ສ​ປ​ປ ລາວ ​ປັບ​ປຸງ​ຄວາມ​ສະ​ດວກ​ດ້ານ​ການ​ຄ້າ ຕາມ​ມາດ​ຕະ​ຖານ​ສາ​ກົນ

00:54 | 14/05/2019

ໃນທ້າຍອາທິດຜ່ານມາ, ທີ່​ນະ​ຄອນ​ຫລວງວຽງ​ຈັນ ກະ​ຊວງ​ການ​ເງິນ ຮ່ວມ​ກັບ​ສະ​ພາ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ​ແຫ່ງ​ຊາດ​ລາວ ໄດ້​ຈັດ​ກອງ​ປະ​ຊຸມ​ຄົ້ນ​ຄວ້າ​ປຶກສາຫາລື ແລະ ປັບປຸງລະ​ບຽບ​ ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ ຜູ້​​​ປະ​ກອບ​ການ ​ຕາມ​ມາດ​ຕະ​ຖານ ຫລື AEO ແລະ ລະ​ບຽບ​ ການ​ຄຸ້ມ​ຄອງ​ຜູ້​ບໍ​ລິ​ການ​ແຈ້ງ​ພ​າ​ສີ ເຊິ່ງໄດ້​ຮັບ​ການ​ສະ​ໜັບ​ສ​ະ​ໜູນ​ ຂອງ​ອົງ​ການ​ການ​ເງິນ​ສາ​ກົນ ​ສະ​ມາ​ຊິກ​ຂອງ​ກຸ່ມ​ທະ​ນາ​ຄານ​ໂລກ.

ສ​ປ​ປ ລາວ ​ປັບ​ປຸງ​ຄວາມ​ສະ​ດວກ​ດ້ານ​ການ​ຄ້າ ຕາມ​ມາດ​ຕະ​ຖານ​ສາ​ກົນ

ກອງ​ປະ​ຊຸມ​ຄົ້ນ​ຄວ້າ​ປຶກສາຫາລື ແລະ ປັບປຸງລະ​ບຽບ​ ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ ຜູ້​​​ປະ​ກອບ​ການ ​ຕາມ​ມາດ​ຕະ​ຖານ ຫລື AEO ແລະ ລະ​ບຽບ​ ການ​ຄຸ້ມ​ຄອງ​ຜູ້​ບໍ​ລິ​ການ​ແຈ້ງ​ພ​າ​ສີ

ກອງປະຊຸມຄັ້ງນີ້​ເພື່ອ​ສະ​ໜອງ​ຂໍ້​ມູນ ແລະ ຄຳ​ແນະ​ນຳ​ ກ່ຽວ​ກັບ​ຮ່າງ​ບົດ​ແນະ​ນຳ​ຂອງ​ ກະ​ຊວງ​ການ​ເງິນ ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ຜູ້​​​ປະ​ກອບ​ການ​ຕາມ​ມາດ​ຕະ​ຖານ ແລະ ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ຜູ້​ບໍ​ລິ​ການ​ແຈ້ງ​ພ​າ​ສີ. ພ້ອມ​ນີ້, ຜູ້​ເຂົ້າ​ຮ່​ວມຍັງ​ໄດ້​ຊ່ວຍ​ປະ​ກອບ​ຂໍ້​ມູນ​ເຂົ້າ​ໃນ​ການ​ປັບ​ປຸງ​ຮ່າງ​ບົດ​ແນະ​ນຳ​ດັ່​ງ​ກ່າວທາງດ້ານຫລັກ​ການ, ຂໍ້​ບັງ​ຄົບ ແລະ ເງື່ອນ​ໄຂ ຕາມ​ທີ່​ໄດ້​ລະ​ບຸ ໄວ້​ໃນ​ກອບ​ມາດ​ຕະ​ຖານ​ ເພື່ອ​ຄວາມ​ປອດ​ໄພ ແລະ ອຳ​ນວນ​ຄວາມ​ສະ​ດວກ ​ໃຫ້​ແກ່​ການ​ຄ້າ​ໂລກຂອງ​ອົງ​ການ​ພາ​ສີ​ໂລກແລະ ໃນ​ຂໍ້​ຕົກ​ລົງ​ວ່າ​ດ້ວຍການ​ອຳ​ນວຍ ​ຄວາມ​ສະ​ດວກ​ດ້ານ​ການ​ຄ້າ ຂອງ​ອົງ​ການ​ການ​ຄ້າ​ໂລກ.

ທ່ານ ວົງ​ຄຳ​ແຫງ ວົງ​ທະ​ຈັກ ຮອງ​ຫົວ​ໜ້າ​ກົມ​ພາ​ສີ ກ່າວ​ວ່າ: ແຜນ​ງານວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ຜູ້​​​ປະ​ກອບ​ການ​ຕາມ​ມາດ​ຕະ​ຖານ ຫລື AEO ແມ່ນກອບ​ວຽກ​ອັນ​ໃໝ່ ສຳ​ລັບ​ບັນ​ດາ​ເຈົ້າ​ໜ້າ​ທີ່​ພາ​ສີ ແລະ ຜູ້​ປະ​ກອບ​ການ ເຊິ່ງກອງ​ປະ​ຊຸມ​ໃນ​ຄັ້ງນີ້ແມ່ນ​ບາດ​ກ້າວ​ທີ່​ສຳ​ຄັນ​ໜຶ່ງ ສຳ​ລັບ​ພາ​ສີ​ລາວເພື່ອ​ຍັບ​ໃກ້​ເຂົ້າ​ໄປ​ສູ່​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ງານດັ່ງກ່າວເຊິ່ງຈະ​ຊ່ວຍ​ປັງ​ປຸງ​ສະພາບ​ແວດ​ລ້ອມ ແລະ ​ເອື້ອ​ອຳ​ນວຍ ທາງ​ດ້ານ​ການ​ຄ້າ​ຢູ່ ສ​ປ​ປ ລາວ ໃຫ້​ສອດ​ຄ່ອງ​ກັບສະ​ພາບ​ຕົວ​ຈິງ​ຫລາຍ​ຂຶ້ນກວ່າ​ເກົ່າ.

(ແຫຼ່ງ​ຂໍ້​ມູນ​: ຂປລ)

ເຫດການ
302 Found

Found

The document has moved here.