ລັດຖະບານ ສປປ.ລາວ ໄດ້ຕິດຕາມສະຖານະການ ສະກັດກັ້ນພະຍາດ Covid-19 ຢູ່ນະຄອນຫຼວງວຽງຈັນ

11:12 | 27/04/2020

ເປັນເວລາ 14 ມື້ຕິດຕໍ່ກັນ, ປະເທດສປປ.ລາວ ບໍ່ໄດ້ກວດພົບກໍລະນີໃໝ່ຖືກຕິດເຊື້ອພະຍາດ Covid-19. 

ລ ດຖະບານ ສປປ ລາວ ໄດ ຕ ດຕາມສະຖານະການ ສະກ ດກ ນພະຍາດ covid 19 ຢ ນະຄອນຫ ວງວຽງຈ ນ ສະຖານທູດຫວຽດນາມ ໄດ້ສະໜັບສະໜູນ ລັດຖະບານ ສປປ.ລາວ ໃນການປ້ອງກັນພະຍາດ COVID-19
ລ ດຖະບານ ສປປ ລາວ ໄດ ຕ ດຕາມສະຖານະການ ສະກ ດກ ນພະຍາດ covid 19 ຢ ນະຄອນຫ ວງວຽງຈ ນ ຫວຽດນາມ ແລະ ລາວ ຮ່ວມຈິດຮ່ວມໃຈກັນເພື່ອຕໍ່ສູ້ກັບການລະບາດຂອງພະຍາດ COVID – 19

ວັນທີ 26 ເມສາ 2020, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ພ້ອມຄະນະ ລົງຊຸກຍູ້ວຽກງານສະກັດກັ້ນ ແລະ ຄວບຄຸມການລະບາດຂອງພະຍາດ Covid-19 ທີ່ຫ້ອງແຖວພັກເຊົາຂອງປະຊາຊົນຢູ່ບ້ານຊ້າງຄູ້ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍມີທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງ ນວ ທ່ານຮອງລັດຖະມົນຕີກະຊວງ ຖວທ ທ່ານເຈົ້າເມືອງ ຫົວໜ້າພະແນກ ອໍານາດການປົກຄອງ ແລະ ປະຊາຊົນໃຫ້ການຕ້ອນຮັບ.

ລ ດຖະບານ ສປປ ລາວ ໄດ ຕ ດຕາມສະຖານະການ ສະກ ດກ ນພະຍາດ covid 19 ຢ ນະຄອນຫ ວງວຽງຈ ນ

ທ່ານຮອງນາຍົກ ລົງຊຸກຍູ້ວຽກສະກັດກັ້ນ ແລະ ຄວບຄຸມການລະບາດພະຍາດ ໂຄວິດ-19 ຢູ່ບ້ານຊ້າງຄູ້​. (ພາບ: vietianemai.la)

ໂອກາດນີ້ ທ່ານ ວັນທອງ ພົງສະຫວັນທອງ ນາຍບ້ານຊ້າງຄູ້ ໄດ້ລາຍງານສະພາບຂອງບ້ານໂດຍຫຍໍ້ໃຫ້ຊາບວ່າ: ບ້ານຊ້າງຄູ້ແບ່ງເປັນ 42 ໜ່ວຍ ມີ 550 ຄອບຄົວ ມີພົນລະເມືອງທັງໝົດ 2.740 ຄົນ, ຍິງ 1.520 ຄົນ ອາຊີບສ່ວນໃຫຍ່ເປັນພະນັກງານລັດຖະກອນກວມເອົາ 70% ເຖິງແມ່ນວ່າຈະເປັນບ້ານໃຫຍ່ ຍ້ອນຮັບການຊີ້ນໍາເອົາໃຈໃສ່ໃກ້ຊິດຈາກຂັ້ນເທິງ ເຮັດໃຫ້ບ້ານມີຄວາມສະຫງົບປອດໄພໂດຍພື້ນຖານ ຕໍ່ໜ້າສະພາບການລະບາດຂອງພະຍາດ Covid-19 ພາຍຫຼັງມີຄໍາສັ່ງແນະນໍາເລກທີ 06/ນຍ ຂອງທ່ານນາຍົກ ທາງອໍານາດການປົກຄອງ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານ ສົມທົບກັບໜ່ວຍງານສະເພາະກິດຂອງເມືອງ ແລະ ນວ ໄດ້ລົງເຜີຍແຜ່ແນະນໍາ ຜ່ານໂທລະໂຄ່ງ ຫົວໜ່ວຍ 10 ຫຼັງຄາເຮືອນ ແລະ ບັນດາຫ້ອງແຖວພັກເຊົາ ລົງກວດກາ ຕິດຕາມເຝົ່າລະວັງຢ່າງຕໍ່ເນື່ອງ ເຮັດໃຫ້ບ້ານຂອງພວກເຮົາມີຄວາມສະຫງົບ ເປັນລະບຽບຮຽບຮ້ອຍ ແລະ ບໍ່ມີຜູ້ຕິດເຊື້ອ.

ທ່ານຮອງນາຍົກໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ການເອົາໃຈໃສ່ຢ່າງຕັ້ງໜ້າຂອງອໍານາດການປົກຄອງ ພໍ່ແມ່ປະຊາຊົນ ທີ່ພ້ອມກັນເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍຄໍາສັ່ງແນະນໍາເລກທີ 06 ຂອງທ່ານນາຍົກດ້ວຍຄວາມຮັບຜິດຊອບສູງ ພ້ອມທັງໄດ້ຍົກໃຫ້ເຫັນຜົນຂອງການຈັດຕັ້ງປະຕິບັດຄຳສັ່ງເລກທີ 06/ນຍ ແລະ ເນັ້ນ ໃຫ້ເອົາໃຈໃສ່ມາດຕະການແກ້ໄຂການດໍາລົງຊີວິດ ການປັບປຸງພັດທະນາຊີວິດການເປັນຢູ່ໃນໄລຍະພະຍາດ Covid-19 ທີ່ພວມແຜ່ລະບາດ ໃຫ້ມີຄວາມຕື່ນຕົວ ເອົາໃຈໃສ່ເຂັ້ມງວດປ້ອງກັນຕົນເອງຢູ່ພາຍໃນບ້ານເຮືອນ ເວລາອອກຈາກເຮືອນຈະປະຕິບັດຕົນເອງແນວໃດ ໂດຍສະເພາະໜັ່ນລ້າງມື ໃຊ້ຜ້າປິດປາກ ປິດດັງທຸກຄັ້ງ ພ້ອມເປີດໂອກາດໃຫ້ພໍ່ແມ່ປະຊາຊົນນໍາສະເໜີບັນຫາຂໍ້ຫຍຸ້ງຍາກ ຄວາມຕ້ອງການຊ່ວຍເຫຼືອໃນໄລຍະການລະບາດຂອງພະຍາດ Covid-19 ຕໍ່ເຈົ້າຂອງຫ້ອງພັກເຊົາ ເພື່ອນໍາສະເໜີຕໍ່ອໍານາດການປົກຄອງເພື່ອຫາຊ່ອງທາງໃນການແກ້ໄຂ ແລະ ນັບຈາກມື້ນີ້ໄປ ຈະເຮັດແນວໃດເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນໃຫ້ນັບມື້ດີຂຶ້ນ ເພື່ອພ້ອມກັນຜ່ານຜ່າວິກິດການໃນຄັ້ງນີ້.

ລ ດຖະບານ ສປປ ລາວ ໄດ ຕ ດຕາມສະຖານະການ ສະກ ດກ ນພະຍາດ covid 19 ຢ ນະຄອນຫ ວງວຽງຈ ນ
ທ່ານຮອງນາຍົກລົງຊຸກຍູ້ວຽກສະກັດກັ້ນ ແລະ ຄວບຄຸມການລະບາດພະຍາດ ໂຄວິດ-19 ຢູ່ບ້ານໄຊສົມບູນ. (ພາບ: vietianemai.la)

ຫລັງຈາກນັ້ນ, ທ່ານ ສອນ​ໄຊ ສີ​ພັນ​ດອນ ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ລັດ­ຖະ­ມົນ­ຕີ​ກະ­ຊວງ​ແຜນ­ການ ແລະ ການ​ລົງ­ທຶນ ພ້ອມ​ຄະ­ນະ ລົງ​ຊຸກ­ຍູ້​ວຽກ​ງານ​ສະ­ກັດ​ກັ້ນ ແລະ ຄອບ​ຄຸມ​ການ​ລະ­ບາດ​ຂອງ​ພະ­ຍາດ Covid-19 ທີ່​ບ້ານ​ໄຊ​ສົມ­ບູນ ເມືອງ​ໄຊ​ທາ­ນີ ນະ­ຄອນ­ຫຼວງ​ວຽງ​ຈັນ ໃນ​ວັນ​ທີ 26 ເມ­ສາ 2020 ໂດຍ​ມີ​ທ່ານ ສີ​ຫຸນ ສິດ­ທິ​ລື​ໄຊ ຮອງ​ເຈົ້າ​ຄອງ ນວ ທ່ານ​ຮອງ​ລັດ­ຖະ­ມົນ­ຕີ ກະ­ຊວງ ຖວ​ທ ກະ­ຊວງ​ແຮງ​ງານ ແລະ ສະ­ຫວັດ­ດີ​ການ​ສັງ­ຄົມ ທ່ານ​ເຈົ້າ­ເມືອງ ຫົວ­ໜ້າ​ພະ​ແນກ ອຳ­ນາດ​ການ​ປົກ­ຄອງ ແລະ ປະ­ຊາ­ຊົນ​ໃຫ້­ການ​ຕ້ອນ­ຮັບ.

ໂອ­ກາດ​ນີ້ ທ່ານ ຄຳ​ຕັນ ກວ້າງ​ມະ­ນີ​ວັນ ນາຍ­ບ້ານ​ໄຊ​ສົມ­ບູນ ໄດ້​ລາຍ​ງານ​ສະ­ພາບ​ຂອງ​ບ້ານ​ໂດຍ​ຫຍໍ້ ບ້ານ​ໄຊ​ສົມ­ບູນ ແບ່ງ​ເປັນ 97 ໜ່ວຍ ມີ 1.121 ຄອບ­ຄົວ ມີ​ພົນ­ລະ­ເມືອງ​ທັງ​ໝົດ 3.986 ຄົນ ຍິງ 1.728 ຄົນ ອາ­ຊີບ​ຂອງ​ປະ­ຊາ­ຊົນ​ສ່ວນ​ໃຫຍ່​ເປັນ​ກຳ­ມະ­ກອນ ພາຍ​ໃນ​ນິ­ຄົມ​ອຸດ­ສາ­ຫະ­ກຳ​ໂນນ​ທອງ ແລະ ຕາມ​ໂຮງ​ຈັກ​ໂຮງ­ງານ ກວມ​ເອົາ 65% ແລະ ມີ​ຄົນ​ມາ​ພັກ​ເຊົາ 218 ຄົນ ຍິງ 178 ຄົນ ເຊິ່ງ​ມາ​ຈາກ​ຕ່າງ​ແຂວງ. ສະ­ເພາະ​ບ້ານ​ຂອງ​ພວກ​ເຮົາ ມີ­ແຮງ​ງານ​ມາ​ແຕ່​ປະ­ເທດ​ເພື່ອນ​ບ້ານ 15 ຄົນ ຍິງ 11 ຄົນ ແລະ ມາ​ຈາກ​ພູ​ເບ້ຍ 1 ຄົນ ເປັນ​ຍິງ ລວມ 16 ຄົນ ເຊິ່ງ​ທາງ​ຜູ້­ກ່ຽວ​ທັງ​ໝົດ​ກໍ່​ໄດ້​ມີ​ການ​ກັກ​ຕົວ​ເອງ ຄົບ 14 ວັນ ເຫັນ​ວ່າ​ປົກ­ກະ­ຕິ​ບໍ່​ມີ​ການ​ຕິດ­ເຊື້ອ ບ້ານ​ຂອງ​ພວກ​ເຮົາ​ເປັນ​ບ້ານ​ໃຫຍ່ ພົນ­ລະ­ເມືອງ​ຫຼາຍ ແຕ່​ຍ້ອນ​ໄດ້​ຮັບ​ການ​ຊີ້​ນຳ ເອົາ­ໃຈ­ໃສ່​ຈາກ​ຂັ້ນ​ເທິງ ພາຍ­ຫຼັງ​ມີ​ຄຳ​ສັ່ງ​ແນະ­ນຳ​ເລກ​ທີ 06/ນຍ ຂອງ​ທ່ານ​ນາ­ຍົກ ທາງ​ອຳ­ນາດ​ການ​ປົກ­ຄອງ ແລະ ພໍ່​ແມ່​ປະ­ຊາ­ຊົນ​ພາຍ​ໃນ​ບ້ານ ສົມ­ທົບ​ກັບ​ໜ່ວຍ​ງານ​ສະ­ເພາະ​ກິດ​ຂອງ ເມືອງ ແລະ ນວ ໄດ້​ລົງ​ເຜີຍ­ແຜ່​ແນະ­ນຳ​ໃຫ້​ພໍ່​ແມ່​ປະ­ຊາ­ຊົນ​ພາຍ​ໃນ​ບ້ານ ຈັດ­ການ​ປ້ອງ​ກັນ​ເວນ­ຍາມ ລົງ​ກວດ­ກາ ຕິດ­ຕາມ​ເຝົ່າ​ລະ­ວັງ​ຢ່າງ​ຕໍ່​ເນື່ອງ ເຮັດ​ໃຫ້​ບ້ານ​ຂອງ​ພວກ​ເຮົາ​ມີ​ຄວາມ​ສະ­ຫງົບ ເປັນ​ລະ­ບຽບ​ຮຽບ​ຮ້ອຍ ແລະ ບໍ່​ມີ​ຜູ້​ຕິດ­ເຊື້ອ.

ລ ດຖະບານ ສປປ ລາວ ໄດ ຕ ດຕາມສະຖານະການ ສະກ ດກ ນພະຍາດ covid 19 ຢ ນະຄອນຫ ວງວຽງຈ ນ ຊາວຫວຽດນາມ ອາໄສ ຢູ່ ອາເມລິກາ ໄດ້ຮ່ວມແຮງຮ່ວມໃຈຕໍ່ສູ້ຕ້ານກັບພະຍາດ COVID-19

ຍສໝ - ຕໍ່ໜ້າກັບສະຖານະການທີ່ສັບສົນຂອງການລະບາດພະຍາດ COVID-19, ປະຊາຄົມຊາວຫວຽດນາມ ອາໄສຢູ່ອາເມລິກາ ຍາມໃດກໍ່ໄດ້ຮ່ວມແຮງຮ່ວມໃຈກັນໃນການປ້ອງກັນການລະບາດ.

ລ ດຖະບານ ສປປ ລາວ ໄດ ຕ ດຕາມສະຖານະການ ສະກ ດກ ນພະຍາດ covid 19 ຢ ນະຄອນຫ ວງວຽງຈ ນ ລັດຖະບານຫວຽດນາມ ໄດ້ນຳໃຊ້ບັນດາມາດຕະການປ້ອງກັນ ແລະ ສະກັດກັ້ນໂລກລະບາດຢ່າງຄົບຊຸດ, ທັນການ ແລະ ມີປະສິດທິຜົນ

ຍສໝ - ນັບແຕ່ຊຸມມື້ທຳອິດໃນການປ້ອງກັນ, ສະກັດກັ້ນໂລກລະບາດ, ພາຍໃຕ້ການຊີ້ນຳນຳພາຂອງພັກ, ລັດ, ລັດຖະບານຫວຽດນາມໄດ້ນຳໃຊ້ບັນດາມາດຕະການປ້ອງກັນ ແລະ ສະກັດກັ້ນໂລກລະບາດຢ່າງຄົບຊຸດ, ທັນການ ແລະ ມີປະສິດທິຜົນ.

ລ ດຖະບານ ສປປ ລາວ ໄດ ຕ ດຕາມສະຖານະການ ສະກ ດກ ນພະຍາດ covid 19 ຢ ນະຄອນຫ ວງວຽງຈ ນ ຫວຽດນາມ ໄດ້ສະໜັບສະໜູນ 50,000 ໂດລາສະຫະລັດ ໃຫ້ກອງທຶນຮັບມືພະຍາດ Covid-19 ຂອງ WHO

ຍສໝ​ - ໂດຍໄດ້ຮັບການມອບສິດຂອງນາຍົກລັດຖະມົນຕີ, ໃນຕອນບ່າຍວັນທີ 24 ເມສາ, ທີ່ສຳນັກງານໃຫຍ່ກະຊວງການຕ່າງປະເທດ, ທ່ານ ເລຮ່ວາຍຈູງ - ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ມອບເງິນເປັນສັນຍະລັກ ຈຳນວນ 50,000 ໂດລາສະຫະລັດ ຂອງລັດຖະບານ ແລະ ປະຊາຊົນຫວຽດນາມ ເພື່ອການສະໜັບສະໜູນກອງທຶນຮັບມືພະຍາດ Covid-19 ຂອງອົງການອະນາໄມໂລກ (WHO), ປະກອບສ່ວນເຂົ້າໃນການປ້ອງກັນ ແລະ ...

ຄໍາຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.