ສະຖານທູດຫວຽດນາມ ໄດ້ສະໜັບສະໜູນ ລັດຖະບານ ສປປ.ລາວ ໃນການປ້ອງກັນພະຍາດ COVID-19

17:41 | 22/04/2020

ຍສໝ - ນີ້ແມ່ນນ້ຳໃຈຂອງບັນດາພະນັກງານ, ລັດຖະກອນຂອງສະຖານທູດຫວຽດນາມ ປະຈຳ ສປປ.ລາວ ແລະ ອົງການຕ່າງໆນອກຈາກສະຖານທູດຫວຽດນາມ ເພື່ອປະກອບສ່ວນໃຫ້ລັດຖະບານ ແລະ ປະຊາຊົນລາວ ຄວບຄຸມ ແລະ ສະກັດກັ້ນພະຍາດ COVID-19.

ສະຖານທ ດຫວຽດນາມ ໄດ ສະໜ ບສະໜ ນ ລ ດຖະບານ ສປປ ລາວ ໃນການປ ອງກ ນພະຍາດ covid 19 ວິສາຫະກິດຫວຽດນາມ ໄດ້ສະໜັບສະໜູນ ສປປ.ລາວ ໃນການປ້ອງກັນພະຍາດ Covid-19
ສະຖານທ ດຫວຽດນາມ ໄດ ສະໜ ບສະໜ ນ ລ ດຖະບານ ສປປ ລາວ ໃນການປ ອງກ ນພະຍາດ covid 19 ຫວຽດນາມ ແລະ ລາວ ຮ່ວມຈິດຮ່ວມໃຈກັນເພື່ອຕໍ່ສູ້ກັບການລະບາດຂອງພະຍາດ COVID – 19

ໃນຕອນເຊົ້າວັນທີ 22 ເມສານີ້, ຢູ່ສຳນັກງານໃຫຍ່ຂອງກະຊວງສາທາລະນະສຸກ ສປປ.ລາວ, ຄະນະຕົວແທນສະຖານທູດຫວຽດນາມ ໄດ້ມອບເງິນຈຳນວນ 60 ລ້ານກິບ (ປະມານ 160 ລ້ານດົ່ງ) ໃຫ້ແກ່ ຄະນະກຳມະການຊີ້ນຳແຫ່ງຊາດ ສປປ.ລາວ ເພື່ອປະກອບສ່ວໃນການປ້ອງກັນພະຍາດ Covid-19 ຢູ່ ປະເທດລາວ.

ນີ້ແມ່ນນ້ຳໃຈຂອງບັນດາພະນັກງານ, ລັດຖະກອນຂອງສະຖານທູດຫວຽດນາມ ປະຈຳ ສປປ.ລາວ ແລະ ອົງການຕ່າງໆນອກຈາກສະຖານທູດຫວຽດນາມ ເພື່ອປະກອບສ່ວນໃຫ້ລັດຖະບານ ແລະ ປະຊາຊົນລາວ ຄວບຄຸມ ແລະ ສະກັດກັ້ນພະຍາດ COVID-19.

ສະຖານທ ດຫວຽດນາມ ໄດ ສະໜ ບສະໜ ນ ລ ດຖະບານ ສປປ ລາວ ໃນການປ ອງກ ນພະຍາດ covid 19
ສະຖານທູດຫວຽດນາມ ໄດ້ມອບເງິນ ຈຳນວນ 60 ລ້ານກິບ ເພື່ອຊ່ວຍ ສປປ.ລາວ ໃນການປ້ອງກັນພະຍາດ Covid-19. (ພາບ: TTXVN)

ກ່າວຄຳເຫັນທີ່ພິທີມອບຮັບ, ທ່ານ ຫວູວັນຮ່ວາ, ຜູ້ທີ່ປຶກສາທູດ, ຫົວໜ້າພະແນກເສດຖະກິດ, ວັດທະນະທຳ, ການສຶກສາ ຂອງສະຖານທູດຫວຽດນາມ ປະຈຳລາວ ໄດ້ຕີລາຄາສູງບັນດາມາດຕະການຢ່າງແທດຈິງ ແລະ ມີປະສິດທິຜົນຂອງລັດຖະບານ ສປປ.ລາວ ໃນການປ້ອງກັນ ແລະ ສະກັດກັ້ນພະຍາດ COVID-19. ທ່ານ ຫວູວັນຮ່ວາ ໄດ້ຢັ້ງຢືນວ່າ ຈຳນວນເງິນໄດ້ມອບດັ່ງກ່າວ ແມ່ນໜ້ອຍ ແຕ່ແມ່ນນ້ຳໃຈຢ່າງຈິງໃຈ ຂອງພະນັກງານສະຖານທູດ ແລະ ບັນດາອົງການທີ່ຢູ່ຄຽງຂ້າງສະຖານທູດ, ດ້ວຍຄວາມປາດຖະໜາຢາກຮ່ວມແຮງຮ່ວມໃຈກັບລັດຖະບານ ແລະ ປະຊາຊົນລາວ ເພື່ອຄວບຄຸມການລະບາດຢ່າງໄວວາ ແລະ ເຮັດໃຫ້ເສດຖະກິດຟື້ນຕົວ.

ຕາງໜ້າລັດຖະບານ ແລະ ປະຊາຊົນລາວ, ທ່ານບຸນກອງ ສີຫາວົງ, ລັດຖະມົນຕີກະຊວງສາທາລະນະສຸກ, ຮອງຫົວໜ້າຄະນະຊີ້ນຳແຫ່ງຊາດ ສປປ.ລາວ ກ່ຽວກັບການປ້ອງກັນ ແລະ ຄວບຄຸມພະຍາດລະບາດຂອງປະເທດລາວ, ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ຄວາມຮັກແພງຂອງສະຖານທູດຫວຽດນາມ ກໍ່ຄືບັນດາອົງການຕ່າງໆຄຽງຂ້າງສະຖານທູດຫວຽດນາມປະຈຳ ສປປ.ລາວ, ແລະ ໃຫ້ຄຳໝັ້ນສັນຍາວ່າ ຈະນຳໃຊ້ຈຳນວນເງິນ ດົ່ງກ່າວ ຢ່າງມີປະສິດທິຜົນ ເຂົ້າໃນການປ້ອງກັນ COVID-19.

ທ່ານບຸນກອງ ສີຫາວົງ, ລັດຖະມົນຕີກະຊວງສາທາລະນະສຸກ ໃຫ້ຮູ້ວ່າ, ນັບແຕ່ເກີດການລະບາດຂອງ COVID-19 ຢູ່ ໃນໂລກ, ເຖິງວ່າຈະປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງໃນການຕໍ່ສູ້ກັບໂລກລະບາດ, ແຕ່ເຖິງຢ່າງໃດກໍ່ຕາມ, ລັດຖະບານ ແລະ ປະຊາຊົນຫວຽດນາມ ກໍ່ຍັງໄດ້ສະໜັບສະໜູນລັດຖະບານ ແລະ ປະຊາຊົນລາວ ທັງດ້ານວັດຖຸ ແລະ ອຸປະກອນການແພດ ເພື່ອແລກປ່ຽນບົດຮຽນ, ຖ່າຍທອດປະສົບການໃນການປ້ອງກັນພະຍາດ. ສິ່ງດັ່ງກ່າວບໍ່ພຽງແຕ່ປະກອບສ່ວນສຳຄັນເຂົ້າໃນການປ້ອງກັນພະຍາດ COVID-19 ຢູ່ລາວເທົ່ານັ້ນ, ແຕ່ຍັງໄດ້ສະແດງໃຫ້ເຫັນຄວາມຮັກແພງຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ ລະຫວ່າງພັກ, ລັດ ແລະ ປະຊາຊົນຫວຽດນາມ ແລະ ລາວ, ເມື່ອໃດປະເທດລາວ ປະສົບກັບຄວາມຫຍຸ້ງຍາກ ຫວຽດນາມ ກໍ່ໄດ້ຮ່ວມເດີນທາງ ແລະ ແບ່ງປັນ ກັບ ຝ່າຍລາວ.

ສະຖານທ ດຫວຽດນາມ ໄດ ສະໜ ບສະໜ ນ ລ ດຖະບານ ສປປ ລາວ ໃນການປ ອງກ ນພະຍາດ covid 19 ຫວຽດນາມ ແລະ ລາວ ຮ່ວມຈິດຮ່ວມໃຈກັນເພື່ອຕໍ່ສູ້ກັບການລະບາດຂອງພະຍາດ COVID – 19

ຍສໝ - ໃນຕອນບ່າຍຂອງວັນທີ 21 ເມສາ, ຄະນະຜູ້ແທນ ສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ ນໍາໂດຍທ່ານ ຫງວຽນແມັ້ງຫູ່ງ, ຮອງປະທານສະມາຄົມ ໄດ້ມາຢ້ຽມຢາມ ແລະ ມອບອຸະປະກອນການແພດລວມມີ: ຊຸດປ້ອງກັນລະບາດ ແລະ ຜ້າບັງປາກ ໃຫ້ແກ່ສະຖານທູດ ສປປ.ລາວ ປະຈໍາ ຫວຽດນາມ ເພື່ອສະໜັບສະໜູນ ປະຊາຊົນລາວ ...

ສະຖານທ ດຫວຽດນາມ ໄດ ສະໜ ບສະໜ ນ ລ ດຖະບານ ສປປ ລາວ ໃນການປ ອງກ ນພະຍາດ covid 19 ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາໄສຢູ່ລາວຮ່ວມ​ແຮງ​ຮ່ວມ​ໃຈ​ກັບ ລັດ​ຖະ​ບານ ແລະ ປະ​ຊາ​ຊົນ​ລາວປ້ອງ​ກັນ, ສະ​ກັດ​ກັ້ນ ໂລກ​ລະ​ບາດ Covid– 19

ຍສໝ - ຕອນເຊົ້າວັນທີ 10 ເມສາ 2020, ຢູ່ຫ້ອງວ່າການນາຍົກລັດຖະມົນຕີ ລາວ ຢູ່ນະຄອນຫຼວງ ວຽງຈັນ, ຜູ້ຕາງໜ້າຂອງ ສະມາຄົມໃຫຍ່ຊາວຫວຽດນາມ ອາໄສຢູ່ລາວ ແລະ ສະມາຄົມວິສາຫະກິດ ຫວຽດນາມ ຮ່ວມມື ແລະ ລົງທຶນຢູ່ລາວ ໄດ້ມອບເງິນຈຳນວນ 113.900.000 ກີບ ໃຫ້ແກ່ລັດຖະບານລາວເພື່ອຮ່ວມແຮງຮ່ວມໃຈພ້ອມກັບລັດຖະບານ ແລະ ປະຊາຊົນລາວໃນບັ້ນຕໍ່ສູ້ກັບໂລກລະບາດ Covid ...

ສະຖານທ ດຫວຽດນາມ ໄດ ສະໜ ບສະໜ ນ ລ ດຖະບານ ສປປ ລາວ ໃນການປ ອງກ ນພະຍາດ covid 19 ໜັງສືພິມອາເມລິກາ ຊົມເຊີຍເລື່ອງ ຫວຽດນາມ ຊ່ວຍເຫຼືອ ອີຢູ

ຍສໝ - ໜັງສືພິມອາເມລິກາ The Diplomat ໄດ້ຄັດສະເໜີຂໍ້ມູນຂ່າວຂອງກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ ວັນທີ 7 ເມສາ ຫວຽດນາມ ໄດ້ມອບຜ້າອັດປາກ 550.000 ອັນໃຫ້ແກ່ 5 ປະເທດເອີລົບ ເພື່ອໜູນຊ່ວຍບັນດາປະເທດເຫຼົ່ານີ້ຕໍ່ສູ້ກັບໂລກລະບາດໂຄວິດ-19.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.