ນາຍພົນທະຫານ ຫວຽດນາມ ໄດ້ກ່າວປະນາມການກະທຳ ຂອງຈີນ ຢູ່ ທະເລຕາເວັນອອກ

16:30 | 26/04/2020

ຍສໝ - ທ່ານພົນຕີ ຄວັດຢີວຕຽນ, ທ່ານພົນຕີ ຫງວຽນກວກເທືອກ ໄດ້ກ່າວປະນາມການກະທຳຂອງຈີນ ທີ່ເຮັດໃຫ້ສະພາບການເພີ່ມຄວາມສັບສົນ ຢູ່ ທະເລຕາເວັນອອກ ແລະ ພາກພື້ນ ໃນໄລຍະມໍ່ໆມານີ້.    

ນາຍພ ນທະຫານ ຫວຽດນາມ ໄດ ກ າວປະນາມການກະທຳ ຂອງຈ ນ ຢ ທະເລຕາເວ ນອອກ ອະດີດລັດຖະມົນຕີການຕ່າງປະເທດ ຟີລິບປິນ ຄັດຄ້ານເລື່ອງຈີນສ້າງຕັ້ງບັນດາເມືອງໃໝ່ ຢູ່ ທະເລຕາເວັນອອກ
ນາຍພ ນທະຫານ ຫວຽດນາມ ໄດ ກ າວປະນາມການກະທຳ ຂອງຈ ນ ຢ ທະເລຕາເວ ນອອກ ສະມາຊິກສະພາສູງສະຫະລັດອາເມລິກາກ່າວປະນາມການກະທຳຂອງຈີນໃນເຫດຕຳເຮືອຫາປາຫວຽດນາມ ຈົມນ້ຳ ຢູ່ ທະເລຕາເວັນອອກ

ໃນໄລຍະທີ່ຜ່ານມາ, ສະພາບການຢູ່ທະເລຕາເວັນອອກມີບັນດາການຜັນແປທີ່ສັບສົນເນື່ອງຈາກ ຈີນ ໄດ້ດຳເນີນການເຄື່ອນໄຫວທີ່ຜິດກົດໝາຍ ຢູ່ ເຂດ ໝູ່ເກາະ ຮວ່າງຊາ ແລະ ເຈື່ອງຊາ ຂອງຫວຽດນາມ, ຈີນ ໄດ້ລະເມີດຢ່າງຮ້າຍແຮງຕໍ່ອະທິປະໄຕ ແລະ ສິດອະທິປະໄຕຂອງຫວຽດນາມ, ເກີດຄວາມສ່ຽງຕໍ່ຄວາມບໍ່ ໝັ້ນຄົງ ແລະ ຄວາມປອດໄພຂອງການເດີນທະເລ ແລະ ການບິນໃນທະເລຕາເວັນອອກ.

ນາຍພ ນທະຫານ ຫວຽດນາມ ໄດ ກ າວປະນາມການກະທຳ ຂອງຈ ນ ຢ ທະເລຕາເວ ນອອກ
ທ່ານພົນຕີ ຄວັດຢີວຕຽນ.(ພາບ:VOV)

ກະຊວງບໍລິຫານຈີນ ໄດ້ອອກແຈ້ງການເມືອວັນທີ 18 ເມສາ ເຊິ່ງໃຫ້ຮູ້ວ່າ, ລັດຖະບານ ຈີນເມື່ອບໍ່ດົນມານີ້ ໄດ້ອະນຸມັດຜ່ານຂໍ້ຕົກລົງສ້າງຕັ້ງອັນທີ່ໄດ້ເອີ້ນວ່າ “ເມືອງຊີຊາ” ແລະ “ເມືອງ ໜານຊາ” ຂຶ້ນກັບ "ນະຄອນຕ້າມຊາ” ແຂວງໄຮໜານ. ນີ້ແມ່ນການກະທຳທີ່ໄດ້ລະເມີດກົດໝາຍສາກົນ, ພິເສດແມ່ນລະເມີດອະທິປະໄຕທີ່ບໍ່ອາດໂຕ້ຖຽງໄດ້ຂອງ ຫວຽດນາມ ສຳລັບ 2 ໝູ່ເກາະ ຮ່ວາງຊາ ແລະ ເຈືອງຊາ, ກະຊວງບໍລິຫານຂອງຈີນຍັງມີການກະທຳຢ່າງບັງອາດເຊິ່ງໄດ້ກຳນົດວ່າ ສຳນັກງານຂອງອັນທີ່ເອີ້ນວ່າ “ເມືອງເກາະ ຊີຊາ” ຈະຕັ້ງຢູ່ເກາະ ຝູເລິມ ຂຶ້ນກັບໝູ່ເກາະຮ່ວາງຊາ ຂອງ ຫວຽດນາມ; ສຳນັກງານຂອງອັນທີ່ເອີ້ນວ່າ “ເມືອງເກາະໜານຊາ” ຈະຖືກຕັ້ງຢູ່ຫາດດອນຫີນ ຈື໊ເທິບ ຂຶ້ນກັບໝູ່ເກາະເຈືອງຊາຂອງ ຫວຽດນາມ.

ແບ່ງປັນກັບ VOV, ທ່ານພົນຕີ ຄວັດຢີວຕຽນ, ອະດີດຜູ້ບັນຊາການກອງພົນທີ 3 ໃຫ້ຮູ້ວ່າ: ການກະທຳ ຂອງຈີນ ຢູ່ ທະເລຕາເວັນອອກ ໃນມໍ່ໆນີ້ແມ່ນບໍ່ສາມາດຍອມຮັບໄດ້. ຈີນ ໄດ້ລະເມີດກົດໝາຍສາກົນຢ່າງໂຫດຮ້າຍ, ລະເມີດສົນທິສັນຍາສາກົນກ່ຽວກັບກົດໝາຍທະເລປີ 1982, ເຊິ່ງຈີນໄດ້ລົງນາມ ແລະ ໃຫ້ສັດຕະຍາບັນ. ຫວຽດນາມ ແລະ ປະຊາຄົມສາກົນ ໄດ້ກ່າວປະນາມ ແລະ ຈະດຳເນີນການຢ່າງແທ້ຈິງເພື່ອປົກປ້ອງຄວາມຈິງ.

ຕາມທ່ານພົນຕີ ຄວັດຢີວຕຽນ ແລ້ວ, ຫວຽດນາມ ມີຫຼັກຖານປະຫວັດສາດ ແລະ ພື້ນຖານດ້ານກົດໝາຍ ທີ່ພຽງພໍເພື່ອຢັ້ງຢືນອະທິປະໄຕຕໍ່ໝູ່ເກາະ ຮວ່າງຊາ ແລະ ເຈື່ອງຊາ. ເອກະສານປະຫວັດສາດເຫລົ່ານີ້ຍັງຖືກຮັກສາໄວ້, ກໍ່ໄດ້ຂຽນເປັນຕົວອັກສອນ ຈີນ ແລະ ຄົນຈີນກໍ່ໄດ້ອ່ານເອກະສານນີ້ຫຼາຍ.

ນາຍພ ນທະຫານ ຫວຽດນາມ ໄດ ກ າວປະນາມການກະທຳ ຂອງຈ ນ ຢ ທະເລຕາເວ ນອອກ
ທ່ານພົນຕີ ຫງວຽນກວກເທືອກ.(ພາບ:VOV/KT)

ຕໍ່ໜ້າການປະພຶດທີ່ບໍ່ຖືກຕ້ອງຂອງຈີນໃນໄລຍະມໍ່ໆມານີ້, ທ່ານພົນຕີ ຫງວຽນກວກເທືອກ, ອະດີດຜູ້ບັນຊາການທະຫານເຂດ 4, ອະດີດສະມາຊິກສະພາແຫ່ງຊາດໃຫ້ຮູ້ວ່າ, ເມື່ອປະຊາຄົມສາກົນສຸມທຸກແຫຼ່ງກຳລັງຂອງຕົນເພື່ອຕໍ່ສູ້ກັບ COVID- 19, ຈີນໄດ້ສວຍໃຊ້ສະຖານະການດັ່ງກ່າວເພື່ອດຳເນີນການກະທຳເກາະຜິດ ຢູ່ ທະເລຕາເວັນອອກ.

ເລື່ອງຈີນສ້າງຕັ້ງອັນທີ່ໄດ້ເອີ້ນວ່າ “ເມືອງຊີຊາ” ແລະ “ເມືອງ ໜານຊາ” ຂຶ້ນກັບ "ນະຄອນຕ້າມຊາ” ແຂວງໄຮໜານ ແມ່ນການກະທຳທີ່ໜ້າກ່າວໂທດທີ່ສຸດ.

ທ່ານພົນຕີ ຫງວຽນກວກເທືອກ ໃຫ້ຮູ້ວ່າ, ຫວຽດນາມແມ່ນປະເທດທີ່ຮັກຫອມສັນຕິພາບ, ແຕ່ເມື່ອປະເທດຊາດຕົກ ຢູ່ ໃນອັນຕະລາຍ ກໍ່ຈະພ້ອມແລ້ວທີ່ຈະຕໍ່ສູ້ເພື່ອປົກປ້ອງເອກະລາດ, ເສລີພາບ, ປົກປັກຮັກສາອະທິປະໄຕເຂດດິນແດນກໍ່ຄືສິດ ແລະ ຜົນປະໂຫຍດ ຂອງຫວຽດນາມ ຢູ່ ທະເລຕາເວັນອອກ.

ນາຍພ ນທະຫານ ຫວຽດນາມ ໄດ ກ າວປະນາມການກະທຳ ຂອງຈ ນ ຢ ທະເລຕາເວ ນອອກ ອະດີດລັດຖະມົນຕີການຕ່າງປະເທດ ຟີລິບປິນ ຄັດຄ້ານເລື່ອງຈີນສ້າງຕັ້ງບັນດາເມືອງໃໝ່ ຢູ່ ທະເລຕາເວັນອອກ

ຍສໝ - ຕໍ່ໜ້າເລື່ອງ ລັດຖະບານຈີນ ໄດ້ປະກາດການສ້າງຕັ້ງອັນທີ່ເອີ້ນວ່າ“ເມືອງຊີຊາ” ແລະ “ເມືອງ ໜານຊາ” (ໝາຍເຖິງເຂດໝູ່ເກາະຮ່ວາງຊາຂອງຫວຽດນາມ) ທ່ານອະດີດລັດຖະມົນຕີການຕ່າງປະເທດ ຟີລິບປິນ ໄດ້ຖືວ່າ ລັດຖະບານ ຟິລິບປິນ ຄວນຕ້ອງຄັດຄ້ານເລື່ອງຈີນຖະແຫຼງສ້າງຕັ້ງອັນທີ່ໄດ້ເອີ້ນວ່າ ເມືອງຊີຊາ ແລະ ເມືອງໜານຊາ.

ນາຍພ ນທະຫານ ຫວຽດນາມ ໄດ ກ າວປະນາມການກະທຳ ຂອງຈ ນ ຢ ທະເລຕາເວ ນອອກ ສະມາຊິກສະພາສູງສະຫະລັດອາເມລິກາກ່າວປະນາມການກະທຳຂອງຈີນໃນເຫດຕຳເຮືອຫາປາຫວຽດນາມ ຈົມນ້ຳ ຢູ່ ທະເລຕາເວັນອອກ

ຍສໝ - ຫລັງຈາກສະມາຊິກສະພາສູງອາເມລິກາ 4 ຄົນໄດ້ກ່າວປະນາມການກະທຳຂອງ ຈີນ, ສະມາຊິກສະພາສູງ ຜູ້ທີ 5, ທ່ານ Tom Cotton, ໄດ້ອອກຖະແຫຼງການກ່າວປະນາມການກະທຳຂອງ ຈີນໃນເຫດຕຳເຮືອຫາປາຫວຽດນາມຈົມນ້ຳຢູ່ເຂດທະເລຂຶ້ນກັບໝູ່ເກາະ ເຈືອງຊາ ຂອງ ຫວຽດນາມຢູ່ທະເລຕາເວັນອອກ.

ນາຍພ ນທະຫານ ຫວຽດນາມ ໄດ ກ າວປະນາມການກະທຳ ຂອງຈ ນ ຢ ທະເລຕາເວ ນອອກ ກະຊວງປ້ອງກັນປະເທດ ອາເມລິກາ ໄດ້ອອກຖະແຫຼງການກ່າວປະນາມການກະທຳຂອງ ຈີນໃນເຫດຕຳເຮືອຫາປາຫວຽດນາມຈົມນ້ຳຢູ່ ທະເລຕາເວັນອອກ.

ຍສໝ - ຖະແຫຼງການຂອງ ກະຊວງປ້ອງກັນປະເທດ ອາເມລິກາໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ຂໍ້ມູນຂ່າວສານກ່ຽວກັບເຫດກ່ຳປັ່ນຕຳຫຼວດທະເລຈີນ ໄດ້ ແຕະຕ້ອງ ແລະ ຕຳເຮືອຫາປາຂອງ ຫວຽດນາມຈົມນ້ຳຢູ່ບໍລິເວນໃກ້ກັບໝູ່ເກາະເຈືອງຊາ.

ໄຊພອນ

ເຫດການ
302 Found

Found

The document has moved here.