ຂະ​ແໜງທ່ອງ​ທ່ຽວ ບັນດາແຂວງ ມານະ​ພະຍາຍາມ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ຕໍ່ໜ້າສະພາບ​ການ​ຂອງ​ເຊື້ອ​ພະຍາດ Covid – 19

17:03 | 18/02/2020

ຍສໝ - ຂະແໜງທ່ອງທ່ຽວແຂວງແຄ໊ງຮ່ວາ ໄດ້ຜັນຂະຫຍາຍບັນດາມາດຕະການລ້າງສານພິດ, ຂ້າເຊື້ອພະຍາດຢູ່ຕາມສະຖານທີ່ພັກເຊົ່າ, ແຈກຢາຍຜ້າອັດປາກໃຫ້ນັກທ່ອງທ່ຽວ…

ຂະ​ແໜງທ່ອງ​ທ່ຽວ ບັນດາແຂວງ ມານະ​ພະຍາຍາມ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ຕໍ່ໜ້າສະພາບ​ການ​ຂອງ​ເຊື້ອ​ພະຍາດ Covid – 19

ພາບປະກອບ

ເພື່ອຫຼຸດຜ່ອນຄວາມເສຍຫາຍຍ້ອນເຊື້ອພະຍາດ Covid-19, ຂະແໜງທ່ອງທ່ຽວແຂວງແຄ໊ງຮ່ວາ ໄດ້ຜັນຂະຫຍາຍບັນດາມາດຕະການລ້າງສານພິດ, ຂ້າເຊື້ອພະຍາດຢູ່ຕາມສະຖານທີ່ພັກເຊົ່າ, ແຈກຢາຍຜ້າອັດປາກໃຫ້ນັກທ່ອງທ່ຽວ…ດ້ວຍການປະຕິບັດບັນດາມາດຕະການເພື່ອປ້ອງກັນ, ຕ້ານການຕິດພະຍາດອັກເສບປອດ ທີ່ເກີດຈາກເຊື້ອໄວຣັດ ໂຄໂຣນາ ສາຍພັນໃໝ່ (Covid – 19) ຢ່າງເດັດດ່ຽວ, ຂະແໜງການທ່ອງທ່ຽວ ຮ່າໂນ້ຍ ໄດ້ສ້າງຄວາມປະທັບໃຈສໍາລັບແຂກທ່ອງທ່ຽວ, ໂດຍສະເພາະແມ່ນແຂກທ່ອງທ່ຽວສາກົນ. ຕາມພະແນກທ່ອງທ່ຽວຮ່າໂນ້ຍແລ້ວ, ປັດຈຸບັນ, ຈໍານວນແຂກທ່ອງທ່ຽວ ອາຊີ ມາຮ່າໂນ້ຍ ແມ່ນກວມເອົາ 65%, ແຂກທ່ອງທ່ຽວ ເອີຣົບ ແມ່ນກວມເອົາ 25%, ສ່ວນຍັງເຫຼືອແມ່ນມາຈາກບັນດາຕະຫຼາດອື່ນ. ຍ້ອນຜົນສະທ້ອນຈາກສະພາບການເຊື້ອພະຍາດ Covid – 19, ຈໍານວນແຂກທ່ອງທ່ຽວ ຈີນ ໄດ້ຫຼຸດລົງ, ແຕ່ແທນທີ່ນັ້ນ, ແຂກທ່ອງທ່ຽວທີ່ມາຈາກບັນດາປະເທດອື່ນໆ ຍັງຄົງເພີ່ມຂຶ້ນຢູ່ສະເໝີ ເປັນຕົ້ນແມ່ນ ແຂກທ່ອງທ່ຽວມາຈາກ ຍີ່ປຸ່ນ (ເພີ່ມຂຶ້ນ 200%), ອິນເດຍ (ເພີ່ມຂຶ້ນ 65%).

ຕອນເຊົ້າວັນທີ 17 ກຸມພາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ, ຫົວໜ້າຄະນະຊີ້ນໍາແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານການຕິດເຊື້ອພະຍາດອັກເສບປອດ ທີ່ເກີດຈາກເຊື້ອໄວຣັດ ໂຄໂຣນາ ສາຍພັນໃໝ່ (Covid – 19) ໄດ້ເປັນປະທານກອງປະຊຸມຜັນຂະຫຍາຍບັນດາມາດຕະການປ້ອງກັນ, ຕ້ານການຕິດເຊື້ອພະຍາດດັ່ງກ່າວ. ປັດຈຸບັນ, ກະຊວງສາທາລະນະສຸກຫວຽດນາມ ກໍາລັງແນະນໍາແຂວງ ແຄ໊ງຮວ່າ ປະຕິບັດສໍາເລັດລະບຽບການ ເພື່ອຍື່ນສະເໜີອົງການມີສິດອໍານາດປະກາດສິ້ນສຸດໂລກລະບາດ. ທີ່ກອງປະຊຸມ, ກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ, ກະຊວງສາທາລະນະສຸກ ສະເໜີວ່າ ຕ້ອງປະຕິບັດຢ່າງເຂັ້ມງວດບັນດາຄໍາສັ່ງຂອງລັດຖະບານ ແລະ ນາຍົກລັດຖະມົນຕີ ສໍາລັບບັນດາເປົ້າໝາຍທີ່ມາຈາກເຂດເກີດເຊື້ອພະຍາດ, ໄປຜ່ານເຂດດັ່ງກ່າວ ພາຍໃນຮອບເວລາ 14 ວັນ ບໍ່ໄດ້ເຂົ້າເມືອງ ຫຼື ຖ້າຫາກເຂົ້າເມືອງຫວຽດນາມ ແມ່ນຕ້ອງໄດ້ແຍກຕົວຢູ່ຕ່າງຫາກ ຕາມຂໍ້ກໍານົດ”.

ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ກໍ່ຮຽກຮ້ອງໃຫ້ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນຂຶ້ນກັບສູນກາງ ສືບຕໍ່ປະຕິບັດບັນດາຄຳສັ່ງ, ໂທລະເລກທາງການ ແລະ ເອກະສານຊີ້ນຳຂອງນາຍົກລັດຖະມົນຕີກ່ຽວກັບການເພີ່ມທະວີວຽກງານປ້ອງກັນ, ຕ້ານເຊື້ອພະຍາດ Covid-19 ຢ່າງເຂັ້ມງວດ, ປະຕິບັດການແຍກຕົວຕາມການແນະນຳຂອງກະຊວງສາທາລະນະສຸກ ເພືຶ່ອແນໃສ່ຄວບຄຸມສະພາບການຕິດແປດເຊື້ອພະຍາດ Covid-19 ໃຫ້ເປັນຢ່າງດີ.

(ໄຊພອນ)

ເຫດການ
302 Found

Found

The document has moved here.