ຫວຽດນາມ ໄດ້ສະໜັບສະໜູນ 50,000 ໂດລາສະຫະລັດ ໃຫ້ກອງທຶນຮັບມືພະຍາດ Covid-19 ຂອງ WHO

06:00 | 26/04/2020

ຍສໝ​ -  ໂດຍໄດ້ຮັບການມອບສິດຂອງນາຍົກລັດຖະມົນຕີ, ໃນຕອນບ່າຍວັນທີ 24 ເມສາ, ທີ່ສຳນັກງານໃຫຍ່ກະຊວງການຕ່າງປະເທດ, ທ່ານ ເລຮ່ວາຍຈູງ - ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ມອບເງິນເປັນສັນຍະລັກ ຈຳນວນ 50,000 ໂດລາສະຫະລັດ ຂອງລັດຖະບານ ແລະ ປະຊາຊົນຫວຽດນາມ ເພື່ອການສະໜັບສະໜູນກອງທຶນຮັບມືພະຍາດ Covid-19 ຂອງອົງການອະນາໄມໂລກ (WHO), ປະກອບສ່ວນເຂົ້າໃນການປ້ອງກັນ ແລະ ຕ້ານການລະບາດຂອງພະຍາດ Covid-19 ໃນທົ່ວໂລກ.

ຫວຽດນາມ ໄດ ສະໜ ບສະໜ ນ 50 000 ໂດລາສະຫະລ ດ ໃຫ ກອງທ ນຮ ບມ ພະຍາດ covid 19 ຂອງ who ວິສາຫະກິດຫວຽດນາມ ໄດ້ສະໜັບສະໜູນ ສປປ.ລາວ ໃນການປ້ອງກັນພະຍາດ Covid-19
ຫວຽດນາມ ໄດ ສະໜ ບສະໜ ນ 50 000 ໂດລາສະຫະລ ດ ໃຫ ກອງທ ນຮ ບມ ພະຍາດ covid 19 ຂອງ who ອາ​ຊຽນ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຮັບ​ປະ​ກັນຄວາມ​ໝັ້ນ​ຄົງດ້ານ​ສະ​ບຽງ​ອ​າ​ຫານ​ໃນໄລ​ຍະ​ເກ​ີດ​ໂລກ​ລະ​ບາດ Covid – 19

ເຂົ້າຮ່ວມພິທີມີ: ຜູ້ຕາງໜ້າຫ້ອງວ່າການລັດຖະບານ, ກະຊວງສາທາລະນະສຸກ ຫວຽດນາມ, ກະຊວງການຕ່າງປະເທດ ຫວຽດນາມ; ທ່ານ Kidong Park - ຜູ້ຕາງໜ້າອົງການອະນາໄມໂລກ WHO ປະຈຳປະເທດຫວຽດນາມ; ຄະນະຕົວແທນຫ້ອງການຜູ້ປະສານງານ ປະຈຳສະຫະປະຊາຊາດ (UN) ແລະ ບັນດາພະນັກງານອົງການອະນາໄມໂລກ WHO.

ກ່າວຄຳເຫັນທີ່ພິທີ, ທ່ານ ເລຮ່ວາຍຈູງ - ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ແບ່ງປັນເປົ້າໝາຍສອງຢ່າງຂອງລັດຖະບານຫວຽດນາມ ແມ່ນປ້ອງກັນ ແລະ ຕ້ານການລະບາດຂອງພະຍາດ Covid-19 ແລະ ຮັບປະກັນສະຖຽນລະພາບດ້ານເສດຖະກິດ - ສັງຄົມ ເພື່ອຮັບປະກັນຄວາມສະຫງົບປອດໄພດ້ານສັງຄົມ.

ຫວຽດນາມ ໄດ ສະໜ ບສະໜ ນ 50 000 ໂດລາສະຫະລ ດ ໃຫ ກອງທ ນຮ ບມ ພະຍາດ covid 19 ຂອງ who
ທ່ານ ເລຮ່ວາຍຈູງ - ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ມອບເງິນຈຳນວນ 50,000 ໂດລາສະຫະລັດ ໃຫ້ທ່ານ Kidong Park - ຜູ້ຕາງໜ້າອົງການອະນາໄມໂລກ WHO. (ພາບ: baoquocte)

ທ່ານເລຮ່ວາຍຈູງ - ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ເນັ້ນໜັກວ່າ, ເຖິງວ່າຫວຽດນາມ ພວມຖືກຜົນສະທ້ອນຈາກໂລກລະບາດ Covid-19, ແຕ່ແມ່ນສະມາຊິກທີ່ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບກັບປະຊາຄົມສາກົນ, ແລະ ປະຈຸບັນຮັບຜິດຊອບບົດບາດເປັນປະທານອາຊຽນ 2020 ແລະ ສະມາຊິກກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ 2020-2021, ລັດຖະບານຫວຽດນາມ ໄດ້ຕັດສິນໃຈປະກອບສ່ວນ 50.000 ໂດລາສະຫະລັດ ເພື່ອສະໜັບສະໜູນ ກອງທຶນຮັບມືພະຍາດ Covid-19 ຂອງ WHO ໃນຄວາມຫວັງວ່າມັນຈະຊ່ວຍສ່ວນໜຶ່ງໃນການຫຼຸດຜ່ອນຜົນກະທົບທາງລົບຂອງການແຜ່ລະບາດ.

ທ່ານ Kidong Park - ຜູ້ຕາງໜ້າອົງການອະນາໄມໂລກ WHO ຕີລາຄາວ່າ ຫວຽດນາມແມ່ນປະເທດນຳໜ້າ ໃນຂົງເຂດການທູດດ້ານສາທາລະນະສຸກ ແລະ ທ່ານ Kidong Park ໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫຼືອຢ່າງຈິງໃຈ ແລະ ລ້ຳຄ່າກັບກອງທຶນຮັບມືພະຍາດ Covid-19 ຂອງ WHO.

ທ່ານ Kidong Park ໄດ້ຊົມເຊີຍລັດຖະບານ ແລະ ປະຊາຊົນຫວຽດນາມ ກ່ຽວກັບການຄວບຄຸມ ແລະ ປ້ອງກັນພະຍາດ Covid-19 ດ້ວຍຫຼາຍກວ່າ 80% ຂອງກໍລະນີສຸຂະພາບຟື້ນຟູເປັນປົກກະຕິ, ບໍ່ມີຜູ້ເສຍຊີວິດ ແລະ ບໍ່ມີກໍລະນີໃໝ່ໃນ 8 ມື້ທີ່ຜ່ານມາ. ຜົນນັ້ນແມ່ນຍ້ອນການເຂົ້າຮ່ວມຢ່າງທໍລະຫົດຂອງລັດຖະບານ, ທຸກກະຊວງ ແລະ ສາຂາຫວຽດນາມ, ພ້ອມທັງການຕອບສະໜອງ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນປະເທດຫວຽດນາມ.

ໃນສະພາບການທີ່ໂລກລະບາດ Covid-19 ຍັງມີການຜັນແປຢ່າງສັບສົນໃນທົ່ວໂລກ, ຄວາມສ່ຽງໃນການແຜ່ລະບາດຍັງມີທ່າແຮງ, ອົງການອະນາໄມໂລກ WHO ໄດ້ເຫັນພ້ອມຢ່າງເຕັມສ່ວນ ກັບ 4 ຂໍ້ສະເໜີ ຂອງຫວຽດນາມ, ທີ່ໄດ້ຍົກອອກມາໃນກອງປະຊຸມລັດຖະມົນຕີການຕ່າງປະເທດ ອອນໄລ ກ່ຽວກັບພະຍາດ Covid-19.

ຫວຽດນາມ ໄດ ສະໜ ບສະໜ ນ 50 000 ໂດລາສະຫະລ ດ ໃຫ ກອງທ ນຮ ບມ ພະຍາດ covid 19 ຂອງ who ກອງບັນຊາການທະຫານແຂວງກວາງບິ່ງ (ຫວຽດນາມ) ໄດ້ມອບເຄື່ອງອຸປະກອນການແພດໃຫ້ແກ່ແຂວງຄຳມ່ວນເພື່ອຕ້ານການລະບາດຂອງພະຍາດ Covid - 19

ຍສໝ​ - ເມື່ອບໍ່ດົນມານີ້, ທີ່ດ່ານສາກົນນາເພົ້າ ແຂວງຄຳມ່ວນ ແລະ ດ່ານຈາຫລໍ ແຂວງກວາງບິ່ງ ສສ ຫວຽດນາມ ໄດ້ຈັດຂຶ້ນພິທີມອບຮັບເຄື່ອງອຸປະກອນການແພດ ເພື່ອຊ່ວຍເຫຼືອກອງບັນຊາການທະຫານ ແຂວງຄຳມ່ວນ ໃນການປ້ອງກັນ ແລະ ຕ້ານພະຍາດ Covid-19.

ຫວຽດນາມ ໄດ ສະໜ ບສະໜ ນ 50 000 ໂດລາສະຫະລ ດ ໃຫ ກອງທ ນຮ ບມ ພະຍາດ covid 19 ຂອງ who ສະຖານທູດຫວຽດນາມ ໄດ້ສະໜັບສະໜູນ ລັດຖະບານ ສປປ.ລາວ ໃນການປ້ອງກັນພະຍາດ COVID-19

ຍສໝ - ນີ້ແມ່ນນ້ຳໃຈຂອງບັນດາພະນັກງານ, ລັດຖະກອນຂອງສະຖານທູດຫວຽດນາມ ປະຈຳ ສປປ.ລາວ ແລະ ອົງການຕ່າງໆນອກຈາກສະຖານທູດຫວຽດນາມ ເພື່ອປະກອບສ່ວນໃຫ້ລັດຖະບານ ແລະ ປະຊາຊົນລາວ ຄວບຄຸມ ແລະ ສະກັດກັ້ນພະຍາດ COVID-19.

ຫວຽດນາມ ໄດ ສະໜ ບສະໜ ນ 50 000 ໂດລາສະຫະລ ດ ໃຫ ກອງທ ນຮ ບມ ພະຍາດ covid 19 ຂອງ who ໜັງສືພິມອາເມລິກາ ຊົມເຊີຍເລື່ອງ ຫວຽດນາມ ຊ່ວຍເຫຼືອ ອີຢູ

ຍສໝ - ໜັງສືພິມອາເມລິກາ The Diplomat ໄດ້ຄັດສະເໜີຂໍ້ມູນຂ່າວຂອງກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ ວັນທີ 7 ເມສາ ຫວຽດນາມ ໄດ້ມອບຜ້າອັດປາກ 550.000 ອັນໃຫ້ແກ່ 5 ປະເທດເອີລົບ ເພື່ອໜູນຊ່ວຍບັນດາປະເທດເຫຼົ່ານີ້ຕໍ່ສູ້ກັບໂລກລະບາດໂຄວິດ-19.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.