ປະທານ ໂຮ່ຈິມິນ ໃນໃຈຂອງຊາວອິນເດຍ

06:02 | 27/04/2020

ຍສໝ - ເລື່ອງລາວໄດ້ເລົ່າຄືນໂດຍທ່ານ ຫງວຽນຢູວນຽນ ລັດຖະມົນຕີການຕ່າງປະເທດ  ຫວຽດນາມ (ອາຍຸການ ໄລຍະປີ 2000-2006) ແລະ ທ່ານ ຟ້າມຫງາກ ອະດີດເອກອັກຄະລັດຖະທູດຫວຽດນາມປະຈຳ 5 ປະເທດເອີຣົບເໜືອ ເລົ່າເລື່ອງຕ່າງໆທີ່ກ່ຽວຂ້ອງເຖິງຄວາມສາມາດດ້ານການທູດຂອງ ລຸງໂຮ່.    

ປະທານ ໂຮ ຈ ມ ນ ໃນໃຈຂອງຊາວອ ນເດຍ ນາຍພົນທະຫານ ຫວຽດນາມ ໄດ້ກ່າວປະນາມການກະທຳ ຂອງຈີນ ຢູ່ ທະເລຕາເວັນອອກ
ປະທານ ໂຮ ຈ ມ ນ ໃນໃຈຂອງຊາວອ ນເດຍ ປະຊາຄົມຊາວຫວຽດນາມຢູ່ Irkutsk ບໍລິຈາກຜ້າອັດປາກ 4.000 ອັນ ໃຫ້ແກ່ຂະບວນການອາສາສະໝັກ ຢູ່ ລັດເຊຍ
ປະທານ ໂຮ ຈ ມ ນ ໃນໃຈຂອງຊາວອ ນເດຍ
ລຸງໂຮ່ ແລະ ປະທານາທິບໍດີອິນເດຍ ໃນການຢ້ຽມຢາມອິນເດຍໃນປີ 1959.(ພາບ: ອີນເຕີແນດ)

ເລື່ອງລາວໄດ້ເລົ່າຄືນໂດຍທ່ານ ຫງວຽນຢູວນຽນ ລັດຖະມົນຕີການຕ່າງປະເທດ (ອາຍຸການ ໄລຍະປີ 2000-2006) ແລະ ທ່ານ ຟ້າມຫງາກ ອະດີດເອກອັກຄະລັດຖະທູດຫວຽດນາມປະຈຳ 5 ປະເທດເອີຣົບເໜືອ ເລົ່າເລື່ອງຕ່າງໆທີ່ກ່ຽວຂ້ອງເຖິງຄວາມສາມາດດ້ານການທູດຂອງ ລຸງໂຮ່.

ນອກຈາກການທູດການເມືອງທີ່ມີພອນສະຫວັນ, ປະທານ ໂຮ່ຈີມິນ ກໍ່ໄດ້ຮັບຄວາມຊົມເຊີຍຈາກເພື່ອນມິດສາກົນກ່ຽວກັບທັກສະທີ່ຫາຍາກຂອງວຽກງານການທູດປະຊາຊົນ. ຜູ້ທີ່ໂຊກດີທີ່ໄດ້ເຮັດວຽກກັບ ລຸງໂຮ່ ມີຄວາມຊົງຈຳທີ່ບໍ່ອາດລືມໄດ້ເມື່ອເວົ້າເຖິງປະທານ ໂຮ່ຈີມິນ.

ທ່ານ ຫງວຽນຢູວນຽນ ລັດຖະມົນຕີການຕ່າງປະເທດ, ເມື່ອເພິ່ນເປັນນັກແປພາສາໃຫ້ ລຸງໂຮ່, ມີຄວາມຊົງຈຳທີ່ໜ້າຈົດຈຳຫຼາຍຢ່າງເມື່ອເວົ້າເຖິງ ລຸງໂຮ່.

ປີ 1958, ລຸງໂຮ່ ໄດ້ໄປຢ້ຽມຢາມອິນເດຍ. ກ່ອນໜ້ານັ້ນ, ຂ້ອຍໄດ້ຖືກສົ່ງໄປປະເທດອິນເດຍເພື່ອຮຽນພາສາ Hindhi, ກະກຽມການໄປຢ້ຽມຢາມອິນເດຍ ຂອງ ລຸງໂຮ່ ໃນຄັ້ງນີ້ ແລະ ເປັນກຽດທີ່ໄດ້ເປັນຜູ້ແປພາສາໃຫ້ ລຸງໂຮ່ ໃນໄລຍະ ລຸງໂຮ່ ຢູ່ ປະເທດອິນເດຍ.

ຄວາມປະທັບໃຈຢ່າງເລິກເຊິ່ງ ແລະ ເປັນກຽດຢ່າງຍິ່ງສຳລັບຂ້ອຍແມ່ນຄັ້ງທຳອິດທີ່ຂ້ອຍໄດ້ອ່ານບົດປາໄສ ຂອງລຸງໂຮ ທີ່ໄດ້ແປເປັນພາສາ Hindhi. ໃນການຢ້ຽມຢາມຄັ້ງນີ້, ໃນງານລ້ຽງທີ່ຈັດໂດຍ ທ່ານ J. Nehru ນາຍົກລັດຖະມົນຕີອິນເດຍ ເຊິ່ງທີ່ມີເຍື່ອງອາຫານໄກ່ທ້ອງຖິ່ນທີ່ມີຊື່ສຽງຫຼາຍ.

ຊາວອິນເດຍບໍ່ໄດ້ໃຊ້ບ່ວງ ແລະ ສ້ອມເພື່ອກິນໃນຂະນະທີ່ໃຊ້ນິ້ວມື 5 ນິ້ວເພື່ອເອົາອາຫານ. ລັດຖະມົນຕີກະຊວງການຕ່າງປະເທດອິນເດຍກໍ່ຢາກຈັບເອົາອາຫານດ້ວຍມືຂອງລາວ. ແຕ່ວ່າໃນງານລ້ຽງລະດັບສາກົນບັນດາຜູ້ແທນທຸກຄົນຕ້ອງໃຊ້ມີດ, ບ່ວງ ແລະ ສ້ອມເພື່ອໃຫ້ສຸພາບ.

ໃນເວລາທີ່ເຍື່ອງອາຫານໄກ່ໄດ້ເອົາມາໄວ້ຢຸ່ເທິງໂຕະ, ບັນດາຜູ້ແທນອິນເດຍເບິ່ງຄືວ່າບໍ່ຄຸ້ນເຄີຍກັບການໃຊ້ມີດແລະສ້ອມ.

ລຸງໂຮ່ ແມ່ນຜູ້ສັງເກດການຫຼາຍ, ເພິ່່ນໄດ້ກ່າວຕໍ່ ທ່ານ J. Nehru ນາຍົກລັດຖະມົນຕີ ວ່າ: ໄກ່ຕ້ອງໄດ້ຮັບປະທານດ້ວຍມືເພື່ອຈະແຊບ, ຖ້າການກິນໄກ່ດ້ວຍສ້ອມ ແລະ ບ່ວງ ແມ່ນຄືກັບເວົ້າກັບຄົນຮັກທີ່ຕ້ອງຜ່ານນາຍແປພາສາ. ເມື່ອລຸງໂຮ່ເວົ້າແນວນັ້ນ, ຜູ້ແທນທຸກຄົນໃນງານຫຼ້ຽງກໍ່ໄດ້ຫົວດັງຂຶ້ນ, ເຮັດໃຫ້ບັນຍາກາດງານລ້ຽງມີຄວາມມ່ວນຊື່ນ ແລະ ສະໜິດສະໜົມ.

ປະທານ ໂຮ ຈ ມ ນ ໃນໃຈຂອງຊາວອ ນເດຍ ຫວຽດນາມ ສືບຕໍ່ໜູນຊ່ວຍ ລາວ ໃນການຕ້ານພະຍາດ COVID-19

ຍສໝ - ເມື່ອບໍ່ດົນມານີ້, ທະຫານຊາຍແດນ ແທງຮວາ ໄດ້ຈັດພິທີມອບຮັບເຄື່ອງອຸປະກອນການແພດດ້ວຍມູນຄ່າທັງໝົດ 175 ລ້ານດົ່ງ ໃຫ້ແກ່ແຂວງຫົວພັນ ສປປ.ລາວ ເພື່ອຕ້ານພະຍາດ COVID-19.

ປະທານ ໂຮ ຈ ມ ນ ໃນໃຈຂອງຊາວອ ນເດຍ ວັດ ເຝີດຕິກ ໄດ້ມອບເຄື່ອງຊ່ວຍເຫຼືອ ໃຫ້ແກ່ບັນດາຄອບຄົວຊາວຫວຽດນາມ ຢູ່ ລາວເພື່ອຜ່ານຜ່າຄວາມຫຍຸ້ງຍາກທີ່ເກີດຈາກໂລກລະບາດ COVID-19

ຍສໝ - ໃນວັນທີ 24 ເມສາ, ວັດ ເຝີດຕິກ ຢູ່ ນະຄອນຫຼວງວຽງຈັນ ໄດ້ສົມທົບກັບບັນດານັກທຸລະກິດ, ຜູ້ໃຈບຸນໃຈກຸສົນ ໄດ້ຈັດຕັ້ງພິທີມອບຮັບເຄື່ອງຊ່ວຍເຫຼືອ 200 ສ່ວນ ເພື່ອສະໜັບສະໜູນບັນດາຄອບຄົວຫວຽດນາມ ຢູ່ ລາວທີ່ປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດ COVID-19.

ປະທານ ໂຮ ຈ ມ ນ ໃນໃຈຂອງຊາວອ ນເດຍ ແຂວງ ກຽນຢາງ ສສ.ຫວຽດນາມ ໄດ້ໜູນຊ່ວຍຊາວຫວຽດນາມ ຢູ່ ກຳປູເຈຍດ້ວຍຈຳນວນເງິນກວ່າ 200 ລ້ານດົ່ງເພື່ອຕ້ານພະຍາດ COVID-19

ຍສໝ - ຫວ່າງມໍ່ໆມານີ້, ແຂວງ ກຽນຢາງ ໄດ້ ໜູນຊ່ວຍຊາວຫວຽດນາມ ທີ່ປະສົບສະພາບການຫຍຸ້ງຍາກທີ່ສຸດຢູ່ ແຂວງ Preah Sihanouk (ກຳປູເຈຍ) ດ້ວຍຈໍານວນເງິນ 217.200.000 ດົ່ງ ເພື່ອເອົາຊະນະຜົນສະທ້ອນຂອງໂຄງການ COVID-19.

ໄຊພອນ

ເຫດການ
302 Found

Found

The document has moved here.