ແຂວງກວາງຈີ້ ໄດ້ມອບເຄື່ອງອຸປະກອນການແພດ ໃຫ້ແຂວງສາລະວັນ ເພື່ອສະກັດກັ້ນພະຍາດ COVID-19

06:30 | 10/04/2020

ຍສໝ - ວັນທີ 8 ເມສາ, ຢູ່ດ່ານຊາຍແດນສາກົນ ລາໄລ, ຄະນະກຳມະການປະຊາຊົນແຂວງກວາງຈີ້ ໄດ້ມອບອຸປະກອນການແພດທີ່ມີມູນຄ່າຫຼາຍກ່ວາ 300 ລ້ານດົ່ງ ໃຫ້ພະນັກງານ, ປະຊາຊົນແຂວງສາລະວັນ, ສປປ.ລາວ.

ແຂວງກວາງຈ ໄດ ມອບເຄ ອງອ ປະກອນການແພດ ໃຫ ແຂວງສາລະວ ນ ເພ ອສະກ ດກ ນພະຍາດ covid 19 ກອງປະຊຸມທາງອລ ລະຫວ່າງກະຊວງສາທາລະນະສຸກ ຫວຽດນາມ ແລະ ລາວ ເພື່ອສົ່ງເສີມການປ້ອງກັນ Covid-19
ແຂວງກວາງຈ ໄດ ມອບເຄ ອງອ ປະກອນການແພດ ໃຫ ແຂວງສາລະວ ນ ເພ ອສະກ ດກ ນພະຍາດ covid 19 ອົງການອະນາໄມໂລກ WHO ໄດ້ຕີລາຄາສູງວິທີການ 4 ກັບທີ່ ເພື່ອສະກັດກັ້ນພະຍາດ COVID-19 ຂອງຫວຽດນາມ

ທ່ານ ຮ່ວາງນາມ, ຮອງປະທານຄະນະກຳມະການປະຊາຊົນ ແຂວງກວາງຈີ້ ໄດ້ຕາງໜ້າການນຳ ແລະ ປະຊາຊົນແຂວງກວາງຈິ, ໄດ້ມອບເຄື່ອງອຸປະກອນການແພດ ໃຫ້ອຳນາດການປົກຄອງແຂວງ ແລະ ປະຊາຊົນສາລະວັນ ມີມູນຄ່າ 300 ລ້ານດົ່ງ. ຂອງຂວັນປະກອບມີ: ຜ້າບັງປາກ 5,000 ແຜ່ນ, ນໍ້າຢາຂ້າເຊື້ອແມ່ພະຍາດ, ເຄື່ອງສີດຢາຂ້າເຊື້ອ 5 ເຄື່ອງ, ຖົງມືທາງການແພດ ຈຳນວນ 300 ຄູ່, ເຄື່ອງນຸ່ງປ້ອງກັນການລະບາດ 200 ຊຸດ, ເຄື່ອງວັດແທກຄວາມຮ້ອນຮ່າງກາຍ 30 ໜ່ວຍ ແລະ ນ້ຳລ້າງມື 250 ລິດ.

ແຂວງກວາງຈ ໄດ ມອບເຄ ອງອ ປະກອນການແພດ ໃຫ ແຂວງສາລະວ ນ ເພ ອສະກ ດກ ນພະຍາດ covid 19
ແຂວງກວາງຈີ້ ໄດ້ມອບເຄື່ອງອຸປະກອນການແພດ ໃຫ້ແຂວງສາລະວັນ, ສປປ.ລາວ ເພື່ອຊ່ວຍເຫຼືອ ລາວ ໃນການສະກັດກັ້ນພະຍາດ COVID-19. (ພາບ: baobienphong)

ກ່າວຄຳເຫັນທີ່ພິທີ, ທ່ານ ຮ່ວາງນາມ, ຮອງປະທານຄະນະກຳມະການປະຊາຊົນ ແຂວງກວາງຈີ້ ໃຫ້ຮູ້ວ່າ, ແຂວງກວາງຈິ ຍັງຄົງຄວບຄຸມສະພາບການລະບາດໄດ້ຢ່າງດີ. ລຽບຕາມຊາຍແດນແຂວງກວາງຈີ້ ແລະ ແຂວງສາລະວັນ, ໄດ້ຜັນຂະຫຍາຍປ້ອມທະຫານ 79 ແຫ່ງ ແລະ ມີທີມປະຕິບັດງານ 21 ໜ່ວຍ ພ້ອມດ້ວຍພະນັກງານ, ທະຫານ 340 ຄົນ ໄດ້ເຂົ້າຮ່ວມປະຕິບັດການຄຸ້ມຄອງຄົນເຂົ້າເມືອງຢ່າງເຂັ້ມງວດ.

ສ່ວນແຂວງສາລະວັນ ໄດ້ຢັ້ງຢືນວ່າ ໂດຍປະເຊີນໜ້າກັບ ສະພາບການແຜ່ລະບາດທີ່ສັບສົນ, ແຂວງສາລະວັນ ໄດ້ວາງແຜນ ແລະ ປະຕິບັດຫຼາຍມາດຕະການ ເພື່ອປ້ອງກັນ ແລະ ຕ້ານໂລກພະຍາດ; ເພີ່ມທະວີການປະສານງານ ເພື່ອຄວບຄຸມ ແລະ ປິດປະຕູຊາຍແດນ ແລະເສັ້ນທາງທີ່ຕິດກັບປະເທດ ຫວຽດນາມ ແລະ ປະເທດໄທ; ໂຄສະນາເຜີຍແຜ່, ປຸກລະດົມປະຊາຊົນ ເພື່ອຍົກສູງຄວາມສະຕິ ແລະປະຕິບັດຂໍ້ກຳນົດຂອງການປ້ອງກັນ ແລະ ຄວບຄຸມພະຍາດ COVID-19 ຢ່າງເຂັ້ມງວດ.

ແຂວງກວາງຈ ໄດ ມອບເຄ ອງອ ປະກອນການແພດ ໃຫ ແຂວງສາລະວ ນ ເພ ອສະກ ດກ ນພະຍາດ covid 19 ແຂວງກວາງຈິ ສະໜັບສະໜູນ ນັກສຶກສາລາວ 135 ຄົນທີ່ພວມຮໍ່າຮຽນຢູ່ເຂດກວາງຈິ

ຍສໝ - ໂດຍສະພາບການພະຍາດ Covid-19 ກຳລັງລະບາດທົ່ວໂລກ, ເພື່ອຮັບປະກັນຄວາມສະຫງົບສຸກ ຂອງພົນລະເມືອງຕ່າງປະເທດ ໃນການດຳລົງຊີວິດ ແລະ ຮ່ຳຮຽນ ຢູ່ຫວຽດນາມ, ອໍານາດການປົກຄອງແຂວງກວາງຈິ ໄດ້ປະຕິບັດຫຼາຍມາດຕະການ ເພື່ອໜູນຊ່ວຍນັກສຶກສາລາວ 135 ຄົນທີ່ພວມຮໍ່າຮຽນຢູ່ເຂດກວາງຈິ.

ແຂວງກວາງຈ ໄດ ມອບເຄ ອງອ ປະກອນການແພດ ໃຫ ແຂວງສາລະວ ນ ເພ ອສະກ ດກ ນພະຍາດ covid 19 ປະເທດລາວ ໄດ້ຢັ້ງຢືນພົບຜູ້ຕິດເຊື້ອ Covid-19 ລາຍໃໝ່, ເພີ່ມຂຶ້ນເປັນ 15 ຄົນ

ຍສໝ - ທ່ານ ພູທອນ ເມືອງປາກ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ສປປ.ລາວ ກ່າວວ່າ ມາຮອດວັນທີ 8 ເມສາ 2020, ສປປ.ລາວ ໄດ້ກວດພົບຜູ້ຕິດເຊື້ອໄວຣັດ Covid -19 ເພີ່ມອີກ 1 ກໍລະນີເປັນນັກສຶກສາລາວ ກັບມາຈາກປະເທດອັງກິດ.

ແຂວງກວາງຈ ໄດ ມອບເຄ ອງອ ປະກອນການແພດ ໃຫ ແຂວງສາລະວ ນ ເພ ອສະກ ດກ ນພະຍາດ covid 19 ທະນາຄານໂລກ ອະນຸມັດເງິນກູ້ສຸກເສີນ 18 ລ້ານໂດລາ ໃຫ້ ສປປ.ລາວ ປະເຊີນໜ້າການລະບາດ COVID-19

ຍສໝ - ໃນວັນທີ 7 ເມສາ 2020 ທີ່ກະຊວງການເງິນ ສປປ.ລາວ, ໄດ້ຈັດຂຶ້ນພິທີເຊັນສັນຍາ ອະນຸມັດເງິນກູ້ສຸກເສີນ ຈຳນວນ 18 ລ້ານໂດລາສະຫະລັດໃຫ້ ສປປ.ລາວ ເພື່ອຊ່ວຍຍົກລະດັບຄວາມອາດສາມາດໃນການທັກສະການປິ່ນປົວຂອງແພດໝໍປະເທດລາວ ນຳອີກດ້ວຍ, ເພື່ອຮັບມື ແລະ ຄວບຄຸມການຕິດເຊື້ອພະຍາດ COVID-19.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.