ບົດອວຍພອນປີໃໝ່ລາວ ປີຊວດ ພສ 2563 ຂອງທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ

13:46 | 13/04/2020

ເນື່ອງ​ໃນ​ໂອ​ກາດ ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນ​ຮັບ​ປີ​ໃໝ່​ລາວ, ທ່ານ ບຸນ​ຍັງ ວໍ​ລະ​ຈິດ ​ໄດ້​ກ່າວອວຍ​ພອນ​ໃຫ້ ພີ່​ນ້ອງ ຮ່ວມ​ຊາດ ແລະ ເຊື້ອ​ຊາດ​ລາວ ຈົ່ງ​ມີ​ແຕ່​ໂຊກ​ໄຊ, ຜົນ​ສຳ​ເລັດ​ໃຫຍ່ ແລະ ຢູ່​ເປັນ​ເປັນ​ສຸກ​ມາ​ສູ່​ປວງ​ຊົນ​ລາວ​ທັງ​ຊາດ.

ບ ດອວຍພອນປ ໃໝ ລາວ ປ ຊວດ ພສ 2563 ຂອງທ ານ ບ ນຍ ງ ວ ລະຈ ດ ປະທານປະເທດ ແຫ ງ ສປປ ລາວ ບົດປາໄສ ຂອງສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ
ບ ດອວຍພອນປ ໃໝ ລາວ ປ ຊວດ ພສ 2563 ຂອງທ ານ ບ ນຍ ງ ວ ລະຈ ດ ປະທານປະເທດ ແຫ ງ ສປປ ລາວ ສະຫາຍ ບຸນຍັງ ວໍລະຈິດ ຕ້ອນຮັບຄະນະຜູ້ແທນທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ເຂົ້າຢ້ຽມຂ່ຳນັບ
ບ ດອວຍພອນປ ໃໝ ລາວ ປ ຊວດ ພສ 2563 ຂອງທ ານ ບ ນຍ ງ ວ ລະຈ ດ ປະທານປະເທດ ແຫ ງ ສປປ ລາວ
ທ່ານ ບຸນ​ຍັງ ວໍ​ລະ​ຈິດ ປະ​ທ​ານ​ປະ​ເທດ ແຫ່ງ ສປປ ລາວ

ທ່ານ​ປະ​ທານ​ປະ​ເທດ​ໄດ້​ກ່າວ​ວ່າ:

ພີ່ນ້ອງຮ່ວມຊາດ ແລະ ເຊື້ອຊາດລາວ ທີ່ຮັກແພງທັງຫຼາຍ,

ໃນໂອກາດສົ່ງທ້າຍປີເກົ່າ ປີກຸນ ພສ 2562 ແລະ ຕ້ອນຮັບປີໃໝ່ ປີ ຊວດ ພສ 2563 ເຊິ່ງເປັນປາງບຸນໜຶ່ງໃນຮີດ 12 ທີ່ໄດ້ປະຕິບັດສືບທອດກັນມາແຕ່ບູຮານນະການ ຈາກ ບັນພະບູລຸດຂອງພວກເຮົາ,

ຂ້າພະເຈົ້າ ຂໍຖືໂອກາດອັນເປັນສິລິມຸງຄຸນນີ້ ສົ່ງຄໍາອວຍພອນອັນປະເສີດມາຍັງພີ່ນ້ອງຮ່ວມຊາດ ຕະຫຼອດເຖິງຄົນເຊື້ອຊາດລາວ ທຸກທ່ານ ທີ່ອາໃສຢູ່ຕ່າງປະເທດກໍຄືຊາວຕ່າງປະເທດທີ່ດຳລົງຊີວິດ, ປະຕິບັດໜ້າທີ່ ແລະ ທໍາມາຫາກິນ ຢູ່ ສປປ ລາວ. ຂໍໃຫ້ທຸກໆທ່ານຈົ່ງມີສຸຂະພາບເຂັ້ມແຂງ, ພາລະນາໄມສົມບູນ, ສຸກກາຍ ສຸກໃຈ ແລະ ມີຄວາມຈະເລີນກ້າວໜ້າ ທຸກປະການ.

ພີ່ນ້ອງຮ່ວມຊາດ ແລະ ເຊື້ອຊາດລາວ ທີ່ຮັກແພງທັງຫຼາຍ,

ໃນປີເກົ່າ ພສ 2562 ທີ່ ພວມກ້າວລ່ວງໄປນີ້ ເປັນປີແຫ່ງຄວາມພະຍາຍາມບຸກບືນຂອງທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ໃນການອອກແຮງແຂ່ງຂັນກັນຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ 10 ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງລັດ 5 ປີ ຄັ້ງທີ 8 ຢ່າງເປັນຂະບວນຟົດຟື້ນ

ໂດຍໄດ້ຮັບໝາກຜົນທີ່ເປັນຮູບປະທໍາໃນຫຼາຍດ້ານ. ພ້ອມດຽວກັນ, ຂ້າພະເຈົ້າມີຄວາມພາກພູມໃຈທີ່ເຫັນວ່າ ຕະຫຼອດໄລຍະ ໜຶ່ງປີທີ່ຜ່ານມາ, ພາຍໃຕ້ການນໍາພາຢ່າງໃກ້ຊິດຂອງພັກ-ລັດ ແລະ ການປະກອບສ່ວນຢ່າງຕັ້ງໜ້າຂອງປະຊາຊົນລາວບັນດາເຜົ່າ,

ສປປ ລາວ ສາມາດສ້າງຜົນງານອັນໃຫຍ່ຫຼວງຫຼາຍດ້ານ, ມີສະຖຽນລະພາບດ້ານການເມືອງຢ່າງໜັກ ແໜ້ນ, ເສດຖະກິດແຫ່ງຊາດໄດ້ຮັບການພັດທະນາຢ່າງຕໍ່ເນື່ອງດ້ວຍຈັງຫວະການຂະຫຍາຍຕົວ 6,4%, ລວມຍອດຜະລິດຕະພັນພາຍໃນ ສະເລ່ຍຕໍ່ຫົວຄົນ ໄດ້ 2.683 ໂດລາສະຫະລັດ; ຂົງເຂດການສຶກສາ, ວັດທະນະທໍາ-ສັງຄົມກໍໄດ້ຮັບການເອົາໃຈໃສ່ຢ່າງຈິງຈັງ, ລະບົບການເມືອງ-ການປົກຄອງ ໄດ້ຮັບການປັບປຸງໃຫ້ມີຄວາມໜັກແໜ້ນເຂັ້ມແຂງກວ່າເກົ່າ; ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ປະຊາຊົນລາວເຮົາມີຄວາມສາມັກຄີປອງດອງເປັນປຶກແຜ່ນ, ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ ກໍໄດ້ຮັບການປັບປຸງແກ້ໄຂໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ, ເກີດມີຄອບຄົວຕົວແບບພົ້ນທຸກນັບມື້ນັບຫຼາຍ; ການພົວພັນຮ່ວມມືລະຫວ່າງປະເທດເຮົາກັບບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນສືບຕໍ່ໄດ້ຮັບການເສີມຂະຫຍາຍ ຢ່າງມີປະສິດທິຜົນ ແລະ ຖານະບົດບາດອິດທິພົນ ຂອງ ສປປ ລາວ ນັບມື້ສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ.

ນະໂອກາດນີ້, ຂ້າພະເຈົ້າຂໍຕາງໜ້າໃຫ້ການນໍາພັກ-ລັດ ສະແດງຄວາມຊົມເຊີຍສັນລະເສີນ, ຄວາມຂອບໃຈຢ່າງຈິງໃຈມາຍັງສະມາຊິກພັກ, ພະນັກງານ, ທະຫານ, ຕໍາຫຼວດ ແລະ ພີ່ນ້ອງຮ່ວມຊາດທຸກເຜົ່າ-ທຸກຊັ້ນຄົນໃນຂອບເຂດທົ່ວປະເທດ, ພີ່ນ້ອງເຊື້ອຊາດລາວທີ່ຢູ່ຕ່າງປະເທດ ທີ່ໄດ້ປະກອບສ່ວນເຂົ້າໃນພາລະກິດລວມ ຂອງຊາດດ້ວຍຄວາມເປັນເຈົ້າການ, ຫ້າວຫັນຕະຫຼອດປີທີ່ຜ່ານມາ.

ພີ່ນ້ອງຮ່ວມຊາດ ແລະ ເຊື້ອຊາດລາວ ທີ່ຮັກແພງທັງຫຼາຍ,

ປີຊວດ ພສ 2563 ທີ່ພວມກ້າວເຂົ້າມາ ເປັນປີທີ່ມີຄວາມໝາຍສໍາຄັນ ສໍາລັບ ສປປ ລາວ ເຮົາ, ຊຶ່ງເປັນປີມ້ວນທ້າຍແຫ່ງການຈັດຕັ້ງຜັນຂະຫຍາຍໜ້າທີ່ວຽກງານຫຼາຍຢ່າງທີ່ສໍາຄັນຂອງພັກ ແລະ ຂອງຊາດ. ໃນນັ້ນ, ພວກເຮົາຈະໄດ້ພ້ອມກັນສຸມໃສ່ການແກ້ໄຂຄວາມທຸກຍາກຂອງປະຊາຊົນ, ໂດຍສະເພາະການຟື້ນຟູປົວແປງຊີວິດການເປັນຢູ່ຂອງປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດທໍາມະຊາດໃນຫວ່າງແລ້ວນີ້ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ ແລະ ຈັດຕັ້ງປະຕິບັດເປົ້າໝາຍ “ສູ້ຊົນພັດທະນາປະເທດເຮົາໃຫ້ຫຼຸດພົ້ນອອກຈາກສະຖານະພາບ ຄວາມດ້ອຍພັດທະນາໃນອານາຄົດອັນໃກ້ນີ້ ເພື່ອກ້າວໄປສູ່ປະເທດກໍາລັງພັດທະນາ ທີ່ມີລາຍຮັບປານກາງສູງຕາມທິດພັດທະນາສີຂຽວ ແລະ ຍືນຍົງເມື່ອເຖິງປີ 2030”.

ເຖິງຢ່າງໃດກໍຕາມ, ການບັນລຸເປົ້າໝາຍດັ່ງກ່າວ ຖືເປັນພາລະກິດອັນໜັກໜ່ວງຂອງ ພັກ-ລັດ ແລະ ປວງຊົນລາວທັງຊາດ ເນື່ອງຈາກ ສປປ ລາວ ຍັງປະສົບກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ຍ້ອນເກີດໄພພິບັດທໍາມະຊາດ, ພະຍາດລະບາດ ແລະ ໄພແຫ້ງແລ້ງຖະຫຼົ່ມໃສ່ປະເທດພວກເຮົາຫຼາຍຄັ້ງໃນຊຸມປີຜ່ານມາ. ຍິ່ງໄປກວ່ານັ້ນ, ປັດຈຸບັນຫຼາຍປະເທດໃນທົ່ວໂລກລວມທັງ ສປປ ລາວ ເຮົາ ພວມປະເຊີນກັບວິກິດການແຜ່ລະບາດຮ້າຍແຮງຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂຣກສາຍພັນໃໝ່ ໂຄວິດ-19 ເຊິ່ງໄດ້ສົ່ງຜົນກະທົບເປັນວົງກວ້າງຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະ ການດໍາລົງຊີວິດຂອງບັນດາປະຊາຊາດໃນໂລກ.

ເວົ້າສະເພາະຢູ່ ສປປ ລາວ ເຮົາ, ພັກ ແລະ ລັດຖະບານ ແມ່ນມີຄວາມເປັນຫ່ວງເປັນໄຍທີ່ສຸດໃນການກັນ, ໂຕ້ຕອບ ແລະ ແກ້ໄຂກ່ຽວກັບພະຍາດນີ້, ໃນນັ້ນ ໄດ້ມີການຕິດຕາມສະພາບການຢ່າງໃກ້ຊິດ, ປະເມີນສະຖານະການຢ່າງສະໝ່ຳສະເໝີ ເພື່ອວາງມາດຕະການໃຫ້ເໝາະສົມ ແລະ ເຂົ້າກັບສະພາບການຢ່າງທັນເວລາ ເພື່ອຫຼຸດຜ່ອນການເຈັບເປັນຂອງປະຊາຊົນ ແລະ ຈໍາກັດການແຜ່ລະບາດຂອງພະຍາດໃນຄັ້ງນີ້ໃຫ້ຢູ່ໃນວົງແຄບ. ດັ່ງນັ້ນ, ຂ້າພະເຈົ້າຈຶ່ງຂໍຮຽກຮ້ອງມາຍັງສ່ວນບຸກຄົນ, ນິຕິບຸກຄົນ ແລະ ພາກສ່ວນຕ່າງໆໃນສັງຄົມ ທັງພາກລັດ ແລະ ເອກະຊົນ ຈົ່ງໃຫ້ການຮ່ວມມື ແລະ ປະຕິບັດຕາມມາດຕະການຕ່າງໆ ທີ່ທາງຄະນະສະເພາະກິດໄດ້ປະກາດອອກໄປແລ້ວນັ້ນຢ່າງເຂັ້ມງວດ.

ພ້ອມດຽວກັນ, ຂ້າພະເຈົ້າ ຂໍຖືໂອກາດນີ້ ຕາງໜ້າໃຫ້ພັກ-ລັດ ແລະ ປະຊາຊົນລາວ ສະແດງຄວາມຮູ້ບຸນຄຸນ ແລະ ຄວາມຂອບໃຈຢ່າງຈິງໃຈມາຍັງບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນຕ່າງໆ ທີ່ໄດ້ໃຫ້ການຊ່ວຍເຫຼືອຢ່າງທັນການ ຕໍ່ພາລະກິດດັ່ງກ່າວນີ້ດ້ວຍ.

ພີ່ນ້ອງຮ່ວມຊາດ ແລະ ເຊື້ອຊາດລາວ ທີ່ຮັກແພງທັງຫຼາຍ,

ຕໍ່ໜ້າສະພາບການດັ່ງທີ່ກ່າວມາຂ້າງເທິງນັ້ນ, ຂ້າພະເຈົ້າຈຶ່ງຂໍຮຽກຮ້ອງອີກເທື່ອໜຶ່ງມາຍັງພີ່ນ້ອງຮ່ວມຊາດ, ສະມາຊິກພັກ, ພະນັກງານ, ທະຫານ, ຕໍາຫຼວດ ຈົ່ງພ້ອມກັນເພີ່ມທະວີຮັກສາມູນເຊື້ອຄວາມສາມັກຄີອັນເປັນປຶກແຜ່ນແໜ້ນໜາ, ຜ່ານຜ່າສະພາບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍທົດສອບໃນປັດຈຸບັນ, ສືບຕໍ່ເສີມຂະຫຍາຍ ຜົນສໍາເລັດອັນດີງາມ ແລະ ຕັ້ງໜ້າແກ້ໄຂຈຸດອ່ອນຂໍ້ຄົງຄ້າງໃນປີທີ່ຜ່ານມາໃຫ້ຫຼຸດໜ້ອຍຖອຍລົງ; ພີ່ນ້ອງເຊື້ອຊາດລາວຢູ່ຕ່າງປະເທດ ຈົ່ງອ່ວຍໜ້າກັບມາຫາປະເທດບ້ານເກີດຂອງເຊື້ອເຜົ່າພົງພັນພວກເຮົາ ຮ່ວມກັບປະຊາຊົນໃນຊາດ ເພື່ອຮ່ວມກັນເຮັດໃຫ້ປະເທດຊາດທີ່ແສນຮັກຂອງພວກເຮົາ ມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມ ມີຄວາມສາມັກຄີປອງດອງ, ມີປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລຍິ່ງໆຂຶ້ນໄປ.

ຂໍອວຍພອນໃຫ້ປີໃໝ່ ປີຊວດ ພສ 2563 ນຳເອົາໂຊກໄຊ, ຜົນສຳເລັດໃໝ່ ແລະ ຄວາມຢູ່ເຢັນເປັນສຸກ ມາສູ່ປວງຊົນລາວທັງຊາດດ້ວຍເທີ້ນ.

ສະບາຍດີປີໃໝ່

ບ ດອວຍພອນປ ໃໝ ລາວ ປ ຊວດ ພສ 2563 ຂອງທ ານ ບ ນຍ ງ ວ ລະຈ ດ ປະທານປະເທດ ແຫ ງ ສປປ ລາວ ບົດປາໄສ ຂອງສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ

ໜ້າປະຫວັດສາດຍຸກໃໝ່ ຂອງຊາດລາວ ທີ່ຖືກສ້າງຂຶ້ນດ້ວຍການເສຍ ສະລະອັນໃຫຍ່ຫລວງ ແລະ ເຕັມໄປດ້ວຍວິລະກໍາ ອັນອົງອາດກ້າແກ່ນ ຊຶ່ງປະຊາຊົນລາວທັງຊາດ ມີຄວາມເອກອ້າງ ທະນົງໃຈນັ້ນ ຈະໄດ້ຮັບການສືບຕໍ່ ເສີມຂະຫຍາຍ ແລະ ຍົກລະດັບດ້ວຍຄວາມຈົງຮັກພັກດີ ຂອງສະມາຊິກພັກ, ພະນັກງານ ແລະ ປວງຊົນລາວ ຮຸ່ນສືບທອດຕໍ່ໆໄປ.

ບ ດອວຍພອນປ ໃໝ ລາວ ປ ຊວດ ພສ 2563 ຂອງທ ານ ບ ນຍ ງ ວ ລະຈ ດ ປະທານປະເທດ ແຫ ງ ສປປ ລາວ ລັດຖະບານ​ ​ແຫ່ງ ສປປ ລາວ ​ຖື​ສໍາຄັນ​ການ​ເຝົ້າ​ລະວັງ ​ແລະ ປ້ອງ​ກັນ​ພະ​ຍາດ​ອັກ​ເສບປອດ​ສາຍ​ພັນ​ໃໝ່​​ໄວຣັສ ​ໂຄ​ວິດ-2019

ລັດຖະບານລາວ ໄດ້ມີຄວາມເປັນຫ່ວງ ແລະ ໄດ້ແຕ່ງຕັ້ງຄະນະກຳມະການສະເພາະກິດ ເພື່ອຕິດຕາມເຝົ້າລະວັງສະພາບຢ່າງໃກ້ຊິດ ແລະ ວາງມາດຕະການໃນການປ້ອງກັນ ເພື່ອບໍ່ໃຫ້ພະຍາດດັ່ງກ່າວລະບາດຢູ່ລາວ, ທັງຕິດຕາມສະພາບນັກສຶກສາລາວ ທີ່ກຳລັງສຶກສາຢູ່ ສປ ຈີນ ຢ່າງເປັນປົກກະຕິ.

ບ ດອວຍພອນປ ໃໝ ລາວ ປ ຊວດ ພສ 2563 ຂອງທ ານ ບ ນຍ ງ ວ ລະຈ ດ ປະທານປະເທດ ແຫ ງ ສປປ ລາວ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຢ້ຽມຢາມ ສປ ຈີນ ຢ່າງເປັນທາງການ

ໂດຍຕອບສະໜອງ ຕາມການເຊຶ້ອເຊີນຂອງ ສະຫາຍ ຫລີ ເຄີ້ສຽງ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາຊົນຈີນ, ສະຫາຍ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສາ ທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມຄະນະ ໄດ້ດຳເນີນການຢ້ຽມຢາມ ສາທາລະນະລັດ ປະຊາຊົນຈີນ ຢ່າງເປັນທາງການ ໃນລະຫວ່າງວັນທີ 5-9 ...

pasaxon.org.la

ເຫດການ
302 Found

Found

The document has moved here.