ຊາວຫວຽດນາມຢູ່ຕ່າງປະເທດໄດ້ເຜີຍແຜ່ຄວາມເຫັນອົກເຫັນໃຈໃນໄລຍະເກີດການລະບາດຂອງພະຍາດ COVID-19

06:36 | 27/04/2020

ຍສໝ -ໃນໄລຍະທີ່ຜ່ານມາ, ໜັງສືພິມສາກົນໄດ້ກ່າວເຖິງພາບພົດຂອງຫວຽດນາມ ແລະ ປະຊາຊົນຫວຽດນາມເປັນແບບຢ່າງໃນການຮັບມືກັບໂລກລະບາດ Covid – 19…    

ຊາວຫວຽດນາມຢ ຕ າງປະເທດໄດ ເຜ ຍແຜ ຄວາມເຫ ນອ ກເຫ ນໃຈໃນໄລຍະເກ ດການລະບາດຂອງພະຍາດ covid 19 ສະມາຄົມຊາວຫວຽດນາມ ຢູ່ ກວາງຕຸ້ງ (ຈີນ) ໄດ້ບໍລິຈາກເງິນເກືອບ 100 ລ້ານດົ່ງເພື່ອຊ່ວຍເຫຼືອຫວຽດນາມໃນການຕໍ່ສູ້ກັບ COVID-19
ຊາວຫວຽດນາມຢ ຕ າງປະເທດໄດ ເຜ ຍແຜ ຄວາມເຫ ນອ ກເຫ ນໃຈໃນໄລຍະເກ ດການລະບາດຂອງພະຍາດ covid 19 ປະຊາຄົມຊາວຫວຽດນາມຢູ່ Irkutsk ບໍລິຈາກຜ້າອັດປາກ 4.000 ອັນ ໃຫ້ແກ່ຂະບວນການອາສາສະໝັກ ຢູ່ ລັດເຊຍ
ຊາວຫວຽດນາມຢ ຕ າງປະເທດໄດ ເຜ ຍແຜ ຄວາມເຫ ນອ ກເຫ ນໃຈໃນໄລຍະເກ ດການລະບາດຂອງພະຍາດ covid 19
ປະຊາຄົມຊາວຫວຽດນາມໄດ້ຫຍິບຜ້າອັດປາກອັດ, ບໍລິຈາກເງິນ, ສັ່ງຊື້ອຸປະກອນການແພດ ເພື່ອມອບໃຫ້ ສະຖານທີ່ທາງການແພດ ຢູ່ Berlin.

ຫົວຂໍ້ກ່ຽວກັບ ຫວຽດນາມ ທີ່ຕໍ່ສູ້ກັບ COVID-19 ແລະ ການຕໍ່ສູ້ຂອງຄົນຫວຽດນາມຕໍ່ COVID-19

ສະຖານີໂທລະພາບ RBB ຂອງເຢຍລະມັນ ໄດ້ແຈ້ງໃຫ້ຊາບກ່ຽວກັບການເຄື່ອນໄຫວອາສາສະໝັກ ຂອງຊຸມຊົນຫວຽດນາມ ຢູ່ Berlin ໃນສະພາບການລະບາດ. ປະຊາຄົມຊາວຫວຽດນາມໄດ້ຫຍິບຜ້າອັດປາກ, ບໍລິຈາກເງິນ, ສັ່ງຊື້ອຸປະກອນການແພດ ເພື່ອມອບໃຫ້ສະຖານທີ່ທາງການແພດ ຢູ່ Berlin.

ພ້ອມດຽວກັນນັ້ນ, ໃນບັນຊີ Facebook ແລະ Instagram ຂອງຫ້ອງການກະຊວງການຕ່າງປະເທດເຢຍລະມັນ ໃນວັນທີ 14 ເມສາ ໄດ້ລົງພິມບົດຄວາມໂດຍຮັບຮູ້ການສະໜັບສະໜູນຂອງລັດຖະບານຫວຽດນາມ ກໍ່ຄື ຊຸມຊົນຊາວຫວຽດນາມ ຢູ່ ເຢຍລະມັນ ໃນການຜ່ານຜ່າວິກິດການ ໂລກລະບາດ COVID-19.

ຕາມກະຊວງການຕ່າງປະເທດເຢຍລະມັນ, ປະຊາຄົມຊາວຫວຽດນາມ ຢູ່ ເຢຍລະມັນ ໄດ້ລະດົມຜ້າອັດປາກດ້ານການແພດ, ຜ້າອັດປາກເຮັດດ້ວຍຕົນເອງ, ຖົງມືປ້ອງກັນທາງການແພດເພື່ອບໍລິຈາກໃຫ້ບັນດາໂຮງໝໍ ແລະ ເຮືອນພະຍາບານ. ຮ້ານອາຫານຫວຽດນາມ ຫຼາຍແຫ່ງໃນປະເທດເຢຍລະມັນ ກໍ່ໄດ້ສະໜັບສະໜຸນອາຫານຫຼາຍພັນຢ່າງ ໃຫ້ແພດໝໍ ແລະ ພະຍາບານ.

ໜັງສືພິມເຊັກ ກໍ່ໄດ້ກ່າວເຖິງການເຄື່ອນໄຫວອາສາສະໝັກ ຂອງປະຊາຄົມຊາວຫວຽດນາມ

ອີງຕາມໜ້າ Twitter ຂອງຫ້ອງວ່າການລັດຖະບານສາທາລະນະລັດເຊັກ, ສະມາຄົມຊາວຫວຽດນາມ ຢູ່ ສາທາລະນະລັດເຊັກ ໄດ້ບໍລິຈາກຜ້າອັດປາກ 40.000 ອັນ, ສູນການຄ້າ SaPA ຂອງປະຊາຊົນຫວຽດນາມ ໄດ້ບໍລິຈາກຜ້າອັດປາກ 20.000 ອັນ. ບົດຂຽນຍັງໄດ້ສະແດງວ່າ "ການຊ່ວຍເຫຼືອຂອງ ຫວຽດນາມ ແລະ ຊຸມຊົນຊາວຫວຽດນາມມີຄວາມໝາຍຫຼາຍຕໍ່ພວກເຮົາ. ຂໍຂອບໃຈທຸກໆທ່ານທີ່ໄດ້ແບ່ງປັນ".

ຊາວຫວຽດນາມຢ ຕ າງປະເທດໄດ ເຜ ຍແຜ ຄວາມເຫ ນອ ກເຫ ນໃຈໃນໄລຍະເກ ດການລະບາດຂອງພະຍາດ covid 19
ອີງຕາມ ໜ້າ Twitter ຂອງຫ້ອງວ່າການລັດຖະບານສາທາລະນະລັດເຊັກ, ສະມາຄົມຊາວຫວຽດນາມ ຢູ່ ສາທາລະນະລັດເຊັກໄດ້ບໍລິຈາກ ຜ້າອັດປາກ 40.000 ອັນ, ສູນການຄ້າ SaPA ຂອງປະຊາຊົນຫວຽດນາມບໍລິຈາກ ຜ້າອັດປາກ 20.000 ອັນ.

ໜັງສືພິມຊູແອັດ ກໍ່ໄດ້ລາຍງານກ່ຽວກັບການເຄື່ອນໄຫວອາສາສະໝັກຂອງຊາວຫວຽດນາມ

ໜັງສືພິມ Sverigesradio.se ລາຍງານວ່າ ຊາວຫວຽດນາມ 18.000 ຄົນທີ່ພວມດຳລົງຊີວິດ ແລະ ເຮັດວຽກ ຢູ່ ຊູແອັດ ໄດ້ເຂົ້າຮ່ວມໃນການຕໍ່ສູ້ຕ້ານກັບ COVID-19 ຢູ່ ປະເທດຊູແອັດ. ຫລັງຈາກນັ້ນມື້ໜຶ່ງ ຈໍານວນເງິນທີ່ເກັບໄດ້ປະມານ 7000 USD, ໃຊ້ເພື່ອຊື້ອຸປະກອນປ້ອງກັນທາງການແພດຫລາຍຢ່າງເຊັ່ນ: ຖົງມື, ນ້ຳຢາຕ້ານເຊື້ອ, ຜ້າອັດປາກ... ເພື່ອມອບໃຫ້ໂຮງໝໍ 3 ແຫ່ງ ໃນ 3 ນະຄອນໃຫຍ່ຄື: Stockholm, Gothenburg ແລະ Malmoe.

ໜັງສືພິມ Standart ຂອງປະເທດໂອຕະລິດ ໄດ້ມີບົດວິຈານດ້ວຍຫົວຂໍ້ “ບໍ່ມີກໍລະນີໃດເສຍຊີວິດຍ້ອນພະຍາດໂຄວິດ-19 ແລະພຽງແຕ່ມີສອງກໍລະນີຕິດເຊື້ອໃໝ່ໃນເວລາ 11 ວັນ-ຫວຽດນາມ ໄດ້ກາຍເປັນແບບຢ່າງໃນການປ້ອງກັນ, ຕ້ານພະຍາດໂຄວິດ-19”.ບົດຂຽນໄດ້ເນັ້ນໜັກວ່າ ຫວຽດນາມ ເຊິ່ງແມ່ນປະເທດທີ່ພວມພັດທະນາ ແລະມີແຫຼ່ງກໍາລັງຈໍາກັດ, ແຕ່ສາມາດຄວບຄຸມພະຍາດໂຄວິດ-19 ໄດ້ເປັນຢ່າງດີດ້ວຍບັນດາມາດຕະການທີ່ມີລາຄາຕໍ່າ ແລະບໍ່ຕ້ອງນໍາໃຊ້ເຕັກໂນໂລຢີສູງເພື່ອປິ່ນປົວ.

ນັບແຕ່ວັນທີ 15 ເມສາ ມາຮອດປະຈຸບັນ, ພຽງແຕ່ມີສອງກໍລະນີຕິດເຊື້ອໃໝ່ຢູ່ ຫວຽດນາມ, ລວມຍອດຈຳນວນຜູ້ຕິດເຊື້ອພະຍາດໂຄວິດ-19 ແມ່ນ 168 ຄົນ. ໂດຍແມ່ນປະເທດມີເສັ້ນຊາຍແດນຕິດກັບຈີນ, ເປັນບ່ອນພົບເຫັນກໍລະນີຕິດພະຍາດ ໂຄວິດ-19 ທໍາອິດ, ແຕ່ມາຮອດປະຈຸບັນ, ຫວຽດນາມ ຍັງບໍ່ທັນມີຄົນເສຍຊີວິດຍ້ອນໂຄວິດ-19. ບົດຂຽນກໍ່ຄັດສະເໜີບາງວິຈານ ແລະຄາດຄະເນໃຫ້ຮູ້ວ່າພື້ນຖານເສດຖະກິດທີ່ມີພົນລະເມືອງ 95 ລ້ານຄົນ ແລະອີງໃສການສົ່ງອອກຂອງ ຫວຽດນາມ ຍັງຄົງມີສັນຍານເຕີບໂຕ ແລະບໍ່ຖືກເສຍຫາຍຫຼາຍຍ້ອນໂຄວິດ-19. ນີ້ແມ່ນຜົນງານເຊິ່ງຫຼາຍປະເທດພວມມຸ່ງຫວັງ.

ໄລ່ຮອດຕອນເຊົ້າວັນທີ 26 ເມສາ, ໂລກລະບາດ Covid – 19 ໄດ້ແຜ່ລາມອອກສູ່ 210 ປະເທດ ແລະ ເຂດແຄ້ວນ ໃນໂລກ, ດ້ວຍຜູ້ຕິດເຊື້ອພະຍາດ Covid – 19 ແມ່ນກ່ວາ 2,9 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດແມ່ນ 203.000 ຄົນ. ອາເມລິກາສືບຕໍ່ແມ່ນປະເທດມີຈຳນວນຜູ້ເສຍຊີວິດສູງທີ່ສຸດໃນໂລກ ດ້ວຍ 54.000 ຄົນໃນຈຳນວນຜູ້ຕິດເຊື້ອ 960.000 ຄົນ. ຖັດຈາກອາເມລິກາແມ່ນ ອີຕາລີ, ແອັດສະປາຍ, ຝລັ່ງ ແລະ ອັງກິດ. ເມື່ອຄິດໄລ່ຕາມພາກພື້ນແລ້ວ, ເອີລົບແມ່ນໃຈກາງແຜ່ລະບາດຂອງໂລກລະບາດ ໃນ ໂລກ, ມາຮອດປັດຈຸບັນ ມີຜູ້ຕິດເຊື້ອແມ່ນແມ່ນກ່ວາ 1,2 ລ້ານຄົນ ແລະ ມີຜູ້ເສຍຊີວິດແມ່ນ 120.000 ຄົນ. ໃນ ຮອບເວລາ 24 ຊົ່ວໂມງທີ່ຜ່ານມາ, ຈີນ ບໍ່ມີຜູ້ໃດເສຍຊີວິດຍ້ອນໂລກລະບາດ Covid – 19. ສ່ວນພາກພື້ນອາຊີຕາເວັນອອກສ່ຽງໃຕ້, ສິງກະໂປຍັງເປັນປະເທດທີ່ມີຜູ້ຕິດເຊື້ອຫຼາຍກວ່າໝູ່.
ຊາວຫວຽດນາມຢ ຕ າງປະເທດໄດ ເຜ ຍແຜ ຄວາມເຫ ນອ ກເຫ ນໃຈໃນໄລຍະເກ ດການລະບາດຂອງພະຍາດ covid 19 ປະທານ ໂຮ່ຈິມິນ ໃນໃຈຂອງຊາວອິນເດຍ

ຍສໝ - ເລື່ອງລາວໄດ້ເລົ່າຄືນໂດຍທ່ານ ຫງວຽນຢູວນຽນ ລັດຖະມົນຕີການຕ່າງປະເທດ ຫວຽດນາມ (ອາຍຸການ ໄລຍະປີ 2000-2006) ແລະ ທ່ານ ຟ້າມຫງາກ ອະດີດເອກອັກຄະລັດຖະທູດຫວຽດນາມປະຈຳ 5 ປະເທດເອີຣົບເໜືອ ເລົ່າເລື່ອງຕ່າງໆທີ່ກ່ຽວຂ້ອງເຖິງຄວາມສາມາດດ້ານການທູດຂອງ ລຸງໂຮ່.

ຊາວຫວຽດນາມຢ ຕ າງປະເທດໄດ ເຜ ຍແຜ ຄວາມເຫ ນອ ກເຫ ນໃຈໃນໄລຍະເກ ດການລະບາດຂອງພະຍາດ covid 19 ນາຍພົນທະຫານ ຫວຽດນາມ ໄດ້ກ່າວປະນາມການກະທຳ ຂອງຈີນ ຢູ່ ທະເລຕາເວັນອອກ

ຍສໝ - ທ່ານພົນຕີ ຄວັດຢີວຕຽນ, ທ່ານພົນຕີ ຫງວຽນກວກເທືອກ ໄດ້ກ່າວປະນາມການກະທຳຂອງຈີນ ທີ່ເຮັດໃຫ້ສະພາບການເພີ່ມຄວາມສັບສົນ ຢູ່ ທະເລຕາເວັນອອກ ແລະ ພາກພື້ນ ໃນໄລຍະມໍ່ໆມານີ້.

ຊາວຫວຽດນາມຢ ຕ າງປະເທດໄດ ເຜ ຍແຜ ຄວາມເຫ ນອ ກເຫ ນໃຈໃນໄລຍະເກ ດການລະບາດຂອງພະຍາດ covid 19 ສະມາຄົມຊາວຫວຽດນາມ ຢູ່ ກວາງຕຸ້ງ (ຈີນ) ໄດ້ບໍລິຈາກເງິນເກືອບ 100 ລ້ານດົ່ງເພື່ອຊ່ວຍເຫຼືອຫວຽດນາມໃນການຕໍ່ສູ້ກັບ COVID-19

ຍສໝ - ເມື່ອບໍ່ດົນມານີ້, ທີ່ສະຖານກົງສຸນໃຫຍ່ຫວຽດນາມປະຈຳ ແຂວງກວາງໂຈ, ທ່ານ ຫງວຽນວັນເຈືອງ ປະທານສະມາຄົມຊາວຫວຽດນາມຢູ່ ແຂວງກວາງຕຸ້ງປະເທດຈີນ ໄດ້ມອບເງິນ ຈຳນວນ 24.000 ຢວນ (ປະມານ 82 ລ້ານດົງ) ເຊິ່ງເປັນຈໍານວນເງິນບໍລິຈາກຂອງຊາວຫວຽດນາມຢູ່ແຂວງ ເພື່ອສະໜັບສະໜູນ ໃນການປ້ອງກັນພະຍາດ COVID-19 ຢູ່ ຫວຽດນາມ.

ໄຊພອນ

ເຫດການ
302 Found

Found

The document has moved here.