ສະຫາຍ ບຸນຍັງ ວໍລະຈິດ ຕ້ອນຮັບຄະນະຜູ້ແທນທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ເຂົ້າຢ້ຽມຂ່ຳນັບ

16:36 | 26/12/2019

ຍສໝ - ໃນວັນທີ 25 ທັນວານີ້, ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບຄະນະຜູ້ແທນທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ ນຳໂດຍ ສະຫາຍນາງ ຫງວຽນເຝືອງງາ ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ເນື່ອງໃນໂອກາດ ເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມງານສະເຫຼີມສະຫຼອງວັນທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມປະຕິບັດໜ້າທີ່ສາກົນຊ່ວຍເຫຼືອລາວ ຄົບຮອບ 70 ປີ.

ສະຫາຍ ບຸນຍັງ ວໍລະຈິດ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນສະໜິດສະໜົມ ພ້ອມທັງຢືນຢັນຢ່າງໜັກແໜ້ນ ແລະ ຕີລາຄາສູງຕໍ່ການມາເຮັດວຽກໃນຄັ້ງນີ້ ຂອງຄະນະຜູ້ແທນທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເດີນທາງມາຮ່ວມຊຸມນຸມໃຫຍ່ສະເຫຼີມສະຫຼອງວັນອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ ປະຕິບັດໜ້າທີ່ສາກົນຊ່ວຍເຫຼືອລາວ ຄົບຮອບ 70 ປີ.

ສະຫາຍ ບຸນຍັງ ວໍລະຈິດ ຕ້ອນຮັບຄະນະຜູ້ແທນທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ເຂົ້າຢ້ຽມຂ່ຳນັບ

ສະຫາຍ ບຸນຍັງ ວໍລະຈິດ ແລະ ສະຫາຍນາງ ຫງວຽນເຝືອງງາ. (ພາບ: nhandan.com.vn)

ສາຍພົວພັນຮ່ວມມືລະຫວ່າງສອງຊາດ ລາວ - ຫວຽດນາມ ນັ້ນແມ່ນການຮ່ວມມືແບບພິເສດທີ່ມີມູນເຊື້ອມາເປັນເວລາຍາວນານ, ນັບຕັ້ງແຕ່ການຮ່ວມມືຮ່ວມຂຸມຄອງອັນດຽວກັນຕໍ່ສູ້ຕ້ານຈັກກະພັດຜູ້ຮຸກຮານ ເຊິ່ງເປັນການຮ່ວມມືທີ່ສຳຄັນທີ່ການນຳກະຊວງປ້ອງກັນປະເທດ, ກໍຄືການນຳພັກ - ລັດ ສອງປະເທດສະໜັບສະໜູນ ແລະ ເຊື່ອໝັ້ນວ່າການຮ່ວມມື ສອງຝ່າຍລະຫວ່າງສອງກອງທັບ ລາວ ແລະ ຫວຽດນາມ ຈະນັບມື້ສວຍງາມ ແລະ ມີປະສິດທິຜົນປະກອບສ່ວນເສີມສ້າງຄວາມເຊື່ອໝັ້ນເຊິ່ງກັນ ແລະ ກັນໃນພາລະກິດການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ສອງ ກອງທັບ ແລະ ປະຊາຊົນສອງຊາດໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ, ປະກອບສ່ວນປົກປັກຮັກສາສະຖຽນ ລະພາບທາງດ້ານການເມືອງ ແລະ ຄວາມໝັ້ນຄົງຂອງສອງປະເທດ ແລະ ເສີມສ້າງໃນການຮັກສາ ສັນຕິພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ ແລະ ໃນໂລກ.

ສະຫາຍນາງ ຫງວຽນເຝືອງງາ ກໍໄດ້ສະແດງຄວາມຂອບອົກຂອບໃຈຕໍ່ ສະຫາຍ ບຸນຍັງ ວໍລະຈິດ ທີ່ໃຫ້ການຕ້ອນຮັບອັນອົບອຸ່ນ, ພ້ອມທັງລາຍງານຈຸດປະສົງຂອງການມາຢ້ຽມຢາມ ແລະ ເຮັດວຽກຢູ່ໃນ ສປປ ລາວ ໃນຄັ້ງນີ້ພ້ອມນີ້ຍັງໄດ້ກ່າວວ່າຈະສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງານ ເພື່ອສ້າງສາ ພັດທະນາສອງຊາດຫວຽດນາມ - ລາວ ໃຫ້ນັບມື້ນັບລໍາ້ລວຍຮັ່ງມີມັງຄັງເຂັ້ມແຂງ.

ໂອກາດດຽວກັນນີ້, ທາງຄະນະຜູ້ແທນທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ກໍຍັງໄດ້ເດີນທາງໄປວາງພວງມາລາ ຢູ່ສຸສານນັກຮົບປະຕິວັດແຫ່ງຊາດຫຼັກ 24, ຫໍມູນເຊື້ອປະທານສຸພານຸວົງ, ຫໍມູນເຊື້ອ ປະທານ ໄກສອນ ພົມວິຫານ ແລະ ຫໍຈາລຶກວິລະບູລຸດນັກຮົບປະສົມ ລາວ-ຫວຽດນາມ. ໃນວັນທີ 24 ທັນວານີ້, ຄະນະຜູ້ແທນທະຫານອາສາສະໝັກ ແລະ ຊ່ຽວ ຊານຫວຽດນາມ ກໍໄດ້ເຂົ້າພົບປະກັບສະຫາຍ ນາງ ສູນທອນ ໄຊຍະຈັກ ຫົວໜ້າຄະນະພົວພັນຕ່າງ ສູນກາງພັກ ພ້ອມດ້ວຍຄະນະການພົບປະໃນຄັ້ງນີ້ທັງສອງຝ່າຍກໍໄດ້ແລກປ່ຽນຄວາມຄິດເຫັນເຊິ່ງກັນ ແລະກັນ ເຊິ່ງເຕັມໄປດ້ວຍບັນຍາກາດຄວາມຮັກແພງສາມັກຄີໄມຕິຈິດມິດມິດຕະພາບ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.