ລາຍງານໝາກຜົນການເຄື່ອນໄຫວອາຍຸການ 2023-2025 ທີ່ກອງປະຊຸມໃຫຍ່, ທ່ານ ຫງວຽນບິ່ງຄຽມ, ຮອງປະທານຜູ້ປະຈຳສະຫະພັນສະມາຄົມໃຫ້ຮູ້ວ່າ ສະມາຄົມໄດ້ຮັບການສ້າງຕັ້ງແຕ່ວັນທີ 6 ເມສາ 2023 ດ້ວຍເປົ້າໝາຍສາມັກຄີ, ເຕົ້າໂຮມບັນດາອົງການປະຊາຄົມຊາວ ຫວຽດນາມ ຢູ່ ຍີ່ປຸ່ນ.
![]() |
ກອງປະຊຸມໃຫຍ່ຜູ້ແທນອາຍຸການ 2025-2028 ຂອງສະຫະພັນສະມາຄົມຫວຽດນາມ ປະຈຳ ຍີ່ປຸ່ນ ໄດ້ໄຂຂຶ້ນໃນວັນທີ 6 ເມສາ ຢູ່ ຍີ່ປຸ່ນ. |
ໃນອາຍຸການທີ່ຜ່ານມາ, ສະຫະພັນສະມາຄົມໄດ້ສົມທົບກັນຢ່າງແໜ້ນແຟ້ນກັບສະຖານທູດຫວຽດນາມ ປະຈຳ ຍີ່ປຸ່ນ ແລະ ບັນດາອົງການຕາງໜ້າການທູດ ແລະ ອົງການຈັດຕັ້ງສາກົນ ເພື່ອຜັນຂະຫຍາຍການເຄື່ອນໄຫວຫຼາຍຢ່າງ ເພື່ອເພີ່ມທະວີການຮ່ວມມືຂອງປະຊາຄົມ, ໂຄສະນາຮູບພາບປະເທດຊາດ ແລະ ຊາວ ຫວຽດນາມ ເຖິງປະຊາຊົນປະເທດປະຈຳຖິ່ນ ພ້ອມກັບເພື່ອນມິດສາກົນ. ຈຸດພົ້ນເດັ່ນລວມມີບັນດາການເຄື່ອນໄຫວຄື: ລະດູບານໃໝ່ບ້ານເກີດເມືອງນອນ, ພິທີສະເຫຼີມສະຫຼອງວັນໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງ ; ງານບຸນສະບາຍດີ Saitama, ຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດຢູ່ຍີ່ປຸ່ນ ແລະ ຫວຽດນາມ...
![]() |
ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ຍີ່ປຸ່ນ ຟ້າມກວາງຫ້ຽວ ກ່າວຄຳປາໄສທີ່ອວຍພອນກອງປະຊຸມໃຫຍ່. |
ກ່າວຄຳປາໄສທີ່ກອງປະຊຸມໃຫຍ່, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ຟ້າມກວາງຫ້ຽວ ໄດ້ຕີລາຄາສູງບັນດາການເຄື່ອນໄຫວຢ່າງແທດຈິງ ເພື່ອຊຸມຊົນຂອງສະຫະພັນສະມາຄົມໃນອາຍຸການທີ່ຜ່ານມາ.
ທ່ານເອກອັກຄະລັດຖະທູດຢືນຢັນວ່າ ສະຖານທູດ ແລະ ບັນດາອົງການຜູ້ຕາງໜ້າການທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ຍາມໃດກໍ່ສະໜັບສະໜູນ ແລະ ໜູນຊ່ວຍບັນດາການເຄື່ອນໄຫວຂອງສະມາຄົມກໍ່ຄືບັນດາສະມາຄົມ ຫວຽດນາມ, ປະກອບສ່ວນສ້າງຮູບແບບປະຊາຄົມຊາວ ຫວຽດນາມ ສາມັກຄີ, ປະຕິບັດກົດໝາຍຂອງປະເທດເຈົ້າພາບ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາບ້ານເກີດເມືອງນອນ.
ທ່ານເອກອັກຄະລັດຖະທູດ ເນັ້ນໜັກວ່າ: ໃນຍຸກແຫ່ງການພັດທະນາປະເທດຊາດ, ປະຊາຄົມຊາວຫວຽດນາມ ອາໄສຢູ່ ຍີ່ປຸ່ນ ຕ້ອງປະກອບສ່ວນຢ່າງຕັ້ງໜ້າ ແລະ ມານະພະຍາຍາມກ່ວາອີກ ເພື່ອໃຫ້ບົດບາດເປັນປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດໃຫຍ່ອັນດັບ 2.
ທ່ານເອກອັກຄະລັດຖະທູດສະເໜີວ່າ ສະຫະພັນສະມາຄົມ ແລະ ສະມາຄົມສະມາຊິກຕ້ອງຈັດຕັ້ງ ແລະ ປະຕິບັດຕົວຈິງ, ມີວິທີ ແລະ ເປັນລະບົບ, ພິເສດແມ່ນໃນຂົງເຂດໜູນຊ່ວຍຄົນງານ, ເຜີຍແຜ່ກົດໝາຍຂອງປະເທດເຈົ້າພາບ, ໂຄສະນາວັດທະນະທຳຫວຽດນາມ, ສອນພາສາຫວຽດນາມ ໃຫ້ແກ່ລຸ້ນໜຸ່ມ... ພ້ອມກັນນັ້ນ, ເສີມຂະຫຍາຍບົດບາດນຳພາ ແລະ ໜູນຊ່ວຍບັນດາສະມາຄົມ, ສະຫະພັນໜຸ່ມໃນຂະບວນການຈັດຕັ້ງ ແລະ ດຳເນີນງານ.
ທີ່ກອງປະຊຸມໃຫຍ່, ທ່ານປອ ຫງວຽນຮົ່ງເຊີນ ໄດ້ຮັບເລືອກຕັ້ງເປັນປະທານສະຫະພັນບັນດາສະມາຄົມຫວຽດນາມ ຢູ່ ຍີ່ປຸ່ນ ໃນອາຍຸການທີ 2 (2025-2028). ທ່ານປອ ຫງວຽນຮົ່ງເຊີນ ປະຈຸບັນເປັນ CEO ຂອງກຸ່ມ Aikai ແລະ ໄດ້ຮັບການແຕ່ງຕັ້ງຈາກລັດຖະບານແຂວງ Ibaraki ເປັນກຳມະການ“ສະພາກວດກາແຜນການຮອບດ້ານແຂວງ Ibaraki” ອາຍຸການ 2025-2027.
ກ່າວຄຳປາໄສທີ່ການຮັບໜ້າທີ່, ທ່ານປະທານສະຫະພັນສະມາຄົມຊາວ ຫວຽດນາມ ປະຈຳ ຍີ່ປຸ່ນ ຫງວຽນຮົ່ງເຊີນ ແບ່ງປັນວ່າ: ຮູບແບບສະຫະພັນສະມາຄົມແມ່ນຮູບແບບການເຄື່ອນໄຫວໃໝ່. ໃນສະພາບການພົວພັນຫວຽດນາມ - ຍີ່ປຸ່ນ ພວມພັດທະນາອັນດີງາມ, ສະຫະພັນສະມາຄົມພ້ອມກັບບັນດາສະມາຄົມ, ຄະນະຊະມາຊິກຈະມານະພະຍາຍາມເພີ່ມທະວີບັນດາຂໍ້ລິເລີ່ມ, ຊຸກຍູ້ການພົວພັນສາມັກຄີກັບປະຊາຄົມຊາວ ຫວຽດນາມ ຢູ່ ຍີ່ປຸ່ນ.
![]() |
ບັນດາຜູ້ແທນຖ່າຍຮູບທີ່ລະນຶກຢູ່ກອງປະຊຸມໃຫຍ່. |
ສະມາຄົມຍັງໄດ້ວາງອອກບັນດາທິດທາງການເຄື່ອນໄຫວໃນອາຍຸການໃໝ່, ລວມມີ: ເພີ່ມທະວີການພົວພັນຮ່ວມມືກັບຊຸມຊົນ; ໜູນຊ່ວຍການເຊື່ອມໂຍງ ແລະ ພັດທະນາແບບຍືນຍົງໃຫ້ແກ່ຊາວ ຫວຽດນາມ ຢູ່ ຍີ່ປຸ່ນ; ຊຸກຍູ້ການພົວພັນແລກປ່ຽນວັດທະນະທຳ ຫວຽດນາມ - ຍີ່ປຸ່ນ ຜ່ານບັນດາການເຄື່ອນໄຫວສົ່ງເສີມ ແລະ ແລກປ່ຽນວັດທະນະທຳ; ສົ່ງເສີມໂອກາດທາງເສດຖະກິດ ແລະ ວິສາຫະກິດ; ການພັດທະນາເວທີດິຈິຕອນ ແລະ ນະວັດກໍາ.
![]() | ຊາວໜຸ່ມທຸກຄົນແມ່ນທູດແຫ່ງສັນຕິພາບ, ເປັນຂົວຕໍ່ສ້າງນ້ຳໃຈມິດຕະພາບ. ຍສໝ - ນີ້ແມ່ນຂໍ້ຄວາມແບ່ງປັນໂດຍທ່ານ ດົ່ງຮຸຍເກື່ອງ, ຮອງປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ (VUFO) ກັບບັນດາຜູ້ແທນທີ່ເຂົ້າຮ່ວມການໂອ້ລົມສົນທະນາທາງອອນໄລດ້ວຍຫົວຂໍ້ “ແບ່ງປັນມໍລະດົກ, ມຸ່ງໄປເຖິງອະນາຄົດ” ລະຫວ່າງຊາວໜຸ່ມ, ນັກສຶກສາອາເມລິກາ ແລະ ຊາວໜຸ່ ຫວຽດນາມ, ລາວ, ກຳປູເຈຍ ແລະ ໄທ ໄດ້ດຳເນີນໃນວັນທີ 28 ມີນາ. |
ມີງດຶກ