທີ່ສະໜອງເງິນທຶນຢ່າງເຄື່ອນທີ່ ສຳລັບວິສາຫະກິດຂະໜາດນ້ອຍ ແລະ ກາງດ້ວຍອັດຕາດອກເບ້ຍປະຈຳປີທີ່ມີກຳນົດ...

ທີ່ກອງປະຊຸມ, ຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນ ກໍ່ໃຫ້ຮູ້ວ່າ ການເຄື່ອນຍ້າຍເງິນທຶນ FDI ໄດ້ເລີ່ມຕົ້ນ ແລະ ຫວຽດນາມຈະແມ່ນສະຖານທີ່ປອດໄພ ແລະ ໜ້າສົນໃຈພາຍຫຼັງໂລກລະບາດພະຍາດ Covid-19. ເພາະວ່າ, ຫວຽດນາມ ໄດ້ຮັບການຕີລາຄາສູງຈາກປະຊາຄົມສາກົນ ໃນການປ້ອງກັນ ແລະ ຕ້ານພະຍາດ Covid-19, ສ້າງຄວາມເຊື່ອໝັ້ນໃຫ້ນັກລົງທຶນຕ່າງປະເທດໄດ້ດໍາເນີນທຸລະກິດ ຢ່າງອຸ່ນອ່ຽນໃຈ.

ນອກຈາກນັ້ນ, ຫວຽດນາມ ໄດ້ຈັດເປັນປະເທດໜຶ່ງເຊິ່ງ ຂຶ້ນກັບບັນດາປະເທດທີ່ໄດ້ຮັບຜົນກະທົບໜ້ອຍທີ່ສຸດຈາກການລະບາດຂອງພະຍາດດັ່ງກ່າວ ແລະ ຄາດວ່າ ຫວຽດນາມ ຈະສາມາດເອົາຊະນະສະຖານະການທີ່ຫຍຸ້ງຍາກ ຂອງພື້ນຖານເສດຖະກິດໂລກ.

ຕາມຂໍ້ມູນຈາກກົມໃຫຍ່ສະຖິຕິ ໄດ້ສະແດງໃຫ້ເຫັນວ່າ, ໃນ 4 ເດືອນຕົ້ນປີ, ການລົງທຶນໂດຍກົງຈາກຕ່າງປະເທດ (FDI) ເຂົ້າມາຫວຽດນາມ ໄດ້ບັນລຸ 12,3 ຕື້ໂດລາສະຫະລັດ.

ຫວຽດນາມ ຈະມ ໂອກາດດ ງດ ດ fdi ພາຍຫ ງໄລຍະ covid 19 ຫວຽດນາມ ສະໜັບສະໜູນແຜນການຂອງສະຫະປະຊາຊາດ ກ່ຽວກັບຄວາມສັນຕິພາບສຳລັບ ປະເທດເຢແມນ

ຍສໝ - ວັນທີ 15 ພຶດສະພານີ້, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດກອງປະຊຸມທາງອອນລາຍ ເພື່ອປຶກສາຫາລືກ່ຽວກັບສະຖານະການຢູ່ ປະເທດເຢແມນ ໃນເດືອນທີ່ຜ່ານມາ.

ຫວຽດນາມ ຈະມ ໂອກາດດ ງດ ດ fdi ພາຍຫ ງໄລຍະ covid 19 ຫວຽດນາມ ສືບຕໍ່ນຳສົ່ງພົນລະເມືອງຈຳນວນ 340 ຄົນ ຈາກສະຫະລັດອາເມລິກາ ກັບຄືນປະເທດຢ່າງປອດໄພ.

ຍສໝ - ຫຼັງຈາກຈອດລົງດິນຢູ່ສະໜາມບິນ ໂນຍບາຍq, ຜູ້ໂດຍສານ ແລະ ພະນັກງານປະຈຳຖ້ຽວບິນທຸກຄົນ ໄດ້ຕິດຕາມກວດກາດ້ານການແພດ ແລະ ແຍກອອກຫ່າງຕາມລະບຽບການ.

ຫວຽດນາມ ຈະມ ໂອກາດດ ງດ ດ fdi ພາຍຫ ງໄລຍະ covid 19 ສະຖານທູດຫວຽດນາມ ປະຈຳອີຕາລີ ມອບອຸປະກອນການແພດ ໃຫ້ແກ່ອີຕາລີ ເພື່ອຕ້ານພະຍາດ COVID-19

ຍສໝ - ໃນຊຸມປີມໍ່ໆມານີ້, ສະຖານທູດຫວຽດນາມ ປະຈຳອີຕາລີ ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າໃນການລະດົມບັນດາເຄື່ອງອຸປະກອນການແພດ ເພື່ອສະໜັບສະໜູນ ອີຕາລີ ແລະ ສົມທົບກັບອໍານາດການປົກຄອງທ້ອງຖິ່ນ ປະຕິບັດປ້ອງກັນການລະບາດຂອງພະຍາດ COVID-19.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.