ປະເທດລາວ ຢືນຢັນ ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 1 ຄົນ ລວມທັງໝົດ 16 ຄົນ

11:51 | 10/04/2020

ຍສໝ - ໃນວັນທີ່ 9 ເມສາ 2020, ຕາມຖະແຫຼ່ງຂ່າວ ຂອງກະຊວງສາທາລະນະສຸກ ສປປ.ລາວ ວ່າ ມາຮອດຕອນແລງວັນທີ່ 9 ເມສາ, ໄດ້ກວດພົບ ຜູ້ຕິດເຊື້ອ Covid-19 ເພີ່ມຂຶ້ນ 1 ກໍລະນີ, ເຮັດໃຫ້ຈຳນວນຜູ້ຕິດເຊື້ອທັງໝົດ ໃນປະເທດລາວ ເພີ່ມຂຶ້ນເປັນ 16 ຄົນ.

ປະເທດລາວ ຢ ນຢ ນ ພ ບຜ ຕ ດເຊ ອໂຄວ ດ 19 ເພ ມອ ກ 1 ຄ ນ ລວມທ ງໝ ດ 16 ຄ ນ ຫວຽດນາມ ມອບອຸປະກອນການແພດ ໃຫ້ບັນດາປະເທດເອີຣົບ ເພື່ອປ້ອງກັນພະຍາດ COVID-19
ປະເທດລາວ ຢ ນຢ ນ ພ ບຜ ຕ ດເຊ ອໂຄວ ດ 19 ເພ ມອ ກ 1 ຄ ນ ລວມທ ງໝ ດ 16 ຄ ນ COVID - 19 ໄດ້ສົ່ງຜົນກະທົບເຖິງຊາວຄ້າຂາຍທົ່ວໄປ

ວັນພະຫັດ ທີ່ 9 ເມສາ 2020 ເວລາ 14:30, ທີ່ສູນປະຕິບັດງານຄະນະສະເພະກິດ ຕ້ານ Covid-19, ທ່ານ ພູທອນ ເມືອງປາກ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ສປປ.ລາວ ໄດ້ໃຫ້ຮູ້ວ່າ ມາຮອດມື້ນີ້ ໄດ້ກວດພົບ ຜູ້ຕິດເຊື້ອ Covid-19 ຢູ່ສປປ.ລາວ ຈໍານວນ 1 ຄົນ, ເປັນເພດຍິງ ອາຍຸ 23 ປີ. ລາວເປັນນັກສຶກສາຢູ່ວິທະຍາໄລລັດຕະນະ, ບ້ານໜອງດ້ວງ, ເມືອງ ສີໂຄດຕະບອງ, ນະຄອນຫຼວງວຽງຈັນ.

ປະເທດລາວ ຢ ນຢ ນ ພ ບຜ ຕ ດເຊ ອໂຄວ ດ 19 ເພ ມອ ກ 1 ຄ ນ ລວມທ ງໝ ດ 16 ຄ ນ
ພາບປະກອບ

ສຳລັບປະຫວັດການສຳຜັດກັບພະຍາດ ວັນທີ 26 ມີນາ ແມ່ນໄດ້ມີການຊຸມແຊວ ກັບກໍລະນີທີ 10, ວັນທີ 27 ມີນາ ໄດ້ຮູ້ຂ່າວວ່າ ກໍລະນີທີ 10 ຕິດພະຍາດ ລາວຈຶ່ງຈຳກັດບໍລິເວນໂຕເອງຢູ່ຫ້ອງພັກ, ບໍ່ໄດ້ອອກໄປທາງໃດຈົນຮອດວັນທີ 6 ເມສາ, ວັນທີ 7 ເມສາ ເລີ່ມຮູ້ສຶກເຈັບຫົວ, ຖືຄີງໄຂ້, ລີ້ນຊາ, ດັງບໍ່ໄດ້ກິ່ນ, ມີຂີ້ກະເທີ ແລະ ຫາຍໃຈຝືດ ແຕ່ຍັງບໍ່ກວດ, ວັນທີ 8 ເມສາ, ອາການລີ້ນຊາຫລາຍຂຶ້ນ, ດັງບໍ່ມີກິ່ນ, ຫາຍໃຈແສບດັງ, ໄຂ້ ແລະ ມີອາການຫາຍໃຈຝືດ, ຜູ້ກ່ຽວໂທປຶກສາແພດ, ລົດນຳສົ່ງຄົນເຈັບໄດ້ຮັບ ໄປໂຮງໝໍມິດຕະພາບ ພ້ອມເກັບຕົວຢ່າງ ແລະ ກວດພົບວ່າຕິດເຊື້ອ.

ປະເທດລາວ ຢ ນຢ ນ ພ ບຜ ຕ ດເຊ ອໂຄວ ດ 19 ເພ ມອ ກ 1 ຄ ນ ລວມທ ງໝ ດ 16 ຄ ນ ກອງທັບ ຫວຽດນາມ ແລະ ລາວ ຮ່ວມມືຢ່າງຮອບດ້ານ ໃນການສະກັດກັ້ນພະຍາດ Covid-19

ຍສໝ - ກອງທັບ ຫວຽດນາມ ແລະ ລາວ ເຊື່ອໝັ້ນວ່າ ດ້ວຍຄວາມສາມັກຄີທີ່ຈິງໃຈລະຫວ່າງ ສອງພັກ, ສອງລັດ ແລະ ກອງທັບປະຊາຊົນສອງປະເທດ, ປະຊາຊົນຫວຽດນາມ ແລະ ລາວ ຈະຜ່ານຜ່າທຸກຄວາມຫຍຸ້ງຍາກ, ໄຊຊະນະພະຍາດ Covid-19.

ປະເທດລາວ ຢ ນຢ ນ ພ ບຜ ຕ ດເຊ ອໂຄວ ດ 19 ເພ ມອ ກ 1 ຄ ນ ລວມທ ງໝ ດ 16 ຄ ນ ອົງການອະນາໄມໂລກ WHO ໄດ້ຕີລາຄາສູງວິທີການ 4 ກັບທີ່ ເພື່ອສະກັດກັ້ນພະຍາດ COVID-19 ຂອງຫວຽດນາມ

ຍສໝ - ທ່ານ Kydong Park, ຫົວໜ້າຄະນະຕົວແທນ ອົງການອະນາໄມໂລກ (WHO) ປະຈຳ ຫວຽດນາມ ໃຫ້ຮູ້ວ່າ: “ອົງການອະນາໄມໂລກ WHO ໄດ້ຕີລາຄາສູງວິທີການ 4 ກັບທີ່ຂອງ ລັດຖະບານຫວຽດນາມ, ນັ້ນແມ່ນ ການຊີ້ນຳກັບທີ່, ກຳລັງກັບທີ່, ພາຫະນະກັບທີ່ ແລະ ພະລາທິການກັບທີ່”.

ປະເທດລາວ ຢ ນຢ ນ ພ ບຜ ຕ ດເຊ ອໂຄວ ດ 19 ເພ ມອ ກ 1 ຄ ນ ລວມທ ງໝ ດ 16 ຄ ນ ປະຊາຄົມຊາວຫວຽດນາມ ຢູ່ຮົງກາລີ ໄດ້ບໍລິຈາກ 22.000 ເອີໂຣ ສະໜັບສະໜູນ ປະເທດປະຈໍາຖິ່ນ ເພື່ອປ້ອງກັນ ແລະ ຄວບຄຸມ ໂລກພະຍາດ COVID-19

ຍສໝ - ພາຍໃນອາທິດໜຶ່ງ, ປະຊາຄົມຊາວຫວຽດນາມ ຢູ່ຮຸງກາຣີ ໄດ້ບໍລິຈາກເງິນຈຳນວນ 22.000 ເອີໂຣ. ຈຳນວນເງິນດັ່ງກ່າວ ໄດ້ນຳໃຊ້ ຊື້ຜ້າອັດປາກ, ຖົງມື, ນໍ້າຢາຂ້າເຊື້ອແມ່ພະຍາດ ເພື່ອສະໜັບສະໜູນໂຮງໝໍ 2 ແຫ່ງ ທີ່ປິ່ນປົວຄົນເຈັບຕິດແປດພະຍາດ Covid-19 ຂອງປະເທດຮັງກາຣີ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.