ບົດປາໄສ ຂອງສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ

11:31 | 22/03/2020

ໜ້າປະຫວັດສາດຍຸກໃໝ່ ຂອງຊາດລາວ ທີ່ຖືກສ້າງຂຶ້ນດ້ວຍການເສຍ ສະລະອັນໃຫຍ່ຫລວງ ແລະ ເຕັມໄປດ້ວຍວິລະກໍາ ອັນອົງອາດກ້າແກ່ນ ຊຶ່ງປະຊາຊົນລາວທັງຊາດ ມີຄວາມເອກອ້າງ ທະນົງໃຈນັ້ນ ຈະໄດ້ຮັບການສືບຕໍ່ ເສີມຂະຫຍາຍ ແລະ ຍົກລະດັບດ້ວຍຄວາມຈົງຮັກພັກດີ ຂອງສະມາຊິກພັກ, ພະນັກງານ ແລະ ປວງຊົນລາວ ຮຸ່ນສືບທອດຕໍ່ໆໄປ.

ບົດປາໄສ ຂອງສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ

ສະຫາຍ ບຸນຍັງ ວໍລະຈິດ

ພີ່ນ້ອງຮ່ວມຊາດ ແລະ ບັນດາສະຫາຍທັງຫລາຍ !
ພັກເຮົາກໍາເນີດເກີດຂຶ້ນຈາກ ຄວາມຮຽກຮ້ອງຕ້ອງການ ຂອງຂະບວນການຕໍ່ສູ້ ຂອງປະຊາຊົນບັນດາເຜົ່າ ຕ້ານການຮຸກຮານຈາກຕ່າງຊາດ, ທັງແມ່ນໝາກຜົນທີ່ຕ້ອງເປັນໄປ ຂອງປະຫວັດສາດໃນຍຸກໃໝ່ທີ່ຕ້ອງ ປະສານສົມທົບລະຫວ່າງ ການຕໍ່ສູ້ ປົດປ່ອຍຊາດກັບການ ປະຕິວັດຕາມເສັ້ນທາງ ສັງຄົມນິຍົມຂອງລັດທິມາກ-ເລນິນ. ພັກເຮົານັບແຕ່ມື້ກໍາເນີດ ກໍ່ຜະເຊີນໜ້າໂດຍກົງກັບ ອິດທິກໍາລັງຮຸກຮານ ທີ່ເຂັ້ມແຂງທີ່ສຸດ, ແຕ່ຍ້ອນສາມາດສົມທົບ ລະຫວ່າງໜ້າທີ່ ປົດປ່ອຍຊາດກັບໜ້າທີ່ ປົດປ່ອຍສັງຄົມ, ເອົາຂະບວນການຕໍ່ສູ້ ຂອງປະຊາຊົນບັນດາເຜົ່າ ຕ້ານການຮຸກຮານຕິດພັນ ກັບກະແສຟອງຂອງ ຂະບວນການປະຕິວັດ ທາງຊົນຊັ້ນຂອງຊົນຊັ້ນ ກໍາມະກອນຢູ່ໃນອິນດູຈີນ ແລະ ໃນໂລກ ຈຶ່ງເຮັດໃຫ້ພັກເຮົາໄດ້ຮັບ ການສະໜັບສະໜູນ ທັງຈາກປະຊາຊົນພາຍໃນປະເທດ ທັງຈາກທຸກກໍາລັງປະຕິວັດ ແລະ ກ້າວໜ້າບົນເວທີສາກົນ ຊຶ່ງເປັນປັດໄຈຄໍ້າປະກັນ ການເຕີບໃຫຍ່ເຂັ້ມແຂງ ຂອງພັກເຮົາຕະຫລອດມາທັງເປັນສິ່ງ ຄໍ້າປະກັນໄຊຊະນະຂອງພາ ລະກິດປະຕິວັດ ພາຍໃຕ້ການ ນໍາພາຂອງພັກ. ການນໍາພາຂອງພັກ ເຖິງຈະຜ່ານເສັ້ນທາງອັນລະອິດລະອ້ຽວ, ຍືດເຍື້ອຍາວນານ, ບາງໄລຍະກໍ່ຕົກຢູ່ໃນ ສະພາບທີ່ແສນອັດຕະຄັດ ຄືຈະກ້າວຜ່ານບໍ່ໄດ້, ແຕ່ໃນທີ່ສຸດກໍ່ສາມາດ ຜ່ານຜ່າໄດ້ທັງສາມາດ ຍາດໄຊຊະນະຈາກໄຊຊະນະນີ້ ສູ່ໄຊຊະນະໃໝ່ ທີ່ໃຫຍ່ຫລວງກວ່າເກົ່າ, ສາມາດນໍາພາປະຊາຊົນ ຂັບໄລ່ຜູ້ຮຸກຮານ, ໂຄ່ນລົ້ມອໍານາດການປົກຄອງ ແບບຂຸນເສິກ-ສັກດິນາ ກາຍເປັນພັກກໍາອໍານາດ ແລະ ນໍາພາປະຊາຊົນກ້າວສູ່ໄລຍະ ຂອງການປະຕິບັດ ສອງໜ້າທີ່ຍຸດທະສາດ: ປົກປັກຮັກສາ ແລະ ສ້າງສາປະເທດຊາດ, ສ້າງ ແລະ ຂະຫຍາຍລະບອບ ປະຊາທິປະໄຕປະຊາຊົນກ້າວ ຂຶ້ນສູ່ຈຸດໝາຍສັງຄົມນິຍົມ. ປັດຈຸບັນ​ນີ້, ປະ​ເທດ​ຊາດ​ຂອງ​ພວກ​ເຮົາ ມີ​ສະຖຽນ​ລະ​ພາບ​ທາງ​​ການ​ເມືອງ, ​ເສດຖະກິດ-ສັງຄົມ ​ໄດ້​ຮັບ​ການ​ພັດທະນາຢ່າງ​ຕໍ່​ເນື່ອງ, ຖານະ​ບົດບາດ ຊື່​ສຽງ​ຂອງ ສປປ ລາວ ນັບ​ມື້​ນັບ​​ໄດ້​ພົ້ນ​ເດັ່ນ​ຂຶ້ນ ໃນ​ພາກ​ພື້ນ ​ແລະ ​ສາກົນ.

ຜ່ານໄລຍະເວລາ 65 ປີ, ພັກເຮົາມີບົດບາດຕັດສິນ ຂະບວນວິວັດການຕໍ່ສູ້ປົດປ່ອຍຊາດ, ເປີດສັງກາດໃໝ່ໃຫ້ແກ່ ການສ້າງສາພັດທະນາປະເທດຊາດ ອັນແສນຮັກຂອງພວກເຮົາ. ພັກສາມາດປະຕິບັດບົດບາດ ທາງປະຫວັດສາດ ອັນສະຫງ່າອົງອາດ ດັ່ງກ່າວກໍ່ຍ້ອນວ່າ:

ໜຶ່ງ: ພັກຖືການປົດປ່ອຍຊາດ, ນໍາເອົາເອກະລາດ, ອິດສະລະພາບຂອງຊາດ ກໍ່ຄືຄວາມສະເໝີພາບ, ເປັນເຈົ້າຕົນເອງ ແລະ ຄວາມສົມບູນພູນສຸກ ຂອງປະຊາຊົນເປັນກົກ, ມີຄວາມເອກະພາບ ລະຫວ່າງ ອຸດົມການຂອງຊົນ ຊັ້ນກໍາມະກອນ ກັບແນວທາງ ແລະ ເປົ້າໝາຍພັດທະນາ ປະເທດຊາດ, ພັກບໍ່ມີຜົນປະໂຫຍດອື່ນໃດ ນອກຈາກນໍາເອົາຄວາມ ສົມບູນພູນສຸກຂອງປະຊາຊົນ ແລະ ຄວາມຈະເລີນວັດ ທະນາຂອງປະເທດຊາດ, ຕາມເສັ້ນທາງສັງຄົມນິຍົມ ສະເໝີຕົ້ນສະເໝີປາຍ.

ສອງ: ພັກເຮົາຍາມໃດກໍຢຶດໝັ້ນ ບັນດາຫລັກການແຫ່ງການ ກໍ່ສ້າງພັກແບບໃໝ່ຕາມ ລັດທິມາກ-ເລນິນ, ເດັດດ່ຽວປະຕິບັດຫລັກ ການລວມສູນປະຊາທິປະໄຕ, ສົ່ງເສີມການຕິຊົມຕົນເອງ ແລະ ຕິຊົມກັນພາຍໃນພັກ, ຕ້ານລັດທິເອກະຊົນ, ສວຍໂອກາດ ທຸກຮູບແບບ, ເຮັດໃຫ້ພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ.

ສາມ:ໃນອົງການນໍາພາ ສູງສຸດຂອງພັກເຮົາ ຍາມໃດກໍ່ມີຄວາມສາມັກຄີ ເປັນເອກະພາບຢ່າງໜັກແໜ້ນ ທັງໃນໄລຍະທີ່ມີຄວາມຫຍຸ້ງຍາກ, ຂັບຂັນ, ຫົວລ້ຽວຫົວຕໍ່ຊຶ່ງອັນນັ້ນ ແມ່ນມູນເຊື້ອສຸດທີ່ປະເສີດ ຂອງພັກເຮົາທີ່ພວກເຮົາມີ ຄວາມຮັບຜິດຊອບ ໃນການປົກປ້ອງ, ເສີມຂະຫຍາຍຕໍ່ໄປ.

ສີ່: ພັກເຮົາ ຍາມໃດກໍ່ສະໜິດຕິດແໜ້ນກັບປະຊາຊົນ, ຈົງຮັກພັກດີ, ຊື່ສັດບໍລິສຸດຕໍ່ປະຊາຊົນ, ເດີນຕາມແນວທາງມະຫາຊົນ, ຖືປະຊາຊົນເປັນກົກ, ຮັກສາ ແລະ ເສີມຂະຫຍາຍທາດແທ້ ແລະ ມູນເຊື້ອປະຕິວັດ ທີ່ມາຈາກປະຊາຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນຢ່າງແທ້ຈິງ, ເຮັດໃຫ້ພັກເຕີບໃຫຍ່ ຂະຫຍາຍຕົວຂຶ້ນຢ່າງບໍ່ຢຸດຢັ້ງ.

ຫ້າ: ພັກເຮົາໄດ້ສົມທົບຢ່າງແໜ້ນແຟ້ນ ລະຫວ່າງລັດທິຮັກຊາດອັນແທ້ຈິງ ກັບລັດທິສາກົນອັນຜ່ອງໃສ.ໝາກຜົນທີ່ພັກເຮົາຍາດມາໄດ້ໃນ 65 ປີ ແມ່ນໃຫຍ່ຫລວງ ແລະ ພວກເຮົາສົມແລ້ວທີ່ ຈະເອກອ້າງພາກພູມໃຈ ແລະ ສ້າງຄວາມເຊື່ອໝັ້ນ ຕໍ່ອະນາຄົດຂອງຊາດ ແລະ ຂອງການປະຕິວັດ, ແຕ່ພວກເຮົາກໍ່ຕ້ອງຮັບ ຮູ້ໃຫ້ຈະແຈ້ງວ່າບົນເສັ້ນທາງ ແຫ່ງການກ້າວຂຶ້ນນັ້ນ ໂດຍສະເພາະ ກ້າວເຂົ້າສູ່ທົດສະວັດໃໝ່ ທີ່ມີການປ່ຽນແປງໄວວາ ແລະ ເຕັມໄປດ້ວຍສິ່ງທ້າທາຍ ນານາປະການ. ສະນັ້ນ ຍິ່ງກວ່າເວລາໃດໝົດມູນເຊື້ອ, ບົດຮຽນ ແລະ ຜົນສໍາເລັດໃນການນໍາພາ ຂອງພັກເຮົາຕະຫລອດ ໄລຍະທີ່ຜ່ານມາຕ້ອງໄດ້ຮັບການ ເສີມຂະຫຍາຍຢ່າງແຂງແຮງ, ທົ່ວພັກ, ທົ່ວລັດ, ທົ່ວປວງຊົນເຮົາ ຕ້ອງເພີ່ມທະວີຄວາມສາມັກ ຄີເປັນປຶກແຜ່ນແໜ້ນໜາ, ເສີມຂະຫຍາຍຈິດໃຈຮັກຊາດ, ຕິດພັນກັບຮັກລະບອບໃໝ່, ເຊີດຊູຈິດໃຈເອກະລາດ, ເປັນເຈົ້າຕົນເອງສ້າງຄວາມເຂັ້ມ ແຂງດ້ວຍຕົນເອງ, ສືບຕໍ່ກ້າວຂຶ້ນຕາມເສັ້ນທາງ ທີ່ພັກວາງອອກຢ່າງໜັກແໜ້ນ.

ໃນໂອກາດອັນມີຄວາມສໍາຄັນນີ້ ແລະ ຢືນຢູ່ຕໍ່ໜ້າການເລັ່ງທວງ ຂອງສະພາບການໃນໄລຍະໃໝ່, ຂ້າພະເຈົ້າ ຂໍຮຽກຮ້ອງທົ່ວພັກ, ທົ່ວປວງຊົນຈົ່ງສູ້ຊົນ ຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ X ໃຫ້ບັນລຸຕາມຄາດໝາຍ ທີ່ພັກວາງອອກ ພ້ອມທັງກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ ແຕ່ລະຂັ້ນກ້າວເຖິງດໍາ ເນີນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ສ້າງພື້ນຖານອັນໜັກແໜ້ນ ໃຫ້ແກ່ການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃນຊຸມປີຕໍ່ໜ້າໂດຍສຸມໃສ່ບາງ ເນື້ອໃນຕົ້ນຕໍ ດັ່ງນີ້:

ໜຶ່ງ.ປັບປຸງ​ໂຄງ​ສ້າງ ເສດຖະກິດຢ່າງ​ເປັນ​ລະບົບ, ຮອບດ້ານ ​ແລະ ​ເລິກ​ເຊິ່ງ ຮັບປະກັນ​ການ​ພັດທະນາ ​ເສດຖະກິດ​​ແຫ່ງ​ຊາດເຂັ້ມ​ແຂງ ​ແລະ ຍືນ​ຍົງ; ເສີມຂະຫຍາຍທ່າແຮງບົ່ມຊ້ອນ ຂອງຊາດຕິດພັນ ກັບ​ການ​ພັດທະນາ ​ບັນດາ​ຂະແໜງ​ເສດຖະກິດ​ປາຍ​ແຫລມ ແລະ​ ການ​ພັດທະນາ​ເຂດ​ແຄວ້ນຢ່າງ ມີ​ຈຸດ​ສຸມ; ບູລະນະ​ກົນ​ໄກ​​ເສດຖະກິດຕະຫລາດ ພາຍ​ໃຕ້ການ​ນໍາພາ​ຂອງ​ພັກ, ກໍານົດ​​ແຈ້ງແຜນ​ຍຸດ​ທະ​ສາດ ​ແລະ ​ແຜນ​ພັດທະນາ​ ເສດຖະກິດ​-ສັງຄົມ ​ພາຍ​ໃຕ້​ການ​ຄົ້ນຄວ້າ ​ທີ່​ມີ​ພື້ນຖານ​ວິທະຍາສາດ ​ເພື່ອ​ວາງ​ຍຸດ​ທະ​ສາດ ​ແລະ ​ນິຕິ​ກໍາທີ່​ເປັນ​ລະບົບ ​ຊຶ່ງຕ້ອງ​ເລີ່​ມຈາກຕະຫລາດ, ທຶນ ​ແລະ​ ເຕັກ​ໂນ​ໂລ​ຊີ​ແນ​ໃສ່ ​ຮັບປະກັນ​ທິດຍືນ​ຍົງ ​ແລະ​ ສີຂຽວ; ສ້າງ​ຄວາມ​ສົມ​ດູ​ນ ລະຫວ່າງ​ລົງທຶນ​ດ້ານ​ພື້ນຖານ​ ເສດຖະກິດ-​ເຕັກນິກ ​ແລະ​ ການ​ພັດທະນາ​ສັງຄົມ ​ໂດຍ​ຖື​ການ​ພັດທະນາ​ຄົນ ​ເປັນ​ໃຈກາງ; ການພັດທະນາໃນຊຸມປີຕໍ່ໜ້າ ຕ້ອງຫັນປ່ຽນການພັດທະນາ ທີ່​ເນັ້ນການນໍາໃຊ້ ຊັບພະຍາກອນທໍາມະຊາດ ເພື່ອສ້າງພື້ນຖານເສດຖະກິດ ເປັນຫລັກມາເປັນ ການພັດນາທີ່ສຸມໃສ່ “ຄົນ” ເປັນ​ໃຈກາງ ຫລື ເປັນເປົ້າໝາຍສຸດທ້າຍ ຂອງການພັດທະນາ ພ້ອມ​ທັງປັບປຸງປ່ຽນແປງ ຮູບແບບການວາງແຜນ, ການຊຸກຍູ້ຕິດຕາມ ແລະ ປະເມີນຜົນການຈັດຕັ້ງປະຕິບັດ ແຜນແບບກວມລວມ ທີ່ມີຄວາມເຊື່ອມໂຍງ, ປະສານສົມທົບແໜ້ນ ລະຫວ່າງ ຂະແໜງການ ແລະ ທ້ອງຖິ່ນໃຫ້ຫລາຍຂຶ້ນ; ປັບປ່ຽນວິທີການພັດທະນາ ໂດຍສຸມໃສ່ການພັດທະນາ ທີ່ເພີ່ມປະສິດທິພາບຂອງບຸກຄົນ ໃຫ້ສູງຂຶ້ນທາງຮ່າງກາຍ, ຈິດໃຈ ແລະ ສະຕິປັນຍາເພື່ອໃຫ້ກາຍເປັນ ທຶນມະນຸດທີ່ມີຄຸນນະພາບ, ສາມາດປັບໂຕ ໃຫ້ເຂົ້າກັບສະພາບ ການຜັນແປຕ່າງໆ ໄດ້ຢ່າງຮອບດ້ານ.

ສອງ. ປົກ​ປັກ​ຮັກສາ​ສະພາບ​ ແວດ​ລ້ອມຢ່າງ​ເຂັ້ມ​ແຂງ ​ແລະຈິງ​ຈັງ; ​ຕ້ອງ​ບຸກທະລຸ​ຈິນຕະນາ ການດ້ານສິ່ງ​ແວດ​ລ້ອມ, ຕ້ອງ​ເດັດດ່ຽວ​ຕ້ານ​ກັບ​ ການ​ຝືນ​ກົດ​ເກນ​ທໍາ​ມະ​ຊາດ, ຄົນກັບ​ສິ່ງ​ແວດ​ລ້ອມ ຕ້ອງ​ເປັນ​ມິດ​ຕໍ່​ກັນ, ​ໃນ​ນັ້ນ​ກະສິກໍາ-ປ່າ​ໄມ້ ​ແລະ​ ຊົນນະບົດ ​ແມ່ນ​ສິ່ງ​ທີ່​ຕັດ​ແຍ​ກ ອອກ​ຈາ​ກກັນ​ບໍ່​ໄດ້ (ຊຸມ​ຊົນ, ປ່າ​ໄມ້, ​ແຫລ່ງນໍ້າ, ບ່ອນ​ທໍາ​ການ​ຜະລິດ-ທໍາ​ມາ​ຫາ​ກິນ)....​ອັນ​ຮີບ​ດ່ວນໃນ​ຊຸມ​ປີ​ຕໍ່ໜ້າ​ນີ້ ຕ້ອງ​ໄດ້ດໍາ​ເນີນ​ການຈັດ​ສັນ​​ປ່າ​ໄມ້, ບ່ອນ​ທໍາ​ການ​ຜະລິດ ​ແລະ​ ບ່ອນຢູ່​ອາ​​ໄສໃຫ້​ເໝາະ​ສົມ ​ແລະ​ ມີ​ຄວາມ​ກົມກຽວ... ນີ້ແມ່ນ​ການ​ກໍານົດ ​ແລະ ຜັນ​ຂະຫຍາຍຢ່າງ​ແຂງ​ແຮງ ການ​ອະນຸລັກ ​ແລະ ຟື້ນ​ຟູ​ປ່າ​ໄມ້, ປົກ​ປັກ​ຮັກສາ​ແຫລ່ງນໍ້າ ແລະ ຄວາມ​ສົມ​ດູ​ນຂອງ​ ລະບົບ​ນິ​ເວດຄື​ນ​ໃໝ່ ​ໃຫ້​ກັບ​ຄືນ​ມາ​ມີ​ຊີວິດ​ຊີວາ​ຕື່ມ​ອີກ.

ສາມ. ພັດທະນາ​ຄົນລາວ​​ທຸກ​ດ້ານ ​ແລະ ສ້າງ​ສັງຄົມ​ ທີ່​ປະຊາຊົນ​ເປັນ​ເຈົ້າ, ສະ​ເໝີ​ພາບ, ຍຸຕິ​ທໍາ ​ແລະ ສີວິ​ໄລ; ຈຸດໝາຍລວມ ​ຕ້ອງ​ນຳພາພັດທະນາຄົນລາວ ໃຫ້ມີຄວາມພ້ອມທຸກດ້ານ ເປັນບັນຫາໃຈກາງໃນການສ້າງ ກຳລັງຊຸກຍູ້ໃນເງື່ອນໄຂໃໝ່ ແລະ ເຮັດໃຫ້ການພັດທະນາ ເສດຖະກິດ ສົມຄູ່ກັບການພັດທະນາສັງຄົມ; ການສ້າງຄວາມຈະເລີນ ແລະ ຄວາມຢູ່ດີກິນດີທາງວັດຖຸ ກັບການສ້າງຄວາມສີ ວິໄລທາງຈິດໃຈ ​ແລະ​ ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ເອົາ​ໃຈ​ໃສ່​ປັບປຸງ​ຊີວິດ ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ​ຮັບປະກັນໃຫ້​ປະຊາຊົນ​ລາວ​ບັນດາ​ເຜົ່າ ສາມາດ​ຊົມ​ໃຊ້​ໝາກຜົນ​ ຂອງ​ການປ່ຽນ​ແປງ​ໃໝ່ ກໍ່​ຄື​ການ​ພັດທະນາ​ ຮ່ວມ​ກັນ​ຢ່າງ​ຍຸຕິ​ທຳ; ປັບປຸງ​ກໍ່​ສ້າງ​ລະບຽບ​ການ, ກົນ​ໄກ​​ໃຫ້​ແກ່​ການ​ແກ້​ໄຂ​ ຂໍ້​ຂັດ​ແຍ່ງຕ່າງໆ​ໃນ​ສັງຄົມ​ ຢ່າງເໝາະສົມ; ສົ່ງ​ເສີມ​ຄ່າ​ນິຍົມ​ ທີ່ກ້າວໜ້າຂອງ​ສັງຄົມ​ ໃຫ້​ໄປ​ຕາມ​ທິດ​ທາງ​ການ​ ພັດທະນາ​ແບບ​ຍືນ​ຍົງ ກໍຄືຈຸດໝາຍສັງຄົມນິຍົມ.

​ສີ່.ເພີ່ມທະວີການຍົກ​ລະດັບ​ ຄວາມ​ສາມາດການ​ປົກ​ປ້ອງ​ອະທິປະ​ໄຕ, ຮັກສາ​ສະຖຽນລະ​ພາບ ດ້ານ​ການ​ເມືອງ ​ແລະ ຄວາມ​ສະຫງົບ​ສຸກ​ຂອງ​ສັງຄົມ ໃຫ້ໜັກແໜ້ນ; ສືບຕໍ່ບູລະນະ​ອໍານາດ​ລັດ​ ໃຫ້​ເຂັ້ມ​ແຂງ ​ແລະ ມີ​ປະສິດທິພາບ; ຮັບປະກັນ​ໃຫ້ການ​ຄຸ້ມ​ຄອງ​ລັດ, ຄຸ້ມ​ຄອງ​​ເສດຖະກິດ-ສັງຄົມ ດ້ວຍລັດຖະທໍາມະນູນ ແລະ​ ກົດໝາຍ ນັບ​ມື້​ມີ​ປະສິດທິ​ຜົນ, ສັກສິດ ແລະ ເຂັ້ມງວດ; ສ້າງລັດປະຊາທິປະໄຕປະຊາຊົນ ເປັນລັດແຫ່ງການບໍລິການ, ຮັບໃຊ້ ແລະ ຕອບສະໜອງ ຄວາມຮຽກຮ້ອງ ຕ້ອງການດ້ານສິດ, ຜົນປະໂຫຍດອັນຊອບທໍາ ກໍ່ຄືດ້ານຄວາມໝັ້ນຄົງ, ປອດໄພໃນຊີວິດ ແລະ ຊັບສິນຂອງປະຊາຊົນ.

ຫ້າ.ເພີ່ມທະວີ​​ການ​ເປັນ​ຄັນ​ທຸງ ເຕົ້າໂຮມຄວາມສາມັກຄີປອງ​ດອງ​ ທົ່ວ​ປວງຊົນ​​ລາວ​ທັງຊາດລວມ ທັງພີ່ນ້ອງຄົນເຊື້ອຊາດລາວ ຢູ່ຕ່າງປະເທດ; ສືບທອດ ແລະ ເສີມຂະຫຍາຍມູນເຊື້ອ ອັນມີກຽດສະຫງ່າ ຂອງແນວລາວອິດສະຫລະ, ແນວລາວຮັກຊາດ ໃນເມື່ອກ່ອນ; ປຸກລະດົມກໍາລັງແຮງ ທົ່ວສັງຄົມປະຕິບັດແນວທາງ ນະໂຍບາຍຂອງພັກ ແລະ ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ໃຫ້ປາກົດຜົນເປັນຈິງ, ເຂົ້າຮ່ວມພາລະກິດປົກປັກຮັກສາ ແລະ ພັດທະນາສ້າງສາປະເທດຊາດ; ຍູ້ຂະບວນການ ແຂ່ງຂັນຮັກຊາດ ແລະ ພັດທະນາ ຕິດພັນກັບການແກ້ໄຂ ຄວາມທຸກຍາກ ແລະ ສ້າງຄວາມຮັ່ງມີເຂັ້ມແຂງ ໃຫ້ແກ່ປະຊາຊົນລາວບັນດາເຜົ່າ.

ຫົກ. ເສີມຂະຫຍາຍມູນເຊື້ອ ຄວາມສາມັກຄີກັບພັກ ອ້າຍນ້ອງຍຸດທະສາດ ກໍ່ຄືບັນດາກໍາລັງການ ເມືອງຂອງຂະບວນການທີ່ກ້າວໜ້າ ໃນໂລກເພື່ອເສີມສ້າງ ຄວາມເຂົ້າອົກເຂົ້າໃຈ, ສົ່ງເສີມສັນຕິພາບ, ມິດຕະພາບ ແລະ ສະຖຽນລະພາບໃນພາກພື້ນ ແລະ ໃນໂລກ; ສືບຕໍ່ປະຕິບັດ​ ການ​ຮ່ວມ​ມື​ກັບສາກົນ, ຄູ່ຮ່ວມ ພັດທະນາຢ່າງ​ເປັນ​ເຈົ້າ​ການ, ນໍາ​ຜົນ​ປະ​ໂຫຍ​ດຕົວ​ຈິງ​ມາ ໃຫ້​ແກ່​​ປະ​ເທດ​ຊາດ.

ເຈັດ. ເອົາໃຈໃສ່ປັບປຸງການຈັດຕັ້ງ, ລະບຽບວິໄນ ແລະ ຮັບປະກັນບົດບາດ ນຳພາຕົວຈິງອັນເຂັ້ມແຂງ ຂອງພັກ; ຮັບປະກັນບົດບາດການນໍາພາ ທີ່ເຂັ້ມແຂງສົມເປັນກອງນໍາໜ້າ, ເປັນການຈັດຕັ້ງການເມືອງສູງສຸດ ຂອງຊົນຊັ້ນກໍາມະກອນລາວ,​ ເປັນຕົວແທນ ທີ່ຈົ່ງຮັກພັກດີຕໍ່ສິດ ແລະ ຜົນປະໂຫຍດຂອງຊົນຊັ້ນກໍາມະກອນ, ຊາວຜູ້ອອກແຮງງານ ແລະ ປະເທດຊາດລາວ. ໃນຊຸມປີຕໍ່ໜ້ານີ້ ຕ້ອງຖືເອົາໜ້າທີ່ ກໍ່ສ້າງພັກເຮົາເປັນໜ້າທີ່ແຖວໜ້າ, ​​ເພີ່ມ​ທະວີ​ການ​ກໍ່ສ້າງ​ພັກ​ປອດ​ໃສ, ​ເຂັ້ມ​ແຂງ ​ແລະ ໜັກ​ແໜ້ນ, ຮັບປະກັນ​ຄວາມ​ສາມາດ​ນໍາພາ ​ແລະ ກໍາ​ອໍານາດ​ຂອງ​ພັກ; ສຸມໃສ່ປັບປຸງການ ຈັດຕັ້ງປອດໃສ, ໜັກແໜ້ນ, ມີລະບຽບວິໄນເຂັ້ມງວດ. ສືບຕໍ່ສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງ ວຽກງານພະນັກງານ ຊຶ່ງແມ່ນປັດໄຈ ຕັດສິນຜົນໄດ້ຜົນເສຍ ຂອງການປະຕິວັດ ທັງແມ່ນຂອດກຸນແຈສໍາຄັນ ຂອງວຽກງານກໍ່ສ້າງພັກ ແລະ ລະບົບການເມືອງ; ໃນສະພາບການໃໝ່ ທີ່ຜັນແປຢ່າງໄວວາ ແລະ ສັບສົນ ຊຶ່ງກະທົບຕໍ່ພະນັກງານ ແລະ ການກໍ່ສ້າງຖັນແຖວພະນັກງານ ຂອງພັກເຮົານັ້ນ, ຕ້ອງຖືເອົາ ການກໍ່ສ້າງພະນັກງານ ແລະ ສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງວຽກງານພະນັກງານ ເປັນໜ້າທີ່ແຖວໜ້າຂອງທົ່ວພັກ.

ເພື່ອສືບຕໍ່ເສີມຂະຫຍາຍ ທາດແທ້ມູນເຊື້ອອັນດີງາມຂອງພັກ, ເຮັດລ້ອນພາລະກຳ ປະຫວັດສາດອັນຍິ່ງໃຫຍ່ ທີ່ປະຊາຊົນມອບໝາຍໃຫ້. ອີກເທື່ອໜຶ່ງ, ຂ້າພະເຈົ້າ ຕາງໜ້າໃຫ້ພັກ-ລັດ ຮຽກຮ້ອງມາຍັງພະນັກງານ, ສະມາຊິກພັກ, ນັກຮົບທຸກສະຫາຍ ຈົ່ງອອກແຮງທະນຸບຳລຸງ ແລະ ຮັກສາຄຸນສົມບັດສິນທຳປະຕິວັດ, ຄຸນທາດການເມືອງເພີ່ມທະວີ ຄວາມສາມັກຄີ ເປັນເອກະພາບພາຍໃນ, ຍົກລະດັບຄວາມຮູ້ ຄວາມສາມາດທຸກດ້ານ ໃຫ້ສູງຂຶ້ນຕື່ມອີກ, ໃກ້ຊິດຕິດແໜ້ນ ແລະ ຊ່ວຍເຫລືອ ປະຊາຊົນຢູ່ສະເໝີ; ພະຍາຍາມຮຽນຮູ້ໃນພຶດຕິກຳ, ປັບປຸງດັດແປງ ວິທີນຳພາໃຫ້ທັນການ, ຍົກສູງບົດບາດຄວາມສາມາດນຳພາ ແລະ ລັກສະນະນໍາໜ້າຂອງພັກ, ຂອງສະມາຊິກພັກ; ຍົກສູງຄວາມຮັບຜິດຊອບ, ເສີມຂະຫຍາຍມານະຈິດປະຕິວັດ, ບຸກບືນສູ້ຊົນເຮັດລ້ອນ ໜ້າທີ່ວຽກງານທີ່ພັກ ແລະ ລັດມອບໝາຍໃຫ້; ເຊີດຊູກຽດ ແລະ ອິດທິພົນຂອງພັກເຮົາຂຶ້ນຢ່າງບໍ່ຢຸດຢັ້ງ ເພື່ອໃຫ້ສົມກັບຄວາມໄວ້ເນື້ອເຊື່ອໃຈ ຂອງປະຊາຊົນບັນດາເຜົ່າ.

ບັນດາສະຫາຍພະນັກງານ ອາວຸໂສປະຕິວັດ, ຜູ້ທີ່ເຄີຍຊຸບຫລໍ່ໃນແປວໄຟແຫ່ງການ ຕໍ່ສູ້ກູ້ຊາດກໍ່ ຄືມີບົດຮຽນປະຕິວັດ ຈົ່ງຕັ້ງໜ້າເສີມຂະຫຍາຍ ມູນເຊື້ອເດັດດ່ຽວກ້າແກ່ນ, ຄວາມເດັດຂາດໜັກແໜ້ນຂອງຕົນ ປະກອບສ່ວນ ເຂົ້າໃນການສຶກສາ ອົບຮົມ ຈິດໃຈຮັກຊາດແພງເຊື້ອ, ທັດສະນະຫລັກໝັ້ນປະຕິວັດໃຫ້ ແກ່ຊາວໜຸ່ມເຍົາວະຊົນ, ເປັນຄັນທຸງເຕົ້າໂຮມຄວາມສາມັກຄີ ໃນໝູ່ພະນັກງານ ແລະ ປະຊາຊົນ, ເປັນແບບຢ່າງນຳໜ້າພາຮຸ້ນລູກຮູ້ນຫລານ ເຂົ້າຮ່ວມໃນພາລະກິດ ປົກປັກຮັກສາ ແລະ ສ້າງສາພັດທະນາ ບ້ານເມືອງຂອງຕົນ.

ຮຽກຮ້ອງມາຍັງ ຖັນແຖວພະນັກງານ, ສະມາຊິກພັກທີ່ໜຸ່ມແໜ້ນທຸກຖ້ວນໜ້າ ຈົ່ງເຊີດຊູມານະຈິດປະຕິວັດ, ຕັ້ງໜ້າຄົ້ນຄວ້າຮ່ຳຮຽນເອົາຄວາມຮູ້ທາງ ດ້ານວິທະຍາສາດ-ເຕັກນິກ, ຕະລຸມບອນເຂົ້າໃນສະໜາມຮົບ ຕໍ່ສູ້ຕ້ານຄວາມທຸກ ຍາກຫລ້າຫລັງ, ຄວາມຫຍໍ້ທໍ້ ແລະ ຄວາມອະຍຸຕິທໍາໃນສັງຄົມ ເຮັດໃຫ້ພັກເຮົາສືບຕໍ່ ເຂັ້ມແຂງເຕີບໃຫຍ່ຂຶ້ນ ເພື່ອນຳເອົາປະເທດຊາດ ອັນແສນຮັກຂອງພວກເຮົາ ກ້າວສູ່ຄວາມມັ່ງຄັ່ງເຂັ້ມແຂງ.

ຮຽກຮ້ອງມາຍັງປະຊາຊົນລາວບັນດາເຜົ່າ ຈົ່ງອອກແຮງເສີມຂະຫຍາຍ ມູນເຊື້ອຮັກຊາດ, ຮັກລະບອບໃໝ່, ມູນເຊື້ອສາມັກຄີປອງດອງ, ປະຕິບັດສິດເປັນເຈົ້າປະເທດຊາດ ຢ່າງແຂງແຮງ, ເປັນເຈົ້າການເຂົ້າຮ່ວມຕິດຕາມ, ກວດກາການ ເຄື່ອນໄຫວຂອງພັກ ແລະ ຂອງສະມາຊິກພັກຢ່າງເປັນປົກກະຕິ; ຊ່ວຍເຫລືອພັກ ແລະ ສະມາຊິກພັກ ເສີມຂະຫຍາຍຈຸດດີ, ດັດແປງ, ແກ້ໄຂຈຸດອ່ອນ ແລະ ຂໍ້ຂາດຕົກບົກພ່ອງ ໃຫ້ມີການຫັນປ່ຽນໃໝ່ທີ່ຈະແຈ້ງ.

ອີງ​ຕາມ​ການລະບາດ​ ຂອງ​ພະຍາດໂຄ​ວິດ 19 ທີ່​ພວມ​ແຜ່​ຂະ​ຫຍາ​ຍ​ ໄປ​ສູ່​ຫລາຍ​ປະ​ເທດ​ໃນ​​ໂລກ​ ເຮັດ​​ໃຫ້​ມີ​ຜູ້​ຄົນ​ເສຍ​ຊີວິດ​ຫລາຍ​ພັນ​ຄົນ ​ແລະ​ ມີ​ຜູ້​ຕິດ​ເຊື້ອ 2 ​ແສ​ນກວ່າ​ຄົນ ຊຶ່ງ​ເປັນ​​ໄພ​ອັນຕະລາຍ​ຮ້າຍ​ແຮງ​ຕໍ່​ຊີວິດ​ ແລະ ​ຊັບ​ສິນ​ຂອງ​ມວນ​ມະນຸດ. ສຳລັບ​ລາວ​ເຮົາເຖິງ​ວ່າ​ຍັງ​ບໍ່​ມີ​ ການ​ລາຍ​ງານ​​ມີ​ຜູ້​ຕິດ​ເຊື້ອ​ ​ແລະ ​ເສຍ​ຊີວິດ​ຈາກ​ພະຍາດ​ ດັ່ງກ່າວກໍ່ຕາມ, ແຕ່ຢູ່​ໃນ​ສະພາບ​ຄວາມ​ສ່ຽງ​ສູງ​ນັ້ນ, ຂ້າພະ​ເຈົ້າ​ ຂໍ​ຮຽກຮ້ອງ​ມາ​ຍັງ ​ພົນລະ​ເມືອ​ງລາວ​ທຸກ​ຖ້ວນ​ໜ້າ ຕະຫລອດ​ຮອດ​ຊາວ​ຕ່າງປະ​ເທດ ທີ່​ດຳລົງ​ຊີວິດ​ຢູ່ ສປປ ລາວ ຈົ່ງ​ມີ​ສະ​ຕິ​ເປັນ​ເຈົ້າຕົນ​ເອງ ລະມັດລະ​ວັງ ປ້້ອງ​ກັນ​ພະຍາດ​ດັ່ງກ່າວ ຢ່າງ​ມີ​ຄວາມ​ຮັບຜິດຊອບ, ​ເອົາ​ໃຈ​ໃສ່​ຮ່ວມ​ມື ​ແລະ​ ປະຕິບັດ​ຕາມຢ່າງ​ເຂັ້ມ​ງວດ ມາດຕະການ​ຕ່າງໆ​ ທີ່​ຄະນະ​ສະ​ເພາະ​ກິດ​ປ້ອງ​ກັນ ​ແລະ ​ແກ້​ໄຂ​ພະຍາດ​ໂຄ​ວິດ 19 ​ໄດ້ວາງ​ອອກ. ທັງ​ນີ້ກໍ່​ເພື່ອ​ພ້ອມ​ກັນ​ຜ່ານ​ຜ່າ​ວິ​ກິດ​ໂຄ​ວິດ 19 ນີ້​ ໃຫ້ໄດ້​ດີ​ທີ່​ສຸດ​​ເທົ່າ​ທີ່​ຈະ​ເຮັດ​ໄດ້ ​ເພື່ອ​ປະ​ໂຫຍ​ດສູງ​ສຸດ​ຂອງ​ທຸ​ກໆ​ຄົນ.

ພວກເຮົາ ເຊື່ອໝັ້ນຢ່າງໜັກແໜ້ນວ່າ: ໜ້າປະຫວັດສາດຍຸກໃໝ່ ຂອງຊາດລາວ ທີ່ຖືກສ້າງຂຶ້ນດ້ວຍການເສຍ ສະລະອັນໃຫຍ່ຫລວງ ແລະ ເຕັມໄປດ້ວຍວິລະກໍາ ອັນອົງອາດກ້າແກ່ນ ຊຶ່ງປະຊາຊົນລາວທັງຊາດ ມີຄວາມເອກອ້າງ ທະນົງໃຈນັ້ນ ຈະໄດ້ຮັບການສືບຕໍ່ ເສີມຂະຫຍາຍ ແລະ ຍົກລະດັບດ້ວຍຄວາມຈົງຮັກພັກດີ ຂອງສະມາຊິກພັກ, ພະນັກງານ ແລະ ປວງຊົນລາວ ຮຸ່ນສືບທອດຕໍ່ໆໄປ.

ພັກປະຊາຊົນປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ !

ຂໍຂອບໃຈ !

(ແຫຼ່ງ​ຂໍ້​ມູນ​: ຂປລ)

ເຫດການ
302 Found

Found

The document has moved here.